Biblica® Open Lao Contemporary Version
ເພງສັນລະເສີນ 2
ດ້ວຍເຫດໃດຊົນຊາດທັງຫລາຍຈຶ່ງສົມຮູ້ຮ່ວມຄິດ1ກັນ
ແລະ ຊົນຊາດຕ່າງໆຈຶ່ງວາງແຜນການອັນໄຮ້ປະໂຫຍດ?
ບັນດາກະສັດຂອງໂລກນີ້ໄດ້ລຸກຂຶ້ນຕໍ່ຕ້ານ
ແລະ ບັນດາຜູ້ປົກຄອງຮວມຕົວກັນ
ຕໍ່ສູ້ພຣະເຈົ້າຢາເວ ແລະ ຕໍ່ສູ້ຜູ້ທີ່ພຣະອົງເຈີມໄວ້, ໂດຍກ່າວວ່າ,
“ໃຫ້ພວກເຮົາທຳລາຍໂສ້ຈອງຈຳຂອງພວກເຂົາ
ແລະ ປົດໂສ້ຂອງພວກເຂົາຖິ້ມ”.
ອົງພຣະຜູ້ເປັນເຈົ້າຜູ້ຢູ່ໃນຟ້າສະຫວັນນັ້ນໄດ້ຫົວຂັວນ;
ພຣະອົງໄດ້ເຢາະເຢີ້ຍພວກເຂົາ.
ແລ້ວພຣະອົງໄດ້ເຕືອນພວກເຂົາດ້ວຍຄວາມໃຈຮ້າຍຂອງພຣະອົງ
ແລະ ເຮັດໃຫ້ພວກເຂົາຢ້ານກົວດ້ວຍຄວາມໂກດຮ້າຍ ໂດຍເວົ້າວ່າ,
“ເຮົາໄດ້ຕັ້ງກະສັດຜູ້ໜຶ່ງຂອງເຮົາໄວ້ແລ້ວ
ເທິງຊີໂອນ, ພູເຂົາສັກສິດຂອງເຮົາ”.
ກະສັດຜູ້ນັ້ນຈະປະກາດດຳລັດຂອງພຣະເຈົ້າຢາເວວ່າ:
ພຣະອົງໄດ້ເວົ້າກັບຂ້າພະເຈົ້າວ່າ “ເຈົ້າເປັນລູກຊາຍຂອງເຮົາ;
ວັນນີ້ເຮົາໄດ້ເປັນບິດາຂອງເຈົ້າ.2
ຈົ່ງຂໍຈາກເຮົາ,
ແລ້ວເຮົາຈະມອບຊົນຊາດທັງຫລາຍໃຫ້ເປັນກຳມະສິດຂອງເຈົ້າ,
ແລະ ໃຫ້ເຈົ້າຄອບຄອງໄປຈົນເຖິງສຸດປາຍແຜ່ນດິນໂລກ.
ເຈົ້າຈະຕີພວກເຂົາໃຫ້ແຕກດ້ວຍໄມ້ແສ້ເຫລັກ3
ເຈົ້າຈະຟາດພວກເຂົາໃຫ້ແຕກເປັນປ່ຽງໆເໝືອນກັບໝໍ້ດິນ”.
ເຫດສະນັ້ນ ພວກເຈົ້າຜູ້ເປັນກະສັດທັງຫລາຍ, ຈົ່ງມີປັນຍາ;
ພວກເຈົ້າຜູ້ເປັນຜູ້ນຳຂອງໂລກນີ້, ຈົ່ງຟັງຄຳຕັກເຕືອນ,
ຈົ່ງຮັບໃຊ້ພຣະເຈົ້າຢາເວດ້ວຍຄວາມຢຳເກງ
ແລະ ຈົ່ງສະເຫລີມສະຫລອງການປົກຄອງຂອງພຣະອົງຈົນໂຕສັ່ນ.
ຈົ່ງກົ້ມກາບພຣະບຸດນັ້ນ,4 ບໍ່ດັ່ງນັ້ນພຣະອົງຈະໃຈຮ້າຍ
ແລະ ວິຖີທາງຂອງເຈົ້າຈະຖືກນຳໄປສູ່ຄວາມພິນາດຂອງເຈົ້າ,
ເພາະວ່າຄວາມໂກດຮ້າຍຂອງພຣະອົງຈະພຸ່ງຂຶ້ນໃນພິບຕາດຽວ.
ພຣະພອນມີແກ່ທຸກຄົນທີ່ເຂົ້າມາລີ້ໄພໃນພຣະອົງ.
Source notes (4)
- Footnote ສະບັບເຊັບຕູອາຈິນວ່າ ໃຈຮ້າຍ
- Footnote ຫລື ໄດ້ໃຫ້ກຳເນີດເຈົ້າ
- Footnote ຫລື ຈະປົກຄອງພວກເຂົາດ້ວຍຄາທາເຫລັກ
- Footnote ໃນພາສາຮີບປະໂຫຍກນີ້ມີຄວາມຫມາຍບໍ່ຊັດເຈນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.