Skip to content
BibleKenya

Biblica® Open Lao Contemporary Version

ສຸພາສິດ 8

ສຽງ​ເອີ້ນ​ຂອງ​ປັນຍາ

ປັນຍາ​ບໍ່​ໄດ້​ເອີ້ນ​ຫາ​ບໍ?

ຄວາມ​ເຂົ້າໃຈ​ບໍ່​ໄດ້​ສົ່ງສຽງ​ເອີ້ນ​ບໍ?

ປັນຍາ​ຢືນ​ຢູ່​ເທິງ​ບ່ອນ​ສູງ​ໄປ​ຕາມ​ທາງ​ຍ່າງ,

ແລະ ໄປ​ຕາມ​ທາງ​ແຍກ, ປັນຍາ​ຢືນ​ຢູ່​ທີ່​ນັ້ນ;

ຢູ່​ຂ້າງ​ປະຕູ​ເຂົ້າ​ໄປ​ໃນ​ເມືອງ,

ຢູ່​ປາກ​ປະຕູ​ທາງ​ເຂົ້າ, ປັນຍາ​ຮ້ອງ​ສຽງ​ດັງ​ວ່າ:

“ໂອ ປະຊາຊົນ, ເຮົາ​ຮ້ອງ​ຫາ​ພວກເຈົ້າ;

ເຮົາ​ຍົກ​ສຽງ​ຂຶ້ນ​ຮ້ອງ​ຫາ​ມະນຸດ​ທຸກຄົນ.

ເຈົ້າ​ຜູ້​ຜູ້​ເປັນ​ຄົນ​ອ່ອນ​ຕໍ່​ໂລກ, ຈົ່ງ​ມີ​ຄວາມ​ສຸຂຸມ​ຮອບຄອບ;

ເຈົ້າ​ຜູ້​ເປັນ​ຄົນໂງ່​ຈ້າ ຈົ່ງ​ໃສ່​ໃຈ​ໃນ​ສິ່ງ​ນີ້.1

ຈົ່ງ​ຟັງ, ເພາະ​ເຮົາ​ມີ​ສິ່ງ​ທີ່​ສໍາຄັນ​ຫລາຍ​ຈະ​ມາ​ບອກ;

ເຮົາ​ອ້າ​ປາກ​ຂອງ​ເຮົາ​ເພື່ອ​ເວົ້າ​ສິ່ງ​ທີ່​ຖືກຕ້ອງ.

ປາກ​ຂອງ​ເຮົາ​ເວົ້າ​ສິ່ງ​ທີ່​ເປັນ​ຄວາມຈິງ,

ເພາະ​ຮີມ​ສົບ​ຂອງ​ເຮົາ​ກຽດຊັງ​ຄວາມ​ຊົ່ວຮ້າຍ.

ຄໍາເວົ້າ​ທັງໝົດ​ຈາກ​ປາກ​ຂອງ​ເຮົາ​ແມ່ນ​ຍຸຕິທຳ;

ບໍ່​ມີ​ຄຳ​ໃດ​ທີ່​ຫລອກລວງ ຫລື ບິດເບືອນ.

ສໍາລັບ​ຜູ້​ທີ່​ພິຈາລະນາ​ຄໍາເວົ້າ​ທັງໝົດ​ຈະ​ເຂົ້າໃຈ;

ເປັນ​ຄໍາເວົ້າ​ທີ່​ທ່ຽງທຳ​ຕໍ່​ບັນດາ​ຜູ້​ທີ່​ຄົ້ນພົບ​ຄວາມ​ຮູ້.

ຈົ່ງ​ເລືອກ​ເອົາ​ຄຳ​ສັ່ງສອນ​ຂອງ​ເຮົາ​ແທນ​ທີ່​ຈະ​ເລືອກ​ເອົາ​ເງິນ,

ຈົ່ງ​ເລືອກ​ເອົາ​ຄວາມ​ຮູ້​ຫລາຍ​ກວ່າ​ເລືອກ​ເອົາ​ຄໍາ​ເນື້ອ​ດີ,

ເພາະ​ປັນຍາ​ມີ​ຄ່າ​ກວ່າ​ເພັດພອຍ,

ແລະ ບໍ່​ມີ​ສິ່ງ​ໃດ​ທີ່​ເຈົ້າ​ປາຖະໜາ​ຈະ​ປຽບທຽບ​ກັບ​ປັນຍາ​ໄດ້.

“ເຮົາ, ຄື​ປັນຍາ, ຢູ່​ຮ່ວມ​ກັນ​ກັບ​ຄວາມ​ຮອບຄອບ;

ເຮົາ​ມີ​ຄວາມ​ຮູ້ ແລະ ຄວາມ​ສະຫລາດ.

ການ​ຢຳເກງ​ພຣະເຈົ້າ​ຢາເວ​ແມ່ນ​ການ​ກຽດຊັງ​ຄວາມ​ຊົ່ວຮ້າຍ;

ເຮົາ​ກຽດຊັງ​ຄວາມ​ຈອງຫອງ ແລະ ຄວາມ​ໂອ້ອວດ,

ການ​ປະພຶດ​ຊົ່ວ ແລະ ການ​ເວົ້າ​ປີ້ນ​ຄວາມ.

ຄຳ​ປຶກສາ ແລະ ການ​ຕັດສິນ​ທີ່​ຖືກຕ້ອງ​ເປັນ​ຂອງ​ເຮົາ;

ເຮົາ​ມີ​ຄວາມເຂົ້າໃຈ ແລະ ມີ​ອຳນາດ.

ໂດຍ​ປັນຍາ ບັນດາ​ກະສັດ​ຈຶ່ງ​ໄດ້​ຂຶ້ນ​ປົກຄອງ

ແລະ ຜູ້​ປົກຄອງ​ກໍ​ອອກ​ກົດໝາຍ​ຢ່າງ​ຍຸຕິທຳ;

ໂດຍ​ປັນຍາ ບັນດາ​ເຈົ້ານາຍ​ຈຶ່ງ​ໄດ້​ຂຶ້ນ​ປົກຄອງ,

ແລະ ບັນດາ​ຂຸນນາງ​ຄື​ຜູ້​ທີ່​ປົກຄອງ​ທັງໝົດ​ຢູ່​ໃນ​ໂລກ.2

ເຮົາ​ຮັກ​ຄົນ​ທັງຫລາຍ​ທີ່​ຮັກ​ເຮົາ,

ແລະ ຜູ້​ທີ່​ຊອກ​ຫາ​ເຮົາ​ກໍ​ໄດ້​ພົບ​ເຮົາ.

ເຮົາ​ມີ​ຊັບສົມບັດ ແລະ ມີ​ກຽດ,

ມີ​ຄວາມ​ຮັ່ງມີ ແລະ ຈະເລີນ​ຮຸ່ງເຮືອງ​ຕະຫລອດໄປ​ດ້ວຍ.

ຜົນ​ຂອງ​ເຮົາ​ກໍ​ດີ​ກວ່າ​ຄຳ​ບໍລິສຸດ;

ສິ່ງ​ທີ່​ເຮົາ​ໃຫ້​ນັ້ນ​ກໍ​ມີ​ຄຸນຄ່າ​ຫລາຍ​ກວ່າ​ເງິນ​ເນື້ອ​ດີ.

ເຮົາ​ເດີນ​ໃນ​ທາງ​ແຫ່ງ​ຄວາມ​ຊອບທຳ,

ຕາມ​ວິຖີ​ແຫ່ງ​ຄວາມ​ຍຸຕິທຳ,

ເຮົາ​ໃຫ້​ມໍລະດົກ​ລ້ຳຄ່າ​ແກ່​ຜູ້​ທີ່​ຮັກ​ເຮົາ

ແລະ ເຮັດ​ໃຫ້​ຄັງ​ສົມບັດ​ຂອງ​ພວກເຂົາ​ເຕັມ.

“ພຣະເຈົ້າຢາເວ​ໄດ້​ສ້າງ​ເຮົາ​ຂຶ້ນ​ມາ​ເປັນ​ຜົນ​ງານ​ຊິ້ນ​ທຳອິດ,34

ກ່ອນ​ກິດຈະການ​ຂອງ​ພຣະອົງ​ຕັ້ງແຕ່​ດົນນານ​ມາ​ແລ້ວ;

ເຮົາ​ໄດ້​ຖືກ​ສ້າງ​ມາ​ເມື່ອ​ດົນນານ​ມາ​ແລ້ວ,

ຕັ້ງແຕ່​ປະຖົມມະການ, ເມື່ອ​ໂລກ​ຖືກ​ສ້າງ​ຂຶ້ນ​ມາ.

ເຮົາ​ເກີດ​ຂຶ້ນ​ມາ​ກ່ອນ​ຈະ​ມີ​ຫ້ວງ​ນໍ້າ​ເລິກ,

ກ່ອນ​ນ້ຳພຸ​ທີ່​ມີ​ນ້ຳ​ພຸ່ງ​ຂຶ້ນ​ມາ;

ກ່ອນ​ບັນດາ​ພູເຂົາ​ຈະ​ຖືກ​ໄວ້​ສ້າງ​ຂຶ້ນ​ໄວ້​ຢູ່​ໃນ​ບ່ອນ​ຂອງ​ມັນ,

ກ່ອນ​ມີ​ເນີນພູ, ເຮົາ​ກໍ​ເກີດ​ແລ້ວ,

ກ່ອນ​ທີ່​ພຣະເຈົ້າ​ໄດ້​ສ້າງ​ໂລກ ຫລື ທົ່ງຫຍ້າ​ທັງຫລາຍ

ຫລື ກ່ອນ​ຂີ້ຝຸ່ນ​ດິນ​ໃດໆ​ຂອງ​ໂລກ.

ເຮົາ​ຢູ່​ທີ່​ນັ້ນ ເມື່ອ​ພຣະອົງ​ຈັດ​ວາງ​ຟ້າ​ສະຫວັນ,

ເມື່ອ​ພຣະອົງ​ຂີດ​ເສັ້ນ​ຂອບ​ຟ້າ​ເທິງ​ໜ້າ​ມະຫາສະໝຸດ,

ເມື່ອ​ພຣະອົງ​ວາງ​ຕຳແໜ່ງ​ເມກ​ເບື້ອງ​ເທິງ

ແລະ ໄດ້​ກຳນົດ​ຕານໍ້າ​ແຫ່ງ​ບາດານ​ຢ່າງ​ໝັ້ນຄົງ,

ເມື່ອ​ພຣະອົງ​ຂີດ​ພົມແດນ​ຂອງ​ທະເລ

ເພື່ອ​ບໍ່​ໃຫ້​ນ້ຳ​ລົ້ນ​ຂຶ້ນ​ເກີນ​ເຂດ​ຄໍາສັ່ງ​ຂອງ​ພຣະອົງ,

ແລະ ເມື່ອ​ພຣະອົງ​ວາງ​ຮາກຖານ​ຂອງ​ໂລກ.

ໃນ​ເວລາ​ນັ້ນ ເຮົາ​ຢູ່​ຄຽງຂ້າງ​ພຣະອົງ​ຕະຫລອດ​ເວລາ.5

ເຮົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຍິນດີ​ວັນ​ຕໍ່​ວັນ,

ຊື່ນຊົມຍິນດີ​ຢູ່​ຕໍ່ໜ້າ​ພຣະອົງ​ສະເໝີ,

ຊື່ນຊົມຍິນດີ​ຢູ່​ໃນ​ໂລກ​ທັງໝົດ​ຂອງ​ພຣະອົງ

ແລະ ມີ​ຄວາມ​ຍິນດີ​ໃນ​ມະນຸດຊາດ.

“ບັດນີ້ ລູກ​ເອີຍ, ຈົ່ງ​ຟັງ​ເຮົາ;

ຄວາມ​ສຸກ​ເປັນ​ຂອງ​ຜູ້ທີ່​ຮັກສາ​ວິຖີທາງ​ຂອງ​ເຮົາ.

ຄວາມ​ສຸກ​ເປັນ​ຂອງ​ຜູ້​ທີ່​ຟັງ​ຄໍາ​ສັ່ງສອນ​ຂອງ​ເຮົາ ແລະ ຈະ​ກາຍ​ເປັນ​ຄົນ​ມີ​ປັນຍາ;

ຢ່າ​ເມີນເສີຍ​ຕໍ່​ຄໍາ​ສັ່ງສອນ​ນັ້ນ​ເລີຍ.

ພຣະພອນ​ເປັນ​ຂອງ​ຜູ້​ທີ່​ຟັງ​ເຮົາ,

ຄື ຜູ້​ທີ່​ກໍາລັງ​ລໍຖ້າ​ຢູ່​ທີ່​ປະຕູ​ຂອງ​ເຮົາ​ທຸກໆ​ວັນ,

ລໍຖ້າ​ຢູ່​ປະຕູ​ເຮືອນ​ຂອງ​ເຮົາ.

ເພາະ​ຄົນ​ທີ່​ພົບ​ເຮົາ​ຍ່ອມ​ພົບ​ຊີວິດ

ແລະ ໄດ້​ຮັບ​ຄວາມ​ພໍໃຈ​ຈາກ​ພຣະເຈົ້າ​ຢາເວ.

ແຕ່​ຄົນ​ທີ່​ບໍ່​ພົບ​ເຮົາ​ກໍ​ຮັກ​ຄວາມ​ຕາຍ;

ທຸກຄົນ​ທີ່​ກຽດຊັງ​ເຮົາ​ກໍ​ຮັກ​ຄວາມ​ຕາຍ”.

Source notes (5)
  1. Footnote ພາສາ​ເຮັບເຣີ​ສະບັບ​ເຊັບຕູອາຈິນ ວ່າ ໂງ່ ຈົ່ງ​ສັ່ງສອນ​ຈິດໃຈ​ຂອງ​ຕົນ​ເອງ
  2. Footnote ສຳເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ສ່ວນ​ໃຫຍ່​ວ່າ ໂດຍ​ເຮົາ ບັນດາ​ເຈົ້າຊີວິດ​ຈຶ່ງ​ປົກຄອງ ແລະ ບັນດາ​ຂຸນນາງ ຄື​ຜູ້​ປົກຄອງ​ທີ່​ຊອບທຳ​ທັງໝົດ​ກໍ​ເຊັ່ນ​ກັນ
  3. Footnote ຫລື ທາງ ຫລື ອານາຈັກ
  4. Footnote ຫລື ພຣະເຈົ້າຢາເວ​ຄອບຄອງ​ເຮົາ​ຕັ້ງແຕ່​ເລີ່ມ​ງານ​ຂອງ​ພຣະອົງ ຫລື ພຣະເຈົ້າຢາເວ​ນຳ​ເຮົາ​ອອກ​ມາ​ຕັ້ງແຕ່​ເລີ່ມ​ງານ​ຂອງ​ພຣະອົງ
  5. Footnote ຫລື ໃນ​ຕອນ​ນັ້ນ​ເຮົາ​ເປັນ​ນາຍ​ຊ່າງ​ເອກ​ຢູ່​ຄຽງ​ຂ້າງ​ພຣະອົງ ຫລື ໃນ​ຕອນ​ນັ້ນ​ເຮົາ​ເປັນ​ເດັກ​ນ້ອຍໆ​ຢູ່​ຄຽງ​ຂ້າງ​ພຣະອົງ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.