Skip to content
BibleKenya

Biblica® Open Lao Contemporary Version

ໂຢບ 39

“ເຈົ້າ​ຮູ້​ບໍ​ວ່າ​ແບ້​ທີ່​ເທິງ​ພູເຂົາ​ເກີດ​ລູກ​ເມື່ອ​ໃດ?

ເຈົ້າ​ເຝົ້າ​ເບິ່ງ​ກວາງ​ແມ່​ເກີດ​ລູກ​ບໍ?

ເຈົ້າ​ນັບ​ເດືອນ​ຈົນ​ກວ່າ​ພວກມັນ​ເກີດ​ລູກ​ບໍ?

ເຈົ້າ​ຮູ້​ຈັກ​ເວລາ​ທີ່​ພວກມັນ​ຈະ​ເກີດ​ລູກ​ບໍ?

ພວກມັນ​ໝອບ​ໂຕ​ລົງ ແລະ ກໍ​ເກີດ​ລູກ​ອ່ອນ;

ການ​ເຈັບທ້ອງ​ເກີດ​ລູກ​ຂອງ​ພວກມັນ​ໄດ້​ສິ້ນສຸດ​ລົງ.

ລູກ​ອ່ອນ​ຂອງ​ພວກມັນ​ໃຫຍ່​ຂຶ້ນ ແລະ ແຂງແຮງ​ດີ​ຢູ່​ໃນ​ປ່າ;

ພວກມັນ​ກໍ​ໜີ​ໄປ ແລະ ບໍ່​ກັບ​ຄືນ​ມາ​ອີກ.

“ຜູ້ໃດ​ປ່ອຍ​ລໍປ່າ​ໃຫ້​ເປັນ​ອິດສະຫລະ?

ຜູ້ໃດ​ແກ້​ເຊືອກ​ທີ່​ຜູກ​ມັນ​ໄວ້?

ເຮົາ​ໄດ້​ໃຫ້​ບ່ອນ​ຫ່າງໄກ​ເປັນ​ບ້ານ​ຂອງ​ມັນ,

ແລະ ໃຫ້​ທົ່ງພຽງ​ທີ່​ມີ​ດິນ​ເຄັມ​ເປັນ​ບ່ອນ​ອາໄສ​ຂອງ​ມັນ.

ມັນ​ຫົວ​ຂວັນ​ຄວາມ​ວຸ້ນວາຍ​ໃນ​ຕົວ​ເມືອງ;

ມັນ​ບໍ່​ໄດ້​ຍິນ​ສຽງ​ຮ້ອງ​ຂອງ​ຜູ້​ຂັບຂີ່.

ມັນ​ໄປ​ຕາມ​ເນີນພູ​ເປັນ​ທົ່ງຫຍ້າ​ຂອງ​ມັນ

ແລະ ມັນ​ຊອກຫາ​ພືດ​ທີ່​ເປັນ​ສີຂຽວ​ທຸກ​ຊະນິດ.

“ງົວປ່າ​ຈະ​ຍອມ​ຮັບໃຊ້​ເຈົ້າ​ບໍ?

ມັນ​ຈະ​ອາໄສ​ຢູ່​ຄອກ​ຂອງ​ເຈົ້າ​ໃນ​ຍາມ​ກາງ​ຄືນ​ບໍ?

ເຈົ້າ​ສາມາດ​ຈັບ​ງົວປ່າ​ມາ​ເພື່ອ​ລາກ​ໄຖ​ໄດ້​ບໍ?

ມັນ​ຈະ​ຍອມ​ໄຖ​ທົ່ງນາ​ຕາມ​ເຈົ້າ​ຫລື​ບໍ່?

ເຈົ້າ​ຈະ​ເພິ່ງພາ​ກຳລັງ​ມະຫາສານ​ຂອງ​ມັນ​ບໍ?

ເຈົ້າ​ຈະ​ມອບ​ວຽກໜັກ​ໃຫ້​ມັນ​ເຮັດ​ໄດ້​ບໍ?

ເຈົ້າ​ຈະ​ໄວ້ວາງໃຈ​ໃຫ້​ມັນ​ລາກ​ເມັດເຂົ້າ​ຂອງ​ເຈົ້າ

ແລະ ນໍາ​ມັນ​ມາ​ທີ່​ລານຟາດເຂົ້າ​ຂອງ​ເຈົ້າ​ຫລື​ບໍ່?

“ປີກ​ຂອງ​ນົກກະຈອກເທດ​ພື​ອອກ​ຢ່າງ​ຊື່ນຊົມຍິນດີ,

ແຕ່​ປີກ​ຂອງ​ມັນ​ບໍ່​ສາມາດ​ທຽບປຽບ

ກັບ​ປີກ ແລະ ຂົນ​ຂອງ​ນົກກະສາ​ດຳ​ໄດ້.

ມັນ​ວາງ​ໄຂ່​ຂອງ​ມັນ​ຢູ່​ເທິງ​ພື້ນດິນ

ແລະ ປ່ອຍ​ໃຫ້​ໄຂ່​ຂອງ​ມັນ​ອຸ່ນ​ຢູ່​ໃນ​ດິນຊາຍ,

ໂດຍ​ບໍ່​ສົນໃຈ​ວ່າ​ໄຂ່​ມັນ​ອາດຈະ​ຖືກ​ຢຽບ​ແຕກ,

ຫລື ສັດ​ປ່າ​ຈະ​ມາ​ຢຽບ​ໄຂ່​ຂອງ​ມັນ.

ມັນ​ເຮັດ​ກັບ​ລູກ​ອ່ອນ​ຢ່າງ​ໂຫດຮ້າຍ​ເໝືອນ​ກັບ​ວ່າ​ພວກມັນ​ບໍ່ແມ່ນ​ລູກ​ຂອງ​ຕົນ;

ມັນ​ບໍ່​ສົນໃຈ​ວ່າ​ເຫື່ອແຮງ​ຂອງ​ມັນ​ເສຍ​ໄປ​ລ້າໆ,

ເພາະ​ພຣະເຈົ້າ​ບໍ່​ໄດ້​ໃຫ້​ສະຕິປັນຍາ​ແກ່​ມັນ

ຫລື ໃຫ້​ຄວາມ​ຮູ້ສຶກ​ດີໆ​ແກ່​ມັນ.

ແຕ່​ເມື່ອ​ມັນ​ພື​ປີກ​ອອກ​ແລ່ນ​ໄປ,

ມັນ​ຫົວ​ຂວັນ​ໃສ່​ມ້າ ແລະ ຄົນ​ທີ່​ຂີ່​ມ້າ.

“ເຈົ້າ​ໃຫ້​ກຳລັງ​ແກ່​ມ້າ

ແລະ ໃຫ້​ຂົນ​ຍາວ​ທີ່​ປົກ​ຄໍ​ຂອງ​ມັນ​ບໍ?

ເຈົ້າ​ເຮັດ​ໃຫ້​ມັນ​ກະໂດດ​ເຕັ້ນ​ເໝືອນດັ່ງ​ຕັກແຕນ​ບໍ

ສຽງ​ຫາຍໃຈ​ຂອງ​ມັນ​ບໍ່​ເປັນ​ຕາ​ໜ້າຢ້ານ​ບໍ?

ໂບກ​ຕີນ​ຂອງ​ມັນ​ຄວັດ​ພື້ນດິນ, ມັນ​ຊື່ນຊົມ​ຍິນດີ​ໃນ​ກຳລັງ​ຂອງ​ມັນ,

ແລະ ແລ່ນ​ເຂົ້າໄປ​ໃນ​ເດີນ​ຕໍ່ສູ້.

ມັນ​ຫົວຂວັນ​ໃສ່​ຄວາມ​ຢ້ານ, ເພາະ​ມັນ​ບໍ່​ຢ້ານກົວ​ສິ່ງໃດ;

ມັນ​ບໍ່​ແລ່ນ​ໜີ​ຈາກ​ຄົມດາບ.

ລູກ​ທະນູ​ພຸ່ງ​ມາ​ທາງ​ດ້ານ​ຂ້າງ,

ພ້ອມ​ກັບ​ຫອກ ແລະ ແສງ​ທີ່​ສ່ອງ​ປະກາຍ​ມາບໆ.

ມັນ​ຄວັດ​ຂີ້ດິນ​ຢ່າງ​ບໍ່​ຢຸດ​ບໍ່​ເຊົາ;

ເມື່ອ​ສຽງແກ​ດັງ​ຂຶ້ນ ມັນ​ຢືນ​ຢູ່​ເສີຍໆ​ບໍ່​ໄດ້.

ເມື່ອ​ໄດ້​ຍິນ​ສຽງແກ​ມັນ​ກໍ​ຮ້ອງ​ຂຶ້ນ!

ມັນ​ໄດ້​ກິ່ນ​ການ​ສູ້ຮົບ​ກັນ​ຈາກ​ບ່ອນ​ໄກ,

ຄື​ສຽງ​ຮ້ອງ​ຂອງ​ຜູ້ບັນຊາການ ແລະ ສຽງ​ຮ້ອງ​ສູ້ຮົບ.

“ແຫລວ​ບິນ​ຂຶ້ນ​ໄປ​ດ້ວຍ​ປັນຍາ​ຂອງ​ເຈົ້າ​ບໍ

ແລະ ພື​ປີກ​ຂອງ​ມັນ​ບິນ​ອອກ​ໄປ​ທາງ​ໃຕ້?

ນົກອິນຊີ​ບິນ​ຂຶ້ນ​ໄປ​ໃນ​ທ້ອງຟ້າ ແລະ ສ້າງ​ຮັງ​ຂອງ​ມັນ​ຢູ່​ເທິງ​ບ່ອນ​ສູງ

ຕາມ​ຄຳສັ່ງ​ຂອງ​ເຈົ້າ​ບໍ?

ມັນ​ອາໄສ​ຢູ່​ເທິງ​ໜ້າ​ຜາ ແລະ ພັກ​ຢູ່​ທີ່​ນັ້ນ​ໃນ​ຍາມ​ກາງຄືນ;

ຜາ​ສູງ​ເປັນ​ບ່ອນ​ກຳບັງ​ອັນ​ແຂງແກ່ນ​ຂອງ​ມັນ.

ຈາກ​ທີ່ນັ້ນ​ມັນ​ຊອກ​ຫາ​ອາຫານ;

ຕາ​ຂອງ​ມັນ​ເບິ່ງ​ເຫັນ​ເຫຍື່ອ​ຈາກ​ທີ່​ໄກ.

ລູກ​ນ້ອຍ​ຂອງ​ມັນ​ດູດ​ກິນ​ເລືອດ,

ແລະ ມີ​ຄົນ​ຖືກ​ຂ້າ​ຢູ່​ບ່ອນໃດ ມັນ​ກໍ​ຢູ່​ທີ່​ນັ້ນ”.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.