Skip to content
BibleKenya

Biblica® Open Lao Contemporary Version

ໂຢບ 42

ໂຢບ

ແລ້ວ​ໂຢບ​ໄດ້​ຕອບ​ຕໍ່​ພຣະເຈົ້າ​ຢາເວ​ວ່າ:

“ຂ້ານ້ອຍ​ຮູ້​ວ່າ​ພຣະອົງ​ຊົງກະທຳ​ທຸກສິ່ງ​ໄດ້;

ບໍ່​ມີ​ອັນໃດ​ຂັດຂວາງ​ຄວາມ​ປະສົງ​ຂອງ​ພຣະອົງ​ໄດ້.

ພຣະອົງ​ຖາມ​ວ່າ, ‘ຜູ້ໃດ​ທີ່​ປິດບັງ​ແຜນການ​ຂອງ​ເຮົາ​ໄວ້​ໂດຍ​ປາດສະຈາກ​ຄວາມ​ຮູ້?’

ແນ່ນອນ ຂ້ານ້ອຍ​ໄດ້​ເວົ້າ​ສິ່ງ​ທີ່​ຂ້ອຍ​ບໍ່​ເຂົ້າໃຈ,

ສິ່ງ​ທີ່​ອັດສະຈັນ​ເກີນ​ກວ່າ​ຂ້ອຍ​ຈະ​ຮູ້​ໄດ້.

“ພຣະອົງ​ໄດ້​ກ່າວ​ວ່າ, ‘ບັດນີ້ ຈົ່ງ​ຟັງ ແລະ ເຮົາ​ຈະ​ເວົ້າ;

ເຮົາ​ຈະ​ຖາມ,

ແລ້ວ​ເຈົ້າ​ຈົ່ງ​ຕອບ​ເຮົາ’.

ຫູ​ຂອງ​ຂ້ານ້ອຍ​ເຄີຍ​ໄດ້​ຍິນ​ເຖິງ​ເລື່ອງ​ຂອງ​ພຣະອົງ​ມາ​ກ່ອນ

ແຕ່​ບັດນີ້​ຕາ​ຂອງ​ຂ້ານ້ອຍ​ໄດ້​ເຫັນ​ພຣະອົງ​ແລ້ວ.

ເຫດສະນັ້ນ ຂ້ານ້ອຍ​ຈຶ່ງ​ດູຖູກ​ຕົນ​ເອງ

ແລະ ສຳນຶກ​ຜິດ​ໃນ1​ຂີ້ຝຸ່ນ​ດິນ ແລະ ຂີ້ເຖົ່າ”

ບົດ​ສົ່ງ​ທ້າຍ

ຫລັງຈາກ​ພຣະເຈົ້າ​ຢາເວ​ໄດ້​ກ່າວ​ສິ່ງ​ເຫລົ່ານີ້​ກັບ​ໂຢບ​ແລ້ວ, ພຣະອົງ​ກໍ​ກ່າວ​ກັບ​ເອລີຟັດ​ຊາວ​ເຕມານ​ວ່າ, “ເຮົາ​ໃຈຮ້າຍ​ໃຫ້​ເຈົ້າ​ກັບ​ໝູ່ເພື່ອນ​ອີກ​ສອງ​ຄົນ​ຂອງ​ເຈົ້າ, ເພາະ​ເຈົ້າ​ບໍ່​ໄດ້​ເວົ້າ​ຄວາມ​ຈິງ​ກ່ຽວກັບ​ເຮົາ​ເໝືອນດັ່ງ​ໂຢບ​ຜູ້ຮັບໃຊ້​ຂອງ​ເຮົາ. ບັດນີ້ ຈົ່ງ​ນຳ​ງົວ​ເຖິງ​ເຈັດ​ໂຕ ແລະ ແກະ​ເຖິງ​ເຈັດ​ໂຕ​ໄປ​ຫາ​ໂຢບ​ຜູ້ຮັບໃຊ້​ຂອງ​ເຮົາ ແລະ ຖວາຍ​ເຄື່ອງເຜົາບູຊາ​ສຳລັບ​ພວກເຈົ້າ​ເອງ. ແລ້ວ​ໂຢບ​ຜູ້ຮັບໃຊ້​ຂອງ​ເຮົາ​ຈະ​ອະທິຖານ​ເພື່ອ​ພວກເຈົ້າ, ແລະ ເຮົາ​ຈະ​ຮັບ​ຄຳ​ອະທິຖານ​ຂອງ​ລາວ ແລະ ບໍ່​ລົງໂທດ​ພວກເຈົ້າ​ຕາມ​ຄວາມໂງ່​ຂອງ​ພວກເຈົ້າ. ພວກເຈົ້າ​ບໍ່​ໄດ້​ເວົ້າ​ຄວາມ​ຈິງ​ກ່ຽວກັບ​ເຮົາ​ເໝືອນດັ່ງ​ໂຢບ​ຜູ້ຮັບໃຊ້​ຂອງ​ເຮົາ”. ສະນັ້ນ ເອລີຟັດ​ຊາວ​ເຕມານ, ບິນດາດ​ຊາວ​ຊູອາ ແລະ ໂຊພາ​ຊາວ​ນາອາມາ​ຈຶ່ງ​ເຮັດ​ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ບອກ​ພວກເຂົາ ແລະ ພຣະເຈົ້າ​ຢາເວ​ໄດ້​ຮັບ​ຄຳ​ອະທິຖານ​ຂອງ​ໂຢບ.

ຫລັງຈາກ​ທີ່​ໂຢບ​ອະທິຖານ​ເພື່ອ​ໝູ່ເພື່ອນ​ຂອງ​ລາວ​ແລ້ວ, ພຣະເຈົ້າ​ຢາເວ​ໄດ້​ເຮັດ​ໃຫ້​ເພິ່ນ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ອີກ ແລະ ໃຫ້​ເພິ່ນ​ມີ​ຫລາຍ​ກວ່າ​ເກົ່າ​ເປັນ​ສອງ​ເທົ່າ​ທີ່​ເພິ່ນ​ເຄີຍ​ມີ​ມາ​ກ່ອນ. ແລ້ວ​ພວກ​ອ້າຍ​ນ້ອງ​ທັງໝົດ ແລະ ທຸກຄົນ​ທີ່​ຮູ້​ຈັກ​ກັນ​ມາ​ກ່ອນ​ກໍ​ພາກັນ​ມາ ແລະ ກິນ​ລ້ຽງ​ສະຫລອງ​ກັບ​ເພິ່ນ​ຢູ່​ໃນ​ເຮືອນ​ຂອງ​ໂຢບ. ພວກເຂົາ​ເລົ້າໂລມ​ໃຈ ແລະ ປອບ​ໃຈ​ເພິ່ນ​ກ່ຽວກັບ​ຄວາມ​ທຸກ​ລຳບາກ​ທັງໝົດ​ທີ່​ພຣະເຈົ້າ​ຢາເວ​ໄດ້​ນຳ​ມາ​ສູ່​ເພິ່ນ, ແຕ່ລະຄົນ​ໄດ້​ເອົາ​ເງິນ​ໜຶ່ງ​ແຜ່ນ2 ແລະ ແຫວນ​ຄຳ​ໜຶ່ງ​ວົງ​ມາ​ມອບ​ໃຫ້​ເພິ່ນ,

ພຣະເຈົ້າ​ຢາເວ​ໄດ້​ອວຍພອນ​ຊີວິດ​ໃນ​ບັ້ນປາຍ​ຂອງ​ໂຢບ​ຫລາຍຂຶ້ນ​ກວ່າ​ຕອນຕົ້ນ. ເພິ່ນ​ມີ​ແກະ 14.000 ໂຕ, ອູດ 6.000 ໂຕ, ງົວ​ຜູ້ 1.000 ຄູ່ ແລະ ລໍ 1.000 ໂຕ. ແລະ ເພິ່ນ​ກໍ​ຍັງ​ມີ​ລູກຊາຍ​ເຈັດ​ຄົນ ແລະ ລູກສາວ​ສາມ​ຄົນ. ລູກສາວ​ຄົນ​ທຳອິດ​ຂອງ​ເພິ່ນ​ຊື່​ເຢມີມາ, ຄົນ​ທີ​ສອງ​ຊື່​ເກຊີຢາ ແລະ ຄົນ​ທີ​ສາມ​ຊື່​ເກເຣັນຮັບປຸກ. ຕະຫລອດ​ທົ່ວ​ດິນແດນ​ນັ້ນ​ບໍ່​ມີ​ຍິງສາວ​ຄົນ​ໃດ​ງາມ​ເທົ່າ​ບັນດາ​ລູກສາວ​ຂອງ​ໂຢບ, ເພິ່ນ​ໄດ້​ແບ່ງ​ມໍລະດົກ​ໃຫ້​ແກ່​ພວກ​ນາງ​ເໝືອນດັ່ງ​ທີ່​ໃຫ້​ກັບ​ພວກ​ອ້າຍ​ຂອງ​ພວກເຂົາ.

ຫລັງຈາກນັ້ນ ໂຢບ​ມີ​ຊີວິດ​ຢູ່​ອີກ 140 ປີ; ເພິ່ນ​ໄດ້​ເຫັນ​ຫລານ​ເຫລັນ​ເຖິງ​ສີ່​ລຸ້ນ. ແລ້ວ​ໂຢບ​ກໍ​ໄດ້​ຕາຍໄປ, ເມື່ອ​ເພິ່ນ​ເຖົ້າແກ່​ຫລາຍ​ແລ້ວ ແລະ ມີ​ອາຍຸ​ຍືນຍາວ.

Source notes (2)
  1. Footnote ຫລື ແລະ ເລີກ​ສົງ​ສານ​ຕົນ​ເອງ ອອກຈາກ
  2. Footnote ພາສາ​ເຮັບເຣີ​ວ່າ 1 ເຄສິທາ ເຄສິທາ​ເປັນ​ໜ່ວຍ​ເງິນ​ຕາ​ທີ່​ບໍ່​ຮູ້​ນ້ຳ​ໜັກ ຫລື ມູນ​ຄ່າ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.