Biblica® Open Lao Contemporary Version
ຟີເລໂມນ 1
ຈົດໝາຍສະບັບນີ້ຈາກເຮົາໂປໂລ ຜູ້ເປັນນັກໂທດເພາະເຫັນແກ່ພຣະຄຣິດເຈົ້າເຢຊູ ແລະ ຕີໂມທຽວນ້ອງຊາຍຂອງພວກເຮົາ,
ເຖິງ ຟີເລໂມນເພື່ອນທີ່ຮັກ ແລະ ຜູ້ຮ່ວມງານຂອງພວກເຮົາ ເຖິງອັບເຟຍນ້ອງສາວຂອງພວກເຮົາ ແລະ ເຖິງອາຂີໂປຜູ້ເປັນເພື່ອນທະຫານຂອງພວກເຮົາ ແລະ ເຖິງຄຣິສຕະຈັກທີ່ຢູ່ໃນເຮືອນຂອງເຈົ້າ:
ຂໍໃຫ້ພຣະຄຸນ ແລະ ສັນຕິສຸກທີ່ມາຈາກພຣະເຈົ້າພຣະບິດາ ແລະ ພຣະຄຣິດເຈົ້າເຢຊູຈົ່ງມີແກ່ພວກເຈົ້າ.
ໂມທະນາຂອບພຣະຄຸນ ແລະ ຄຳອະທິຖານ
ເມື່ອເຮົາລະນຶກເຖິງເຈົ້າໃນຄຳອະທິຖານ ເຮົາກໍຂອບພຣະຄຸນພຣະເຈົ້າຢູ່ສະເໝີ, ເພາະເຮົາໄດ້ຍິນກ່ຽວກັບຄວາມຮັກຂອງເຈົ້າທີ່ເຈົ້າມີຕໍ່ຄົນບໍລິສຸດຂອງພຣະເຈົ້າ ແລະ ຄວາມເຊື່ອຂອງເຈົ້າໃນພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າ. ເຮົາອະທິຖານຂໍໃຫ້ຄວາມເຊື່ອທີ່ພວກເຮົາມີຮ່ວມກັນຈະເຮັດໃຫ້ເຈົ້າເຂົ້າໃຈຢ່າງເລິກເຊິ່ງເຖິງສິ່ງດີທຸກຢ່າງທີ່ພວກເຮົາມີໃນພຣະຄຣິດເຈົ້າ. ນ້ອງຊາຍເອີຍ, ຄວາມຮັກຂອງເຈົ້າໄດ້ເຮັດໃຫ້ເຮົາຊື່ນຊົມຍິນດີ ແລະ ມີກຳລັງໃຈຫລາຍ ເພາະວ່າເຈົ້າໄດ້ເຮັດໃຫ້ຄົນຂອງອົງພຣະຜູ້ເປັນເຈົ້າຊື່ນໃຈ.
ໂປໂລຂໍຮ້ອງເລື່ອງໂອເນຊີໂມ
ເຫດສະນັ້ນ ເຖິງແມ່ນວ່າໃນພຣະຄຣິດເຈົ້າເຮົາອາດຈະກ້າສັ່ງໃຫ້ເຈົ້າເຮັດສິ່ງທີ່ສົມຄວນເຮັດ, ແຕ່ຂໍຮ້ອງເຈົ້າເທິງພື້ນຖານຂອງຄວາມຮັກ ເຮົາໂປໂລຜູ້ເຖົ້າແກ່ ແລະ ບັດນີ້ຍັງເປັນນັກໂທດເພາະເຫັນແກ່ພຣະຄຣິດເຈົ້າເຢຊູດ້ວຍ. ເຮົາຂໍຮ້ອງເຈົ້າເລື່ອງລູກຊາຍຂອງເຮົາຄືໂອເນຊີໂມ1 ຜູ້ທີ່ໄດ້ກາຍເປັນລູກຊາຍຂອງເຮົາໃນຂະນະທີ່ເຮົາຖືກລ່າມໂສ້ຢູ່. ເມື່ອກ່ອນລາວບໍ່ເປັນປະໂຫຍດແກ່ເຈົ້າ, ແຕ່ດຽວນີ້ລາວເປັນປະໂຫຍດທັງແກ່ເຈົ້າ ແລະ ແກ່ເຮົາເໝືອນກັນ.
ບັດນີ້ ເຮົາໄດ້ສົ່ງລາວຜູ້ເປັນໝາກຫົວໃຈຂອງເຮົາກັບຄືນມາຫາເຈົ້າ. ເຮົາຢາກໃຫ້ລາວຢູ່ກັບເຮົາເພື່ອວ່າລາວຈະສາມາດຊ່ວຍເຫລືອເຮົາແທນເຈົ້າໃນລະຫວ່າງທີ່ເຮົາຖືກລ່າມໂສ້ຢູ່ເພື່ອເຫັນແກ່ຂ່າວປະເສີດ. ແຕ່ວ່າເຮົາບໍ່ຢາກເຮັດສິ່ງໃດກ່ອນໄດ້ຮັບຄວາມເຫັນຈາກເຈົ້າ, ເພື່ອວ່າຄວາມດີໃດໆທີ່ເຈົ້າໄດ້ເຮັດນັ້ນຈະບໍ່ເບິ່ງຄືວ່າຖືກບັງຄັບ ແຕ່ຈະເປັນຄວາມສະໝັກໃຈ. ບາງທີເຫດຜົນທີ່ລາວໄດ້ຈາກເຈົ້າໄປຊົ່ວໄລຍະໜຶ່ງ ກໍເພື່ອວ່າເຈົ້າຈະໄດ້ຮັບລາວກັບຄືນມາຢ່າງຖາວອນ ບໍ່ແມ່ນໃນຖານະຂ້າທາດອີກຕໍ່ໄປ, ແຕ່ດີກວ່າຂ້າທາດອີກ ເປັນເໝືອນນ້ອງຮັກຄົນໜຶ່ງ. ລາວເປັນທີ່ຮັກຂອງເຮົາ ແລະ ລາວຈະເປັນທີ່ຮັກຂອງເຈົ້າຫລາຍຂຶ້ນກວ່ານັ້ນອີກ, ທັງໃນຖານະທີ່ເປັນເພື່ອນມະນຸດ ແລະ ໃນຖານະທີ່ເປັນພີ່ນ້ອງກັນໃນອົງພຣະຜູ້ເປັນເຈົ້າ.
ເຫດສະນັ້ນ ຖ້າເຈົ້າຖືວ່າເຮົາເປັນເພື່ອນຮ່ວມງານຂອງເຈົ້າແລ້ວ ກໍຈົ່ງຕ້ອນຮັບລາວໄວ້ເໝືອນກັບທີ່ເຈົ້າຕ້ອນຮັບເຮົາ. ຖ້າລາວໄດ້ເຮັດຜິດຕໍ່ເຈົ້າປະການໃດ ຫລື ເປັນໜີ້ເຈົ້າສິ່ງໃດ, ກໍໃຫ້ເຈົ້າຄິດໄລ່ເອົານໍາເຮົາ. ເຮົາໂປໂລຂຽນຂໍ້ຄວາມນີ້ດ້ວຍມືຂອງເຮົາເອງ. ເຮົາຈະໃຊ້ແທນໃຫ້ໂດຍບໍ່ເອີ່ຍເຖິງວ່າໂຕເຈົ້າເອງກໍເປັນໜີ້ຊີວິດເຮົາ. ນ້ອງຊາຍເອີຍ, ເຮົາປາຖະໜາວ່າເຮົາຈະໄດ້ຮັບປະໂຫຍດບາງຢ່າງຈາກເຈົ້າໃນອົງພຣະຜູ້ເປັນເຈົ້າ, ຄືເຮັດໃຫ້ເຮົາໄດ້ຊື່ນໃຈໃນພຣະຄຣິດເຈົ້າ. ເຮົາໄດ້ຂຽນເຖິງເຈົ້າດ້ວຍຄວາມໝັ້ນໃຈວ່າເຈົ້າຈະເຊື່ອຟັງ ເພາະຮູ້ວ່າເຈົ້າຈະເຮັດຫລາຍກວ່າທີ່ເຮົາຂໍນັ້ນອີກ.
ອີກຢ່າງໜຶ່ງກໍຄື: ຂໍໃຫ້ຈັດຕຽມຫ້ອງພັກໄວ້ສຳລັບເຮົາ ເພາະເຮົາຫວັງວ່າຈະໄດ້ກັບມາຫາເຈົ້າອີກຕາມຄຳອະທິຖານຂອງເຈົ້າ.
ເອປາຟາ ເພື່ອນນັກໂທດຂອງເຮົາໃນພຣະຄຣິດເຈົ້າເຢຊູ ກໍຝາກຄວາມຄິດເຖິງມາຍັງເຈົ້າ.
ເຊັ່ນດຽວກັນກັບມາຣະໂກ, ອາຣິດຕາໂຂ, ເດມາ ແລະ ລູກາເພື່ອນຮ່ວມງານຂອງເຮົາ ກໍຝາກຄວາມຄິດເຖິງມາຍັງເຈົ້າເໝືອນກັນ.
ຂໍໃຫ້ພຣະຄຸນຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າ ຈົ່ງສະຖິດຢູ່ກັບຈິດວິນຍານຂອງເຈົ້າ.
Source notes (1)
- Footnote ແປວ່າ ເປັນປະໂຫຍດ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.