Biblica® Open Lao Contemporary Version
ເພງສັນລະເສີນ 3
(ບົດເພງສັນລະເສີນຂອງດາວິດ ເມື່ອເວລາທີ່ລາວໄດ້ໜີຈາກອັບຊາໂລມ ຜູ້ເປັນລູກຊາຍຂອງລາວ)
ຂ້າແດ່ພຣະເຈົ້າຢາເວ, ສັດຕູຂອງຂ້ານ້ອຍຄືມີຫລາຍແທ້!
ຜູ້ທີ່ລຸກຂຶ້ນຕໍ່ຕ້ານຂ້ານ້ອຍກໍມີຈຳນວນຫລວງຫລາຍ!
ຫລາຍຄົນໄດ້ເວົ້າເຖິງຂ້ານ້ອຍວ່າ,
“ພຣະເຈົ້າຈະບໍ່ກອບກູ້ລາວ”.
ຂ້າແດ່ພຣະເຈົ້າຢາເວ ພຣະອົງໄດ້ເປັນໂລ່ອ້ອມຂ້ານ້ອຍໄວ້,
ຜູ້ເປັນສະຫງ່າລາສີຂອງຂ້ານ້ອຍ, ພຣະອົງຜູ້ຍົກຫົວຂອງຂ້ານ້ອຍໃຫ້ສູງສົ່ງ.
ຂ້ານ້ອຍໄດ້ຮ້ອງຫາພຣະເຈົ້າຢາເວ,
ແລະ ພຣະອົງໄດ້ຕອບຂ້ານ້ອຍຈາກພູເຂົາອັນສັກສິດຂອງພຣະອົງ.
ຂ້ານ້ອຍໄດ້ນອນລົງ ແລະ ຫລັບໄປ;
ຂ້ານ້ອຍຕື່ນຂຶ້ນມາໄດ້ອີກກໍເພາະພຣະເຈົ້າຢາເວໄດ້ຄ້ຳຊູຂ້ານ້ອຍ.
ຂ້ານ້ອຍຈະບໍ່ຢ້ານເຖິງຈະມີສັດຕູເປັນໝື່ນ
ມາຫຸ້ມອ້ອມຂ້ານ້ອຍໄວ້ທຸກດ້ານ.
ຂ້າແດ່ພຣະເຈົ້າຢາເວ, ຂໍໂຜດລຸກຂຶ້ນ!
ພຣະເຈົ້າຂອງຂ້ານ້ອຍ! ຂໍໂຜດກອບກູ້ຂ້ານ້ອຍ!
ຂໍໂຜດຕົບໜ້າຂອງສັດຕູທຸກຄົນຂອງຂ້ານ້ອຍ;
ຂໍໂຜດຫັກແຂ້ວຂອງຄົນຊົ່ວ.
ການກອບກູ້ນັ້ນມາຈາກພຣະເຈົ້າຢາເວ.
ຂໍໃຫ້ພຣະພອນຂອງພຣະອົງມີແກ່ປະຊາຊົນຂອງພຣະອົງດ້ວຍ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.