Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 28

(ບົດ​ປະພັນ​ຂອງ​ດາວິດ)

ຂ້າແດ່​ພຣະເຈົ້າ​ຢາເວ ຂ້ານ້ອຍ​ຮ້ອງ​ຫາ​ພຣະອົງ;

ພຣະອົງ​ເປັນ​ສີລາ​ຂອງ​ຂ້ານ້ອຍ

ຂໍ​ຢ່າ​ໄດ້​ເຮັດ​ຄື​ຫູ​ໜວກ​ໃສ່​ຂ້ານ້ອຍ.

ເພາະ​ຖ້າ​ພຣະອົງ​ຍັງ​ເສີຍ​ຢູ່

ຂ້ານ້ອຍ​ກໍ​ອາດ​ຈະ​ເປັນ​ເໝືອນ​ຄົນ​ທີ່​ລົງ​ໄປ​ຍັງ​ແດນມໍລະນາ.

ຂໍ​ໂຜດ​ຟັງ​ຄຳ​ອ້ອນວອນ​ຂໍ​ຄວາມ​ເມດຕາ​ຂອງ​ຂ້ານ້ອຍ

ຂະນະ​ທີ່​ຂ້ານ້ອຍ​ຮ້ອງຂໍ​ຄວາມ​ຊ່ວຍເຫລືອ​ຈາກ​ພຣະອົງ,

ຂະນະ​ທີ່​ຂ້ານ້ອຍ​ຍົກ​ມື​ຂຶ້ນ

ຕໍ່​ສະຖານທີ່​ສັກສິດ​ທີ່ສຸດ​ຂອງ​ພຣະອົງ.

ຂໍ​ຢ່າ​ລາກ​ຂ້ານ້ອຍ​ໄປ​ພ້ອມ​ກັນ​ກັບ​ບັນດາ​ຄົນ​ຊົ່ວຮ້າຍ,

ກັບ​ບັນດາ​ຄົນ​ທີ່​ເຮັດ​ສິ່ງ​ຊົ່ວຮ້າຍ,

ຄົນ​ທີ່​ເວົ້າ​ກັບ​ເພື່ອນ​ບ້ານ​ຂອງ​ຕົນ​ຢ່າງ​ສະໜິດສະໜົມ

ແຕ່​ພາຍໃນ​ໃຈ​ຂອງ​ພວກເຂົາ​ນັ້ນ​ເຕັມ​ໄປ​ດ້ວຍ​ຄວາມ​ຊົ່ວຮ້າຍ.

ຂໍ​ໂຜດ​ຕອບແທນ​ພວກເຂົາ​ຕາມ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ

ແລະ ຕາມ​ການ​ກະທຳ​ທີ່​ຊົ່ວຮ້າຍ​ຂອງ​ພວກເຂົາ;

ຂໍ​ໂຜດ​ຕອບແທນ​ພວກເຂົາ​ຕາມ​ສິ່ງ​ທີ່​ມື​ຂອງ​ພວກເຂົາ​ໄດ້​ເຮັດ

ແລະ ສະໜອງ​ຄືນ​ໃຫ້​ພວກເຂົາ​ຕາມ​ທີ່​ພວກເຂົາ​ໄດ້​ເຮັດ.

ເພາະ​ພວກເຂົາ​ບໍ່​ຄຳນຶງ​ເຖິງ​ການ​ກະທຳ​ຂອງ​ພຣະເຈົ້າ​ຢາເວ

ແລະ ສິ່ງ​ທີ່​ມື​ຂອງ​ພຣະອົງ​ໄດ້​ກະທຳ,

ພຣະອົງ​ຈະ​ຮື້​ພວກເຂົາ​ລົງ

ແລະ ບໍ່​ສ້າງ​ພວກເຂົາ​ຂຶ້ນ​ອີກ​ເລີຍ.

ຂໍ​ຖວາຍ​ສັນລະເສີນ​ແດ່​ພຣະເຈົ້າ​ຢາເວ

ເພາະ​ພຣະອົງ​ໄດ້​ຍິນ​ຄຳ​ຮ້ອງຂໍ​ຄວາມ​ເມດຕາ​ຂອງ​ຂ້ານ້ອຍ.

ພຣະເຈົ້າ​ຢາເວ​ເປັນ​ກຳລັງ ແລະ ເປັນ​ໂລ່​ຂອງ​ຂ້ານ້ອຍ

ຈິດໃຈ​ຂອງ​ຂ້ານ້ອຍ​ວາງໃຈ​ໃນ​ພຣະອົງ ແລະ ພຣະອົງ​ໄດ້​ຊ່ວຍເຫລືອ​ຂ້ານ້ອຍ.

ຈິດໃຈ​ຂອງ​ຂ້ານ້ອຍ​ກະໂດດ​ໂລດ​ເຕັ້ນ​ດ້ວຍ​ຄວາມ​ຊື່ນຊົມຍິນດີ

ແລະ ສັນລະເສີນ​ພຣະອົງ​ດ້ວຍ​ບົດເພງ​ຂອງ​ຂ້ານ້ອຍ.

ພຣະເຈົ້າ​ຢາເວ​ເປັນ​ກຳລັງ​ສຳລັບ​ຄົນ​ຂອງ​ພຣະອົງ

ເປັນ​ປ້ອມ​ປ້ອງກັນ​ແຫ່ງ​ຄວາມ​ພົ້ນ​ສຳລັບ​ຜູ້​ທີ່​ພຣະອົງ​ໄດ້​ເຈີມ​ໄວ້.

ຂໍ​ໂຜດ​ຊ່ວຍ​ຄົນ​ຂອງ​ພຣະອົງ ແລະ ອວຍພອນ​ຜູ້​ທີ່​ເປັນ​ມໍລະດົກ​ຂອງ​ພຣະອົງ

ຂໍ​ລ້ຽງດູ​ພວກເຂົາ​ເໝືອນດັ່ງ​ຄົນລ້ຽງແກະ ແລະ ອຸ້ມ​ພວກເຂົາ​ໄວ້​ຕະຫລອດ​ໄປ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.