Skip to content
BibleKenya

Biblica® Open Lao Contemporary Version

ໂຢບ 40

ພຣະເຈົ້າ​ຢາເວ​ໄດ້​ກ່າວ​ກັບ​ໂຢບ​ວ່າ:

“ຜູ້​ທີ່​ໂຕ້ຖຽງ​ກັບ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ຈະ​ປ່ຽນແປງ​ພຣະອົງ​ໄດ້​ບໍ?

ໃຫ້​ຄົນ​ທີ່​ກ່າວຫາ​ພຣະເຈົ້າ​ຕອບ​ມາ​ເບິ່ງ​ດຸ!”

ໂຢບ​ໄດ້​ຕອບ​ພຣະເຈົ້າ​ຢາເວ​ວ່າ:

“ຂ້ານ້ອຍ​ບໍ່​ຄູ່ຄວນ ແລ້ວ​ຂ້ານ້ອຍ​ຈະ​ຕອບ​ພຣະອົງ​ໄດ້​ຢ່າງໃດ?

ຂ້ານ້ອຍ​ເອົາ​ມື​ປິດ​ປາກ​ຂອງ​ຕົນ​ໄວ້

ຂ້ານ້ອຍ​ເວົ້າ​ໄປ​ເທື່ອ​ໜຶ່ງ​ແລ້ວ, ແຕ່​ຂ້ານ້ອຍ​ບໍ່​ໄດ້​ຄຳ​ຕອບ

ຂ້ອຍ​ເວົ້າ​ສອງ​ສາມ​ຄັ້ງ​ແລ້ວ, ແຕ່​ຂ້ານ້ອຍ​ຈະ​ບໍ່​ເວົ້າ​ອີກ”.

ແລ້ວ​ພຣະເຈົ້າ​ຢາເວ​ກໍ​ໄດ້​ເວົ້າ​ກັບ​ໂຢບ​ອອກ​ມາ​ຈາກ​ລົມ​ພະຍຸ​ວ່າ:

“ຈົ່ງ​ຄາດແອວ​ໄວ້​ດັ່ງ​ຜູ້ຊາຍ;

ເຮົາ​ຈະ​ຖາມ​ເຈົ້າ,

ແລ້ວ​ເຈົ້າ​ຈົ່ງ​ຕອບ​ເຮົາ.

“ເຈົ້າ​ຈະ​ເຮັດ​ໃຫ້​ຄວາມຍຸຕິທຳ​ຂອງ​ເຮົາ​ເສື່ອມເສຍ​ໄປ​ບໍ?

ເຈົ້າ​ຈະ​ກ່າວໂທດ​ເຮົາ​ເພື່ອ​ພິສູດ​ຕົນເອງ​ບໍ?

ເຈົ້າ​ມີ​ແຂນ​ທີ່​ແຂງແຮງ​ເໝືອນດັ່ງ​ແຂນ​ຂອງ​ພຣະເຈົ້າ​ບໍ?

ແລະ ເຈົ້າ​ຮ້ອງ​ອອກ​ມາ​ເປັນ​ສຽງ​ຟ້າຮ້ອງ​ເໝືອນດັ່ງ​ພຣະອົງ​ໄດ້​ບໍ?

ສະນັ້ນ ຈົ່ງ​ປະດັບ​ຕົວ​ດ້ວຍ ສະຫງ່າລາສີ ແລະ ຄວາມ​ສະຫງ່າງາມ,

ແລະ ນຸ່ງຫົ່ມ​ຕົວ​ດ້ວຍ​ກຽດສັກສີ ແລະ ບາລະມີ.

ຈົ່ງ​ລະບາຍ​ຄວາມ​ໂກດຮ້າຍ​ຂອງ​ເຈົ້າ​ອອກ​ມາ​ເບິ່ງ​ດຸ,

ເບິ່ງ​ທຸກຄົນ​ທີ່​ຍິ່ງ​ຈອງຫອງ ແລະ ເຮັດ​ໃຫ້​ພວກເຂົາ​ຕົກຕ່ຳ​ລົງ​ມາ​ເບິ່ງດຸ,

ຈົ່ງ​ເບິ່ງ​ທຸກຄົນ​ທີ່​ໂອ້ອວດ ແລະ ເຮັດ​ໃຫ້​ພວກເຂົາ​ຕ່ຳ​ລົງ,

ຈົ່ງ​ຍ່ອງ​ຄົນ​ຊົ່ວຮ້າຍ​ໃນ​ບ່ອນ​ທີ່​ພວກເຂົາ​ຢືນ​ຢູ່​ແມ.

ຈົ່ງ​ຝັງ​ພວກເຂົາ​ທຸກຄົນ​ໄວ້​ໃນ​ຂີ້​ຝຸ່ນດິນ​ນໍາ​ກັນ;

ແລະ ຖົມ​ໜ້າ​ພວກເຂົາ​ໄວ້​ໃນ​ຂຸມ​ຝັງສົບ.

ແລ້ວ​ເຮົາ​ເອງ​ຈະ​ຍອມຮັບ​ເຈົ້າ

ວ່າ​ມື​ຂວາ​ຂອງ​ເຈົ້າ​ຊ່ວຍ​ເຈົ້າ​ເອງ​ໃຫ້​ພົ້ນ​ໄດ້.

“ຈົ່ງ​ເບິ່ງ​ເບເຮໂມດ,

ເຊິ່ງ​ເຮົາ​ໄດ້​ສ້າງ​ມັນ​ຂຶ້ນ​ມາ​ເໝືອນ​ທີ່​ເຮົາ​ສ້າງ​ເຈົ້າ

ມັນ​ກິນ​ຫຍ້າ​ເໝືອນດັ່ງ​ງົວ​ໂຕ​ໜຶ່ງ.

ມີ​ມັນ​ກໍາລັງ​ແຮງ​ຫລາຍ​ຢູ່​ທີ່​ແອວ​ຂອງ​ມັນ,

ແລະ ມັນ​ມີ​ອໍານາດ​ຫລາຍ​ຢູ່​ທີ່​ກ້າມທ້ອງ​ຂອງ​ມັນ!

ຫາງ​ຂອງ​ມັນ​ແກວ່ງ​ໄປ​ມາ​ດັ່ງ​ຕົ້ນໄມ້ສີດາ;

ເສັ້ນເອັນ​ຕົ້ນຂາ​ຂອງ​ມັນ​ສານ​ເຂົ້າ​ກັນ​ຢ່າງ​ໜຽວແໜ້ນ.

ກະດູກ​ຂອງ​ມັນ​ເໝືອນດັ່ງ​ທ່ອນ​ທອງສຳລິດ,

ຂາ​ຂອງ​ມັນ​ເໝືອນດັ່ງ​ທ່ອນ​ເຫລັກ.

ມັນ​ຢູ່​ໃນ​ອັນ​ດັບ​ທຳອິດ​ຂອງ​ການ​ງານ​ຕ່າງໆ​ທີ່​ພຣະເຈົ້າ​ສ້າງ,

ແຕ່​ພຣະຜູ້ສ້າງ​ເຂົ້າ​ໃກ້​ມັນ​ພ້ອມ​ດ້ວຍ​ດາບ​ຂອງ​ຕົນ.

ເນີນພູ​ກໍ​ຜະລິດ​ອາຫານ​ຂອງ​ມັນ,

ແລະ ສັດ​ປ່າ​ທັງປວງ​ແລ່ນ​ຫລິ້ນ​ຢູ່​ໃກ້ໆ.

ມັນ​ນອນ​ລົງ​ກ້ອງ​ກໍ​ບົວ,

ເຊື່ອງ​ຕົນ​ຢູ່​ກາງ​ປ່າອໍ້​ໃນ​ບຶງ.

ມັນ​ລີ້ຊ້ອນ​ຢູ່​ໃຕ້​ຮົ່ມ​ບົວ,

ກາງ​ຕົ້ນປໍປາ​ທີ່​ຢູ່​ຕາມ​ແຄມ​ແມ່ນ້ຳ.

ການ​ປັ່ນປ່ວນ​ຂອງ​ແມ່ນໍ້າ​ບໍ່​ໄດ້​ເຮັດ​ມັນ​ຕື່ນ​ຕົກໃຈ;

ແມ່ນວ່າ​ແມ່ນ້ຳ​ຈໍແດນ​ລົ້ນ​ຖ້ວມ​ປາກ​ຂອງ​ມັນ, ມັນ​ກໍ​ປອດໄພ;

ຜູ້ໃດ​ສາມາດ​ຈັບ​ມັນ​ໄດ້​ຂະນະທີ່​ມັນ​ຍັງ​ມືດ​ຕາ​ຢູ່,1

ຫລື ວາງ​ແຮ້ວ​ຈັບ​ມັນ ແລະ ແທງ​ດັງ​ຂອງ​ມັນ​ໄດ້?

Source notes (1)
  1. Footnote ຫລື ຂ້າງ​ຕາ​ນ້ຳ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.