Biblica® Open Lao Contemporary Version
ສຸພາສິດ 13
ລູກທີ່ມີປັນຍາເອົາໃຈໃສ່ຟັງຄຳສັ່ງສອນຂອງພໍ່,
ແຕ່ຄົນມັກເຢາະເຢີ້ຍບໍ່ຍອມຟັງຄຳຕຳໜິ.
ຄົນເຮົາມີຄວາມຍິນດີກັບສິ່ງທີ່ດີຈາກຜົນແຫ່ງປາກຂອງຕົນ,
ແຕ່ຄົນບໍ່ສັດຊື່ກໍປາຖະໜາຫາຄວາມໂຫດຮ້າຍ.
ຜູ້ທີ່ລະວັງປາກກໍຮັກສາຊີວິດຂອງຕົນໄວ້,
ແຕ່ຜູ້ທີ່ເວົ້າບໍ່ຄິດຈະມາສູ່ຄວາມຈິບຫາຍ.
ຄວາມກະຫາຍຂອງຄົນຂີ້ຄ້ານຈະບໍ່ໄດ້ຮັບການເຕີມເຕັມ,
ແຕ່ຄວາມປາຖະໜາຂອງຄົນດຸໝັ່ນຈະຖືກເຕີມເຕັມຢ່າງພໍໃຈ.
ຄົນຊອບທຳກຽດຊັງສິ່ງທີ່ບໍ່ຖືກຕ້ອງ,
ແຕ່ຄົນຊົ່ວເຮັດໃຫ້ຕົນມີກິ່ນເໝັນ
ແລະ ນໍາຄວາມອັບອາຍຂາຍໜ້າມາສູ່ຕົນ.
ຄວາມຊອບທຳຮັກສາຄົນສັດຊື່
ແຕ່ຄວາມຊົ່ວຮ້າຍຂວໍ້າຄົນບາບ.
ຄົນທີ່ທຳທ່າເປັນຄົນຮັ່ງມີ, ແຕ່ບໍ່ມີອັນໃດເລີຍ;
ແຕ່ຄົນທີ່ເຮັດເໝືອນຄົນທຸກຍາກ, ແຕ່ມີຊັບສົມບັດຢ່າງຫລວງຫລາຍ.
ຄົນຮັ່ງມີອາດໃຊ້ເງິນໄຖ່ຊີວິດຂອງຕົນໄດ້,
ແຕ່ຄົນທຸກຍາກບໍ່ເຄີຍຖືກຂົ່ມຂູ່.
ຄວາມສະຫວ່າງຂອງຄົນຊອບທຳສ່ອງແສງແຈ້ງ,
ແຕ່ຕະກຽງຂອງຄົນຊົ່ວຮ້າຍຈະດັບໄປ.
ມີຄວາມອວດຕົວຢູ່ບ່ອນໃດກໍມີການຜິດຖຽງກັນ,
ແຕ່ປັນຍາພົບໄດ້ໃນຜູ້ທີ່ຮັບຟັງຄຳແນະນຳ.
ເງິນທີ່ໄດ້ມາຢ່າງບໍ່ສັດຊື່ກໍເສຍໄປໄວ,
ແຕ່ຜູ້ໃດກໍຕາມທີ່ສະສົມເງິນໄວ້ເທື່ອລະໜ້ອຍເຮັດໃຫ້ເງິນນັ້ນເພີ່ມພູນຂຶ້ນ.
ຄວາມຫວັງທີ່ຖືກປະໄວ້ເຮັດໃຫ້ທໍລະມານໃຈ,
ແຕ່ຄວາມປາຖະໜາທີ່ບັນລຸຜົນສໍາເລັດເປັນດັ່ງຕົ້ນໄມ້ແຫ່ງຊີວິດ.
ຜູ້ໃດກໍຕາມທີ່ດູຖູກຄຳສັ່ງສອນຈະໄດ້ຮັບຄວາມຈິບຫາຍ,
ແຕ່ຜູ້ໃດທີ່ເຄົາລົບນັບຖືຄຳສັ່ງສອນກໍໄດ້ຮັບບຳເໜັດ.
ຄຳສອນຂອງຄົນມີປັນຍາເປັນນ້ຳພຸແຫ່ງຊີວິດ,
ມັນຊ່ວຍໃຫ້ຄົນພົ້ນຈາກບ້ວງແຮ້ວແຫ່ງຄວາມຕາຍ.
ຄົນທີ່ມີປັນຍານຳໄປສູ່ຄວາມພໍໃຈ,
ແຕ່ທາງຂອງຄົນບໍ່ສັດຊື່ນຳໄປສູ່ຄວາມຈິບຫາຍ.1
ທຸກຄົນທີ່ສະຫລາດກໍປະຕິບັດດ້ວຍຄວາມຮູ້2
ແຕ່ຄົນໂງ່ຈ້າເປີດເຜີຍຄວາມໂງ່ຂອງຕົນອອກມາ.
ຜູ້ສົ່ງຂ່າວທີ່ຊົ່ວຮ້າຍຈະຕົກຢູ່ໃນຄວາມເດືອດຮ້ອນ,
ແຕ່ທູດທີ່ສັດຊື່ໄດ້ນຳການຮັກສາມາ.
ຜູ້ທີ່ເມີນເສີຍຕໍ່ຄໍາສັ່ງສອນກໍຈະໄດ້ຮັບຄວາມທຸກຍາກ ແລະ ຄວາມອັບອາຍ,
ແຕ່ຜູ້ທີ່ຍອມຮັບການປັບປຸງແກ້ໄຂຈະໄດ້ຮັບກຽດ.
ຄວາມປາຖະໜາທີ່ບັນລຸຜົນສໍາເລັດເປັນຄວາມຊື່ນບານແກ່ວິນຍານ,
ແຕ່ຄົນໂງ່ຈ້າກຽດຊັງການຫັນໜີຈາກຄວາມຊົ່ວ.
ຄົບກັບຄົນສະຫລາດກໍຈະເປັນຄົນສະຫລາດ,
ເພາະໝູ່ຂອງຄົນໂງ່ຈ້າກໍໄດ້ຮັບອັນຕະລາຍ.
ຄວາມເດືອດຮ້ອນໄລ່ຕາມຄົນບາບ,
ແຕ່ຄົນຊອບທຳໄດ້ຮັບສິ່ງທີ່ດີເປັນບໍາເໜັດ.
ຄົນດີປະມໍລະດົກໄວ້ໃຫ້ລູກຫລານ,
ແຕ່ຊັບສົມບັດຂອງຄົນບາບກໍສະສົມໄວ້ໃຫ້ຄົນຊອບທຳ.
ທົ່ງນາທີ່ບໍ່ໄດ້ໄຖກໍຍັງເກີດພືດຜັກໃຫ້ຄົນທຸກຍາກ,
ແຕ່ຄວາມບໍ່ຍຸຕິທຳກວາດເອົາທຸກສິ່ງໄປໝົດ.
ຜູ້ທີ່ບໍ່ໃຊ້ໄມ້ແສ້ກໍກຽດຊັງລູກຂອງຕົນ,
ແຕ່ຜູ້ທີ່ຮັກລູກກໍເອົາໃຈໃສ່ສັ່ງສອນພວກເຂົາ.
ຄົນຊອບທຳໄດ້ກິນຈົນເຫລືອ,
ແຕ່ທ້ອງຂອງຄົນຊົ່ວຮ້າຍກໍອຶດຫິວຢູ່ເລື້ອຍ.
Source notes (2)
- Footnote ຫລື ຄົນອະທໍາບໍ່ຍືນຍົງ
- Footnote ຫລື ຄົນສະຫລາດຫລັກແຫລມທຸກຄົນເຮັດສິ່ງຕ່າງໆດ້ວຍຄວາມຮູ້
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.