Skip to content
BibleKenya

Biblica® Open Lao Contemporary Version

ສຸພາສິດ 11

ພຣະເຈົ້າ​ຢາເວ​ກຽດຊັງ​ຕາຊິງ​ທີ່​ບໍ່ສັດຊື່,

ແຕ່​ພຣະອົງ​ພໍໃຈ​ນໍາ​ການ​ຊັ່ງ​ຕວງ​ທີ່​ຖືກຕ້ອງ.

ເມື່ອ​ຄວາມ​ອວດຕົວ​ມາ, ຄວາມ​ອັບອາຍ​ຂາຍໜ້າ​ກໍ​ຕາມ​ມາ,

ແຕ່​ປັນຍາ​ມາ​ນໍາ​ຄວາມ​ຖ່ອມຕົວ.

ຄວາມ​ສັດຊື່​ນຳ​ທາງ​ຄົນ​ທ່ຽງທຳ,

ແຕ່​ຄວາມ​ບໍ່​ສັດຊື່​ກໍ​ຖືກ​ທຳລາຍ​ດ້ວຍ​ກົນອຸບາຍ​ຂອງ​ຕົນ.

ຄວາມ​ຮັ່ງມີ​ຈະ​ຊ່ວຍ​ຫຍັງ​ບໍ່​ໄດ້​ໃນ​ວັນ​ແຫ່ງ​ຄວາມ​ໂກດຮ້າຍ,

ແຕ່​ຄວາມ​ຊອບທຳ​ຊ່ວຍ​ໃຫ້​ພົ້ນ​ຈາກ​ຄວາມ​ຕາຍ.

ຄວາມ​ຊອບທຳ​ຂອງ​ຄົນ​ບໍ່​ມີ​ທີ່​ຕຳໜິ​ເຮັດ​ໃຫ້​ທາງ​ຂອງ​ພວກເຂົາ​ຊື່​ໄປ.

ແຕ່​ຄົນ​ຊົ່ວຮ້າຍ​ຈະ​ລົ້ມ​ລົງ​ດ້ວຍ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຕົນ.

ຄວາມ​ຊອບທຳ​ຂອງ​ຄົນ​ທ່ຽງທຳ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ,

ແຕ່​ຄົນ​ບໍ່​ສັດຊື່​ຈະ​ຖືກ​ບ້ວງແຮ້ວ​ຍ້ອນ​ຄວາມປາດຖະໜາ​ຊົ່ວ​ຂອງ​ຕົນ.

ຄວາມ​ຫວັງ​ທີ່​ຝາກ​ໄວ້​ນໍາ​ຄົນ​ຊົ່ວ​ກໍ​ຕາຍ​ໄປ​ພ້ອມ​ກັບ​ພວກເຂົາ;

ຄໍາສັນຍາ​ທັງໝົດ​ແຫ່ງ​ອໍານາດ​ຂອງ​ພວກເຂົາ​ກໍ​ຈະ​ສູນ​ເປົ່າ.1

ຄົນ​ຊອບທຳ​ໄດ້​ຮັບ​ການ​ກອບກູ້​ໃຫ້​ພົ້ນ​ຈາກ​ຄວາມ​ເດືອດຮ້ອນ.

ແຕ່​ຄວາມ​ເດືອດຮ້ອນ​ນັ້ນ​ຈະ​ຕົກ​ໃສ່​ຄົນ​ຊົ່ວຮ້າຍ​ແທນ.

ປາກ​ຂອງ​ຄົນ​ບໍ່​ຮູ້​ພຣະເຈົ້າ​ທຳລາຍ​ເພື່ອນບ້ານ​ຂອງ​ຕົນ,

ແຕ່​ຄົນ​ຊອບທຳ​ໜີ​ໄປ​ໄດ້​ໂດຍ​ອາໄສ​ຄວາມ​ຮູ້.

ເມື່ອ​ຄົນຊອບທຳ​ຈະເລີນ​ຮຸ່ງເຮືອງ, ບ້ານ​ເມືອງ​ກໍ​ຊົມຊື່ນຍິນດີ;

ເມື່ອ​ຄົນ​ຊົ່ວຮ້າຍ​ຈິບຫາຍ​ໄປ, ກໍ​ມີ​ສຽງ​ໂຮຮ້ອງ​ຍິນ​ດີ.

ໂດຍ​ພອນ​ຂອງ​ຄົນ​ທ່ຽງທຳ ບ້ານ​ເມືອງ​ກໍ​ໄດ້​ຮັບການ​ຍົກຍ້ອງ,

ແຕ່​ໂດຍ​ປາກ​ຂອງ​ຄົນ​ຊົ່ວຮ້າຍ ບ້ານ​ເມືອງ​ກໍ​ຖືກ​ທໍາລາຍ.

ຄົນ​ບໍ່ຮູ້ຈັກຄິດ​ກໍ​ດູຖູກ​ເພື່ອນບ້ານ​ຂອງຕົນ,

ແຕ່​ຄົນ​ທີ່​ມີ​ຄວາມ​ເຂົ້າໃຈ​ກໍ​ຄວບຄຸມ​ລີ້ນ​ຂອງ​ຕົນ​ໄວ້.

ຄຳ​ນິນທາ​ທໍລະຍົດ​ຄວາມ​ໄວ້ວາງໃຈ,

ແຕ່​ຄົນ​ທີ່​ສັດຊື່​ໄດ້​ກໍ​ຮັກສາ​ຄວາມ​ລັບ​ໄວ້.

ເພາະ​ຂາດ​ການຊີ້ນຳ ປະເທດ​ຊາດ​ກໍ​ລົ້ມ​ຈົມ,

ແຕ່​ມີ​ທີ່ປຶກສາ​ຫລາຍ​ຄົນ​ກໍ​ປອດໄພ.

ຜູ້​ໃດ​ກໍ່​ຕາມ​ທີ່​ຄ້ຳປະກັນ​ໃຫ້​ຄົນແປກໜ້າ​ຈະ​ເດືອດຮ້ອນ​ແນ່ນອນ,

ແຕ່​ຜູ້​ທີ່​ປະຕິເສດ​ການ​ຈັບ​ມື​ສັນຍາ​ກໍ​ປອດໄພ.

ຍິງ​ທີ່​ມີ​ໃຈ​ເມດຕາ​ກໍ​ໄດ້​ຮັບ​ກຽດ,

ແຕ່​ຊາຍ​ໂຫດຮ້າຍ​ໄດ້​ພຽງແຕ່​ຄວາມ​ຮັ່ງມີ​ເທົ່ານັ້ນ.

ຜູ້​ທີ່​ມີ​ໃຈ​ເມດຕາ​ກໍ​ສ້າງ​ປະໂຫຍດ​ໃຫ້​ຕົນເອງ,

ແຕ່​ຜູ້​ທີ່​ໂຫດ​ຮ້າຍ​ນໍາ​ຄວາມ​ຈິບຫາຍ​ມາ​ສູ່​ຕົນເອງ.

ຄົນ​ຊົ່ວຮ້າຍ​ໄດ້​ຄ່າ​ຈ້າງ​ທີ່​ຫລອກລວງ,

ແຕ່​ຜູ້​ທີ່​ຫວ່ານ​ຄວາມ​ຊອບທຳ ຍ່ອມ​ໄດ້​ຮັບ​ບຳເໜັດ​ຢ່າງ​ແນ່ນອນ.

ຄົນ​ຊອບທຳ​ຈະ​ໄດ້​ຮັບ​ຊີວິດ​ທີ່​ແທ້ຈິງ,

ແຕ່​ຜູ້​ໃດ​ທີ່​ຕິດຕາມ​ຄວາມ​ຊົ່ວ​ກໍ​ຈະ​ພົບ​ຄວາມ​ຕາຍ.

ພຣະເຈົ້າ​ຢາເວ​ກຽດຊັງ​ຄົນ​ທີ່​ມີ​ໃຈ​ຫລອກລວງ,

ແຕ່​ພຣະອົງ​ພໍໃຈ​ໃນ​ທາງ​ຂອງ​ຄົນ​ທີ່​ບໍ່​ມີ​ຕຳໜິ.

ຈົ່ງ​ໝັ້ນໃຈ​ວ່າ: ຄົນ​ຊົ່ວ​ຮ້າຍ​ຈະ​ໜີ​ບໍ່​ພົ້ນ​ການ​ລົງໂທດ,

ແຕ່​ຄົນຊອບທຳ​ຈະ​ໄດ້​ຮັບ​ການ​ປົດປ່ອຍ.

ຜູ້ຍິງ​ງາມ​ທີ່​ບໍ່​ມີ​ຄວາມ​ຮອບຄອບ

ກໍ​ເໝືອນ​ແຫວນ​ຄຳ​ເກາະ​ດັງ​ໝູ.

ຄວາມ​ປາຖະໜາ​ຂອງ​ຄົນ​ຊອບທຳ​ຈົບລົງ​ດ້ວຍ​ດີ,

ແຕ່​ຄວາມ​ຫວັງ​ຂອງ​ຄົນ​ຊົ່ວຮ້າຍ​ຈົບ​ລົງ​ດ້ວຍ​ຄວາມ​ໂກດຮ້າຍ.

ຄົນ​ໜຶ່ງ​ໃຫ້​ດ້ວຍ​ໃຈ​ກວ້າງຂວາງ, ຍິ່ງ​ມີ​ເພີ່ມ​ຂຶ້ນ;

ແຕ່​ບາງ​ຄົນ​ຍິ່ງ​ຂີ້ຖີ່​ຍິ່ງ​ທຸກຈົນ​ລົງ.

ຄົນ​ທີ່​ມີ​ໃຈ​ເອື້ອເຟື້ອ​ເພື່ອ​ແຜ່​ຈະ​ຈະເລີນ​ຮຸ່ງເຮືອງ;

ຜູ້​ໃດ​ກໍ່ຕາມ​ທີ່​ນຳ​ຄວາມ​ຊື່ນໃຈ​ໄປ​ສູ່​ຄົນ​ອື່ນ ກໍ​ຈະ​ໄດ້​ຮັບ​ພຣະພອນ.

ປະຊາຊົນ​ສາບແຊ່ງ​ຜູ້​ທີ່​ກັກ​ເຂົ້າ​ໄວ້​ຂາຍ​ກິນ​ກຳໄລ,

ແຕ່​ພວກເຂົາ​ອະທິຖານ​ອວຍພອນ​ຜູ້​ທີ່​ເຕັມໃຈ​ຂາຍ​ໃຫ້.

ຜູ້​ທີ່​ສະແຫວງ​ຫາ​ເຮັດ​ຄວາມດີ ກໍ​ຈະ​ໄດ້​ຮັບ​ຄວາມ​ກະລຸນາ,

ແຕ່​ຄວາມ​ຊົ່ວ​ຈະ​ມາ​ຫາ​ຜູ້​ທີ່​ສະແຫວງ​ຫາ​ມັນ.

ຄົນ​ທີ່​ວາງໃຈ​ໃນ​ຊັບສົມບັດ​ຂອງ​ຕົນ​ນັ້ນ ຈະ​ລົ້ມ​ລົງ,

ແຕ່​ຄົນ​ຊອບທຳ​ຈະ​ຈະເລີນ​ຂຶ້ນ​ດັ່ງ​ໃບໄມ້​ຂຽວ.

ຜູ້​ໃດ​ກໍ​ຕາມ​ທີ່​ນໍາ​ຄວາມ​ຈິບຫາຍ​ມາ​ສູ່​ຄອບຄົວ​ຂອງ​ຕົນ​ຈະ​ບໍ່​ເຫລືອ​ຫຍັງ,

ແລະ ຄົນ​ໂງ່ຈ້າ​ຈະ​ເປັນ​ຄົນ​ຮັບໃຊ້​ຂອງ​ຄົນ​ສະຫລາດ.

ຜົນ​ແຫ່ງ​ຄົນ​ຊອບທຳ​ເປັນ​ຕົ້ນໄມ້​ແຫ່ງ​ຊີວິດ,

ແລະ ຄົນ​ສະຫລາດ​ຈະ​ຊ່ວຍ​ໃຫ້​ຄົນ​ອື່ນ​ມີ​ຊີວິດ​ຢູ່.

ຖ້າ​ຄົນ​ຊອບທຳ​ໄດ້​ຮັບ​ບຳເໜັດ​ຂອງ​ຕົນ​ໃນ​ແຜ່ນດິນ​ໂລກ,

ຄົນ​ບໍ່​ນັບຖື​ພຣະເຈົ້າ ແລະ ຄົນບາບ​ຍິ່ງ​ຈະ​ໄດ້​ຮັບ​ຜົນ​ຂອງ​ຕົນ​ຫລາຍ​ກວ່າ​ນັ້ນ​ອີກ​ເທົ່າ​ໃດ​ນໍ!

Source notes (1)
  1. Footnote ຫລື ຄວາມ​ຫວັງ​ທີ່​ຝາກ​ໄວ້​ກັບ​ສິ່ງ​ທີ່​ບໍ່​ຈີລັງ​ກໍ​ຕາຍ​ໄປ​ພ້ອມ​ກັບ​ມັນ ຄຳ​ສັນຍາ​ທີ່​ໄດ້​ຈາກ​ອຳນາດ​ຂອງ​ສິ່ງ​ທີ່​ບໍ່​ຈີລັງ​ກໍ​ສູນ​ເປົ່າ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.