Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 139:14

Verse 14 is marked below, with the whole chapter around it. Read from the start

(ເຖິງ​ຫົວໜ້າ​ນັກຮ້ອງ, ບົດ​ເພງສັນລະເສີນ​ຂອງ​ດາວິດ)

ຂ້າແດ່​ພຣະເຈົ້າ​ຢາເວ, ພຣະອົງ​ໄດ້​ກວດ​ເບິ່ງ​ຂ້ານ້ອຍ,

ແລະ ພຣະອົງ​ຮູ້​ຈັກ​ຂ້ານ້ອຍ.

ພຣະອົງ​ຮູ້​ເມື່ອ​ຂ້ານ້ອຍ​ນັ່ງ​ລົງ ແລະ ລຸກ​ຂຶ້ນ;

ພຣະອົງ​ຮັບ​ຮູ້​ຄວາມ​ຄິດ​ຂອງ​ຂ້ານ້ອຍ​ຕັ້ງ​ແຕ່​ໄກ.

ພຣະອົງ​ຢັ່ງ​ຮູ້​ວິຖີທາງ​ຂອງ​ຂ້ານ້ອຍ ແລະ ການ​ຢຸດ​ພັກ​ຂອງ​ຂ້ານ້ອຍ;

ພຣະອົງ​ຄຸ້ນເຄີຍ​ກັບ​ທາງ​ທັງໝົດ​ຂອງ​ຂ້ານ້ອຍ.

ຂ້າ​ແດ່​ພຣະເຈົ້າ​ຢາເວ ກ່ອນ​ທີ່​ລິ້ນ​ຂອງ​ຂ້ານ້ອຍ​ຈະ​ເວົ້າ​ຄຳ​ໃດ

ພຣະອົງ​ກໍ​ຮູ້​ສິ່ງ​ນັ້ນ​ທັງໝົດ​ແລ້ວ.

ພຣະອົງ​ໂອບ​ອ້ອມ​ຂ້ານ້ອຍ​ທັງ​ຂ້າງ​ໜ້າ ແລະ ຂ້າງ​ຫລັງ

ແລະ ພຣະອົງ​ກໍ​ວາງ​ມື​ເທິງ​ຂ້ານ້ອຍ.

ຄວາມ​ຮູ້​ເຊັ່ນ​ນີ້​ແມ່ນ​ອັດສະຈັນ​ຫລາຍ​ສຳລັບ​ຂ້ານ້ອຍ,

ສູງ​ເກີນ​ກວ່າ​ຂ້ານ້ອຍ​ຈະ​ເຂົ້າໃຈ.

ຂ້ານ້ອຍ​ຈະ​ໄປ​ບ່ອນ​ໃດ​ເພື່ອ​ໃຫ້​ພົ້ນ​ຈາກ​ພຣະວິນຍານ​ຂອງ​ພຣະອົງ​ໄດ້?

ຂ້ານ້ອຍ​ຈະ​ໜີ​ໄປ​ຢູ່​ໃສ​ເພື່ອ​ໃຫ້​ພົ້ນ​ຈາກ​ສາຍຕາ​ຂອງ​ພຣະອົງ​ໄດ້?

ຖ້າ​ຂ້ານ້ອຍ​ຂຶ້ນ​ໄປ​ທີ່​ຟ້າ​ສະຫວັນ, ພຣະອົງ​ກໍ​ຢູ່​ທີ່​ນັ້ນ;

ຖ້າ​ຂ້ານ້ອຍ​ນອນ​ລົງ​ໃນ​ແດນ​ມໍລະນາ, ພຣະອົງ​ກໍ​ຢູ່​ທີ່​ນັ້ນ.

ຖ້າ​ຂ້ານ້ອຍ​ບິນ​ໄປ​ດ້ວຍ​ປີກ​ແຫ່ງ​ແສງ​ອາລຸນ,

ຖ້າ​ຂ້ານ້ອຍ​ໄປ​ຕັ້ງ​ຖິ່ນຖານ​ຢູ່​ຝັ່ງ​ທະເລ​ໄກ,

ແມ່ນ​ແຕ່​ຢູ່​ທີ່​ນັ້ນ ມື​ຂອງ​ພຣະອົງ​ກໍ​ຈະ​ນຳພາ​ຂ້ານ້ອຍ,

ມື​ຂວາ​ຂອງ​ພຣະອົງ​ກໍ​ຈະ​ຈັບ​ຂ້ານ້ອຍ​ໄວ້​ໃຫ້​ແໜ້ນ.

ຖ້າ​ຂ້ານ້ອຍ​ເວົ້າ​ວ່າ “ແນ່ນອນ ຄວາມ​ມືດ​ຈະ​ບັງ​ຂ້ານ້ອຍ​ໄວ້

ແລະ ຄວາມ​ສະຫວ່າງ​ຈະ​ກາຍເປັນ​ກາງຄືນ​ຢູ່​ອ້ອມ​ຕົວ​ຂ້ານ້ອຍ,”

ແມ່ນ​ແຕ່​ຄວາມ​ມືດ​ກໍ​ຈະ​ບໍ່​ມືດ​ສຳລັບ​ພຣະອົງ;

ກາງຄືນ​ກໍ​ຈະ​ສ່ອງ​ສະຫວ່າງ​ເໝືອນ​ດັ່ງ​ກາງເວັນ,

ເພາະ​ຄວາມ​ມືດ​ກໍ​ເປັນ​ເໝືອນດັ່ງ​ຄວາມ​ສະຫວ່າງ​ສຳລັບ​ພຣະອົງ.

ເພາະ​ພຣະອົງ​ໄດ້​ສ້າງ​ສ່ວນ​ທີ່​ຢູ່​ເລິກ​ພາຍໃນ​ຂ້ານ້ອຍ;

ພຣະອົງ​ຖັກ​ຂ້ານ້ອຍ​ຂຶ້ນ​ໃນ​ທ້ອງ​ຂອງ​ແມ່​ຂອງ​ຂ້ານ້ອຍ.

ຂ້ານ້ອຍ​ສັນລະເສີນ​ພຣະອົງ ເພາະ​ພຣະອົງ​ໄດ້​ສ້າງ​ຂ້ານ້ອຍ​ຢ່າງ​ໜ້າ​ຢຳເກງ ແລະ ໜ້າ​ອັດສະຈັນ;

ສີ​ມື​ຂອງ​ພຣະອົງ​ນັ້ນ​ອັດສະຈັນ

ຂ້ານ້ອຍ​ຮູ້​ດີ.

ໂຄງ​ກະດູກ​ຂອງ​ຂ້ານ້ອຍ​ບໍ່​ໄດ້​ເຊື່ອງ​ໄວ້​ຈາກ​ພຣະອົງ

ເມື່ອ​ຂ້ານ້ອຍ​ຖືກ​ສ້າງ​ຂຶ້ນ​ໃນ​ທີ່​ລັບລີ້,

ເມື່ອ​ຂ້ານ້ອຍ​ຖືກ​ຖັກ​ເຂົ້າ​ກັນ​ໃນ​ບ່ອນ​ເລິກ​ແຫ່ງ​ແຜ່ນດິນ​ໂລກ.

ຕາ​ຂອງ​ພຣະອົງ​ເຫັນ​ຮ່າງກາຍ​ອັນ​ບໍ່​ມີ​ໂຄງກະດູກ​ຂອງ​ຂ້ານ້ອຍ;

ທຸກ​ເວັນ​ທີ່​ກຳນົດ​ໄວ້​ສຳລັບ​ຂ້ານ້ອຍ​ກໍ​ບັນທຶກ​ໄວ້​ໃນ​ປື້ມ​ຂອງ​ພຣະອົງ

ກ່ອນ​ທີ່​ວັນ​ເຫລົ່ານັ້ນ​ຈະ​ມາ​ເຖິງ.

ຂ້າແດ່​ພຣະເຈົ້າ! ບັນດາ​ຄວາມຄິດ1​ຂອງ​ພຣະອົງ​ນັ້ນ​ລ້ຳເລີດ​ຫລາຍ​ສຳລັບ​ຂ້ານ້ອຍ!

ລວມ​ກັນ​ແລ້ວ​ກໍ​ຍິ່ງໃຫຍ່​ພຽງ​ໃດ!

ຖ້າ​ຂ້ານ້ອຍ​ຈະ​ນັບ,

ກໍ​ມີ​ຈຳນວນ​ຫລາຍ​ກວ່າ​ເມັດ​ຊາຍ

ເມື່ອ​ຂ້ານ້ອຍ​ຕື່ນ​ຂຶ້ນ, ຂ້ານ້ອຍ​ກໍ​ຍັງ​ຄົງ​ຢູ່​ກັບ​ພຣະອົງ.

ຂ້າແດ່​ພຣະເຈົ້າ! ຂໍ​ພຣະອົງ​ປະຫານ​ຄົນ​ຊົ່ວຮ້າຍ!

ເຈົ້າ​ຄົນ​ກະຫາຍ​ເລືອດ ຈົ່ງ​ໄປ​ໃຫ້​ພົ້ນ​ຈາກ​ຂ້ອຍ!

ພວກເຂົາ​ກ່າວ​ເຖິງ​ພຣະອົງ​ດ້ວຍ​ເຈດຕະນາ​ຊົ່ວຮ້າຍ;

ສັດຕູ​ຂອງ​ພຣະອົງ​ໃຊ້​ນາມ​ຂອງ​ພຣະອົງ​ໄປ​ໃນ​ທາງ​ທີ່​ຜິດ.

ຂ້າແດ່​ພຣະເຈົ້າ​ຢາເວ ຂ້ານ້ອຍ​ບໍ່​ໄດ້​ກຽດຊັງ​ຜູ້​ທີ່​ກຽດຊັງ​ພຣະອົງ​ບໍ?

ແລະ ຂ້ານ້ອຍ​ບໍ່​ໄດ້​ກຽດຊັງ​ຜູ້​ທີ່​ກະບົດ​ພຣະອົງ​ບໍ?

ສຳລັບ​ພວກເຂົາ​ແລ້ວ ຂ້ານ້ອຍ​ມີ​ແຕ່​ຄວາມ​ກຽດຊັງ;

ຂ້ານ້ອຍ​ນັບ​ວ່າ​ພວກເຂົາ​ເປັນ​ສັດຕູ​ຂອງ​ຂ້ານ້ອຍ.

ຂ້າແດ່​ພຣະເຈົ້າ ຂໍ​ໂຜດ​ກວດ​ເບິ່ງ​ຂ້ານ້ອຍ ແລະ ຮູ້​ຈິດໃຈ​ຂອງ​ຂ້ານ້ອຍ;

ຂໍ​ໂຜດ​ກວດສອບ​ຂ້ານ້ອຍ ແລະ ຮູ້​ຈັກ​ຄວາມ​ຄິດ​ກະວົນກະວາຍ​ຂອງ​ຂ້ານ້ອຍ.

ຂໍ​ໃຫ້​ເບິ່ງ​ວ່າ​ມີ​ສິ່ງໃດ​ແດ່​ທີ່​ຢູ່​ໃນ​ໂຕ​ຂອງ​ຂ້ານ້ອຍ​ທີ່​ບໍ່​ເປັນ​ທີ່​ພໍໃຈ

ແລະ ຂໍ​ໂຜດ​ນຳ​ຂ້ານ້ອຍ​ໄປ​ຕາມ​ທາງ​ນິລັນດອນ​ດ້ວຍ.

Source notes (1)
  1. Footnote ຫລື ຄວາມຄິດ​ຂອງ​ພຣະອົງ​ກ່ຽວກັບ​ຂ້ານ້ອຍ​ນັ້ນ​ລ້ຳເລີດ!

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.