Biblica® Open Lao Contemporary Version
ສຸພາສິດ 5
ຄຳເຕືອນຕໍ່ສູ້ການຫລິ້ນຊູ້
ລູກເອີຍ, ຈົ່ງຕັ້ງໃຈຟັງປັນຍາຂອງພໍ່,
ຈົ່ງງ່ຽງຫູຟັງຖ້ອຍຄຳທີ່ມີຄວາມໝາຍອັນເລິກເຊິ່ງຂອງພໍ່,
ເພື່ອເຈົ້າຈະຮັກສາຄວາມຮອບຄອບ
ແລະ ປາກຂອງເຈົ້າຈະສະແດງໃຫ້ເຫັນວ່າເຈົ້າມີຄວາມຮູ້.
ເພາະຮີມສົບຂອງຍິງຫລິ້ນຊູ້ກໍຫວານດັ່ງນ້ຳເຜິ້ງ.
ແລະ ຄຳເວົ້າຂອງນາງກໍຫລ່ຽນໄຫລຍິ່ງກວ່ານ້ຳມັນ;
ແຕ່ໃນທີ່ສຸດ ນາງຂົມຍິ່ງກວ່າເຄືອເຂົາຮໍ,
ຄົມຍິ່ງກວ່າດາບສອງຄົມ.
ຕີນຂອງນາງນຳໄປສູ່ຄວາມຕາຍ;
ບາດຍ່າງຂອງນາງຊື່ຕົງໄປຫາຂຸມຝັງສົບ.
ນາງບໍ່ສົນໃຈທາງແຫ່ງຊີວິດ;
ວິຖີທາງຂອງນາງວົງວຽນໄປມາບໍ່ມີຈຸດໝາຍ, ແຕ່ນາງບໍ່ຮູ້.
ບັດນີ້, ລູກເອີຍ, ຈົ່ງຟັງພໍ່;
ແລະ ຢ່າຫັນໜີໄປຈາກສິ່ງທີ່ພໍ່ບອກ.
ຈົ່ງຮັກສາວິຖີທາງຂອງເຈົ້າໃຫ້ຫ່າງໄກຈາກນາງ,
ຢ່າເຂົ້າໄປໃກ້ປະຕູເຮືອນຂອງນາງ,
ຢ້ານວ່າເຈົ້າຈະເສຍກຽດຂອງເຈົ້າໃຫ້ແກ່ຄົນອື່ນ
ແລະ ສັກສີ1ຂອງເຈົ້າໃຫ້ແກ່ຄົນໂຫດຮ້າຍ.
ຢ້ານວ່າຄົນແປກໜ້າຈະໃຊ້ຊັບສິນຂອງເຈົ້າ
ແລະ ສິ່ງທີ່ພວກເຈົ້າຊອກຫາມາໄດ້ຈະຕົກແກ່ເຮືອນຂອງຄົນອື່ນ.
ໃນບັ້ນປາຍຊີວິດຂອງເຈົ້າ ເຈົ້າຈະຮ້ອງຄວນຄາງ,
ເມື່ອເນື້ອໜັງ ແລະ ຮ່າງກາຍຂອງເຈົ້າເສື່ອມໂຊມລົງ.
ເຈົ້າຈະເວົ້າວ່າ, “ຂ້ອຍຊັງລະບຽບວິໄນຫລາຍ!
ແລະ ຫົວໃຈຂອງຂ້ອຍປະຕິເສດການປັບປຸງແກ້ໄຂ!
ຂ້ອຍບໍ່ເຊື່ອຟັງຄໍາຄູອາຈານຂອງຂ້ອຍ
ຫລື ງ່ຽງຫູຂອງຂ້ອຍໄປຫາຜູ້ທີ່ແນະນໍາຂ້ອຍ.
ແລະ ອີກບໍ່ດົນ ຂ້ອຍຈະພົບຄວາມເດືອດຮ້ອນຢ່າງໜັກ
ໃນບ່ອນຊຸມນຸມຂອງປະຊາຊົນຂອງພຣະເຈົ້າ”.
ຈົ່ງດື່ມນ້ຳຈາກອ່າງເກັບນ້ຳຂອງເຈົ້າ,
ນ້ຳທີ່ໄຫລຈາກອ່າງຂອງເຈົ້າເອງ.
ຄວນໃຫ້ນ້ຳພຸຂອງເຈົ້າໄຫລລົ້ນອອກໄປຕາມຖະໜົນບໍ,
ຫລື ໃຫ້ສາຍນໍ້າຂອງເຈົ້າໄຫລໄປໃນແຖວຊຸມຊົນ?
ຈົ່ງໃຫ້ສາຍນ້ຳເຫລົ່ານັ້ນເປັນຂອງເຈົ້າຜູ້ດຽວ,
ຈົ່ງຢ່າໄດ້ແບ່ງປັນໃຫ້ກັບຄົນແປກໜ້າ.
ຂໍໃຫ້ນ້ຳພຸຂອງເຈົ້າໄດ້ຮັບພອນ
ແລະ ຂໍໃຫ້ເຈົ້າພົບຄວາມຊື່ນຊົມຍິນດີໃນເມຍຂອງເຈົ້າທີ່ໄດ້ມາຕັ້ງແຕ່ຍັງໜຸ່ມ.
ດັ່ງກວາງແມ່ທີ່ໜ້າຮັກ, ເຍືອງຜາທີ່ສະຫງ່າງາມ
ຂໍໃຫ້ນົມຂອງນາງເຮັດໃຫ້ເຈົ້າອິ່ມໃຈໄດ້ສະເໝີ,
ຂໍໃຫ້ເຈົ້າຫລົງໄຫລໃນຄວາມຮັກຂອງນາງຕະຫລອດໄປ.
ລູກເອີຍ, ເປັນຫຍັງເຈົ້າຈຶ່ງໄປມົວເມົາກັບເມຍຂອງຊາຍອື່ນ?
ເປັນຫຍັງເຈົ້າຈຶ່ງໄປແນບເອິກຍິງທີ່ຫລົງຜິດ?
ເພາະທາງທັງຫລາຍຂອງເຈົ້າຢູ່ໃນສາຍຕາຂອງພຣະເຈົ້າຢາເວ,
ແລະ ພຣະອົງກວດສອບເບິ່ງທຸກວິຖີທາງຂອງເຈົ້າ.
ການກະທໍາຊົ່ວຂອງຄົນຊົ່ວຮ້າຍກໍດັກຈັບພວກເຂົາເອງ;
ເຊືອກແຫ່ງຄວາມບາບຂອງພວກເຂົາກໍຮັດພວກເຂົາໄວ້ແໜ້ນ.
ພວກເຂົາຈະຕາຍໄປ ເພາະຂາດລະບຽບວິໄນ,
ຖືກນໍາໃຫ້ຫລົງໄປໃນທາງທີ່ຜິດ ເພາະຄວາມໂງ່ຈ້າທີ່ສຸດຂອງພວກເຂົາເອງ.
Source notes (1)
- Footnote ຫລື ປີເດືອນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.