Biblica® Open Lao Contemporary Version
ສຸພາສິດ 14
ຍິງທີ່ມີປັນຍາສ້າງເຮືອນຂອງຕົນຂຶ້ນ,
ແຕ່ຍິງທີ່ໂງ່ຈ້າມ້າງເຮືອນລົງດ້ວຍມືຂອງຕົນ.
ຜູ້ໃດກໍຕາມທີ່ຢຳເກງພຣະເຈົ້າຢາເວກໍເດີນໃນທາງຊື່ກົງ,
ແຕ່ຄົນທີ່ດູໝິ່ນປະໝາດພຣະອົງກໍເດີນໃນທາງອັນຄົດລ້ຽວຂອງຕົນ.
ປາກຂອງຄົນໂງ່ກໍເວົ້າອອກມາດ້ວຍຄວາມຈອງຫອງ,
ແຕ່ຄຳເວົ້າຂອງຄົນມີປັນຍາປົກປ້ອງຕົນໄວ້.
ບ່ອນໃດບໍ່ມີງົວ, ເລົ້າເຂົ້າກໍຫວ່າງເປົ່າ,
ແຕ່ດ້ວຍກໍາລັງຂອງງົວກໍໄດ້ເກັບກ່ຽວຢ່າງອຸດົມສົມບູນ.
ພະຍານທີ່ສັດຊື່ຈະບໍ່ຫລອກລວງ,
ແຕ່ພະຍານທີ່ບໍ່ຈິງເວົ້າຕົວະຢູ່ເລື້ອຍ.
ຄົນມັກເຢາະເຢີ້ຍສະແຫວງຫາປັນຍາແຕ່ບໍ່ພົບຈັກເທື່ອ,
ແຕ່ຜູ້ທີ່ມີຄວາມເຂົ້າໃຈກໍພົບເຫັນໄດ້ຢ່າງງ່າຍດາຍ.
ຈົ່ງຢູ່ຫ່າງຈາກຄົນໂງ່ຈ້າ,
ເພາະເຈົ້າຈະບໍ່ພົບຄວາມຮູ້ຈາກປາກຂອງພວກເຂົາ.
ປັນຍາຂອງຄົນສະຫລາດແມ່ນເຂົ້າໃຈທາງຂອງຕົນ,
ແຕ່ຄວາມໂງ່ຂອງຄົນໂງ່ຈ້າແມ່ນການຫລອກລວງຕົນເອງ.
ຄົນໂງ່ຈ້າກໍເຢາະເຢີ້ຍການໃຊ້ໜີຄວາມຜິດບາບ
ແຕ່ໃນທ່າມກາງຄົນທ່ຽງທຳກໍມີແຕ່ຄວາມຫວັງດີ.
ມີແຕ່ໃຈຕົນເອງທີ່ຮູ້ເຖິງຄວາມຂົມຂື່ນຂອງຕົນ,
ແລະ ບໍ່ມີຜູ້ໃດສາມາດແບ່ງປັນຄວາມຍິນດີໃຫ້ຄົນອື່ນໄດ້.
ບ້ານຂອງຄົນຊົ່ວຮ້າຍຈະຖືກທຳລາຍ,
ແຕ່ເຕັນຂອງຄົນທ່ຽງທຳຈະຈະເລີນຂຶ້ນ.
ມີທາງໜຶ່ງທີ່ເບິ່ງຄືວ່າຖືກຕ້ອງ,
ແຕ່ສຸດທ້າຍມັນຈະນໍາໄປສູ່ຄວາມຕາຍ.
ແມ່ນແຕ່ຍາມຫົວເລາະ ຈິດໃຈອາດເຈັບປວດ,
ແລະ ຄວາມຊື່ນຊົມຍິນດີອາດຈົບລົງດ້ວຍຄວາມໂສກເສົ້າ.
ຄົນປະຖິ້ມຄວາມເຊື່ອຈະໄດ້ຮັບຜົນກໍາຕອບສະໜອງຢ່າງເຕັມທີ່ສໍາລັບວິຖີທາງຂອງພວກເຂົາ,
ແຕ່ຄົນດີກໍໄດ້ຮັບບຳເໜັດຂອງຕົນ.
ຄົນບໍ່ຮູ້ຈັກຄິດເຊື່ອໄປໝົດທຸກສິ່ງທຸກຢ່າງ,
ແຕ່ຄົນສະຫລາດກໍຄິດກ່ອນຈຶ່ງກ້າວອອກໄປ.
ຄົນມີປັນຍາຢຳເກງພຣະເຈົ້າຢາເວ ແລະ ຫລີກລ້ຽງຈາກຄວາມຊົ່ວ,
ແຕ່ຄົນໂງ່ຈ້າໃຈຮ້ອນລົງມືເຮັດໄປຢ່າງວ່ອງໄວ ຄິດໄປເອງວ່າຕົນປອດໄພ.
ຄົນທີ່ໃຈຮ້າຍງ່າຍເຮັດສິ່ງທີ່ໂງ່ຈ້າ,
ແລະ ຄົນທີ່ຄິດແຜນການຊົ່ວກໍໜ້າກຽດຊັງ.
ຄົນບໍ່ຮູ້ຈັກຄິດໄດ້ຄວາມໂງ່ເປັນມໍລະດົກ,
ແຕ່ຄົນສະຫລາດໄດ້ຄວາມຮູ້ເປັນມົງກຸດ.
ຄົນທີ່ເຮັດຊົ່ວຈະກົ້ມຂາບລົງຕໍ່ໜ້າຄົນດີ,
ແລະ ຄົນຊົ່ວຮ້າຍຈະກົ້ມຂາບລົງທີ່ປະຕູຂອງຄົນຊອບທຳ.
ຄົນທຸກຍາກນັ້ນແມ່ນແຕ່ເພື່ອນບ້ານກໍເມີນໜ້າໜີ,
ແຕ່ຄົນຮັ່ງມີມີໝູ່ເພື່ອນຢ່າງຫລວງຫລາຍ.
ຜູ້ທີ່ດູຖູກເພື່ອນບ້ານກໍເປັນຄວາມບາບ,
ຄວາມສຸກເປັນຂອງຜູ້ທີ່ມີໃຈເມດຕາຕໍ່ຄົນທຸກຍາກ.
ຜູ້ທີ່ວາງແຜນການຊົ່ວຮ້າຍກໍຫລົງທາງໄປບໍ່ແມ່ນບໍ?
ແຕ່ຜູ້ທີ່ວາງແຜນການອັນດີກໍພົບ1 ຄວາມຮັກ ແລະ ຄວາມສັດຊື່.
ການເຮັດວຽກຢ່າງໜັກກໍນໍາຜົນກຳໄລມາ,
ຖ້າເອົາແຕ່ເວົ້າເທົ່ານັ້ນກໍນໍາໄປສູ່ຄວາມທຸກຍາກ.
ຄວາມຮັ່ງມີຂອງຄົນມີປັນຍາເປັນມົງກຸດຂອງຕົນ.
ແຕ່ຄວາມໂງ່ຈ້າຂອງຄົນໂງ່ເຮັດໃຫ້ເກີດຄວາມໂງ່ຈ້າ.
ພະຍານທີ່ເວົ້າຄວາມຈິງກໍຊ່ວຍຊີວິດໄດ້,
ແຕ່ພະຍານບໍ່ຈິງເປັນການຫລອກລວງ.
ຜູ້ທີ່ຢຳເກງພຣະເຈົ້າຢາເວມີປ້ອມປ້ອງກັນທີ່ປອດໄພ,
ແລະ ມັນຈະເປັນບ່ອນລີ້ໄພໃຫ້ແກ່ລູກຫລານຂອງພວກເຂົາ.
ການຢຳເກງພຣະເຈົ້າຢາເວເປັນນ້ຳພຸແຫ່ງຊີວິດ,
ຊ່ວຍຄົນໃຫ້ພົ້ນຈາກບ້ວງແຮ້ວແຫ່ງຄວາມຕາຍ.
ມີປະຊາຊົນຢ່າງຫລວງຫລາຍເປັນສະຫງ່າລາສີຂອງກະສັດ,
ຖ້າບໍ່ມີປະຊາຊົນ ເຈົ້ານາຍກໍຈິບຫາຍໄປ.
ຜູ້ທີ່ມີຄວາມອົດທົນກໍມີຄວາມເຂົ້າໃຈທີ່ຍິ່ງໃຫຍ່,
ແຕ່ຜູ້ທີ່ໃຈຮ້ອນກໍສະແດງຄວາມໂງ່ຈ້າ.
ຈິດໃຈທີ່ສະຫງົບສຸກໃຫ້ຊີວິດແກ່ຮ່າງກາຍ,
ແຕ່ຄວາມອິດສາເຮັດໃຫ້ກະດູກເປື່ອຍເນົ່າ.
ຜູ້ທີ່ກົດຂີ່ຂົ່ມເຫັງຄົນທຸກຍາກກໍດູຖູກພຣະເຈົ້າຜູ້ສ້າງຂອງພວກເຂົາ,
ແຕ່ຜູ້ທີ່ເມດຕາຄົນຂັດສົນກໍໃຫ້ກຽດພຣະເຈົ້າ.
ເມື່ອໄພພິບັດມາເຖິງ, ຄົນຊົ່ວກໍຖືກໂຄ່ນລົ້ມ,
ແມ່ນແຕ່ຢູ່ໃນຄວາມຕາຍ ຄົນຊອບທຳສະແຫວງຫາບ່ອນລີ້ໄພໃນພຣະເຈົ້າ.
ຄົນມີປັນຍາກໍໄວ້ວາງໃຈໃນຄົນທີ່ຮູ້ຈັກຄິດ
ແລະ ແມ່ນແຕ່ໃນທ່າມກາງຄົນໂງ່ຈ້າ2 ຄົນມີປັນຍາກໍເຮັດໃຫ້ຕົນເປັນທີ່ຮູ້ຈັກ.
ຄວາມຊອບທຳເຊີດຊູຊາດ,
ແຕ່ບາບປະນາມຊົນຊາດຕ່າງໆ
ກະສັດພໍໃຈໃນຄົນຮັບໃຊ້ທີ່ມີປັນຍາ,
ແຕ່ເພິ່ນໂກດຮ້າຍຄົນຮັບໃຊ້ທີ່ບໍ່ໄດ້ວຽກ.
Source notes (2)
- Footnote ຫລື ສະແດງ
- Footnote ສະບັບ LXX. ແລະ Syr. ວ່າ ແຕ່ໃນໃຈຂອງຄົນໂງ່ຂາດສະຕິປັນຍາ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.