Biblica® Open Lao Contemporary Version
ໂຢບ 38
ພຣະເຈົ້າຢາເວກ່າວ
ແລ້ວພຣະເຈົ້າຢາເວກໍໄດ້ເວົ້າກັບໂຢບອອກມາຈາກລົມພະຍຸ. ພຣະອົງໄດ້ກ່າວວ່າ:
“ຜູ້ໃດທີ່ປິດບັງແຜນການຂອງເຮົາໄດ້
ດ້ວຍຖ້ອຍຄຳທີ່ປາດສະຈາກຄວາມຮູ້?
ຈົ່ງຄາດແອວຂອງຕົນດັ່ງຜູ້ຊາຍ;
ເຮົາຈະຖາມເຈົ້າ,
ແລ້ວເຈົ້າຈະຕອບເຮົາ,
“ເຈົ້າຢູ່ໃສເມື່ອເຮົາວາງຮາກຖານຂອງແຜ່ນດິນໂລກ?
ຖ້າເຈົ້າເຂົ້າໃຈ, ຈົ່ງບອກເຮົາມາ.
ຜູ້ໃດທີ່ກຳນົດຂະໜາດຂອງໂລກ? ເຈົ້າຮູ້ແນ່ນອນ!
ຜູ້ໃດເປັນຜູ້ຄຶງເຊືອກວັດແທກອ້ອມໂລກ?
ອັນໃດທີ່ຄ້ຳຊູຖານຮາກຂອງມັນໄວ້,
ແລະ ຜູ້ໃດເປັນຜູ້ວາງຫີນເສົາເອກຂອງມັນ
ຂະນະທີ່ບັນດາດວງດາວຍາມເຊົ້າຮ້ອງເພງນໍາກັນ
ແລະ ເທວະດາທັງໝົດ1ໂຫ່ຮ້ອງດ້ວຍຄວາມຊື່ນຊົມຍິນດີ?
“ຜູ້ໃດເປັນຜູ້ປິດປະຕູຕັນທະເລໄວ້
ເມື່ອມັນລະເບີດອອກມາຈາກແຫລ່ງຂອງມັນ,
ເມື່ອເຮົາສ້າງເມກເປັນເຄື່ອງນຸ່ງຂອງມັນ
ແລະ ຫຸ້ມຫໍ່ມັນດ້ວຍຄວາມມືດໜາ,
ເມື່ອເຮົາໄດ້ກຳນົດຂອບເຂດຂອງມັນໄວ້
ແລະ ຕັ້ງປະຕູ ແລະ ໄລຕັນມັນໄວ້,
ເມື່ອເຮົາໄດ້ກ່າວວ່າ, ‘ເຈົ້າໄປໄດ້ໄກເທົ່ານີ້ ແລະ ຈະໄປໄກກວ່ານີ້ກໍບໍ່ໄດ້;
ຄື້ນຊັດຂອງເຈົ້າຈະຢຸດຢູ່ພຽງບ່ອນນີ້’?
“ເຈົ້າເຄີຍຄໍາສັ່ງໃຫ້ຮຸ່ງເຊົ້າມາເຖິງ,
ຫລື ກຳນົດບ່ອນຢູ່ໃຫ້ແກ່ຍາມເຊົ້າ,
ເພື່ອໃຫ້ມັນຢຶດຂອບແຜ່ນດິນໂລກ
ແລະ ສັ່ນຄົນຊົ່ວອອກໄປຈາກແຜ່ນດິນໂລກບໍ?
ແຜ່ນດິນໂລກເປັນຮູບຮ່າງຂຶ້ນມາ ເໝືອນດິນໜຽວພາຍໃຕ້ຕາປະທັບ;
ລັກສະນະຂອງມັນໂດດເດັ່ນເໝືອນດັ່ງເສື້ອຜ້າອາພອນ.
ຄົນຊົ່ວຖູກປະຕິເສດແສງສະຫວ່າງ,
ແລະ ແຂນທີ່ຍົກຂຶ້ນຂອງພວກເຂົາກໍຖືກຫັກ.
“ເຈົ້າເຄີຍເດີນທາງໄປເຖິງນ້ຳພຸຂອງທະເລ
ຫລື ເຄີຍຍ່າງໃນບ່ອນທີ່ເລິກຂອງມັນບໍ?
ປະຕູແຫ່ງຄວາມຕາຍເຄີຍຖືກເປີດເຜີຍໃຫ້ເຈົ້າເຫັນບໍ?
ເຈົ້າເຄີຍເຫັນປະຕູແຫ່ງຄວາມມືດທີ່ສຸດ2ບໍ?
ເຈົ້າຮູ້ຄວາມກວ້າງໃຫຍ່ຂອງແຜ່ນດິນໂລກຫລືບໍ່?
ຖ້າເຈົ້າຮູ້ທຸກສິ່ງນີ້, ຈົ່ງບອກເຮົາມາ.
“ຫົນທາງທີ່ນຳໄປສູ່ບ່ອນຢູ່ຂອງຄວາມສະຫວ່າງເປັນແນວໃດ?
ແລະ ຄວາມມືດອາໄສຢູ່ໃສ?
ເຈົ້ານຳພວກມັນກັບໄປບ່ອນຂອງພວກມັນໄດ້ບໍ?
ເຈົ້າຮູ້ຈັກເສັ້ນທາງໄປທີ່ບ່ອນຢູ່ຂອງພວກມັນບໍ?
ແນ່ນອນເຈົ້າຮູ້ຈັກ, ເພາະເຈົ້າໄດ້ເກີດມາແລ້ວ!
ແລະ ເຈົ້າໄດ້ຢູ່ມາເປັນເວລາຫລາຍປີແລ້ວ!
“ເຈົ້າໄດ້ເຂົ້າໄປໃນບ່ອນເກັບຫິມະ
ຫລື ເຄີຍເຫັນບ່ອນເກັບໝາກເຫັບບໍ
ເຊິ່ງເຮົາຮັກສາໄວ້ສໍາລັບເວລາເດືອດຮ້ອນ,
ສຳລັບມື້ທີ່ມີສົງຄາມ ແລະ ການສູ້ຮົບແລ້ວບໍ?
ຫົນທາງໄປສູ່ບ່ອນທີ່ຟ້າແມບກະຈາຍນັ້ນຢູ່ໃສ,
ຫລື ບ່ອນທີ່ລົມຕາເວັນອອກພັດກະຈາຍໄປທົ່ວແຜ່ນດິນໂລກຢູ່ບ່ອນໃດ?
ຜູ້ໃດຂຸດຮ່ອງໃຫ້ຫ່າຝົນຕົກລົງມາ,
ແລະ ຈັດທາງໃຫ້ແກ່ລົມພະຍຸ,
ເພື່ອຫົດດິນແດນທີ່ບໍ່ມີຜູ້ໃດອາໄສຢູ່,
ຫົດຖິ່ນແຫ້ງແລ້ງກັນດານທີ່ບໍ່ມີຄົນຢູ່,
ເພື່ອໃຫ້ຄວາມຊຸ່ມຊື່ນແກ່ດິນແດນອັນແຫ້ງແລ້ງແຕກແຫງ
ແລະ ໃຫ້ຫຍ້າອ່ອນປົ່ງຂຶ້ນມາ?
ຝົນມີພໍ່ບໍ?
ຜູ້ໃດເປັນພໍ່ຂອງຢົດນ້ຳໝອກ?
ນ້ຳກ້າມອອກມາຈາກທ້ອງຂອງຜູ້ໃດ?
ຜູ້ໃດໃຫ້ກຳເນີດນ້ຳຄ້າງມາຈາກຟ້າສະຫວັນ?
ນ້ຳກາຍເປັນນໍ້າແຂງດັ່ງສີລາເມື່ອໃດ,
ເທິງໜ້ານ້ຳເລິກແຂງໂຕເມື່ອໃດ?
“ເຈົ້າມັດດາວໄກ່ນ້ອຍທີ່ສວຍງາມ3ໃຫ້ເປັນກຸ່ມກ້ອນໄດ້ບໍ?
ເຈົ້າສາມາດແກ້ສາຍຮັດໃຫ້ດາວໄຖໄດ້ບໍ?
ເຈົ້າສາມາດນຳໝູ່ດາວຕ່າງໆມາຕາມລະດູການຂອງມັນໄດ້ບໍ?4
ຫລື ນຳເອົາໝີອອກມາພ້ອມທັງລູກຂອງມັນໄດ້ບໍ?
ເຈົ້າຮູ້ກົດລະບຽບແຫ່ງຟ້າສະຫວັນບໍ?
ເຈົ້າຕັ້ງອານາຈັກຂອງພຣະເຈົ້າ5 ເໜືອແຜ່ນດິນໂລກໄດ້ບໍ?
“ເຈົ້າສາມາດຮ້ອງບອກເມກ
ແລະ ເຮັດໃຫ້ຝົນລົງມາຈົນໂຕເຈົ້າປຽກຊຸ່ມໄດ້ບໍ?
ເຈົ້າໃຫ້ຟ້າແມບແລ່ນໄປຕາມທາງຂອງມັນໄດ້ບໍ?
ມັນລາຍງານຕໍ່ເຈົ້າຫລືບໍ່ວ່າ, ‘ພວກເຮົາຢູ່ບ່ອນນີ້’?
ຜູ້ໃດໃຫ້ປັນຍາແກ່ອີບິດ6
ຫລື ໃຫ້ຄວາມເຂົ້າໃຈແກ່ໄກ່ໂອກ?7
ຜູ້ໃດມີປັນຍາທີ່ຈະນັບເມກໄດ້?
ຜູ້ໃດສາມາດຄ້ຳໂຖນ້ຳແຫ່ງຟ້າສະຫວັນໄດ້
ເມື່ອຂີ້ຝຸ່ນດິນແຫ້ງແຂງ
ແລະ ກ້ອນດິນຂອງແຜ່ນດິນໂລກກໍຕິດກັນ?
“ເຈົ້າລ່າເຫຍື່ອໃຫ້ຝູງສິງບໍ
ແລະ ລ້ຽງດູຝູງສິງທີ່ຫິວໂຫຍຈົນອິ່ມບໍ?
ເມື່ອພວກມັນນອນຢູ່ໃນຖ້ຳ
ຫລື ນອນລໍຖ້າຢູ່ໃນປ່າໄມ້ຕຶບໜາ
ຜູ້ໃດຫາອາຫານໃຫ້ໂຕກາ
ເມື່ອລູກອ່ອນຂອງມັນຮ້ອງຫາພຣະເຈົ້າ
ແລະ ບິນໄປມາເພາະບໍ່ມີອາຫານ?
Source notes (7)
- Footnote ຫລື ບຸດຂອງພຣະເຈົ້າ
- Footnote ຫລື ປະຕູແຫ່ງເງົາມືດຕຶບ
- Footnote ຫລື ດາວລູກໄກ່ທີ່ລະຍິບລະຍັບ ຫລື ດາວລູກໄກ່ທີ່ລຽງລາຍ
- Footnote ຫລື ດາວອາລຸນໃນລະດູການຂອງມັນ
- Footnote ຫລື ຂອງພຣະອົງ ຫລື ຂອງພວກເຂົາ
- Footnote ໃນພາສາເຮັບເຣີຄຳນີ້ມີຄວາມໝາຍບໍ່ຊັດເຈນ
- Footnote ໃນພາສາເຮັບເຣີຄຳນີ້ມີຄວາມຫມາຍບໍ່ຊັດເຈນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.