Biblica® Open Lao Contemporary Version
ສຸພາສິດ 6
ຄຳຕັກເຕືອນຕໍ່ຄວາມໂງ່ຈ້າ
ລູກເອີຍ, ຖ້າເຈົ້າໄດ້ຄ້ຳປະກັນໃຫ້ເພື່ອນບ້ານ,
ຖ້າເຈົ້າໄດ້ຈັບມືສັນຍາກັບຄົນແປກໜ້າ,
ເຈົ້າກໍໄດ້ຖືກບ້ວງແຮ້ວຈາກສິ່ງທີ່ເຈົ້າເວົ້າ,
ເຈົ້າໄດ້ຖືກຈັບຈາກຄຳເວົ້າຂອງປາກເຈົ້າເອງ.
ລູກເອີຍ, ເມື່ອເຈົ້າຕົກຢູ່ໃນມືຂອງເພື່ອນບ້ານ,
ສະນັ້ນ ຈົ່ງເຮັດແບບນີ້ເພື່ອປົດປ່ອຍຕົວເຈົ້າເອງ:
ຈົ່ງອອກໄປອ້ອນວອນຂໍຈົນບໍ່ມີແຮງ1
ຢ່າໃຫ້ເພື່ອນບ້ານຂອງເຈົ້າໄດ້ພັກຜ່ອນ!
ຢ່າໃຫ້ຕາຂອງເຈົ້າໄດ້ນອນຫລັບ,
ຢ່າໃຫ້ເປືອກຕາຂອງເຈົ້າເຊືອບຫລັບໄປ
ຈົ່ງປົດປ່ອຍຕົນເອງໃຫ້ເປັນອິດສະຫລະດັ່ງກວາງທີ່ປົບໜີຈາກມືຂອງນາຍພານ,
ດັ່ງນົກທີ່ໜີຈາກບ້ວງແຮ້ວຂອງນາຍພານ.
ເຈົ້າຄົນຂີ້ຄ້ານ, ຈົ່ງໄປຮຽນຮູ້ບົດຮຽນຈາກມົດ;
ຈົ່ງພິຈາລະນາວິທີການຂອງມັນ ແລະ ຈົ່ງເປັນຄົນສະຫລາດຂຶ້ນ!
ມັນບໍ່ມີຜູ້ບັນຊາ,
ບໍ່ມີຜູ້ຄວບຄຸມ ຫລື ບໍ່ມີຜູ້ປົກຄອງ,
ແຕ່ມັນກໍຍັງສະສົມອາຫານໄວ້ໄດ້ໃນລະດູຮ້ອນ
ແລະ ຮວບຮວມອາຫານໄວ້ຕັ້ງແຕ່ໃນລະດູເກັບກ່ຽວ.
ເຈົ້າຄົນຂີ້ຄ້ານ, ເຈົ້າຈະນອນຢູ່ອີກດົນປານໃດ?
ເມື່ອໃດເຈົ້າຈະຕື່ນຂຶ້ນຈາກນອນ?
ເຈົ້າເວົ້າວ່າ, ຂໍນອນອີກໜ້ອຍໜຶ່ງ, ເຊືອບນອນອີກຈັກໜ້ອຍ,
ເອົາມືກອດເອິກຫລັບບຶດໜຶ່ງ
ແລະ ຄວາມທຸກຍາກຈະມາຫາເຈົ້າດັ່ງຄົນຂີ້ລັກ
ແລະ ຄວາມຂັດສົນຈະໂຈມຕີເຈົ້າດັ່ງມີຄົນໜຶ່ງຖືອາວຸດມາ.
ຄົນສ້າງບັນຫາ ແລະ ຄົນຊົ່ວຮ້າຍ,
ທີ່ມັກໄປຊອກຫາຕົວະ,
ຜູ້ທີ່ຍິກຄີ້ວເພື່ອຫວັງທໍາລາຍ,
ສັ່ນຕີນຂອງຕົນເປັນສັນຍານ
ແລະ ດີດນິ້ວມືສົ່ງສັນຍານ,
ຜູ້ທີ່ວາງແຜນການອັນຊົ່ວຮ້າຍດ້ວຍການຫລອກລວງຢູ່ໃນໃຈ
ລາວມັກສ້າງຄວາມຂັດແຍ້ງຕະຫລອດ.
ເຫດສະນັ້ນ ຄວາມຈິບຫາຍຈະມາຫາລາວແບບບໍ່ຮູ້ຕົວ;
ລາວຈະຖືກທໍາລາຍໃນທັນທີທັນໃດ ໂດຍບໍ່ມີວິທີປ້ອງກັນໄດ້.
ມີຫົກຢ່າງທີ່ພຣະເຈົ້າຢາເວກຽດຊັງ,
ມີເຈັດຢ່າງທີ່ພຣະອົງກຽດຊັງຄື:
ຕາທີ່ຈອງຫອງ,
ລີ້ນທີ່ເວົ້າຕົວະ,
ມືທີ່ຂ້າຄົນບໍລິສຸດ
ໃຈທີ່ຄິດແຜນການຊົ່ວຮ້າຍ,
ຕີນທີ່ຟ້າວແລ່ນໄປເຮັດຊົ່ວ,
ເປັນພະຍານບໍ່ຈິງຕໍ່ສູ້ຄົນອື່ນ
ແລະ ເປັນຄົນທີ່ສ້າງຄວາມຂັດແຍ້ງກັນຢູ່ໃນຊຸມຊົນ.
ຄຳເຕືອນຕໍ່ສູ້ການຫລິ້ນຊູ້
ລູກເອີຍ, ຈົ່ງຮັກສາຄຳສັ່ງຂອງພໍ່ເຈົ້າ
ແລະ ຢ່າປະຖິ້ມຄຳສັ່ງສອນຂອງແມ່ເຈົ້າ.
ຈົ່ງຜູກມັນໄວ້ໃນໃຈຂອງເຈົ້າສະເໝີ;
ຈົ່ງມັດມັນໄວ້ອ້ອມຄໍຂອງເຈົ້າ.
ເມື່ອເຈົ້າຍ່າງໄປ, ພວກມັນຈະນຳພາເຈົ້າ;
ເມື່ອເຈົ້ານອນຫລັບ, ພວກມັນຈະຄອຍເບິ່ງແຍງ;
ເມື່ອເຈົ້າຕື່ນຂຶ້ນ, ພວກມັນຈະເວົ້າກັບເຈົ້າ.
ເພາະຄຳສັ່ງນີ້ເປັນຕະກຽງ,
ຄຳສັ່ງສອນນີ້ເປັນແສງສະຫວ່າງ,
ແລະ ເປັນສິ່ງທີ່ດັດແປງແກ້ໄຂ ແລະ ໃຫ້ຄໍາແນະນໍາ
ແລະ ສັ່ງສອນເຖິງທາງແຫ່ງຊີວິດ,
ຮັກສາເຈົ້າໃຫ້ພົ້ນຈາກເມຍຂອງເພື່ອນບ້ານຂອງເຈົ້າ,
ຈາກຄຳເວົ້າທີ່ຫລ່ຽນໄຫລຂອງຍິ່ງທີ່ເອົາແຕ່ໃຈຕົນເອງ.
ຢ່າໃຫ້ຄວາມງາມຂອງນາງຍົວະເຍົ້າໃຈເຈົ້າໄດ້
ຫລື ຢ່າໃຫ້ນາງຫວ່ານສະເໜ່ເຈົ້າດ້ວຍສາຍຕາຂອງນາງ.
ເພາະຍິງໂສເພນີກໍສາມາດແລກໄດ້ດ້ວຍອາຫານຈານໜຶ່ງ,
ແຕ່ເມຍຂອງຊາຍອື່ນຈະລ່າເອົາຊີວິດອັນມີຄ່າຂອງເຈົ້າ.
ຜູ້ໃດຫອບຖ່ານໄຟແດງໄວ້ໃນເອິກຂອງຕົນໄດ້
ໂດຍທີ່ເສື້ອຂອງຕົນບໍ່ໄໝ້?
ຜູ້ໃດແດ່ຍ່າງຢູ່ເທິງຖ່ານໄຟຮ້ອນ
ໂດຍທີ່ຕີນຂອງຕົນບໍ່ໄໝ້?
ຜູ້ທີ່ນອນນໍາເມຍຂອງຊາຍອື່ນກໍເປັນດັ່ງນັ້ນແຫລະ;
ບໍ່ມີຜູ້ໃດທີ່ແຕະຕ້ອງນາງແລ້ວຈະບໍ່ຖືກລົງໂທດ.
ຄົນເຮົາຍັງຮູ້ຈັກສົງສານຄົນຂີ້ລັກ
ທີ່ລັກເພື່ອບັນເທົາຄວາມຫິວຂອງຕົນ ໃນຂະນະທີ່ລາວກໍາລັງຫິວຢູ່ນັ້ນ.
ແຕ່ຖ້າລາວຖືກຈັບໄດ້, ລາວກໍຈະຕ້ອງຈ່າຍຄືນເຖິງເຈັດເທົ່າ,
ເຖິງແມ່ນວ່າລາວຈະຕ້ອງສູນເສຍຊັບສິນທຸກຢ່າງໃນບ້ານຂອງຕົນໄປກໍຕາມ.
ແຕ່ຊາຍທີ່ຫລິ້ນຊູ້ເປັນຄົນບໍ່ຮູ້ຈັກຄິດ;
ຜູ້ໃດກໍຕາມທີ່ເຮັດເຊັ່ນນັ້ນກໍທຳລາຍຕົນເອງ.
ລາວຈະໄດ້ຮັບຄວາມຈິບຫາຍ ແລະ ຄວາມອັບອາຍ,
ແລະ ຄວາມອັບອາຍຂາຍໜ້າຂອງລາວຈະບໍ່ມີມື້ຖືກລຶບລ້າງໄດ້.
ເພາະຄວາມຫຶງຫວງຈະເພີ່ມທະວີຄວາມແຄ້ນຂອງຜູ້ທີ່ເປັນຜົວ,
ແລະ ເມື່ອລາວແກ້ແຄ້ນ, ລາວຈະບໍ່ສະແດງຄວາມເມດຕາ.
ລາວຈະບໍ່ຍອມຮັບຄ່າທຳຂວັນໃດໆ;
ເຖິງວ່າຄ່າທຳຂວັນນັ້ນຈະຫລາຍສໍ່າໃດກໍ່ຕາມ, ລາວກໍຈະບໍ່ຍອມຮັບຢ່າງເດັດຂາດ.
Source notes (1)
- Footnote ຫລື ໄປ ຖ່ອມຕົວຖ່ອມໃຈຂອງເຈົ້າລົງ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.