Biblica® Open Lao Contemporary Version
ເຮັບເຣີ 2
ການຕັກເຕືອນໃຫ້ເອົາໃຈໃສ່
ເຫດສະນັ້ນ ພວກເຮົາຕ້ອງເອົາໃຈໃສ່ຢ່າງລະມັດລະວັງທີ່ສຸດໃນສິ່ງທີ່ພວກເຮົາໄດ້ຍິນ, ເພື່ອວ່າພວກເຮົາຈະບໍ່ໄດ້ຫລົງທາງໄປ. ເພາະໃນເມື່ອຖ້ອຍຄຳທີ່ພຣະເຈົ້າໄດ້ກ່າວຜ່ານທາງບັນດາເທວະດາຍັງຜູກມັດ ແລະ ການລະເມີດກັບການບໍ່ເຊື່ອຟັງໃນຄວາມຈິງທຸກຢ່າງຍັງໄດ້ຮັບການລົງໂທດຢ່າງຍຸຕິທຳ ແລ້ວພວກເຮົາຈະຫລຸດພົ້ນໄປໄດ້ຢ່າງໃດຖ້າພວກເຮົາລະເລີຍຄວາມພົ້ນອັນຍິ່ງໃຫຍ່ເຊັ່ນນີ້? ຄວາມພົ້ນນີ້ ເຊິ່ງໄດ້ຖືກປະກາດຄັ້ງທຳອິດໂດຍອົງພຣະຜູ້ເປັນເຈົ້າ, ໄດ້ຮັບການຢືນຢັນໃຫ້ພວກເຮົາໂດຍບັນດາຜູ້ທີ່ໄດ້ຍິນຈາກພຣະອົງ. ພຣະເຈົ້າຍັງໄດ້ເປັນພະຍານເຖິງສິ່ງເຫລົ່ານີ້ໂດຍໝາຍສຳຄັນ, ການອັດສະຈັນ ແລະ ການປະຕິຫານຕ່າງໆ ແລະ ໂດຍຂອງປະທານແຫ່ງພຣະວິນຍານບໍລິສຸດເຈົ້າທີ່ໃຫ້ຕາມປະສົງຂອງພຣະອົງ.
ເຮັດໃຫ້ພຣະເຢຊູເຈົ້າເປັນເໝືອນມະນຸດໂດຍສົມບູນ
ພຣະອົງບໍ່ໄດ້ຕັ້ງບັນດາເທວະດາໃຫ້ປົກຄອງເບິ່ງແຍງໂລກໃນອະນາຄົດ ເຊິ່ງພວກເຮົາກຳລັງກ່າວເຖິງ. ແຕ່ມີຜູ້ກ່າວຢືນຢັນໄວ້ບ່ອນໜຶ່ງວ່າ:
“ມະນຸດເປັນຜູ້ໃດທີ່ພຣະອົງຈະຕ້ອງຄິດເຖິງພວກເຂົາ?
ບຸດມະນຸດເປັນຜູ້ໃດ ພຣະອົງຈຶ່ງຫ່ວງໃຍເພິ່ນ?
ພຣະອົງເຮັດພວກເຂົາໃຫ້ຕ່ຳກວ່າເທວະດາພຽງໜ້ອຍດຽວ1ເທົ່ານັ້ນ,
ພຣະອົງສວມມົງກຸດແຫ່ງສະຫງ່າລາສີ ແລະ ກຽດຕິຍົດໃຫ້ແກ່ພວກເຂົາ
ແລະ ວາງທຸກສິ່ງຢູ່ໃຕ້ຕີນຂອງພວກເຂົາ”.2
ໃນການທີ່ພຣະອົງເຮັດໃຫ້ທຸກສິ່ງຢູ່ພາຍໃຕ້ອຳນາດຂອງເພິ່ນນັ້ນ ພຣະເຈົ້າບໍ່ໃຫ້ມີສິ່ງໃດເລີຍທີ່ບໍ່ຢູ່ພາຍໃຕ້ອຳນາດຂອງເພິ່ນ. ແຕ່ໃນຂະນະນີ້ພວກເຮົາຍັງບໍ່ເຫັນວ່າທຸກສິ່ງຢູ່ພາຍໃຕ້ອຳນາດຂອງເພິ່ນ. ແຕ່ພວກເຮົາເຫັນພຣະເຢຊູເຈົ້າຜູ້ຖືກເຮັດໃຫ້ຕ່ຳກວ່າເທວະດາພຽງຊົ່ວຂະນະໜຶ່ງນັ້ນ, ບັດນີ້ ໄດ້ສວມມົງກຸດແຫ່ງສະຫງ່າລາສີ ແລະ ກຽດຕິຍົດແລ້ວ ເພາະພຣະອົງໄດ້ທົນທຸກທໍລະມານຈົນຕາຍ ເພື່ອວ່າໂດຍພຣະຄຸນຂອງພຣະເຈົ້າ ພຣະອົງຈະໄດ້ຊິມລົດຄວາມຕາຍເພື່ອທຸກຄົນ.
ໃນການນຳລູກຊາຍ ແລະ ລູກຍິງຈໍານວນຫລວງຫລາຍມາສູ່ສະຫງ່າລາສີນັ້ນ ກໍເປັນການເໝາະສົມແລ້ວທີ່ພຣະເຈົ້າຜູ້ທີ່ສັບພະສິ່ງມີຢູ່ເພື່ອພຣະອົງ ແລະ ໂດຍທາງພຣະອົງ ຈະເຮັດໃຫ້ຜູ້ບຸກເບີກຄວາມພົ້ນຂອງພວກເຂົາທັງຫລາຍນັ້ນສົມບູນໂດຍການທົນທຸກທໍລະມານຂອງພຣະອົງ. ທັງພຣະອົງຜູ້ທີ່ເຮັດໃຫ້ມະນຸດທັງຫລາຍບໍລິສຸດກັບບັນດາຜູ້ທີ່ພຣະອົງເຮັດໃຫ້ບໍລິສຸດນັ້ນເປັນຄອບຄົວດຽວກັນ. ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງບໍ່ລະອາຍທີ່ຈະເອີ້ນພວກເຂົາເຫລົ່ານັ້ນວ່າພີ່ນ້ອງ. ພຣະອົງກ່າວວ່າ,
“ເຮົາຈະປະກາດນາມຂອງພຣະອົງແກ່ພີ່ນ້ອງຂອງເຮົາ
ເຮົາຈະຮ້ອງເພງສັນເສີນພຣະອົງໃນທີ່ປະຊຸມ”.3
ແລະ ກ່າວອີກວ່າ,
“ເຮົາຈະໄວ້ໃຈໃນພຣະອົງ”.4
ແລະ ພຣະອົງກ່າວອີກວ່າ,
“ເຮົາ ແລະ ລູກທັງຫລາຍທີ່ພຣະເຈົ້າໄດ້ໃຫ້ແກ່ເຮົາຢູ່ທີ່ນີ້ແລ້ວ”.5
ໃນເມື່ອລູກທັງຫລາຍມີເນື້ອໜັງ ແລະ ເລືອດ, ພຣະອົງຈຶ່ງຮ່ວມໃນຄວາມເປັນມະນຸດຂອງພວກເຂົາ ເພື່ອວ່າໂດຍຄວາມຕາຍຂອງພຣະອົງ ພຣະອົງຈະໄດ້ທຳລາຍຜູ້ຄຸມອຳນາດແຫ່ງຄວາມຕາຍຄືມານຮ້າຍ ແລະ ປົດປ່ອຍບັນດາຜູ້ທີ່ຕົກເປັນຂ້າທາດຕະຫລອດຊີວິດເນື່ອງຈາກການຢ້ານຄວາມຕາຍຂອງພວກເຂົາ. ເພາະແນ່ນອນວ່າ ພຣະອົງບໍ່ໄດ້ຊ່ວຍບັນດາເທວະດາ, ແຕ່ຊ່ວຍເຊື້ອສາຍຂອງອັບຣາຮາມ. ດ້ວຍເຫດນີ້ ພຣະອົງຈຶ່ງຕ້ອງເປັນເໝືອນກັບພວກເຂົາ,6 ເປັນມະນຸດໂດຍສົມບູນໃນທຸກດ້ານ ເພື່ອພຣະອົງຈະໄດ້ກາຍເປັນມະຫາປະໂລຫິດຜູ້ເຕັມດ້ວຍຄວາມເມດຕາ ແລະ ຄວາມສັດຊື່ໃນການຮັບໃຊ້ພຣະເຈົ້າ ແລະ ເພື່ອພຣະອົງຈະໄດ້ຊົດໃຊ້ຄວາມບາບຂອງຄົນທັງຫລາຍ. ເພາະວ່າພຣະອົງເອງໄດ້ທົນທຸກໃນເວລາທີ່ພຣະອົງຖືກທົດລອງ, ພຣະອົງຈຶ່ງສາມາດຊ່ວຍບັນດາຜູ້ທີ່ກຳລັງຖືກທົດລອງໄດ້.
Source notes (6)
- Footnote ຫລື ພຽງໄລຍະເວລາໜຶ່ງ ເຊັ່ນດຽວກັບຂໍ້ 9
- Footnote ພສສ 8:4-6
- Footnote ພສສ 22:22
- Footnote ອຊຢ 8:17
- Footnote ອຊຢ 8:18
- Footnote ເໝືອນກັບພີ່ນ້ອງຂອງພຣະອົງ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.