Biblica® Open Lao Contemporary Version
ສຸພາສິດ 18:10
Verse 10 is marked below, with the whole chapter around it. Read from the start
ຄົນທີ່ບໍ່ເປັນມິດສະແຫວງຫາຈຸດຈົບທີ່ເຫັນແກ່ໂຕ
ແລະ ຕໍ່ຕ້ານການຕັດສິນທີ່ຖືກຕ້ອງທັງໝົດ ເຮັດໃຫ້ຜິດຖຽງກັນ.
ຄົນໂງ່ຈ້າບໍ່ພົບຄວາມສຸກໃນຄວາມເຂົ້າໃຈ
ແຕ່ມັກຍິນດີໃນການສະແດງຄວາມຄິດເຫັນຂອງຕົນ.
ເມື່ອຄວາມຊົ່ວມາ1 ການດູຖູກກໍມານໍາ,
ແລະ ການຕຳໜິມາພ້ອມກັບຄວາມອັບອາຍ.
ຄຳເວົ້າຈາກປາກຂອງຄົນເປັນດັ່ງນ້ຳເລິກ,
ນ້ຳພຸແຫ່ງປັນຍາເປັນກະແສນ້ຳທີ່ໄຫລແຮງ.
ການເຂົ້າຂ້າງຄົນຊົ່ວຮ້າຍບໍ່ດີສັນໃດ
ແລະ ການບໍ່ໃຫ້ຄວາມຍຸຕິທຳແກ່ຄົນບໍລິສຸດກໍບໍ່ດີສັນນັ້ນ.
ຮິມສົບຂອງຄົນໂງ່ຈ້ານໍາເອົາຄວາມຂັດແຍ່ງມາສູ່ພວກເຂົາ,
ແລະ ປາກຂອງພວກເຂົານໍາເອົາການຊົກຕ່ອຍມາ.
ປາກຂອງຄົນໂງ່ຈ້າເປັນຄວາມຈິບຫາຍຂອງຕົນ,
ຮິມສົບຂອງພວກເຂົາເປັນກັບດັກຊີວິດຂອງຕົນ.
ຄຳເວົ້ານິນທາເປັນດັ່ງອາຫານທີ່ແຊບ;
ມັນລົງໄປໃນສ່ວນເລິກທີ່ສຸດຂອງຄົນ.
ຄົນຂີ້ຄ້ານໃນການເຮັດວຽກຂອງຕົນ
ເປັນພີ່ນ້ອງກັບຄົນທີ່ມັກທໍາລາຍ.
ນາມຊື່ຂອງພຣະເຈົ້າຢາເວເປັນດັ່ງປ້ອມປ້ອງກັນ;
ຄົນຊອບທຳແລ່ນເຂົ້າໄປຫລົບລີ້ຢູ່ທີ່ນັ້ນ ແລະ ໄດ້ຮັບຄວາມປອດໄພ.
ຊັບສົມບັດຂອງຄົນຮັ່ງມີເປັນດັ່ງປ້ອມປ້ອງກັນເມືອງຂອງພວກເຂົາ;
ພວກເຂົາຄິດວ່າມັນເປັນກຳແພງສູງເກີນກວ່າທີ່ຈະວັດແທກໄດ້.
ໃຈຂອງຄົນໂອ້ອວດກໍຈະຕົກຕໍ່າ
ແຕ່ການຖ່ອມຕົວນໍາກຽດມາໃຫ້.
ຄົນທີ່ຕອບກ່ອນຟັງ
ກໍເປັນຄວາມໂງ່ຈ້າ ແລະ ຄວາມອັບອາຍຂາຍໜ້າ.
ຈິດໃຈຂອງຄົນອົດທົນຕໍ່ຄວາມເຈັບປ່ວຍໄດ້
ແຕ່ເມື່ອຈິດໃຈແຕກສະຫລາຍຜູ້ໃດຈະອົດທົນໄດ້?
ໃຈຂອງຄົນສະຫລາດສະແຫວງຫາຄວາມຮູ້
ແລະ ຫູຂອງຄົນມີປັນຍາສະແຫວງຫາຄວາມຮູ້.
ຂອງຂັວນເປີດຊ່ອງທາງ
ແລະ ນໍາທາງແກ່ຜູ້ໃຫ້ເພື່ອຈະໄດ້ເຂົ້າມາພົບຜູ້ໃຫຍ່.
ຄົນທີ່ເວົ້າກ່ອນໃນສານເບິ່ງຄືວ່າເປັນຝ່າຍຖືກ,
ຈົນກວ່າອີກຝ່າຍເຂົ້າມາ ແລະ ໂຕ້ແຍ້ງ.
ການຈັບສະຫລາກຢຸດຕິການຜິດຖຽງກັນ
ແລະ ແຍກຄູ່ຂັດແຍ້ງອອກຈາກກັນໄດ້.
ການໄກ່ເກ່ຍອ້າຍເອື້ອຍນ້ອງທີ່ຜິດກັນກໍຍາກກວ່າການຢຶດເມືອງທີ່ມີປ້ອມປ້ອງກັນ;
ການຜິດຖຽງກັນເປັນດັ່ງປະຕູຮົ້ວທີ່ກັ້ນໄວ້.
ຜົນຈາກປາກເຮັດໃຫ້ຄົນອີ່ມທ້ອງ;
ພວກເຂົາພໍໃຈດ້ວຍການເກັບກ່ຽວຜົນຈາກຮິມສົບຂອງຕົນ.
ລີ້ນມີອຳນາດແຫ່ງຊີວິດ ແລະ ຄວາມຕາຍ,
ແລະ ຄົນທີ່ຮັກການເວົ້າຈະໄດ້ກິນຜົນຂອງມັນ.
ຜູ້ທີ່ພົບເມຍກໍພົບສິ່ງທີ່ດີ
ແລະ ໄດ້ຮັບຄວາມພໍໃຈຈາກພຣະເຈົ້າຢາເວ.
ຄົນທຸກຍາກອ້ອນວອນຂໍຄວາມເມດຕາ,
ແຕ່ຄົນຮັ່ງມີຕອບຢ່າງຫຍາບຊ້າ.
ຜູ້ທີ່ມີໝູ່ເພື່ອນທີ່ໄວ້ໃຈບໍ່ໄດ້ຈະນໍາຄວາມຈິບຫາຍມາໃຫ້,
ແຕ່ມີໝູ່ເພື່ອນທີ່ໃກ້ຊິດສະໜິດແໜ້ນກໍດີກວ່າພີ່ນ້ອງ.
Source notes (1)
- Footnote ຫລື ຄົນຊົ່ວ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.