Biblica® Open Lao Contemporary Version
ສຸພາສິດ 15
ຄຳຕອບອ່ອນຫວານຊ່ວຍລະງັບຄວາມໂກດຮ້າຍໄດ້,
ແຕ່ຄຳເວົ້າຫຍາບຊ້າຍົວະໃຫ້ເກີດຄວາມໂມໂຫ.
ລິ້ນຂອງຄົນມີປັນຍາປະດັບດ້ວຍຄວາມຮູ້,
ແຕ່ປາກຂອງຄົນໂງ່ຈ້າເວົ້າຄວາມໂງ່ອອກມາ.
ຕາຂອງພຣະເຈົ້າຢາເວຢູ່ທຸກຫົນທຸກແຫ່ງ,
ພຣະອົງເຝົ້າເບິ່ງທັງຄົນຊົ່ວ ແລະ ຄົນດີ.
ລິ້ນທີ່ໜູນໃຈເປັນຕົ້ນໄມ້ແຫ່ງຊີວິດ,
ແຕ່ລີ້ນທີ່ມັກປີ້ນຄວາມເຮັດໃຫ້ຈິດໃຈເຈັບປວດ.
ຄົນໂງ່ໝິ່ນປະໝາດຄຳສັ່ງສອນຂອງພໍ່ແມ່,
ຜູ້ທີ່ຍອມຮັບການດັດແປງແກ້ໄຂສະແດງໃຫ້ເຫັນເຖິງຄວາມສະຫລາດ.
ບ້ານຂອງຄົນຊອບທຳມີຊັບສົມບັດຢ່າງຫລວງຫລາຍ,
ແຕ່ລາຍໄດ້ຂອງຄົນຊົ່ວຮ້າຍກໍນໍາຄວາມຈິບຫາຍມາ.
ປາກຂອງຄົນມີປັນຍາກະຈາຍຄວາມຮູ້,
ແຕ່ຈິດໃຈຂອງຄົນໂງ່ຈ້າແມ່ນບໍ່ຊື່ກົງ.
ພຣະເຈົ້າຢາເວກຽດຊັງເຄື່ອງບູຊາຂອງຄົນຊົ່ວຮ້າຍ,
ແຕ່ພຣະອົງພໍໃຈນໍາຄຳພາວັນນາອະທິຖານຂອງຄົນທ່ຽງທຳ.
ພຣະເຈົ້າຢາເວກຽດຊັງທາງຂອງຄົນຊົ່ວຮ້າຍ,
ແຕ່ພຣະອົງຮັກຜູ້ທີ່ຕິດຕາມຄວາມຊອບທຳ.
ຜູ້ທີ່ປະຖິ້ມທາງແຫ່ງຊີວິດຈະຖືກລົງໂທດຢ່າງໜັກໜ່ວງ,
ຜູ້ທີ່ກຽດຊັງການປັບປຸງແກ້ໄຂຈະພົບຄວາມຕາຍ.
ແມ່ນແຕ່ຄວາມຕາຍ ແລະ ການທໍາລາຍກໍປາກົດແຈ້ງຕໍ່ໜ້າພຣະເຈົ້າຢາເວ.
ໃຈມະນຸດຄິດຫຍັງຫລາຍເທົ່າໃດພຣະອົງກໍຮູ້.
ຄົນມັກເຢາະເຢີ້ຍບໍ່ມັກການປັບປຸງແກ້ໄຂ,
ດັ່ງນັ້ນ ພວກເຂົາຈຶ່ງບໍ່ໄປຢູ່ໃກ້ຄົນມີປັນຍາ.
ໃຈທີ່ມີຄວາມສຸກເຮັດໃຫ້ໃບໜ້າສົດໃສ,
ໃຈທີ່ມີຄວາມເຈັບປວດເຮັດໃຫ້ຈິດວິນຍານເສົ້າໝອງ.
ຄົນທີ່ຮູ້ຈັກຄິດສະແຫວງຫາຄວາມຮູ້,
ແຕ່ປາກຂອງຄົນໂງ່ຈ້າກິນຄວາມໂງ່ເປັນອາຫານ.
ທຸກມື້ຂອງຜູ້ທີ່ຖືກກົດຂີ່ຂົ່ມເຫັງກໍເປັນເຄາະຮ້າຍ,
ແຕ່ຫົວໃຈທີ່ມ່ວນຊື່ນກໍມີງານກິນລ້ຽງຕະຫລອດ.
ມີໜ້ອຍແຕ່ຢຳເກງພຣະເຈົ້າຢາເວ ກໍດີກວ່າ
ຮັ່ງມີຫລາຍແຕ່ມີຄວາມວຸ້ນວາຍ.
ໄດ້ກິນຜັກໜ້ອຍໜຶ່ງໃນບ່ອນມີຄວາມຮັກ
ກໍດີກວ່າກິນຊີ້ນງົວໃນບ່ອນມີຄວາມກຽດຊັງ.
ຄົນໃຈຮ້ອນເຮັດໃຫ້ເກີດການຂັດແຍ້ງກັນ,
ແຕ່ຄົນທີ່ມີຄວາມອົດທົນລະງັບການຜິດຖຽງກັນ.
ທາງຂອງຄົນຂີ້ຄ້ານຖືກຂວາງດ້ວຍໜາມ,
ແຕ່ທາງຂອງຄົນທ່ຽງທຳກໍສະດວກດີ.
ລູກທີ່ມີປັນຍາເຮັດໃຫ້ພໍ່ຂອງຕົນມີຄວາມສຸກ,
ແຕ່ຄົນທີ່ໂງ່ຈ້າໝິ່ນປະໝາດແມ່ຂອງຕົນ.
ຄົນບໍ່ຮູ້ຈັກຄິດຊື່ນຊົມຄວາມໂງ່ຂອງຕົນ
ແຕ່ຄົນທີ່ມີຄວາມເຂົ້າໃຈຮັກສາທາງຂອງຕົນໃຫ້ຊື່ໄປ.
ຂາດການປຶກສາແຜນການຕ່າງໆກໍລົ້ມເຫລວ,
ແຕ່ມີທີ່ປຶກສາຫລາຍຄົນກໍພົບຄວາມສຳເລັດ.
ຄົນທີ່ໃຫ້ຄຳຕອບທີ່ເໝາະສົມກໍມີຄວາມສຸກ
ແລະ ຄໍາເວົ້າທີ່ຖືກກາລະເທສະກໍດີຫລາຍເທົ່າໃດ!
ຄົນທີ່ສະຫລາດເດີນທາງຂຶ້ນໄປສູ່ຊີວິດ,
ເພື່ອປ້ອງກັນພວກເຂົາບໍ່ໃຫ້ລົງໄປສູ່ແດນຂອງຄົນຕາຍ.
ພຣະເຈົ້າຢາເວມ້າງເຮືອນຂອງຄົນອວດຕົວ,
ແຕ່ພຣະອົງວາງສີລາໄວ້ໃນເຂດແດນຂອງຍິງໝ້າຍ.
ພຣະເຈົ້າຢາເວກຽດຊັງຄວາມຄິດຂອງຄົນຊົ່ວຮ້າຍ,
ແຕ່ພຣະອົງພໍໃຈຄໍາເວົ້າທີ່ມີບໍລິສຸດ.
ຄົນໂລບມາກກໍນຳຄວາມຈິບຫາຍມາສູ່ຄອບຄົວຂອງຕົນ,
ແຕ່ຄົນທີ່ກຽດຊັງສິນບົນຈະມີຊີວິດຢູ່.
ໃຈຂອງຄົນຊອບທຳຄິດຊັ່ງຊາກ່ອນຕອບ,
ແຕ່ປາກຂອງຄົນຊົ່ວຮ້າຍເວົ້າຄວາມຊົ່ວອອກມາ.
ພຣະເຈົ້າຢາເວຢູ່ຫ່າງໄກຈາກຄົນຊົ່ວຮ້າຍ,
ແຕ່ພຣະອົງຟັງຄຳພາວັນນາອະທິຖານຂອງຄົນຊອບທຳ.
ແສງສະຫວ່າງໃນຕາຂອງຜູ້ສົ່ງຂ່າວນໍາຄວາມຍິນດີມາສູ່ຈິດໃຈ,
ແລະ ຂ່າວດີເຮັດໃຫ້ກະດູກແຂງແຮງ.
ຜູ້ທີ່ໃສ່ໃຈການຕັກເຕືອນ ກໍໃຫ້ຊີວິດ
ທີ່ຈະຢູ່ໃນເຮືອນທ່າມກາງຄົນມີປັນຍາ.
ຜູ້ທີ່ບໍ່ຍອມຮັບການຕີສອນກໍໝິ່ນປະໝາດຕົນເອງ,
ແຕ່ຜູ້ທີ່ຍອມຮັບການປັບປຸງແກ້ໄຂກໍມີຄວາມເຂົ້າໃຈເພີ່ມຂຶ້ນ.
ຄຳສັ່ງສອນຂອງປັນຍາແມ່ນການຢຳເກງພຣະເຈົ້າຢາເວ,
ແລະ ຄວາມຖ່ອມໃຈມາກ່ອນກຽດ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.