Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 5

ເຖິງ​ຫົວໜ້າ​ນັກຮ້ອງ, ເປົ່າ​ຂຸ່ຍ, ບົດ​ເພງສັນລະເສີນ​ຂອງ​ດາວິດ)

ຂ້າແດ່​ພຣະເຈົ້າ​ຢາເວ ໂຜດ​ຟັງ​ຄຳ​ອະທິຖານ​ຂອງ​ຂ້ານ້ອຍ,

ຂໍ​ໂຜດ​ສົນໃຈ​ການ​ຄ່ຳຄວນ​ຂອງ​ຂ້ານ້ອຍ​ດ້ວຍ.

ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ແລະ ຜູ້​ເປັນ​ກະສັດ​ຂອງ​ຂ້ານ້ອຍ

ຂໍ​ໂຜດ​ຟັງ​ຄຳ​ຮ້ອງ​ຂໍ​ຄວາມ​ຊ່ວຍເຫລືອ​ຂອງ​ຂ້ານ້ອຍ,

ເພາະ​ຂ້ານ້ອຍ​ອະທິຖານ​ຕໍ່​ພຣະອົງ.

ຂ້າແດ່​ພຣະເຈົ້າ​ຢາເວ, ໃນ​ເວລາ​ເຊົ້າ​ພຣະອົງ​ໄດ້​ຍິນ​ສຽງ​ຂ້ານ້ອຍ

ໃນ​ເວລາ​ເຊົ້າ​ຂ້ານ້ອຍ​ຈຶ່ງ​ໄດ້​ນຳ​ເອົາ​ຄຳ​ຮ້ອງຂໍ​ຂອງ​ຂ້ານ້ອຍ​ມາ​ຢູ່​ຕໍ່ໜ້າ​ພຣະອົງ

ແລະ ຈົດ​ລໍຖ້າ​ຢ່າງ​ມີ​ຄວາມຫວັງ.

ເພາະ​ພຣະອົງ​ບໍ່​ແມ່ນ​ພຣະເຈົ້າ​ທີ່​ພໍໃຈ​ໃນ​ສິ່ງ​ຊົ່ວຮ້າຍ;

ຄົນ​ຊົ່ວ​ບໍ່​ອາດ​ຢູ່​ຮ່ວມ​ກັບ​ພຣະອົງ​ໄດ້.

ຄົນ​ຈອງຫອງ​ບໍ່​ອາດ​ຢືນ​ຢູ່

ຕໍ່ໜ້າ​ພຣະອົງ​ໄດ້.

ພຣະອົງ​ກຽດຊັງ​ທຸກຄົນ​ທີ່​ເຮັດ​ຜິດ;

ພຣະອົງ​ທຳລາຍ​ບັນດາ​ຄົນ​ທີ່​ເວົ້າ​ຕົວະ.

ສ່ວນ​ຄົນ​ທີ່​ກະຫາຍ​ຫາ​ເລືອດ ແລະ ຄົນ​ຫລອກລວງ

ພຣະເຈົ້າ​ຢາເວ​ກຽດຊັງ.

ແຕ່​ໂດຍ​ຄວາມ​ຮັກ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ

ຂ້ານ້ອຍ​ຈຶ່ງ​ສາມາດ​ເຂົ້າ​ມາ​ຍັງ​ວິຫານ​ຂອງ​ພຣະອົງ;

ຂ້ານ້ອຍ​ກາບ​ລົງ​ດ້ວຍ​ຄວາມ​ເຄົາລົບ

ຕໍ່ໜ້າ​ວິຫານ​ອັນ​ສັກສິດ​ຂອງ​ພຣະອົງ.

ຂ້າແດ່​ພຣະເຈົ້າ​ຢາເວ, ຂໍ​ໂຜດ​ນຳ​ຂ້ານ້ອຍ​ໄປ​ໃນ​ຄວາມ​ຊອບທຳ​ຂອງ​ພຣະອົງ

ເພາະ​ສັດຕູ​ຂອງ​ຂ້ານ້ອຍ

ຂໍ​ໂຜດ​ເຮັດ​ຫົນທາງ​ຂອງ​ພຣະອົງ​ໃຫ້​ຊື່​ໄປ​ຕໍ່ໜ້າ​ຂ້ານ້ອຍ.

ຄຳເວົ້າ​ຈາກ​ປາກ​ຂອງ​ພວກເຂົາ​ແມ່ນ​ບໍ່​ສາມາດ​ໄວ້ໃຈ​ໄດ້;

ຫົວໃຈ​ຂອງ​ພວກເຂົາ​ເຕັມ​ໄປ​ດ້ວຍ​ການ​ຄິດ​ຮ້າຍ.

ຄໍ​ຂອງ​ພວກເຂົາ​ຄື​ຫລຸມ​ຝັງ​ສົບ​ທີ່​ເປີດ​ຢູ່;

ພວກເຂົາ​ເວົ້າ​ຕົວະ​ດ້ວຍ​ລີ້ນ​ຂອງ​ພວກເຂົາ.

ຂ້າແດ່​ພຣະເຈົ້າ! ຂໍ​ໂຜດ​ປະກາດ​ຄວາມ​ຜິດ​ແກ່​ພວກເຂົາ,

ຂໍ​ໃຫ້​ພວກເຂົາ​ຫລົ້ມຈົມ​ດ້ວຍ​ກົນອຸບາຍ​ຂອງ​ຕົນ​ເອງ.

ຂໍ​ໂຜດ​ຂັບໄລ່​ພວກເຂົາ​ໄປ​ເພາະ​ຄວາມ​ບາບ​ທັງຫລາຍ​ຂອງ​ພວກເຂົາ,

ເພາະ​ພວກເຂົາ​ໄດ້​ກະບົດ​ຕໍ່​ພຣະອົງ.

ແຕ່​ຂໍ​ໃຫ້​ທຸກຄົນ​ທີ່​ລີ້ໄພ​ຢູ່​ໃນ​ພຣະອົງ​ນັ້ນ​ມີ​ຄວາມ​ຍິນດີ;

ໃຫ້​ພວກເຂົາ​ຮ້ອງເພງ​ຊື່ນຊົມຍິນດີ​ຢູ່​ສະເໝີ,

ຂໍ​ໂຜດ​ກະຈາຍ​ການ​ປົກປ້ອງ​ຄຸ້ມຄອງ​ເໜືອ, ພວກເຂົາ

ເພື່ອ​ວ່າ​ບັນດາ​ຜູ້​ທີ່​ຮັກ​ນາມ​ຂອງ​ພຣະອົງ​ຈະ​ຊື່ນຊົມຍິນດີ​ໃນ​ພຣະອົງ.

ຂ້າແດ່​ພຣະເຈົ້າ​ຢາເວ, ພຣະອົງ​ອວຍພອນ​ຄົນ​ຊອບທຳ​ຢ່າງ​ແນ່ນອນ;

ຄວາມ​ເມດຕາ​ກະລຸນາ​ຂອງ​ພຣະອົງ​ເປັນ​ດັ່ງ​ໂລ່​ໂອບ​ອ້ອມ​ພວກເຂົາ​ໄວ້.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.