Skip to content
BibleKenya

Biblica® Open Lao Contemporary Version

ເຮັບເຣີ 1

ຖ້ອຍຄຳ​ສຸດທ້າຍ​ຂອງ​ພຣະເຈົ້າ​ຄື: ພຣະບຸດ​ຂອງ​ພຣະອົງ

ໃນ​ອະດີດ​ພຣະເຈົ້າ​ໄດ້​ກ່າວ​ກັບ​ບັນພະບຸລຸດ​ຂອງ​ພວກເຮົາ​ຜ່ານທາງ​ຜູ້ທຳນວາຍ​ຫລາຍ​ເທື່ອ ແລະ ໂດຍ​ວິທີການ​ຕ່າງໆ, ແຕ່​ໃນ​ຍຸກ​ສຸດທ້າຍ​ນີ້​ພຣະອົງ​ໄດ້​ກ່າວ​ກັບ​ພວກເຮົາ​ທັງຫລາຍ​ໂດຍ​ພຣະບຸດ​ຂອງ​ພຣະອົງ, ຜູ້​ທີ່​ພຣະອົງ​ໄດ້​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ຮັບມໍລະດົກ​ທຸກ​ສິ່ງ ແລະ ໄດ້​ສ້າງ​ຈັກກະວານ​ໂດຍ​ພຣະບຸດ​ນີ້. ພຣະບຸດ​ເປັນ​ແສງສະທ້ອນ​ແຫ່ງ​ສະຫງ່າລາສີ​ຂອງ​ພຣະເຈົ້າ ແລະ ເປັນ​ເໝືອນ​ພຣະເຈົ້າ​ທຸກ​ປະການ ແລະ ໄດ້​ຄ້ຳຊູ​ສັບພະສິ່ງ​ໄວ້​ດ້ວຍ​ຖ້ອຍຄຳ​ທີ່​ມີ​ລິດອຳນາດ​ຂອງ​ພຣະອົງ. ຫລັງ​ຈາກ​ທີ່​ພຣະອົງ​ໄດ້​ຊຳລະ​ບາບ​ແລ້ວ, ພຣະອົງ​ຈຶ່ງ​ໄດ້​ນັ່ງ​ລົງ​ທີ່​ເບື້ອງຂວາ​ມື​ຂອງ​ອົງ​ຜູ້​ມີ​ບາລະມີ​ໃນ​ສະຫວັນ ດັ່ງນັ້ນ ພຣະອົງ​ຈຶ່ງ​ຍິ່ງໃຫຍ່​ເໜືອ​ບັນດາ​ເທວະດາ ເພາະ​ນາມ​ທີ່​ພຣະອົງ​ໄດ້​ຮັບ​ນັ້ນ​ສູງສົ່ງ​ກວ່າ​ນາມ​ຂອງ​ບັນດາ​ເທວະດາ.

ພຣະບຸດ​ຜູ້​ຍິ່ງໃຫຍ່​ເໜືອ​ເທວະດາ

ເພາະ​ພຣະເຈົ້າ​ເຄີຍ​ກ່າວ​ກັບ​ເທວະດາ​ຕົນ​ໃດ​ວ່າ,

“ທ່ານ​ເປັນ​ບຸດ​ຂອງ​ເຮົາ,

ວັນ​ນີ້ ເຮົາ​ໄດ້​ກາຍເປັນ​ບິດາ1​ຂອງ​ທ່ານ”?

ຫລື ອີກ​ຄັ້ງ​ໜຶ່ງ,

“ເຮົາ​ຈະ​ເປັນ​ບິດາ2​ຂອງ​ລາວ,

ແລະ ລາວ​ຈະ​ເປັນ​ບຸດ​ຂອງ​ເຮົາ”?

ແລະ ອີກ​ຄັ້ງໜຶ່ງ, ເມື່ອ​ພຣະເຈົ້າ​ນຳ​ບຸດກົກ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ໂລກ ພຣະອົງ​ກ່າວ​ວ່າ,

“ໃຫ້​ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ທຸກ​ຕົນ​ນະມັດສະການ​ພຣະອົງ”.3

ພຣະອົງ​ກ່າວ​ເຖິງ​ບັນດາ​ເທວະດາ​ນັ້ນ​ວ່າ,

“ພຣະອົງ​ເຮັດ​ໃຫ້​ເທວະດາ​ຂອງ​ພຣະອົງ​ເປັນ​ວິນຍານ,

ແລະ ໃຫ້​ຜູ້ຮັບໃຊ້​ຂອງ​ພຣະອົງ​ເປັນ​ແປວໄຟ”.4

ແຕ່​ສ່ວນ​ພຣະບຸດ​ນັ້ນ​ພຣະອົງ​ກ່າວ​ວ່າ,

“ຂ້າແດ່​ພຣະເຈົ້າ, ບັນລັງ​ຂອງ​ພຣະອົງ​ຈະ​ຕັ້ງໝັ້ນຄົງ​ຕະຫລອດໄປ​ເປັນນິດ,

ພຣະອົງ​ຈະ​ປົກຄອງ​ອານາຈັກ​ຂອງ​ພຣະອົງ​ດ້ວຍ​ກະບອງ​ແຫ່ງ​ຄວາມຊອບທຳ.

ພຣະອົງ​ຮັກ​ຄວາມຊອບທຳ ແລະ ກຽດຊັງ​ຄວາມ​ຊົ່ວ,

ເຫດສະນັ້ນ ພຣະເຈົ້າ​ຜູ້​ເປັນ​ພຣະເຈົ້າ​ຂອງ​ພຣະອົງ ຈຶ່ງ​ໄດ້​ຕັ້ງ​ພຣະອົງ​ໄວ້​ເໜືອ​ສະຫາຍ​ທັງປວງ​ຂອງ​ພຣະອົງ

ດ້ວຍ​ການ​ເຈີມ​ພຣະອົງ​ດ້ວຍ​ນ້ຳມັນ​ແຫ່ງ​ຄວາມຊື່ນຊົມຍິນດີ”.5

ແລະ ພຣະອົງ​ກ່າວ​ອີກ​ວ່າ,

“ຂ້າແດ່​ອົງພຣະຜູ້ເປັນເຈົ້າ ໃນ​ປະຖົມມະການ​ພຣະອົງ​ວາງຮາກ​ຂອງ​ແຜ່ນດິນໂລກ,

ແລະ ຟ້າ​ສະຫວັນ​ດ້ວຍ​ມື​ຂອງ​ພຣະອົງ

ສິ່ງ​ເຫລົ່ານັ້ນ​ຈະ​ສູນຫາຍ​ໄປ ແຕ່​ພຣະອົງ​ດຳລົງ​ຢູ່,

ສິ່ງ​ເຫລົ່ານັ້ນ​ທັງໝົດ​ຈະ​ເກົ່າ​ໄປ​ເໝືອນດັ່ງ​ເຄື່ອງນຸ່ງຫົ່ມ.

ພຣະອົງ​ຈະ​ມ້ວນ​ສິ່ງ​ເຫລົ່ານັ້ນ​ໄວ້​ເໝືອນດັ່ງ​ເສື້ອຄຸມ,

ສິ່ງ​ເຫລົ່ານັ້ນ​ຈະ​ຖືກ​ປ່ຽນ​ໄປ​ເໝືອນດັ່ງ​ເສື້ອຜ້າ.

ແຕ່​ພຣະອົງ​ຍັງ​ເໝືອນເດີມ,

ແລະ ປີ​ທັງຫລາຍ​ຂອງ​ພຣະອົງ​ກໍ​ຈະ​ບໍ່​ສິ້ນສຸດ​ຈັກເທື່ອ”6

ມີ​ເທວະດາ​ຕົນ​ໃດ​ແດ່​ທີ່​ພຣະເຈົ້າ​ເຄີຍ​ກ່າວ​ວ່າ,

“ຈົ່ງ​ນັ່ງ​ທີ່​ເບື້ອງຂວາ​ມື​ຂອງ​ເຮົາ

ຈົນກວ່າ​ເຮົາ​ຈະ​ເຮັດ​ໃຫ້​ສັດຕູ​ຂອງ​ທ່ານ

ເປັນ​ບ່ອນຮອງຕີນ​ຂອງ​ທ່ານ”7?

ເທວະດາ​ທັງປວງ​ນັ້ນ​ຄື​ວິນຍານ​ຮັບໃຊ້​ທີ່​ພຣະເຈົ້າ​ໃຊ້​ໄປ​ບົວລະບັດ​ບັນດາ​ຜູ້​ທີ່​ຈະ​ໄດ້​ຮັບ​ຄວາມພົ້ນ​ເປັນ​ມໍລະດົກ​ບໍ່​ແມ່ນ​ບໍ?

Source notes (7)
  1. Footnote ພສສ 2:7
  2. Footnote 2ຊມອ 7:14; 1ຂຄ 17:13
  3. Footnote ພບຍ 32:43
  4. Footnote ພສສ 104:4
  5. Footnote ພສສ 45:6,7
  6. Footnote ພສສ 102:25-27
  7. Footnote ພສສ 110:1

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.