Skip to content
BibleKenya

Biblica® Open Lao Contemporary Version

ສຸພາສິດ 17

ກິນ​ເຂົ້າ​ແຫ້ງ​ຢ່າງ​ມິດງຽບ ແລະ ສະຫງົບສຸກ

ກໍ​ດີ​ກວ່າ​ເຮືອນ​ທີ່​ເຕັມ​ໄປ​ດ້ວຍ​ງານລ້ຽງ​ພ້ອມ​ກັບ​ການ​ຜິດຖຽງ​ກັນ.

ຄົນ​ຮັບໃຊ້​ທີ່​ສະຫລາດ​ຈະ​ປົກຄອງ​ລູກ​ທີ່​ໜ້າ​ອັບອາຍຂາຍໜ້າ.

ແລະ ຈະ​ໄດ້​ຮັບ​ສ່ວນ​ແບ່ງ​ມໍລະດົກ​ເໝືອນ​ດັ່ງ​ຄົນ​ໃນ​ຄອບຄົວ.

ເຕົາຫລອມ​ໃຊ້​ທົດສອບ​ເງິນ ແລະ ເຕົາ​ໄຟ​ທົດສອບ​ຄຳ​ເຕົາ​ໄຟ​ສັນໃດ,

ພຣະເຈົ້າ​ຢາເວ​ກໍ​ທົດສອບ​ຈິດໃຈ.

ຄົນ​ຊົ່ວຮ້າຍ​ມັກ​ຟັງ​ຄໍາເວົ້າ​ທີ່​ຫລອກລວງ;

ຄົນ​ຂີ້ຕົວະ​ກໍ​ມັກ​ຟັງ​ລີ້ນ​ທີ່​ຫວັງ​ທໍາລາຍ.

ຜູ້​ທີ່​ເຢາະເຢີ້ຍ​ຄົນ​ທຸກຍາກ​ກໍ​ໝິ່ນປະໝາດ​ພຣະເຈົ້າ​ຜູ້​ສ້າງ​ຂອງ​ພວກເຂົາ;

ຜູ້​ທີ່​ດີ​ໃຈ​ເມື່ອ​ເຫັນ​ຄົນ​ພົບ​ໄພພິບັດ​ຈະ​ໜີ​ບໍ່​ພົ້ນ​ການ​ລົງໂທດ.

ລູກ​ຫລານ​ເປັນ​ມົງກຸດ​ຂອງ​ຜູ້​ເຖົ້າ,

ແລະ ພໍ່​ແມ່​ເປັນ​ຄວາມ​ພູມ​ໃຈ​ຂອງ​ພວກ​ລູກ.

ຄໍາເວົ້າ​ທີ່​ມວນ​ບໍ່​ເໝາະສົມ​ກັບ​ຄົນ​ທີ່​ບໍ່​ນັບຖື​ພຣະເຈົ້າ​ສັນໃດ

ຄຳເວົ້າ​ຕົວະ​ກໍ​ຍິ່ງ​ບໍ່​ເໝາະສົມ​ກັບ​ຜູ້ປົກຄອງ​ສັນນັ້ນ!

ການ​ໃຫ້​ສິນບົນ​ຖື​ເປັນ​ສະເໜ່​ຂອງ​ຜູ້​ໃຫ້;

ພວກເຂົາ​ຄິດ​ວ່າ​ຄວາມ​ສຳເລັດ​ຈະ​ເກີດຂຶ້ນ​ທຸກ​ຄັ້ງ.

ຜູ້​ທີ່​ສົ່ງເສີມ​ຄວາມ​ຮັກ​ກໍ​ປິດບັງ​ຄວາມຜິດ,

ແຕ່​ຜູ້​ທີ່​ເວົ້າ​ຟື້ນ​ເລື່ອງ​ເກົ່າ​ກໍ​ເຮັດ​ໃຫ້​ໝູ່​ສະໜິດ​ແຕກ​ແຍກ​ກັນ.

ໃຫ້​ຄໍາ​ຕັກເຕືອນ​ພຽງ​ຄັ້ງ​ດຽວ​ແກ່​ຄົນ​ສະຫລາດ

ກໍ​ດີ​ກວ່າ​ຂ້ຽນ​ຕີ​ຄົນ​ໂງ່​ຈ້າ​ຮ້ອຍ​ບາດ.

ຄົນ​ຊົ່ວຮ້າຍ​ສົ່ງເສີມ​ການ​ກະບົດ​ຕໍ່ສູ້​ພຣະເຈົ້າ;

ແຕ່​ຜູ້ນຳຂ່າວ​ແຫ່ງ​ຄວາມ​ຕາຍ​ຈະ​ຖືກ​ສົ່ງ​ມາ​ຕໍ່ສູ້​ພວກເຂົາ.

ພົບ​ໝີ​ແມ່​ທີ່​ຖືກ​ລັກ​ລູກນ້ອຍ​ໄປ

ກໍ​ດີກວ່າ​ໄປ​ພົບ​ຄົນ​ໂງ່ຈ້າ​ທີ່​ຫລົງ​ຢູ່​ໃນ​ຄວາມ​ໂງ່.

ຄວາມ​ຊົ່ວ​ຈະ​ບໍ່​ໜີ​ຈາກ​ບ້ານ​ໄປ

ຫາກ​ຄົນ​ນັ້ນ​ຕອບ​ແທນ​ຄວາມ​ດີ​ດ້ວຍ​ຄວາມ​ຊົ່ວ.

ເລີ່ມ​ຜິດຖຽງກັນ​ກໍ​ເປັນ​ດັ່ງ​ເຂື່ອນ​ທີ່​ກໍາລັງ​ຈະ​ແຕກ;

ດັ່ງນັ້ນ ຈົ່ງ​ຢຸດ​ເລື່ອງ​ນີ້​ກ່ອນ​ການ​ຜິດຖຽງ​ກັນ​ຈະ​ເກີດ​ຂຶ້ນ.

ສອງ​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ກຽດຊັງ​ຄື

ການ​ປ່ອຍ​ໃຫ້​ຄົນ​ຜິດ​ໜີ​ໄປ ແລະ ການ​ລົງໂທດ​ຄົນ​ຊອບທຳ.

ເປັນຫຍັງ​ພວກ​ຄົນ​ໂງ່​ຈ້າ​ຈຶ່ງ​ມີ​ເງິນ​ໃນ​ມື​ເພື່ອ​ຊື້​ປັນຍາ,

ເມື່ອ​ພວກເຂົາ​ບໍ່​ສາມາດ​ເຂົ້າໃຈ​ປັນຍາ​ໄດ້?

ໝູ່​ມີ​ຄວາມ​ຮັກ​ຕໍ່​ກັນ​ຢູ່​ຕະຫລອດ​ເວລາ,

ແລະ ອ້າຍ​ເອື້ອຍ​ນ້ອງ​ກັນ​ກໍ​ເກີດ​ມາ​ເພື່ອ​ຊ່ວຍ​ກັນ​ໃນ​ຍາມ​ຍາກ​ລໍາບາກ.

ຄົນ​ບໍ່ຮູ້ຈັກຄິດ​ຈັບ​ມື​ໃຫ້​ຄໍາ​ສັນຍາ

ແລະ ຄ້ຳປະກັນ​ໃຫ້​ເພື່ອນບ້ານ.

ຜູ້​ທີ່​ມັກ​ການ​ຜິດຖຽງກັນ​ກໍ​ຮັກ​ຄວາມ​ບາບ;

ຜູ້​ທີ່​ຍິ່ງ​ອວດຕົວ​ກໍ​ນໍາ​ຄວາມ​ຈິບຫາຍ​ມາ​ສູ່​ຕົນ.

ຄົນ​ທີ່​ມີ​ຈິດໃຈ​ຄົດ​ໂກງ​ຈະ​ບໍ່​ຈະເລີນ,

ຄົນ​ທີ່​ເວົ້າ​ປີ້ນ​ຄວາມ​ຈະ​ຕົກ​ລົງ​ໃນ​ຄວາມ​ຍາກ​ລຳບາກ.

ການ​ທີ່​ມີ​ລູກ​ເປັນ​ຄົນ​ໂງ່​ຈ້າ​ຈະ​ນໍາ​ຄວາມ​ໂສກເສົ້າ​ມາ;

ພໍ່ແມ່​ຂອງ​ຄົນ​ໂງ່ຈ້າ​ບໍ່​ມີ​ຄວາມ​ສຸກ.

ຈິດໃຈ​ທີ່​ມ່ວນຊື່ນ​ກໍ​ເປັນ​ຢາ​ຊັ້ນດີ

ແຕ່​ຈິດ​ວິນຍານ​ທີ່​ແຕກສະຫລາຍ​ກໍ​ເຮັດ​ໃຫ້​ກະດູກ​ຫ່ຽວແຫ້ງ.

ຄົນ​ຊົ່ວຮ້າຍ​ຍອມ​ຮັບ​ສິນບົນ​ຢ່າງ​ລັບໆ

ເພື່ອ​ບິດ​ເບືອນ​ທາງ​ແຫ່ງ​ຄວາມ​ຍຸຕິທຳ.

ຄົນ​ສະຫລາດ​ຍ່ອມ​ຮັກສາ​ປັນຍາ​ໄວ້,

ແຕ່​ຕາ​ຂອງ​ຄົນ​ໂງ່​ຈ້າ​ແນມ​ຫາ​ໄປ​ຈົນ​ສຸດປາຍ​ແຜ່ນດິນ​ໂລກ.

ລູກ​ໂງ່​ຈ້າ​ນໍາ​ຄວາມ​ໂສກເສົ້າ​ມາ​ສູ່​ພໍ່​ຂອງ​ຕົນ

ແລະ ນໍາ​ຄວາມ​ຂົມຂື່ນ​ມາ​ສູ່​ແມ່​ຂອງ​ຕົນ ຜູ້​ໃຫ້​ກຳ​ເນີດ​ຕົນ​ມາ.

ຖ້າ​ການ​ລົງໂທດ​ຄົນບໍລິສຸດ​ເປັນ​ເລື່ອງ​ບໍ່​ດີ

ການ​ຂ້ຽນ​ຕີ​ເຈົ້າໜ້າທີ່​ທີ່​ຊື່ສັດ​ກໍ​ບໍ່​ຖືກຕ້ອງ​ຢ່າງ​ແນ່ນອນ.

ຜູ້​ທີ່​ມີ​ຄວາມ​ຮູ້​ກໍ​ຈະ​ໃຊ້​ຄໍາເວົ້າ​ດ້ວຍ​ຄວາມ​ລະມັດລະວັງ

ຜູ້​ທີ່​ມີ​ຄວາມ​ເຂົ້າໃຈ​ກໍ​ເປັນ​ຄົນ​ໃຈ​ເຢັນ.

ແມ່ນແຕ່​ຄົນ​ໂງ່ຈ້າ​ກໍ​ຖືວ່າ​ເປັນ​ຄົນ​ມີ​ປັນຍາ

ຖ້າ​ພວກເຂົາ​ມິດງຽບ​ຢູ່ ແລະ ຖ້າ​ພວກເຂົາ​ງັບ​ປາກ​ໄວ້​ໄດ້​ກໍ​ຖື​ວ່າ​ພວກເຂົາ​ເປັນ​ຄົນ​ສະຫລາດ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.