Skip to content
BibleKenya

Biblica® Open Lao Contemporary Version

ສຸພາສິດ 12

ຜູ້​ໃດ​ກໍ​ຕາມ​ທີ່​ຮັກ​ການ​ເຟິກຝົນ​ວິໄນ​ກໍ​ຮັກ​ຄວາມ​ຮູ້,

ແຕ່​ຜູ້​ໃດ​ກໍ​ຕາມ​ທີ່​ກຽດຊັງ​ການ​ດັດແປງ​ແກ້ໄຂ​ກໍ​ໂງ່ຈ້າ.

ຄົນ​ດີ​ໄດ້​ຮັບ​ຄວາມ​ພໍໃຈ​ຈາກ​ພຣະເຈົ້າ​ຢາເວ,

ແຕ່​ພຣະອົງ​ກ່າວໂທດ​ຄົນ​ທີ່​ວາງ​ແຜນ​ຊົ່ວ.

ບໍ່​ມີ​ຜູ້ໃດ​ຢືນ​ຢູ່​ດ້ວຍ​ຄວາມ​ຊົ່ວ​ຂອງ​ຕົນ,

ແຕ່​ຮາກຖານ​ຂອງ​ຄົນ​ຊອບທຳ​ຈະ​ບໍ່​ຖືກ​ຖອນ​ຈັກ​ເທື່ອ.

ເມຍ​ທີ່​ມີ​ກຽດ​ເປັນ​ມົງກຸດ​ຂອງ​ຜົວ,

ແຕ່​ເມຍ​ທີ່​ເຮັດ​ໃຫ້​ອັບອາຍ​ຂາຍ​ໜ້າ​ເປັນ​ດັ່ງ​ກະດູກ​ຜ່ອຍ.

ແຜນການ​ຂອງ​ຄົນ​ຊອບທຳ​ນັ້ນ​ຍຸຕິທຳ,

ແຕ່​ຄໍາແນະນໍາ​ຂອງ​ຄົນ​ຊົ່ວຮ້າຍ​ນັ້ນ​ເປັນ​ການ​ຫລອກລວງ.

ຄໍາເວົ້າ​ຂອງ​ຄົນ​ຊົ່ວຮ້າຍ​ດັກ​ລໍຖ້າ​ເອົາ​ຊີວິດ

ແຕ່​ຄໍາເວົ້າ​ຂອງ​ຄົນ​ທ່ຽງທຳ​ຊ່ວຍ​ຄົນ​ໃຫ້​ພົ້ນ​ໄດ້.

ຄົນ​ຊົ່ວຮ້າຍ​ຈະ​ຫລົ້ມຈົມ ແລະ ດັບສູນ​ໄປ,

ແຕ່​ເຮືອນ​ຂອງ​ຄົນ​ຊອບທຳ​ຕັ້ງ​ໝັ້ນຄົງ​ຢູ່.

ຄົນ​ໄດ້​ຮັບ​ການ​ຍົກຍ້ອງ​ຕາມ​ຄວາມ​ສະຫລຽວ​ສະຫລາດ​ຂອງ​ຕົນ,

ແຕ່​ຄົນ​ທີ່​ຄິດ​ຄົດໂກງ​ຈະ​ຖືກ​ໝິ່ນປະໝາດ.

ເປັນ​ຄົນ​ທໍາມະດາ​ແຕ່​ມີ​ຄົນຮັບ​ໃຊ້

ກໍ​ດີກວ່າ​ເຮັດ​ທໍາທ່າ​ເປັນ​ຄົນ​ຍິ່ງໃຫຍ່​ແຕ່​ບໍ່​ມີ​ອາຫານ​ກິນ.

ຄົນ​ຊອບທຳ​ເປັນ​ຫ່ວງ​ນໍາ​ການ​ເປັນ​ຢູ່​ຂອງ​ສັດລ້ຽງ​ຂອງ​ພວກເຂົາ,

ແຕ່​ຄວາມ​ກະລຸນາ​ຂອງ​ຄົນ​ຊົ່ວຮ້າຍ​ກໍ​ຍັງ​ໂຫດຮ້າຍ​ຢູ່.

ຄົນ​ທີ່​ເຮັດວຽກ​ໄຖ​ດິນ​ຂອງ​ຕົນ​ຈະ​ມີ​ອາຫານ​ຢ່າງ​ອຸດົມ​ສົມບູນ,

ແຕ່​ຄົນ​ທີ່​ມີ​ແຕ່​ໃຝ່ຝັນ​ກໍ​ເປັນ​ຄົນ​ບໍ່ຮູ້ຈັກຄິດ.

ຄົນ​ຊົ່ວຮ້າຍ​ປາຖະໜາ​ຢາກ​ໄດ້​ປ້ອມ​ປ້ອງກັນ​ຂອງ​ຄົນ​ເຮັດ​ຊົ່ວ,

ແຕ່​ຮາກຖານ​ຂອງ​ຄົນ​ຊອບທຳ​ຈະ​ໝັ້ນຄົງ​ຢູ່.

ຄົນ​ເຮັດ​ຊົ່ວ​ຈະ​ຖືກ​ບ້ວງແຮ້ວ​ຍ້ອນ​ຄຳເວົ້າ​ຊົ່ວ​ຂອງ​ຕົນ,

ແຕ່​ຄົນ​ຊອບທຳ​ກໍ​ພົ້ນ​ຈາກ​ຄວາມ​ເດືອດ​ຮ້ອນ.

ຜົນ​ຈາກ​ປາກ​ຂອງ​ພວກເຂົາ ເຮັດ​ໃຫ້​ມະນຸດ​ເຕັມ​ໄປ​ດ້ວຍ​ສິ່ງ​ທີ່​ດີ,

ແລະ ການ​ງານ​ຈາກ​ມື​ຂອງ​ພວກເຂົາ​ຈະ​ນໍາ​ລາງວັນ​ມາ​ໃຫ້​ພວກເຂົາ.

ທາງ​ຂອງ​ຄົນ​ໂງ່ຈ້າ​ກໍ​ເບິ່ງ​ຄື​ວ່າ​ຖືກຕ້ອງ,

ແຕ່​ຄົນ​ມີ​ປັນຍາ​ຍ່ອມ​ຟັງ​ຄຳ​ແນະນຳ.

ຄົນ​ໂງ່ຈ້າ​ສະແດງ​ຄວາມ​ຮ້າຍ​ອອກ​ມາ​ໃຫ້​ເຫັນ​ທັນທີ,

ແຕ່​ຄົນ​ສະຫລາດ​ບໍ່​ສົນໃຈ​ຕໍ່​ຄຳ​ໝິ່ນປະໝາດ.

ພະຍານ​ທີ່​ສັດຊື່​ກໍ​ເວົ້າ​ຄວາມຈິງ,

ແຕ່​ພະຍານ​ບໍ່​ຈິງ​ກໍ​ເວົ້າ​ແຕ່​ຄວາມ​ຕົວະ.

ຄຳ​ເວົ້າ​ທີ່​ບໍ່​ຄິດ​ກໍ​ສຽບ​ແທງ​ດັ່ງ​ດາບ,

ແຕ່​ລີ້ນ​ຂອງ​ຄົນ​ມີ​ປັນຍາ​ກໍ​ປິ່ນປົວ​ໃຫ້​ຫາຍ​ດີ.

ຮິມສົບ​ທີ່​ເວົ້າ​ຄວາມ​ຈິງ​ຍືນຍົງ​ຕະຫລອດໄປ,

ແຕ່​ລີ້ນ​ທີ່​ຕົວະ​ຢູ່​ໄດ້​ພຽງ​ຊົ່ວຄາວ.

ການ​ຫລອກລວງ​ຢູ່​ໃນ​ໃຈ​ຂອງ​ຜູ້​ທີ່​ວາງ​ແຜນການ​ຊົ່ວຮ້າຍ,

ແຕ່​ຜູ້​ທີ່​ສົ່ງເສີມ​ຄວາມ​ສະຫງົບສຸກ​ມີ​ແຕ່​ຄວາມ​ຊື່ນຊົມຍິນດີ.

ບໍ່​ມີ​ເຫດຮ້າຍ​ອັນໃດ​ຕົກ​ໃສ່​ຄົນ​ຊອບທຳ

ແຕ່​ຄົນ​ຊົ່ວຮ້າຍ​ກໍ​ຈະ​ເຕັມໄປ​ດ້ວຍ​ຄວາມ​ເດືອດຮ້ອນ.

ພຣະເຈົ້າ​ຢາເວ​ກຽດຊັງ​ປາກ​ທີ່​ເວົ້າ​ຕົວະ,

ແຕ່​ພຣະອົງ​ພໍໃຈ​ນໍາ​ຄົນ​ທີ່​ສັດຊື່.

ຄົນ​ສະຫລາດ​ເກັບ​ຄວາມ​ຮູ້​ໄວ້​ສໍາລັບ​ພວກເຂົາ​ເອງ,

ແຕ່​ໃຈ​ຂອງ​ຄົນ​ໂງ່ຈ້າ​ສະແດງ​ຄວາມ​ໂງ່​ຈ້າ​ຂອງ​ພວກເຂົາ​ອອກ​ມາ.

ມື​ທີ່​ດຸໝັ່ນ​ກໍ​ຈະ​ໄດ້​ປົກຄອງ,

ແຕ່​ຄວາມ​ຂີ້ຄ້ານ​ຈົບ​ລົງ​ດ້ວຍ​ການ​ຖືກ​ບັງຄັບ​ໃຊ້​ແຮງງານ.

ຄວາມ​ກະວົນ​ກະວາຍ​ເຮັດ​ໃຫ້​ໜັກ​ໃຈ,

ແຕ່​ຄຳ​ໜູນໃຈ​ເຮັດ​ໃຫ້​ມີ​ກໍາລັງ​ຂຶ້ນ.

ຄົນ​ຊອບທຳ​ເລືອກ​ໝູ່​ຢ່າງ​ລະມັດລະວັງ,1

ແຕ່​ທາງ​ຂອງ​ຄົນ​ຊົ່ວຮ້າຍ​ນໍາພາ​ພວກເຂົາ​ໃຫ້​ຫລົງ​ເສຍ​ໄປ.

ຄົນ​ຂີ້ຄ້ານ​ບໍ່​ຍອມ​ປິ້ງ​ຊີ້ນ​ທີ່​ຄົນ​ອື່ນ​ຫາ​ມາ​ໃຫ້,

ແຕ່​ຄົນ​ດຸໝັ່ນ​ຊອກຫາ​ອາຫານ​ມາ​ໄດ້​ຢ່າງ​ຫລວງຫລາຍ.2

ທາງ​ແຫ່ງ​ຄວາມ​ຊອບທຳ​ມີ​ຊີວິດ;

ທາງ​ນັ້ນ​ນຳ​ໄປ​ສູ່​ຊີວິດ​ນິລັນດອນ.

Source notes (2)
  1. Footnote ຫລື ຄົນ ຊອບ ທຳ​ເປັນ​ຜູ້​ຊີ້​ທິດ​ທາງ​ໃຫ້​ແກ່​ເພື່ອນ ບ້ານ
  2. Footnote ໃນ​ພາສາ​ເຮັບເຣີ​ຂໍ້​ນີ້​ມີ​ຄວາມໝາຍ​ບໍ່​ຊັດເຈນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.