Biblica® Open Lao Contemporary Version
ເພງສັນລະເສີນ 1
ໝວດທີ 1
ພສສ 1–41
ຄວາມສຸກເປັນຂອງບຸກຄົນ
ຜູ້ທີ່ບໍ່ເດີນຕາມຮອຍຕີນຂອງຄົນຊົ່ວຮ້າຍ
ຫລື ຢືນຢູ່ໃນທາງຂອງຄົນບາບ
ຫລື ນັ່ງຢູ່ໃນບ່ອນນັ່ງຂອງຄົນມັກເຢາະເຢີ້ຍ,
ແຕ່ພວກເຂົາຍິນດີໃນກົດບັນຍັດຂອງພຣະເຈົ້າຢາເວ,
ແລະ ສຳນຶກກົດບັນຍັດຂອງພຣະອົງທັງກາງເວັນ ແລະ ກາງຄືນ.
ພວກເຂົາເປັນເໝືອນຕົ້ນໄມ້ທີ່ປູກໄວ້ແຄມນ້ຳ
ເຊິ່ງອອກຜົນຕາມລະດູ
ແລະ ໃບກໍບໍ່ຫ່ຽວແຫ້ງ
ສິ່ງໃດກໍຕາມທີ່ພວກເຂົາເຮັດກໍຈະເລີນຮຸ່ງເຮືອງ.
ສ່ວນຄົນຊົ່ວຮ້າຍບໍ່ເປັນດັ່ງນັ້ນ!
ພວກເຂົາເປັນເໝືອນຂີ້ແກບ
ເຊິ່ງລົມພັດປິວໄປ.
ດັ່ງນັ້ນ ຄົນຊົ່ວຮ້າຍຈະຢືນຢູ່ບໍ່ໄດ້ໃນວັນພິພາກສາ,
ແລະ ຄົນບາບກໍຈະບໍ່ຢູ່ໃນບ່ອນຊຸມນຸມຂອງຄົນຊອບທຳ.
ເພາະພຣະເຈົ້າຢາເວໄດ້ເຝົ້າເບິ່ງທາງຂອງຄົນຊອບທຳ
ແຕ່ທາງຂອງຄົນຊົ່ວຮ້າຍຈະຈິບຫາຍໄປ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.