Skip to content
BibleKenya

Biblica® Open Lao Contemporary Version

ຕີໂຕ 3

ໄດ້​ພົ້ນ​ເພື່ອ​ເຮັດ​ຄວາມ​ດີ

ຈົ່ງ​ເຕືອນສະຕິ​ຄົນ​ທັງຫລາຍ​ໃຫ້​ຢູ່​ໃນ​ບັງຄັບ​ຂອງ​ຜູ້ປົກຄອງ ແລະ ຜູ້ມີອຳນາດ, ໃຫ້​ເຊື່ອຟັງ ແລະ ພ້ອມ​ທີ່​ຈະ​ເຮັດ​ສິ່ງ​ທີ່​ດີ, ບໍ່​ໃສ່ຮ້າຍ​ປ້າຍສີ​ຜູ້ໃດ, ມັກ​ຄວາມສະຫງົບ, ເຫັນໃຈ​ຄົນ​ອື່ນ ແລະ ສຸພາບອ່ອນໂຍນ​ຕໍ່​ທຸກຄົນ.

ຄັ້ງ​ໜຶ່ງ​ພວກເຮົາ​ເອງ​ກໍ​ເປັນ​ຄົນ​ໂງ່ຈ້າ, ບໍ່​ເຊື່ອຟັງ, ຫລອກລວງ ແລະ ຕົກ​ເປັນ​ຂ້າທາດ​ຂອງ​ກິເລດຕັນຫາ ແລະ ຄວາມສະໜຸກ​ສະໜານ​ທຸກ​ຊະນິດ. ພວກເຮົາ​ເຄີຍ​ໃຊ້​ຊີວິດ​ໃນ​ຄວາມ​ຊົ່ວຮ້າຍ ແລະ ອິດສາ, ຖືກ​ກຽດຊັງ ແລະ ກຽດຊັງ​ເຊິ່ງກັນແລະກັນ. ແຕ່​ເມື່ອ​ຄວາມເມດຕາ ແລະ ຄວາມ​ຮັກ​ຂອງ​ພຣະເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ​ໄດ້​ມາ​ປາກົດ, ພຣະອົງ​ໄດ້​ຊ່ວຍ​ພວກເຮົາ​ໃຫ້​ລອດພົ້ນ, ບໍ່​ແມ່ນ​ເພາະ​ຄວາມຊອບທຳ​ທີ່​ພວກເຮົາ​ໄດ້​ເຮັດ ແຕ່​ເພາະ​ຄວາມ​ເມດຕາ​ຂອງ​ພຣະອົງ. ພຣະອົງ​ໄດ້​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ຜ່ານທາງ​ການຊຳລະ​ແຫ່ງ​ການ​ບັງເກີດ​ໃໝ່ ແລະ ການ​ສ້າງ​ຂຶ້ນ​ໃໝ່​ໂດຍ​ພຣະວິນຍານບໍລິສຸດເຈົ້າ ພຣະເຈົ້າ​ໄດ້​ຖອກເທ​ພຣະວິນຍານບໍລິສຸດເຈົ້າ​ນີ້​ລົງ​ມາ​ເທິງ​ພວກເຮົາ​ຢ່າງ​ລົ້ນເຫລືອ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ, ເພື່ອ​ວ່າ ເມື່ອ​ພວກເຮົາ​ຖືກ​ນັບ​ເປັນ​ຜູ້ຊອບທຳ​ດ້ວຍ​ພຣະຄຸນ​ຂອງ​ພຣະອົງ​ແລ້ວ ພວກເຮົາ​ກໍ​ຈະ​ກາຍເປັນ​ຜູ້ຮັບມໍລະດົກ ມີ​ຄວາມຫວັງ​ໃນ​ຊີວິດ​ນິລັນດອນ. ນີ້​ເປັນ​ຄຳເວົ້າ​ທີ່​ໜ້າເຊື່ອຖື ແລະ ເຮົາ​ຢາກ​ໃຫ້​ເຈົ້າ​ເນັ້ນ​ໃສ່​ເລື່ອງ​ເຫລົ່ານີ້ ເພື່ອ​ວ່າ​ບັນດາ​ຜູ້​ທີ່​ໄວ້ໃຈ​ໃນ​ພຣະເຈົ້າ​ຈະ​ໄດ້​ເອົາໃຈໃສ່​ໃນ​ການອຸທິດຕົນ​ເຮັດ​ສິ່ງ​ທີ່​ດີ. ສິ່ງ​ເຫລົ່ານີ້​ເປັນ​ສິ່ງ​ດີ​ເລີດ ແລະ ເປັນ​ປະໂຫຍດ​ແກ່​ທຸກຄົນ.

ແຕ່​ຈົ່ງ​ຫລີກເວັ້ນ​ຈາກ​ຄວາມ​ຂັດແຍ້ງ​ອັນ​ໂງ່ຈ້າ, ເລື່ອງ​ລຳດັບ​ວົງຕະກູນ, ການຜິດຖຽງກັນ ແລະ ການຕໍ່ສູ້​ກັນ​ກ່ຽວກັບ​ເລື່ອງ​ກົດບັນຍັດ ເພາະ​ສິ່ງ​ເຫລົ່ານີ້​ລ້ວນແຕ່​ບໍ່​ມີ​ປະໂຫຍດ ແລະ ໃຊ້​ການ​ບໍ່​ໄດ້. ຈົ່ງ​ຕັກເຕືອນ​ຄົນ​ທີ່​ກໍ່​ໃຫ້​ເກີດ​ຄວາມແຕກແຍກ​ເທື່ອ​ທີ​ໜຶ່ງ​ກ່ອນ ແລ້ວ​ຈຶ່ງ​ຕັກເຕືອນ​ອີກ​ເປັນ​ເທື່ອ​ທີ​ສອງ. ຫລັງຈາກນັ້ນ ກໍ​ຢ່າ​ກ່ຽວຂ້ອງ​ກັບ​ພວກເຂົາ. ເຈົ້າ​ແນ່ໃຈ​ໄດ້​ວ່າ​ຄົນ​ແບບ​ນີ້​ເປັນ​ຄົນ​ບິດເບືອນ ແລະ ບາບ​ຫລາຍ; ການກະທຳ​ຂອງ​ພວກເຂົາ​ຈະ​ພິພາກສາ​ໂຕ​ພວກເຂົາ​ເອງ.

ຄຳແນະນໍາ​ສຸດທ້າຍ

ເມື່ອ​ເຮົາ​ໃຊ້​ອາເຕມາ ຫລື ຕີຂີໂກ​ໄປ​ຫາ​ເຈົ້າ ຂໍ​ໃຫ້​ເຈົ້າ​ພະຍາຍາມ​ຟ້າວ​ມາ​ຫາ​ເຮົາ​ທີ່​ເມືອງ​ນິໂກໂປລີ​ໃຫ້​ໄດ້ ເພາະ​ເຮົາ​ໄດ້​ຕັດສິນ​ໃຈ​ແລ້ວ​ວ່າ​ຈະ​ພັກ​ຢູ່​ທີ່​ນັ້ນ​ຈົນ​ໝົດລະດູ​ໜາວ. ຂໍ​ໃຫ້​ເຈົ້າ​ພະຍາຍາມ​ຊ່ວຍເຫລືອ​ການເດີນທາງ​ຂອງ​ເຊນັດ ຜູ້​ເປັນ​ທະນາຍຄວາມ​ກັບ​ອາໂປໂລ ແລະ ເບິ່ງແຍງ​ພວກເພິ່ນ​ບໍ່​ໃຫ້​ຂາດເຂີນ​ສິ່ງໃດ.

ຄົນ​ຂອງ​ພວກເຮົາ​ຕ້ອງ​ຮຽນຮູ້​ທີ່​ຈະ​ອຸທິດຕົນ​ເຮັດ​ສິ່ງ​ທີ່​ດີ ເພື່ອ​ພວກເຂົາ​ຈະ​ໄດ້​ຈັດຫາ​ສິ່ງ​ທີ່​ຈໍາເປັນ​ໃນ​ຊີວິດ​ປະຈໍາວັນ​ໃຫ້​ຜູ້ອື່ນ ແລະ ເພື່ອ​ຈະ​ບໍ່​ດຳເນີນຊີວິດ​ຢ່າງ​ໄຮ້ປະໂຫຍດ.

ທຸກຄົນ​ທີ່​ຢູ່​ກັບ​ເຮົາ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ເຈົ້າ.

ເຮົາ​ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ບັນດາ​ຄົນ​ທີ່​ຮັກ​ພວກເຮົາ​ໃນ​ຄວາມເຊື່ອ​ນັ້ນ.

ຂໍ​ໃຫ້​ພຣະຄຸນ​ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກຄົນ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.