Biblica® Open Lao Contemporary Version
ເພງສັນລະເສີນ 29
(ບົດເພງສັນລະເສີນຂອງດາວິດ)
ຊາວສະຫວັນທັງຫລາຍ ຈົ່ງເທີດທູນພຣະເຈົ້າຢາເວ,
ຈົ່ງເທີດທູນກຽດ ແລະ ກຳລັງແດ່ພຣະເຈົ້າຢາເວ.
ຈົ່ງເທີດທູນພຣະເຈົ້າຢາເວຕາມກຽດທີ່ສົມຄວນແກ່ນາມຂອງພຣະອົງ;
ຈົ່ງນະມັດສະການພຣະເຈົ້າຢາເວໃນສະຫງ່າລາສີແຫ່ງຄວາມບໍລິສຸດ1ຂອງພຣະອົງ.
ສຽງຂອງພຣະເຈົ້າຢາເວຢູ່ເໜືອນ້ຳ
ພຣະເຈົ້າແຫ່ງສະຫງ່າລາສີໄດ້ເປັ່ງສຽງຟ້າຮ້ອງ,
ພຣະເຈົ້າຢາເວເປັ່ງສຽງຟ້າຮ້ອງເໜືອມະຫາສະຫມຸດ.
ສຽງຂອງພຣະເຈົ້າຢາເວນັ້ນມີລິດອຳນາດ
ສຽງຂອງພຣະເຈົ້າຢາເວນັ້ນເຕັມດ້ວຍບາລະມີ.
ສຽງຂອງພຣະເຈົ້າຢາເວນັ້ນໂຄ່ນລົ້ມຕົ້ນແປກ;
ພຣະເຈົ້າຢາເວໄດ້ຫັກຕົ້ນແປກແຫ່ງເລບານອນອອກເປັນທ່ອນໆ.
ພຣະອົງໄດ້ເຮັດໃຫ້ພູເຂົາເລບານອນກະໂດດເໝືອນດັ່ງງົວນ້ອຍ,
ເຮັດໃຫ້ພູເຂົາສີຣິໂອນ2ກະໂດດເໝືອນດັ່ງງົວປ່າໜຸ່ມ.
ສຽງຂອງພຣະເຈົ້າຢາເວດັງກ້ອງກັງວານ
ມາພ້ອມກັບຟ້າແມບເຫລື້ອມ.
ສຽງຂອງພຣະເຈົ້າຢາເວນັ້ນສັ່ນທະເລຊາຍ;
ພຣະເຈົ້າຢາເວສັ່ນທະເລຊາຍແຫ່ງກາເດັດ.
ສຽງຂອງພຣະເຈົ້າຢາເວໄດ້ໂຄ່ນຕົ້ນໂອກ3
ແລະ ເຮັດໃຫ້ປ່າໝົດກ້ຽງໄປ.
ແລະ ໃນວິຫານຂອງພຣະອົງນັ້ນທຸກຄົນຕ່າງກໍຮ້ອງວ່າ: “ສະຫງ່າລາສີ!”
ພຣະເຈົ້າຢາເວໄດ້ນັ່ງຢູ່ເທິງບັນລັງເໜືອນ້ຳຖ້ວມ;
ພຣະເຈົ້າຄອງບັນລັງເປັນກະສັດຕະຫລອດໄປ.
ພຣະເຈົ້າໃຫ້ກຳລັງແກ່ປະຊາຊົນຂອງພຣະອົງ;
ພຣະເຈົ້າໄດ້ອວຍພອນປະຊາຊົນຂອງພຣະອົງໃຫ້ມີສັນຕິສຸກ.
Source notes (3)
- Footnote ຫລື ພຣະເຈົ້າຢາເວດ້ວຍສະຫງ່າລາສີຂອງ
- Footnote ຄື ພູເຂົາເຮີໂມນ
- Footnote ຫລື ເຮັດໃຫ້ກວາງໂຕ ແມ່ເກີດລູກ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.