Biblica® Open Lao Contemporary Version
ສຸພາສິດ 16
ມະນຸດວາງແຜນການຢູ່ໃນໃຈ,
ແຕ່ຄຳຕອບທີ່ຖືກຕ້ອງມາຈາກລີ້ນຂອງພຣະເຈົ້າຢາເວ.
ທາງທັງໝົດຂອງມະນຸດເບິ່ງຄືວ່າບໍລິສຸດໃນສາຍຕາຂອງພວກເຂົາ,
ແຕ່ພຣະເຈົ້າຢາເວຊັ່ງຊາແຮງຈູງໃຈພາຍໃນ.
ຈົ່ງມອບທຸກສິ່ງທີ່ເຈົ້າເຮັດໄວ້ກັບພຣະເຈົ້າຢາເວ,
ແລ້ວພຣະອົງຈະເຮັດໃຫ້ແຜນການຂອງເຈົ້າສໍາເລັດ.
ພຣະເຈົ້າຢາເວເຮັດໃຫ້ທຸກສິ່ງສິ້ນສຸດລົງຢ່າງເໝາະສົມ
ແມ່ນແຕ່ຄົນຊົ່ວຮ້າຍກໍມີມື້ແຫ່ງຄວາມຈິບຫາຍ.
ພຣະເຈົ້າຢາເວກຽດຊັງທຸກຄົນທີ່ມີໃຈຍິ່ງຈອງຫອງ.
ຈົ່ງແນ່ໃຈວ່າພວກເຂົາຈະໜີບໍ່ພົ້ນຈາກການລົງໂທດ.
ບາບຈະໄດ້ຮັບການຍົກໂທດດ້ວຍຄວາມຮັກ ແລະ ຄວາມສັດຊື່;
ຈະຫລີກລ້ຽງຈາກສິ່ງຊົ່ວຮ້າຍໄດ້ໂດຍການຢຳເກງພຣະເຈົ້າຢາເວ.
ເມື່ອພຣະເຈົ້າຢາເວພໍໃຈໃນທາງຂອງຜູ້ໃດຜູ້ໜຶ່ງ,
ພຣະອົງເຮັດໃຫ້ສັດຕູຂອງພວກເຂົາຄືນດີກັບພວກເຂົາ.
ໄດ້ມາໜ້ອຍດ້ວຍຄວາມຊອບທຳ
ກໍດີກວ່າໄດ້ຫລາຍດ້ວຍຄວາມບໍ່ຍຸຕິທຳ.
ມະນຸດວາງແຜນການຢູ່ໃນໃຈຂອງຕົນ,
ແຕ່ພຣະເຈົ້າຢາເວເປັນຜູ້ກຳນົດບາດກ້າວຂອງພວກເຂົາ.
ຮິບສົບຂອງກະສັດເວົ້າອອກມາເປັນດັ່ງຄໍາທໍານວາຍ,
ແລະ ປາກຂອງເພິ່ນຈະບໍ່ທໍລະຍົດຄວາມຍຸຕິທຳ.
ຕາຊັ່ງ ແລະ ຕາຊິງທີ່ຊື່ສັດເປັນຂອງ1ພຣະເຈົ້າຢາເວ;
ໜ່ວຍວັດແທກນໍ້າໜັກທັງໝົດໃນຊິງໃນຖົງແມ່ນພຣະອົງເປັນຜູ້ສ້າງ.
ບັນດາກະສັດກຽດຊັງການກະທຳຜິດ,
ເພາະບັນລັງໄດ້ຮັບການສະຖາປະນາຂຶ້ນໂດຍຄວາມຊອບທຳ.
ບັນດາກະສັດພໍໃຈໃນຄໍາເວົ້າສັດຊື່;
ພວກເຂົາເຫັນຄຸນຄ່າຜູ້ທີ່ເວົ້າຄວາມຈິງ.
ຄວາມໂກດຮ້າຍຂອງກະສັດເປັນດັ່ງຜູ້ນຳຂ່າວແຫ່ງຄວາມຕາຍມາ,
ແຕ່ຄົນມີປັນຍາຈະລະງັບມັນໄວ້ໄດ້.
ເມື່ອໃບໜ້າຂອງກະສັດຍິ້ມແຍ້ມແຈ່ມໃສ, ກໍໝາຍເຖິງຊີວິດ;
ຄວາມເມດຕາກະລຸນາຂອງເພິ່ນເປັນດັ່ງເມກຝົນໃນລະດູໃບໄມ້ປົ່ງ.
ມີປັນຍາກໍດີກວ່າມີຄຳຫລາຍເທົ່າໃດ,
ມີຄວາມເຂົ້າໃຈກໍດີກວ່າມີເງິນ!
ທາງຂອງຄົນທ່ຽງທຳກໍຫລີກໜີຈາກຄວາມຊົ່ວ;
ຜູ້ທີ່ເຝົ້າລະວັງທາງຂອງຕົນກໍຮັກສາຊີວິດຂອງຕົນໄວ້.
ຄວາມອວດຕົວນຳໄປສູ່ການທຳລາຍ,
ແລະ ໃຈທີ່ຍິ່ງຈອງຫອງກໍນຳໄປສູ່ການຫລົ້ມຈົມ.
ມີໃຈຖ່ອມລົງຢູ່ກັບຄົນທີ່ຖືກກົດຂີ່ຂົ່ມເຫັງ
ກໍດີກວ່າແບ່ງສິ່ງຂອງທີ່ປຸ້ນມາໄດ້ກັບຄົນຈອງຫອງ.
ຜູ້ທີ່ເອົາໃຈໃສ່ຟັງຄຳສັ່ງສອນຈະຈະເລີນຮຸ່ງເຮືອງຂຶ້ນ,
ແລະ ຄວາມສຸກເປັນຂອງຜູ້ທີ່ໄວ້ວາງໃຈໃນພຣະເຈົ້າຢາເວ.
ຜູ້ມີໃຈສະຫລາດເອີ້ນວ່າຄົນມີຄວາມຮອບຄອບ,
ແລະ ຄໍາເວົ້າທີ່ມີຄວາມເມດຕາເຮັດໃຫ້ເພີ່ມຄວາມໜ້າເຊື່ອຖື.2
ຄວາມຮອບຄອບເປັນນໍ້າພຸແຫ່ງຊີວິດໃຫ້ແກ່ຄົນສະຫລາດ.
ແຕ່ຄວາມໂງ່ຈ້ານຳການລົງໂທດມາສູ່ຄົນໂງ່ຈ້າ.
ໃຈຂອງຄົນມີປັນຍາເຮັດໃຫ້ລະວັງປາກຂອງຕົນ,
ແລະ ຮິມສົບຂອງພວກເຂົາເຮັດໃຫ້ເກີດຄວາມໜ້າເຊື່ອຖື.3
ຄໍາເວົ້າທີ່ມີຄວາມເມດຕາເປັນດັ່ງນ້ຳເຜິ້ງ,
ເຮັດໃຫ້ເກີດຄວາມຊື່ນໃຈແກ່ວິນຍານ ແລະ ຮັກສາກະດູກໄດ້.4
ມີທາງໜຶ່ງທີ່ເບິ່ງຄືວ່າຖືກຕ້ອງ,
ແຕ່ສຸດທ້າຍມັນຈະນໍາໄປສູ່ຄວາມຕາຍ.
ຄວາມຢາກອາຫານຂອງຄົນເຮັດໃຫ້ຕົນດຸໝັ່ນ;
ຄວາມຫິວຂອງພວກເຂົາກະຕຸ້ນໃຫ້ພວກເຂົາເຮັດວຽກຕໍ່ໄປ.
ຄົນຊົ່ວວາງແຜນການອັນຊົ່ວຮ້າຍ,
ແລະ ຮິມສົບຂອງພວກເຂົາກໍເປັນເໝືອນໄຟທີ່ລຸກໄໝ້.
ຄົນມັກປີ້ນຄວາມເຮັດໃຫ້ເກີດການຜິດຖຽງກັນ,
ຄົນມັກນິນທາເຮັດໃຫ້ໝູ່ສະໜິດແຕກແຍກກັນ.
ຄົນທີ່ໃຊ້ຄວາມຮຸນແຮງກໍຫລອກລວງເພື່ອນບ້ານ
ແລະ ນຳພວກເຂົາລົງໄປໃນທາງທີ່ບໍ່ດີ.
ຜູ້ທີ່ຂະຫຍິບຕາຂອງຕົນກຳລັງຄິດແຜນການຮ້າຍ;
ຜູ້ທີ່ເຮັດສົບຈູບອກໃຫ້ມິດງຽບກໍຫວັງທໍາລາຍ.
ຜົມຫງອກເປັນມົງກຸດແຫ່ງສະຫງ່າລາສີ;
ມັນໄດ້ມາດ້ວຍວິຖີທາງອັນຊອບທຳ.
ເປັນຄົນທີ່ອົດທົນກໍດີກວ່າເປັນນັກຮົບ,
ຄົນທີ່ຄວບຄຸມຕົນເອງໄດ້ກໍດີກວ່າຄົນທີ່ຕີເອົາເມືອງໄດ້.
ສະຫລາກໃຊ້ເພື່ອຢາກຮູ້ຄວາມປະສົງຂອງພຣະເຈົ້າ,
ແຕ່ຄຳຊີ້ຂາດແມ່ນມາຈາກພຣະເຈົ້າຢາເວ.
Source notes (4)
- Footnote ຫລື ເປັນຂອງ
- Footnote ຫລື ເຮັດໃຫ້ລາວໜ້າເຊື່ອຖື
- Footnote ຫລື ລະວັງປາກ ແລະ ເຮັດໃຫ້ລິມຝີປາກຂອງເຂົາໜ້າເຊື່ອຖື
- Footnote ພາສາເຮັບເຣີວ່າ ກະດູກ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.