Skip to content
BibleKenya

Biblica® Open Lao Contemporary Version

ສຸພາສິດ 10

ສຸພາສິດ​ຂອງ​ໂຊໂລໂມນ

ສຸພາສິດ​ຂອງ​ໂຊໂລໂມນ​ມີ​ດັ່ງ​ນີ້:

ລູກ​ທີ່​ມີ​ປັນຍາ​ເຮັດ​ໃຫ້​ພໍ່​ຂອງ​ຕົນ​ມີ​ຄວາມ​ສຸກ,

ແຕ່​ລູກ​ທີ່​ໂງ່​ຈ້າ​ເຮັດ​ໃຫ້​ແມ່​ໂສກເສົ້າ.

ຊັບສົມບັດ​ທີ່​ໄດ້​ມາ​ຢ່າງ​ບໍ່​ສັດຊື່​ນັ້ນ​ບໍ່​ມີ​ຄຸນຄ່າ​ຍືນຍົງ,

ແຕ່​ຄວາມ​ຊອບທຳ​ຊ່ວຍ​ໃຫ້​ພົ້ນ​ຈາກ​ຄວາມ​ຕາຍ.

ພຣະເຈົ້າ​ຢາເວ​ຈະ​ບໍ່​ປ່ອຍ​ໃຫ້​ຄົນ​ຊອບທຳ​ອຶດຫິວ,

ແຕ່​ພຣະອົງ​ຈະ​ຂັດຂວາງ​ບໍ່​ໃຫ້​ຄົນ​ຊົ່ວຮ້າຍ​ໄດ້​ຕາມ​ໃຈ​ປາຖະໜາ.

ມື​ທີ່​ຂີ້ຄ້ານ​ເຮັດ​ໃຫ້​ທຸກ​ຈົນ​ລົງ

ແຕ່​ມື​ທີ່​ດຸໝັ່ນ​ເຮັດ​ໃຫ້​ຮັ່ງມີ​ຂຶ້ນ.

ຄົນ​ທີ່​ຮວບຮວມ​ເອົາ​ຜົນລະປູກ​ໄວ້​ໃນ​ລະດູຮ້ອນ​ກໍ​ເປັນ​ລູກ​ທີ່​ສະຫລາດ

ແຕ່​ຄົນ​ທີ່​ນອນຫລັບ​ໃນ​ລະດູ​ເກັບກ່ຽວ​ກໍ​ເປັນ​ລູກ​ທີ່​ອັບອາຍ​ຂາຍໜ້າ.

ພຣະພອນ​ຢູ່​ເທິງ​ຫົວ​ຂອງ​ຄົນ​ຊອບທຳ,

ແຕ່​ຄວາມ​ຮຸນແຮງ​ໄຫລ​ຖ້ວມ​ປາກ​ຂອງ​ຄົນ​ຊົ່ວຮ້າຍ.1

ຊື່​ຂອງ​ຄົນ​ຊອບທຳ​ຈະ​ໃຊ້​ເປັນ​ຄຳ​ອວຍພອນ,

ແຕ່​ຊື່​ຂອງ​ຄົນ​ຊົ່ວຮ້າຍ​ຈະ​ເສື່ອມເສຍ​ໄປ.

ໃຈ​ຂອງ​ຄົນ​ມີ​ປັນຍາ​ຈະ​ຮັບ​ເອົາ​ຄຳ​ສັ່ງສອນ,

ແຕ່​ຄົນ​ໂງ່ຈ້າ​ທີ່​ເວົ້າ​ໂລເລ​ກໍ​ຈະ​ພົບ​ຄວາມ​ຈິບຫາຍ.

ຜູ້​ໃດ​ກໍ່​ຕາມ​ທີ່​ເດີນ​ຢູ່​ໃນ​ທາງ​ທີ່​ສັດຊື່​ກໍ​ຈະ​ຍ່າງ​ຢ່າງ​ປອດໄພ,

ແຕ່​ຜູ້​ໃດ​ກໍ່​ຕາມ​ທີ່​ເດີນ​ຢູ່​ໃນ​ທາງ​ທີ່​ບໍ່​ສັດຊື່​ຈະ​ຖືກ​ເປີດເຜີຍ.

ຜູ້​ທີ່​ຍິກຄິ້ວ​ຢ່າງ​ມີ​ເລ້ຫລ່ຽມ​ກໍ​ສ້າງ​ຄວາມ​ເດືອດຮ້ອນ,

ແລະ ຄົນ​ໂງ່ຈ້າ​ທີ່​ເວົ້າ​ໂລເລ​ກໍ​ຈະ​ພົບ​ຄວາມ​ຈິບຫາຍ.

ປາກ​ຂອງ​ຄົນ​ຊອບທຳ​ເປັນ​ນ້ຳພຸ​ແຫ່ງ​ຊີວິດ,

ແຕ່​ປາກ​ຂອງ​ຄົນ​ຊົ່ວຮ້າຍ​ເຊື່ອງຊ້ອນ​ຄວາມ​ໂຫດຮ້າຍ.

ຄວາມ​ກຽດຊັງ​ເຮັດ​ໃຫ້​ເກີດ​ຄວາມ​ຂັດແຍ້ງ,

ແຕ່​ຄວາມ​ຮັກ​ກໍ​ປົກປິດ​ຄວາມຜິດ​ທັງໝົດ.

ປັນຍາ​ພົບ​ໄດ້​ຢູ່​ໃນ​ຮິມສົບ​ຂອງ​ຜູ້​ທີ່​ມີ​ຄວາມ​ເຂົ້າໃຈ​ແຈ້ງ​ດີ,

ແຕ່​ໄມ້​ແສ້​ມີ​ໄວ້​ສໍາລັບ​ຫລັງ​ຂອງ​ຄົນ​ທີ່​ບໍ່ຮູ້ຈັກຄິດ.

ຄົນ​ມີ​ປັນຍາ​ກໍ​ສະ​ສົມ​ຄວາມ​ຮູ້​ໄວ້,

ແຕ່​ປາກ​ຂອງ​ຄົນ​ໂງ່ຈ້າ​ນຳ​ເອົາ​ຄວາມ​ຈິບຫາຍ​ມາ.

ຊັບສົມບັດ​ຂອງ​ຄົນ​ຮັ່ງມີ​ເປັນ​ດັ່ງ​ປ້ອມ​ປ້ອງກັນ​ເມືອງ​ຂອງ​ພວກເຂົາ,

ແຕ່​ຄວາມ​ທຸກຍາກ​ເປັນ​ດັ່ງ​ຄວາມ​ຈິບຫາຍ​ຂອງ​ຄົນ​ທຸກ.

ຄ່າຈ້າງ​ຂອງ​ຄົນ​ຊອບທຳ​ຄື​ຊີວິດ,

ແຕ່​ລາຍໄດ້​ຂອງ​ຄົນ​ຊົ່ວຮ້າຍ​ຄື​ຄວາມ​ບາບ ແລະ ຄວາມ​ຕາຍ.

ຜູ້​ໃດ​ກໍ່​ຕາມ​ທີ່​ເອົາໃຈໃສ່​ລະບຽບ​ວິໄນ​ກໍ​ສະແດງ​ທາງ​ສູ່​ຊີວິດ,

ແຕ່​ຜູ້​ໃດ​ກໍ່​ຕາມ​ທີ່​ບໍ່​ຍອມ​ຮັບ​ການ​ດັດແປງແກ້ໄຂ​ກໍ​ພາ​ຄົນ​ອື່ນ​ໄປ​ໃນ​ທາງ​ທີ່​ຜິດ.

ຜູ້​ທີ່​ເຊື່ອງ​ຄວາມ​ກຽດຊັງ​ດ້ວຍ​ປາກ​ທີ່​ເວົ້າ​ຕົວະ

ແລະ ຜູ້​ທີ່​ກະຈາຍ​ຄໍາ​ນິນທາ​ກໍ​ເປັນ​ຄົນ​ໂງ່​ຈ້າ.

ຄວາມ​ບາບ​ບໍ່​ໄດ້​ຈົບ​ສິ້ນ​ດ້ວຍ​ການ​ເວົ້າ​ຫລາຍ,

ແຕ່​ຄົນ​ສະຫລາດ​ກໍ​ລະງັບ​ລີ້ນ​ຂອງ​ຕົນ.

ລີ້ນ​ຂອງ​ຄົນ​ຊອບທຳ​ເປັນ​ດັ່ງ​ເງິນ​ຊັ້ນ​ດີ,

ແຕ່​ໃຈ​ຂອງ​ຄົນ​ຊົ່ວຮ້າຍ​ກໍ​ມີ​ຄຸນຄ່າ​ໜ້ອຍດຽວ.

ຮິມສົບ​ຂອງ​ຄົນ​ຊອບທຳ​ກໍ​ລ້ຽງດູ​ຄົນ​ຈຳນວນ​ຫລາຍ,

ແຕ່​ຄົນ​ໂງ່​ຈ້າ​ຕາຍ​ເພາະ​ຂາດ​ສາມັນ​ສໍານຶກ.

ພຣະພອນ​ຂອງ​ພຣະເຈົ້າ​ຢາເວ​ນຳ​ຄວາມຮັ່ງມີ​ມາ​ໃຫ້,

ໂດຍ​ບໍ່​ໄດ້​ເຮັດ​ວຽກ​ໜັກ​ເພື່ອ​ຈະ​ຮັ່ງມີ.

ຄົນ​ໂງ່​ຈ້າ​ພໍໃຈ​ໃນ​ແຜນການ​ອັນ​ຊົ່ວ

ແຕ່​ຄົນ​ທີ່​ມີ​ຄວາມ​ເຂົ້າໃຈ​ກໍ​ຍິນດີ​ໃນ​ປັນຍາ​ຂອງ​ຕົນ.

ສິ່ງ​ທີ່​ຄົນ​ຊົ່ວຮ້າຍ​ຢ້ານ​ຈະ​ໄລ່​ທັນ​ພວກເຂົາ;

ສິ່ງ​ທີ່​ຄົນ​ຊອບທຳ​ປາຖະໜາ​ກໍ​ຈະ​ໄດ້​ຮັບ.

ເມື່ອ​ລົມພະຍຸ​ພັດ​ຜ່ານ ຄົນ​ຊົ່ວຮ້າຍ​ກໍ​ຖືກ​ພັດ​ໄປ,

ແຕ່​ຄົນ​ຊອບທຳ​ຢືນ​ຢູ່​ຢ່າງ​ໝັ້ນຄົງ​ຕະຫລອດໄປ.

ເໝືອນ​ດັ່ງ​ນ້ຳ​ສົ້ມ​ກັບ​ແຂ້ວ ແລະ ຄວັນໄຟ​ກັບ​ຕາ​ບໍ່​ຖືກ​ກັນ​ສັນໃດ

ຄົນ​ຂີ້ຄ້ານ​ກັບ​ນາຍຈ້າງ​ກໍ​ບໍ່​ຖືກ​ກັນ​ສັນນັ້ນ.

ການ​ຢຳເກງ​ພຣະເຈົ້າ​ຢາເວ​ເຮັດ​ໃຫ້​ມີ​ຊີວິດ​ຍືນຍາວ,

ແຕ່​ປີ​ຂອງ​ຄົນ​ຊົ່ວຮ້າຍ​ຈະ​ຖືກ​ຕັດ​ໃຫ້​ສັ້ນ​ເຂົ້າ.

ຄວາມ​ຫວັງ​ຂອງ​ຄົນ​ຊອບທຳ​ຄື​ຄວາມ​ຊົມຊື່ນ​ຍິນດີ,

ແຕ່​ຄວາມ​ຫວັງ​ຂອງ​ຄົນ​ຊົ່ວຮ້າຍ​ກໍ​ບໍ່​ມີ​ຫຍັງ.

ທາງ​ຂອງ​ພຣະເຈົ້າ​ຢາເວ​ເປັນ​ບ່ອນ​ລີ້ໄພ​ສໍາລັບ​ຄົນ​ທີ່​ບໍ່​ມີ​ຕຳໜິ,

ແຕ່​ເປັນ​ຄວາມ​ຈິບຫາຍ​ຂອງ​ຄົນ​ທີ່​ເຮັດ​ຊົ່ວ.

ຄົນ​ຊອບທຳ​ຈະ​ບໍ່​ມີ​ວັນ​ຖືກ​ຖອນ​ຮາກ,

ແຕ່​ຄົນ​ຊົ່ວຮ້າຍ​ຈະ​ບໍ່​ໝັ້ນຄົງ​ຢູ່​ໃນ​ແຜ່ນດິນ.

ປາກ​ຂອງ​ຄົນ​ຊອບທຳ​ນໍາ​ເອົາ​ຜົນ​ແຫ່ງ​ປັນຍາ​ມາ​ໃຫ້,

ແຕ່​ລີ້ນ​ທີ່​ມັກ​ປີ້ນ​ຄວາມ​ຈະ​ຖືກ​ລະງັບ​ໄວ້.

ຮິມ​ສົບ​ຂອງ​ຄົນ​ຊອບທຳ​ຮູ້ຈັກ​ວ່າ​ຈະເຮັດ​ສິ່ງໃດ​ຈຶ່ງ​ໄດ້​ຮັບ​ຄວາມ​ກະລຸນາ,

ແຕ່​ປາກ​ຂອງ​ຄົນ​ຊົ່ວຮ້າຍ​ເວົ້າ​ແຕ່​ສິ່ງ​ທີ່​ເຮັດ​ໃຫ້​ເຈັບໃຈ.

Source notes (1)
  1. Footnote ຫລື ແຕ່​ປາກ​ຂອງ​ຄົນ​ຊົ່ວ​ຊ້ອນ​ຄວາມ​ໂຫດຮ້າຍ​ທາລຸນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.