Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 4

ເຖິງ​ຫົວໜ້າ​ນັກຮ້ອງ, ບັນເລງ​ເຄື່ອງ​ດົນຕີ​ປະເພດ​ສາຍ, ບົດ​ເພງສັນລະເສີນ​ຂອງ​ດາວິດ.

ຂ້າແດ່​ພຣະເຈົ້າ​ຜູ້​ຊອບທຳ​ຂອງ​ຂ້ານ້ອຍ,

ຂໍ​ໂຜດ​ຕອບ​ຂ້ານ້ອຍ ເມື່ອ​ຂ້ານ້ອຍ​ຮ້ອງ​ຫາ​ພຣະອົງ.

ຂໍ​ໂຜດ​ບັນເທົາ​ຄວາມ​ທຸກໂສກ​ຂອງ​ຂ້ານ້ອຍ;

ຂໍ​ເມດຕາ ແລະ ຟັງ​ຄຳ​ອະທິຖານ​ຂອງ​ຂ້ານ້ອຍ.

ມະນຸດ​ທັງຫລາຍ ເຈົ້າ​ຈະ​ເຮັດ​ໃຫ້​ສະຫງ່າລາສີ​ຂອງ​ຂ້ອຍ​ກາຍເປັນ​ຄວາມ​ອັບອາຍ​ໄປ​ອີກ​ດົນ​ເທົ່າ​ໃດ?

ເຈົ້າ​ຈະ​ຮັກ​ການ​ຫລອກລວງ ແລະ ສະແຫວງຫາ​ພະ​ປອມ1​ໄປ​ອີກ​ດົນ​ເທົ່າ​ໃດ?

ຈົ່ງ​ຮູ້​ວ່າ​ພຣະເຈົ້າ​ຢາເວ​ໄດ້​ແຍກ​ຜູ້ຮັບໃຊ້​ທີ່​ສັດຊື່​ຂອງ​ພຣະອົງ​ໄວ້​ສຳລັບ​ພຣະອົງ​ເອງ;

ພຣະເຈົ້າ​ຢາເວ​ຈະ​ຟັງ​ເມື່ອ​ຂ້ອຍ​ຮ້ອງ​ຫາ​ພຣະອົງ.

ຈົ່ງ​ຢຳເກງ ແລະ2 ຢ່າ​ເຮັດ​ຄວາມ​ບາບ;

ຂະນະ​ທີ່​ພວກເຈົ້າ​ຢູ່​ເທິງ​ບ່ອນນອນ​ຂອງ​ພວກເຈົ້າ,

ຈົ່ງ​ສຳຫລວດ​ຈິດໃຈ​ຂອງ​ຕົນ ແລະ ມິດງຽບ.

ຈົ່ງ​ຖວາຍ​ເຄື່ອງບູຊາ​ທີ່​ຖືກຕ້ອງ​ເໝາະສົມ

ແລະ ວາງໃຈ​ໃນ​ພຣະເຈົ້າ​ຢາເວ.

ຂ້າແດ່​ພຣະເຈົ້າ​ຢາເວ, ຫລາຍ​ຄົນ​ຖາມ​ວ່າ, “ຜູ້​ໃດ​ຈະ​ນຳ​ເອົາ​ຄວາມ​ຈະເລີນ​ຮຸ່ງເຮືອງ​ມາ​ໃຫ້​ແກ່​ພວກຂ້ານ້ອຍ?”

ຂໍ​ໃຫ້​ແສງສະຫວ່າງ​ຂອງ​ໃບໜ້າ​ຂອງ​ພຣະອົງ​ສ່ອງ​ໃສ່​ພວກ​ຂ້ານ້ອຍ​ທັງຫລາຍ.

ຂໍ​ໂຜດ​ເຕີມ​ຫົວໃຈ​ຂອງ​ຂ້ານ້ອຍ​ໃຫ້​ເຕັມ​ດ້ວຍ​ຄວາມ​ຊື່ນຊົມຍິນດີ

ຍິ່ງ​ກວ່າ​ຄົນ​ເຫລົ່ານັ້ນ​ທີ່​ມີ​ເຂົ້າ ແລະ ເຫລົ້າອະງຸ່ນ​ໃໝ່​ຢ່າງ​ອຸດົມສົມບູນ.

ຂ້ານ້ອຍ​ຈະ​ນອນ​ລົງ ແລະ ນອນ​ຫລັບ​ດ້ວຍ​ຄວາມສະຫງົບສຸກ,

ຂ້າແດ່​ພຣະເຈົ້າ​ຢາເວ ເພາະ​ພຣະອົງ​ຜູ້​ດຽວ,

ທີ່​ເຮັດ​ໃຫ້​ຂ້ານ້ອຍ​ອາໄສ​ຢູ່​ໄດ້​ຢ່າງ​ປອດໄພ.

Source notes (2)
  1. Footnote ຫລື ສະແຫວງຫາ​ຄວາມ​ຕົວະ
  2. Footnote ຫລື ໃນ​ຍາມ​ຮ້າຍ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.