Skip to content
BibleKenya

Biblica® Open Lao Contemporary Version

ສຸພາສິດ 18

ຄົນ​ທີ່​ບໍ່​ເປັນ​ມິດ​ສະແຫວງຫາ​ຈຸດຈົບ​ທີ່​ເຫັນ​ແກ່​ໂຕ

ແລະ ຕໍ່ຕ້ານ​ການ​ຕັດສິນ​ທີ່​ຖືກຕ້ອງ​ທັງໝົດ ເຮັດ​ໃຫ້​ຜິດ​ຖຽງ​ກັນ.

ຄົນ​ໂງ່​ຈ້າ​ບໍ່​ພົບ​ຄວາມ​ສຸກ​ໃນ​ຄວາມ​ເຂົ້າໃຈ

ແຕ່​ມັກ​ຍິນດີ​ໃນ​ການ​ສະແດງ​ຄວາມ​ຄິດເຫັນ​ຂອງ​ຕົນ.

ເມື່ອ​ຄວາມ​ຊົ່ວ​ມາ1 ການ​ດູຖູກ​ກໍ​ມາ​ນໍາ,

ແລະ ການ​ຕຳໜິ​ມາ​ພ້ອມ​ກັບ​ຄວາມ​ອັບອາຍ.

ຄຳເວົ້າ​ຈາກ​ປາກ​ຂອງ​ຄົນ​ເປັນ​ດັ່ງ​ນ້ຳ​ເລິກ,

ນ້ຳພຸ​ແຫ່ງ​ປັນຍາ​ເປັນ​ກະແສ​ນ້ຳ​ທີ່​ໄຫລ​ແຮງ.

ການ​ເຂົ້າ​ຂ້າງ​ຄົນ​ຊົ່ວ​ຮ້າຍ​ບໍ່​ດີ​ສັນໃດ

ແລະ ການ​ບໍ່​ໃຫ້​ຄວາມ​ຍຸຕິທຳ​ແກ່​ຄົນ​ບໍລິສຸດ​ກໍ​ບໍ່​ດີ​ສັນນັ້ນ.

ຮິມສົບ​ຂອງ​ຄົນ​ໂງ່​ຈ້າ​ນໍາ​ເອົາ​ຄວາມ​ຂັດແຍ່ງ​ມາ​ສູ່​ພວກເຂົາ,

ແລະ ປາກ​ຂອງ​ພວກເຂົາ​ນໍາ​ເອົາ​ການ​ຊົກຕ່ອຍ​ມາ.

ປາກ​ຂອງ​ຄົນ​ໂງ່​ຈ້າ​ເປັນ​ຄວາມ​ຈິບຫາຍ​ຂອງ​ຕົນ,

ຮິມສົບ​ຂອງ​ພວກເຂົາ​ເປັນ​ກັບດັກ​ຊີວິດ​ຂອງ​ຕົນ.

ຄຳເວົ້າ​ນິນທາ​ເປັນ​ດັ່ງ​ອາຫານ​ທີ່​ແຊບ;

ມັນ​ລົງ​ໄປ​ໃນ​ສ່ວນ​ເລິກ​ທີ່​ສຸດ​ຂອງ​ຄົນ.

ຄົນ​ຂີ້ຄ້ານ​ໃນ​ການ​ເຮັດວຽກ​ຂອງ​ຕົນ

ເປັນ​ພີ່ນ້ອງ​ກັບ​ຄົນ​ທີ່​ມັກ​ທໍາລາຍ.

ນາມຊື່​ຂອງ​ພຣະເຈົ້າ​ຢາເວ​ເປັນ​ດັ່ງ​ປ້ອມ​ປ້ອງກັນ;

ຄົນ​ຊອບທຳ​ແລ່ນ​ເຂົ້າ​ໄປ​ຫລົບ​ລີ້​ຢູ່​ທີ່​ນັ້ນ ແລະ ໄດ້​ຮັບ​ຄວາມ​ປອດໄພ.

ຊັບສົມບັດ​ຂອງ​ຄົນ​ຮັ່ງມີ​ເປັນ​ດັ່ງ​ປ້ອມ​ປ້ອງກັນ​ເມືອງ​ຂອງ​ພວກເຂົາ;

ພວກເຂົາ​ຄິດວ່າ​ມັນ​ເປັນ​ກຳແພງ​ສູງ​ເກີນ​ກວ່າ​ທີ່​ຈະ​ວັດແທກ​ໄດ້.

ໃຈ​ຂອງ​ຄົນ​ໂອ້ອວດ​ກໍ​ຈະ​ຕົກຕໍ່າ

ແຕ່​ການ​ຖ່ອມຕົວ​ນໍາ​ກຽດ​ມາ​ໃຫ້.

ຄົນ​ທີ່​ຕອບ​ກ່ອນ​ຟັງ

ກໍ​ເປັນ​ຄວາມ​ໂງ່ຈ້າ ແລະ ຄວາມ​ອັບອາຍ​ຂາຍ​ໜ້າ.

ຈິດໃຈ​ຂອງ​ຄົນ​ອົດທົນ​ຕໍ່​ຄວາມ​ເຈັບປ່ວຍ​ໄດ້

ແຕ່​ເມື່ອ​ຈິດໃຈ​ແຕກ​ສະຫລາຍ​ຜູ້ໃດ​ຈະ​ອົດທົນ​ໄດ້?

ໃຈ​ຂອງ​ຄົນ​ສະ​ຫລາດ​ສະແຫວງ​ຫາ​ຄວາມ​ຮູ້

ແລະ ຫູ​ຂອງ​ຄົນ​ມີ​ປັນຍາ​ສະແຫວງ​ຫາ​ຄວາມ​ຮູ້.

ຂອງຂັວນ​ເປີດ​ຊ່ອງທາງ

ແລະ ນໍາ​ທາງ​ແກ່​ຜູ້​ໃຫ້​ເພື່ອ​ຈະ​ໄດ້​ເຂົ້າ​ມາ​ພົບ​ຜູ້​ໃຫຍ່.

ຄົນ​ທີ່​ເວົ້າ​ກ່ອນ​ໃນ​ສານ​ເບິ່ງ​ຄື​ວ່າ​ເປັນ​ຝ່າຍຖືກ,

ຈົນກວ່າ​ອີກ​ຝ່າຍ​ເຂົ້າ​ມາ ແລະ ໂຕ້ແຍ້ງ.

ການ​ຈັບ​ສະຫລາກ​ຢຸດຕິ​ການ​ຜິດຖຽງ​ກັນ

ແລະ ແຍກ​ຄູ່​ຂັດແຍ້ງ​ອອກ​ຈາກ​ກັນ​ໄດ້.

ການ​ໄກ່ເກ່ຍ​ອ້າຍ​ເອື້ອຍ​ນ້ອງ​ທີ່​ຜິດ​ກັນ​ກໍ​ຍາກ​ກວ່າ​ການ​ຢຶດ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ;

ການ​ຜິດຖຽງ​ກັນ​ເປັນ​ດັ່ງ​ປະຕູ​ຮົ້ວ​ທີ່​ກັ້ນ​ໄວ້.

ຜົນ​ຈາກ​ປາກ​ເຮັດ​ໃຫ້​ຄົນ​ອີ່ມ​ທ້ອງ;

ພວກເຂົາ​ພໍໃຈ​ດ້ວຍ​ການ​ເກັບກ່ຽວ​ຜົນ​ຈາກ​ຮິມສົບ​ຂອງ​ຕົນ.

ລີ້ນ​ມີ​ອຳນາດ​ແຫ່ງ​ຊີວິດ ແລະ ຄວາມ​ຕາຍ,

ແລະ ຄົນ​ທີ່​ຮັກ​ການ​ເວົ້າ​ຈະ​ໄດ້​ກິນ​ຜົນ​ຂອງ​ມັນ.

ຜູ້​ທີ່​ພົບ​ເມຍ​ກໍ​ພົບ​ສິ່ງ​ທີ່​ດີ

ແລະ ໄດ້​ຮັບ​ຄວາມ​ພໍໃຈ​ຈາກ​ພຣະເຈົ້າ​ຢາເວ.

ຄົນ​ທຸກຍາກ​ອ້ອນວອນ​ຂໍ​ຄວາມ​ເມດຕາ,

ແຕ່​ຄົນ​ຮັ່ງມີ​ຕອບ​ຢ່າງ​ຫຍາບຊ້າ.

ຜູ້​ທີ່​ມີ​ໝູ່ເພື່ອນ​ທີ່​ໄວ້ໃຈ​ບໍ່​ໄດ້​ຈະ​ນໍາ​ຄວາມ​ຈິບຫາຍ​ມາ​ໃຫ້,

ແຕ່​ມີ​ໝູ່ເພື່ອນ​ທີ່​ໃກ້​ຊິດ​ສະໜິດ​ແໜ້ນ​ກໍ​ດີ​ກວ່າ​ພີ່ນ້ອງ.

Source notes (1)
  1. Footnote ຫລື ຄົນ​ຊົ່ວ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.