Biblica® Open Lao Contemporary Version
ໂຢບ 41
“ເຈົ້າຈັບເລວີອາທັນ1ດ້ວຍເບັດໄດ້ບໍ
ຫລື ມັດລີ້ນຂອງມັນດ້ວຍເຊືອກໄດ້ບໍ່?
ເຈົ້າສາມາດເອົາເຊືອກຄ້ອງດັງຂອງມັນໄດ້ບໍ
ຫລື ເອົາຂໍເກາະຄາງກະໄຕຂອງມັນໄດ້ບໍ່?
ມັນຈະອ້ອນວອນຂໍຄວາມເມດຕາຈາກເຈົ້າບໍ?
ມັນຈະເວົ້າກັບເຈົ້າຢ່າງອ່ອນຫວານບໍ?
ມັນຈະຍອມສັນຍາກັບເຈົ້າບໍ
ເພື່ອເອົາມັນມາເປັນຂ້າທາດຂອງເຈົ້າຕະຫລອດຊີວິດຫລືບໍ່?
ເຈົ້າຈະເຮັດໃຫ້ມັນເປັນສັດລ້ຽງເໝືອນດັ່ງນົກໄດ້ບໍ
ຫລື ໃຫ້ສາວຮັບໃຊ້ມັດເຊືອກຈູງມັນໃນເຮືອນຂອງເຈົ້າໄດ້ບໍ?
ພໍ່ຄ້າຈະມາຕໍ່ລອງລາຄາຊື້ມັນບໍ?
ພວກເຂົາຈະແບ່ງມັນໃນທ່າມກາງພວກພໍ່ຄ້າໄດ້ຫລືບໍ່?
ເຈົ້າຈະເອົາຫລາວແທງຜິວໜັງຂອງມັນໄດ້ບໍ?
ຫລື ເອົາຫອກແທງຫົວຂອງມັນໄດ້ບໍ?
ຖ້າເຈົ້າລົງມືຈັບມັນຄັ້ງໜຶ່ງ
ເຈົ້າຈະຈົດຈຳການຕໍ່ສູ້ ແລະ ເຂັດຫລາບບໍ່ຢາກເຮັດອີກ!
ເປັນຄວາມຫວັງລົມໆແລ້ງໆທີ່ຄິດຈະປາບມັນ;
ພຽງແຕ່ເຫັນມັນກໍທໍ້ໃຈແລ້ວ.
ບໍ່ມີຜູ້ໃດໂຫດຮ້າຍພໍທີ່ຈະໄປຍົວະມັນ.
ແລ້ວຜູ້ໃດຈະສາມາດຢືນຕໍ່ໜ້າເຮົາໄດ້?
ຜູ້ໃດຈະຟ້ອງຮ້ອງເຮົາວ່າເຮົາຈະຕ້ອງໃຊ້ຄືນ?
ທຸກສິ່ງພາຍໃຕ້ຟ້າສະຫວັນເປັນຂອງເຮົາ.
“ເຮົາຈະບໍ່ເຊົາກ່າວເຖິງຂາຂອງເລວີອາທັນ,
ກຳລັງ ແລະ ຮູບຮ່າງອັນສະຫງ່າງາມຂອງມັນ.
ຜູ້ໃດສາມາດລອກໜັງຊັ້ນນອກຂອງມັນອອກໄດ້?
ຜູ້ໃດສາມາດເຈາະເສື້ອເກາະສອງຊັ້ນທີ່ຫຸ້ມໜັງຂອງມັນໄດ້?
ຜູ້ໃດຈະກ້າເປີດປາກຂອງມັນ,
ເຊິ່ງມີແຂ້ວເປັນຕາຢ້ານລຽງກັນຢູ່?
ຫລັງຂອງມັນມີເກັດເປັນແຖວເໝືອນໂລ່2
ຊ້ອນກັນປິດໄວ້ຢ່າງສະໜິດ;
ເກັດແຕ່ລະອັນລຽງຕິດກັນຢ່າງໜາແໜ້ນ
ຈົນອາກາດຜ່ານເຂົ້າໄປບໍ່ໄດ້.
ເກັດທັງໝົດເຊື່ອມຕໍ່ກັນຢ່າງວ່ອງໄວ;
ມັນເກາະຕິດກັນ ແລະ ບໍ່ສາມາດແຍກຈາກກັນໄດ້.
ເວລາມັນຈາມແສງໄຟມາບແມບພຸ່ງອອກມາ;
ດວງຕາຂອງມັນເໝືອນດັ່ງແສງຕາເວັນຂຶ້ນ.
ແປວໄຟພົ່ນອອກຈາກປາກຂອງມັນ;
ມີປະກາຍໄຟອອກມາ.
ຄວັນພົ່ນຈາກຮູດັງຂອງມັນ
ເໝືອນດັ່ງອາຍຄວັນຈາກໝໍ້ຕົ້ມນ້ຳກໍາລັງຟົດທີ່ໃຊ້ຕົ້ນອໍ້ເປັນຟືນ.
ລົມຫາຍໃຈຂອງມັນຈູດຖ່ານໃຫ້ລຸກໄໝ້,
ແລະ ແປວໄຟພົ່ນອອກມາຈາກປາກຂອງມັນ.
ຄໍຂອງມັນມີກຳລັງມະຫາສານ;
ເມື່ອຢູ່ຕໍ່ໜ້າມັນກໍຢ້ານກົວຕົວສັ່ນເຊັນ.
ກ້າມຊີ້ນຂອງມັນຕິດກັນແໜ້ນ;
ມັນແຂງແກ່ນ ແລະ ເໜັງບໍ່ໄດ້.
ໜ້າເອິກຂອງມັນແຂງດັ່ງຫີນ,
ແກ່ນດັ່ງແທ່ນແຂງຂອງຫີນໂມ້.
ເມື່ອມັນລຸກຂຶ້ນ, ຄົນແຂງແຮງທີ່ສຸດກໍຢ້ານກົວ;
ມັນເໜັງຕີງ ພວກເຂົາກໍຖອຍໜີໄປ.
ດາບທີ່ແທງມັນກໍບໍ່ມີຜົນແຕ່ຢ່າງໃດ,
ແມ່ນແຕ່ຫອກ ຫລື ລູກທະນູ ຫລື ຫລາວບໍ່ມີຜົນຕໍ່ມັນ.
ສຳລັບມັນ ເຫລັກກໍເໝືອນດັ່ງເຟືອງ
ແລະ ທອງສຳລິດເໝືອນດັ່ງໄມ້ໂດກ.
ລູກທະນູບໍ່ສາມາດເຮັດໃຫ້ມັນປົບໜີໄປ,
ສຳລັບມັນ ຫີນສະລິງກໍເປັນເໝືອນຂີ້ແກບ.
ກະບອງກໍສໍ່າກັບເຟືອງເສັ້ນໜຶ່ງ;
ມັນຫົວເຢາະເຢີ້ຍຫອກທີ່ຊັດເຂົ້າໃສ່.
ພື້ນທ້ອງຂອງມັນປົກຄຸມດ້ວຍເກັດແຫລມດັ່ງເສດໝໍ້ແຕກ,
ມັນຖິ້ມຮອຍໄວ້ໃນຂີ້ຕົມເໝືອນໄມ້ແປ້ນຟາດເຂົ້າ.
ມັນເຮັດໃຫ້ນໍ້າເລິກປັ່ນປ່ວນເໝືອນດັ່ງນໍ້າຮ້ອນຟົດ
ແລະ ກວນທະເລເໝືອນດັ່ງນໍ້າຟົດໃນໝໍ້.
ມັນຖິ້ມຟອງເຫລື້ອມມາບແມບໄວ້ເບື້ອງຫລັງຂອງມັນ;
ຜູ້ໃດເຫັນຄົງຄິດວ່າທະເລມີຜົມຫງອກ.
ບໍ່ມີສິ່ງໃດໃນໂລກນີ້ທີ່ເໝືອນມັນ
ຄືເປັນສັດທີ່ບໍ່ຮູ້ຈັກຄວາມຢ້ານ.
ມັນດູຖູກສັດທີ່ຈອງຫອງທັງໝົດ;
ມັນເປັນກະສັດເໜືອທຸກສິ່ງທີ່ໂອ້ອວດ”.
Source notes (2)
- Footnote ອາດຈະເປັນແຂ້
- Footnote ຫລື ຄວາມຈອງຫອງຂອງມັນຢູ່ທີ່ເກັດເຊິ່ງເໝືອນກັບໂລ່
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.