Biblica® Open Lao Contemporary Version
ເພງສັນລະເສີນ 6
ເຖິງຫົວໜ້ານັກຮ້ອງ, ບັນເລງເຄື່ອງດົນຕີປະເພດສາຍ ຕາມທຳນອງຂອງເຊມິນິດ, ບົດເພງສັນລະເສີນຂອງດາວິດ.
ຂ້າແດ່ພຣະເຈົ້າຢາເວ, ຂໍຢ່າຕຳໜິຂ້ານ້ອຍໃນຂະນະທີ່ພຣະອົງໃຈຮ້າຍ
ຫລື ຕີສອນຂ້ານ້ອຍໃນຂະນະທີ່ພຣະອົງໂກດຮ້າຍ.
ຂ້າແດ່ພຣະເຈົ້າຢາເວ ຂໍໂຜດເມດຕາຂ້ານ້ອຍດ້ວຍ ເພາະຂ້ານ້ອຍອ່ອນເພຍ.
ຂ້າແດ່ພຣະເຈົ້າຢາເວ ຂໍໂຜດຮັກສາຂ້ານ້ອຍ ເພາະກະດູກຂອງຂ້ານ້ອຍນັ້ນເຈັບປວດ.
ຈິດວິນຍານຂອງຂ້ານ້ອຍຢູ່ໃນຄວາມທຸກທໍລະມານຢ່າງໜັກ.
ອີກດົນປານໃດ, ຂ້າແດ່ພຣະເຈົ້າຢາເວ ອີກດົນປານໃດ?
ຂ້າແດ່ພຣະເຈົ້າຢາເວ ຂໍໂຜດຫັນມາກອບກູ້ຂ້ານ້ອຍ;
ເພາະຄວາມຮັກໝັ້ນຄົງຂອງພຣະອົງຂໍໂຜດຊ່ວຍຂ້ານ້ອຍດ້ວຍ.
ໃນທ່າມກາງຄົນຕາຍນັ້ນບໍ່ມີຜູ້ໃດຈະປະກາດນາມຂອງພຣະອົງ.
ຜູ້ໃດຈະສັນລະເສີນພຣະອົງຈາກຂຸມຝັງສົບໄດ້?
ຂ້ານ້ອຍເມື່ອຈາກການຄ່ຳຄວນ.
ຂ້ານ້ອຍຮ້ອງໄຫ້ຕະຫລອດຄືນຈົນນ້ຳຕາຖ້ວມບ່ອນນອນ
ແລະ ໝອນຂອງຂ້ານ້ອຍກໍປຽກຊຸ່ມດ້ວຍນ້ຳຕາ.
ຕາຂອງຂ້ານ້ອຍກໍເສົ້າໝອງເພາະຄວາມໂສກເສົ້າ;
ຕາຊ້ຳເພາະບັນດາສັດຕູຂອງຂ້ານ້ອຍ.
ພວກເຈົ້າທຸກຄົນທີ່ເຮັດຊົ່ວ ຈົ່ງໄປໃຫ້ພົ້ນຈາກຂ້ອຍ,
ເພາະພຣະເຈົ້າຢາເວໄດ້ຍິນສຽງຮ້ອງໄຫ້ຂອງຂ້ອຍແລ້ວ.
ພຣະເຈົ້າຢາເວໄດ້ຍິນສຽງຮ້ອງຂໍຄວາມເມດຕາຂອງຂ້ອຍ
ພຣະເຈົ້າຢາເວຍອມຮັບຄຳອະທິຖານຂອງຂ້ອຍ.
ບັນດາສັດຕູຂອງຂ້ອຍຈະເຕັມໄປດ້ວຍຄວາມອັບອາຍ ແລະ ຄວາມຢ້ານກົວ;
ພວກເຂົາຈະຫັນກັບໄປ ແລະ ໄດ້ຮັບຄວາມອັບອາຍທັນທີ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.