Skip to content
BibleKenya

Biblica® Open Lao Contemporary Version

ສຸພາສິດ 7

ຄຳ​ເຕືອນ​ເລື່ອງ​ຍິງ​ຫລິ້ນຊູ້

ລູກ​ເອີຍ, ຈົ່ງ​ຮັກສາ​ຖ້ອຍຄໍາ​ຂອງ​ພໍ່​ໄວ້

ຈົ່ງ​ເກັບ​ສະສົມ​ຄຳສັ່ງສອນ​ຂອງ​ພໍ່​ໄວ້​ພາຍ​ໃນ​ຕົວ​ເຈົ້າ.

ຈົ່ງ​ຮັກສາ​ຄຳສັ່ງ​ຂອງ​ພໍ່​ໄວ້ ແລ້ວ​ເຈົ້າ​ຈະ​ມີ​ຊີວິດ​ຢູ່;

ຈົ່ງ​ຖື​ຮັກສາ​ຄຳສອນ​ຂອງ​ພໍ່​ໄວ້​ດັ່ງ​ແກ້ວຕາ​ຂອງ​ເຈົ້າ.

ຈົ່ງ​ພັນ​ມັນ​ໄວ້​ອ້ອມ​ນິ້ວມື​ຂອງ​ເຈົ້າ​ເປັນ​ເຄື່ອງ​ເຕືອນ​ໃຈ;

ຈົ່ງ​ຂຽນ​ມັນ​ໃສ່​ແຜ່ນ​ຫົວໃຈ​ຂອງ​ເຈົ້າ.

ຈົ່ງ​ເວົ້າ​ຕໍ່​ປັນຍາ​ວ່າ, “ເຈົ້າ​ເປັນ​ເອື້ອຍ​ຂອງ​ຂ້ອຍ”,

ແລະ ຈົ່ງ​ເວົ້າ​ຕໍ່​ຄວາມ​ເຂົ້າໃຈ​ອັນ​ເລິກເຊິ່ງ​ວ່າ, “ເຈົ້າ​ເປັນ​ຍາດພີ່ນ້ອງ​ຂອງ​ຂ້ອຍ”.

ສິ່ງ​ເຫລົ່ານີ້​ຈະ​ປົກປ້ອງ​ເຈົ້າ​ຈາກ​ຍິງຫລິ້ນຊູ້,

ຈາກ​ຍິງ​ເອົາ​ແຕ່​ໃຈ​ດ້ວຍ​ຄຳເວົ້າ​ອັນ​ລໍ້ລວງ​ຂອງ​ນາງ.

ຢູ່​ປ່ອງຢ້ຽມ​ເຮືອນ​ຂອງ​ເຮົາ

ເຮົາ​ແນມ​ເບິ່ງ​ຜ່ານ​ຕາໜ່າງ​ລົງ​ໄປ.

ເຮົາ​ເຫັນ​ບັນດາ​ຄົນ​ທີ່​ຍັງ​ອ່ອນ​ຕໍ່​ໂລກ,

ເຮົາ​ສັງເກດ​ທ່າມກາງ​ບັນດາ​ຊາຍ​ໜຸ່ມ,

ມີ​ຊາຍ​ຄົນ​ໜຶ່ງ​ທີ່​ບໍ່ຮູ້ຈັກຄິດ.

ລາວ​ກໍາລັງ​ຍ່າງ​ໄປ​ຕາມ​ຖະໜົນ​ໃກ້​ແຈ​ບ້ານ​ຂອງ​ນາງ,

ກໍາລັງ​ຍ່າງ​ຊື່​ໄປ​ຫາ​ເຮືອນ​ຂອງ​ນາງ

ໃນ​ຕອນ​ຄໍ່າ, ຂະນະ​ທີ່​ຕາເວັນ​ກໍາລັງ​ຕົກ​ດິນ,

ເມື່ອ​ຄວາມ​ມືດ​ໃນ​ຕອນ​ຄໍ່າ​ກໍາລັງ​ມາ.

ມີ​ຍິງ​ຄົນ​ໜຶ່ງ​ອອກ​ມາ​ພົບ​ລາວ,

ນາງ​ແຕ່ງ​ຕົວ​ດັ່ງ​ຍິງ​ໂສເພນີ ແລະ ມີ​ເລ້ຫລ່ຽມ​ຢູ່​ໃນ​ໃຈ.

(ນາງ​ດື້ດ້ານ ແລະ ບໍ່​ຮູ້​ຈັກ​ອາຍ,

ນາງ​ບໍ່​ເຄີຍ​ຢູ່​ບ້ານ;

ຕອນນີ້ ນາງ​ຢູ່​ຕາມ​ຖະໜົນ, ບັດນີ້ ຢູ່​ຕາມ​ລານ​ສາທາລະນະ,

ນາງ​ດັກ​ຊຸ້ມ​ຢູ່​ຕາມ​ທຸກ​ແຈ​ຖະໜົນ.)

ນາງ​ໂດດ​ກອດ​ລາວ ແລະ ຈູບ​ລາວ

ແລະ ເວົ້າ​ແບບ​ໜ້າ​ບໍ່​ອາຍ​ວ່າ:

“ມື້​ນີ້ ຂ້ອຍ​ໄດ້​ເຮັດ​ຕາມ​ທີ່​ຂ້ອຍ​ສາບານ​ໄວ້,

ແລະ ຂ້ອຍ​ມີ​ອາຫານ​ມາ​ຈາກ​ການ​ຖວາຍ​ເຄື່ອງບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ຢູ່​ເຮືອນ​ແລ້ວ.

ດັ່ງນັ້ນ ຂ້ອຍ​ຈຶ່ງ​ອອກ​ມາ​ພົບ​ເຈົ້າ;

ຂ້ອຍ​ໄດ້​ຊອກຫາ​ເຈົ້າ ແລະ ຂ້ອຍ​ກໍ​ໄດ້​ພົບ​ເຈົ້າ​ແລ້ວ!

ຂ້ອຍ​ໄດ້​ປູ​ບ່ອນ​ນອນ​ຂອງ​ຂ້ອຍ​ໄວ້

ດ້ວຍ​ຜ້າຝ້າຍ​ລີນິນ​ສີ​ສົດໃສ​ຈາກ​ເອຢິບ.

ຂ້ອຍ​ໄດ້​ພົມ​ບ່ອນນອນ​ໃຫ້​ຫອມ

ດ້ວຍ​ຢາງໄມ້ຫອມ ແລະ ອົບເຊີຍ.

ຈົ່ງ​ມາ, ມາ​ດື່ມດໍ່າ​ຄວາມ​ຮັກ​ນຳ​ກັນ​ຈົນ​ເຖິງ​ຕອນເຊົ້າ;

ໃຫ້​ພວກເຮົາ​ມ່ວນຊື່ນ​ນໍາ​ກັນ​ກັບ​ຄວາມ​ຮັກ!

ຜົວ​ຂອງ​ຂ້ອຍ​ບໍ່​ຢູ່​ເຮືອນ;

ລາວ​ໄດ້​ເດີນທາງ​ໄປ​ໄກ.

ລາວ​ຖື​ເງິນ​ໄປ​ເຕັມ​ກະເປົາ

ແລະ ຈະ​ບໍ່​ຢູ່​ເຮືອນ​ຈົນ​ເຖິງ​ວັນ​ເດືອນ​ເຕັມ​ດວງ”.

ນາງ​ໄດ້​ເຮັດ​ໃຫ້​ລາວ​ຫລົງ​ດ້ວຍ​ຄຳເວົ້າ​ອັນ​ອ່ອນຫວານ;

ນາງ​ຫລອກລໍ້​ລາວ​ດ້ວຍ​ຄຳເວົ້າ​ອັນ​ນິ້ມນວນ.

ທັນໃດນັ້ນ ລາວ​ກໍ​ຕິດຕາມ​ນາງ​ໄປ

ດັ່ງ​ງົວເຖິກ​ທີ່​ຖືກ​ຈູງ​ໄປ​ຂ້າ,

ດັ່ງ​ກວາງ​ທີ່​ກໍາລັງ​ຖືກ​ຕ້ອນ​ລົງ​ໄປ​ຂຸມແຮ້ວ

ຈົນ​ຖືກ​ລູກ​ທະນູ​ແທງ​ທະລຸ​ເຖິງ​ຕັບ,

ລາວ​ເປັນ​ດັ່ງ​ນົກ​ບິນ​ເຂົ້າ​ໄປ​ໃນ​ບ້ວງແຮ້ວ,

ໂດຍ​ບໍ່​ຮູ້​ເລີຍ​ວ່າ​ຄວາມ​ຕາຍ​ຈະ​ເອົາ​ຊີວິດ​ຂອງ​ລາວ​ໄປ.

ບັດນີ້ ລູກ​ເອີຍ, ຈົ່ງ​ຟັງ​ພໍ່;

ຈົ່ງ​ເອົາໃຈໃສ່​ໃນ​ສິ່ງ​ທີ່​ພໍ່​ບອກ.

ຢ່າ​ປ່ອຍ​ໃຈ​ຂອງ​ເຈົ້າ​ໄປ​ຕາມ​ທາງ​ຂອງ​ນາງ

ຫລື ຢ່າ​ຫລົງ​ໄປ​ຕາມ​ວິຖີທາງ​ຂອງ​ນາງ.

ມີ​ຜູ້ຊາຍ​ຫລາຍ​ຄົນ​ເປັນ​ເຫຍື່ອ​ທີ່​ນາງ​ໄດ້​ເຮັດ​ໃຫ້​ລົ້ມ​ລົງ;

ຄົນ​ຍິ່ງໃຫຍ່​ກໍ​ຕາຍ​ເພາະ​ນາງ.

ເຮືອນ​ຂອງ​ນາງ​ເປັນ​ທາງ​ຫລວງ​ໄປ​ສູ່​ຂຸມ​ຝັງສົບ,

ນຳ​ລົງ​ໄປ​ສູ່​ຫ້ອງ​ແຫ່ງ​ຄວາມ​ຕາຍ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.