Biblica® Open Lao Contemporary Version
ສຸພາສິດ 9
ຄຳເຊີນຂອງປັນຍາ ແລະ ຄວາມໂງ່ຈ້າ
ປັນຍາໄດ້ສ້າງບ້ານຂອງຕົນຂຶ້ນ;
ປັນຍາໄດ້ຕັ້ງເສົາເຈັດຕົ້ນ.
ປັນຍາໄດ້ຕຽມຊີ້ນ ແລະ ປະສົມເຫລົ້າອະງຸ່ນໄວ້;
ປັນຍາຍັງໄດ້ຈັດໂຕະໄວ້ດ້ວຍ.
ປັນຍາໄດ້ສົ່ງຄົນຮັບໃຊ້ອອກໄປ, ແລະ ຮ້ອງບອກ
ຈາກບ່ອນສູງສຸດຢູ່ໃນເມືອງວ່າ,
“ໃຫ້ທຸກຄົນທີ່ບໍ່ຮູ້ຈັກຄິດ ເຂົ້າມາໃນເຮືອນຂອງເຮົາ!”
ປັນຍາເວົ້າກັບຄົນທີ່ບໍ່ຮູ້ຈັກຄິດວ່າ,
“ຈົ່ງມາກິນເຂົ້າຂອງເຮົາ
ແລະ ດື່ມເຫລົ້າອະງຸ່ນທີ່ເຮົາໄດ້ປະສົມໄວ້.
ຈົ່ງປະຖິ້ມວິຖີທາງອັນບໍ່ຮູ້ຈັກຄິດຂອງເຈົ້າ ແລະ ເຈົ້າຈະມີຊີວິດຢູ່;
ຈົ່ງເດີນຕາມທາງແຫ່ງຄວາມເຂົ້າໃຈ”.
ຜູ້ໃດທີ່ຕັກເຕືອນຄົນມັກເຢາະເຢີ້ຍກໍຈະຖືກດູໝິ່ນ;
ຜູ້ທີ່ຕຳໜິຄົນຊົ່ວຮ້າຍ ກໍຈະຖືກທໍາຮ້າຍ.
ຢ່າໄປຕຳໜິຄົນມັກເຢາະເຢີ້ຍ ເພາະພວກເຂົາຈະກຽດຊັງເຈົ້າ;
ຈົ່ງຕຳໜິຄົນສະຫລາດ ແລະ ພວກເຂົາຈະຮັກເຈົ້າ.
ຈົ່ງສັ່ງສອນຄົນສະຫລາດ ແລ້ວພວກເຂົາຈະສະຫລາດຫລາຍກວ່າເກົ່າ;
ຈົ່ງສອນຄົນຊອບທຳ ແລ້ວພວກເຂົາຈະເພີ່ມການຮຽນຮູ້ຂອງພວກເຂົາໃຫ້ຫລາຍຂຶ້ນ.
ການຢຳເກງພຣະເຈົ້າຢາເວເປັນບໍ່ເກີດຂອງປັນຍາ,
ແລະ ການຮູ້ຈັກອົງບໍລິສຸດເປັນບໍ່ເກີດແຫ່ງຄວາມເຂົ້າໃຈ.
ເພາະໂດຍທາງປັນຍາ ວັນເວລາຂອງເຈົ້າຈະມີຫລາຍຂຶ້ນ,
ແລະ ເຈົ້າຈະມີອາຍຸຍືນຍາວ.
ຖ້າເຈົ້າມີປັນຍາ, ປັນຍາຂອງເຈົ້າຈະໃຫ້ບຳເໜັດແກ່ເຈົ້າ;
ຖ້າເຈົ້າເປັນຄົນມັກເຢາະເຢີ້ຍ, ເຈົ້າກໍຈະທົນທຸກຢູ່ຄົນດຽວ.
ຄວາມໂງ່ຈ້າເປັນດັ່ງຍິງດື້ດ້ານ;
ນາງເປັນຄົນບໍ່ຮູ້ຈັກຄິດ ແລະ ບໍ່ຮູ້ຫຍັງເລີຍ.
ນາງນັ່ງຢູ່ປະຕູເຮືອນຂອງຕົນ,
ຫລື ນັ່ງຢູ່ບ່ອນສູງໃນເມືອງ,
ນາງເອີ້ນໃສ່ຄົນທີ່ຍ່າງຜ່ານໄປມາ,
ຜູ້ທີ່ໃສ່ໃຈກິດທຸລະຂອງຕົນເອງວ່າ,
“ໃຫ້ທຸກຄົນທີ່ບໍ່ຮູ້ຈັກຄິດ, ເຂົ້າມາໃນເຮືອນຂອງເຮົາ!”
ນາງເວົ້າກັບຄົນທີ່ບໍ່ຮູ້ຈັກຄິດວ່າ,
“ນໍ້າທີ່ລັກມາກໍຫວານຊື່ນໃຈ;
ອາຫານທີ່ລີ້ກິນກໍແຊບດີ!”
ແຕ່ພວກເຂົາຮູ້ບໍ່ວ່າ ມີຄົນຕາຍຢູ່ທີ່ນັ້ນ,
ແຂກທັງຫລາຍຂອງນາງກໍຢູ່ໃນແດນແຫ່ງຄວາມຕາຍ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.