Biblica® Open Lao Contemporary Version
ຈົດບັນຊີ 27
ບັນດາລູກສາວຂອງເຊໂລເຟຮັດ
(ຈບຊ 36:1-12)
ບັນດາລູກສາວຂອງເຊໂລເຟຮັດຜູ້ເປັນລູກຊາຍຂອງເຮເຟ, ເຮເຟເປັນລູກຊາຍຂອງກີເລອາດ, ເກລີອາດເປັນລູກຊາຍຂອງມາກີ, ມາກີເປັນລູກຊາຍຂອງມານາເຊ ຜູ້ເປັນລູກຊາຍຂອງໂຢເຊັບ. ເຊໂລເຟຮັດຢູ່ໃນຕະກຸນຂອງມານາເຊ ຊື່ລູກສາວທັງຫລາຍຂອງລາວມີ ມາຮະລາ, ໂນອາ, ໂຮຄະລາ, ມີລະກາ ແລະ ຕີຣະຊາ. ພວກເຂົາໄດ້ກ້າວອອກມາ ແລະ ຢືນຕໍ່ໜ້າໂມເຊ, ປະໂລຫິດເອເລອາຊາ, ບັນດາຜູ້ນຳ ແລະ ປະຊາຊົນທັງໝົດຢູ່ທີ່ບໍລິເວນທາງເຂົ້າ ແລະ ເວົ້າວ່າ, “ພໍ່ຂອງພວກເຮົາຕາຍໃນຖິ່ນແຫ້ງແລ້ງກັນດານ. ເພິ່ນບໍ່ໄດ້ຢູ່ໃນທ່າມກາງພວກທີ່ຕິດຕາມໂກຣາ, ຜູ້ທີ່ເປັນກະບົດຕໍ່ສູ້ພຣະເຈົ້າຢາເວ, ແຕ່ເພິ່ນໄດ້ຕາຍໄປເພາະບາບຂອງເພິ່ນເອງ ແລະ ບໍ່ມີລູກຊາຍປະໄວ້ໃຫ້ເລີຍ. ເປັນຫຍັງຊື່ພໍ່ຂອງພວກເຮົາຈຶ່ງຖືກລຶບອອກໄປຈາກຕະກຸນຍ້ອນເພິ່ນບໍ່ມີລູກຊາຍ? ຂໍຈົ່ງໃຫ້ພວກເຮົາໄດ້ຮັບກຳມະສິດຮ່ວມກັບຍາດພີ່ນ້ອງທາງພໍ່ຂອງພວກເຮົາດ້ວຍ”.
ໂມເຊຈຶ່ງນຳເອົາກໍລະນີຂອງພວກເຂົາມາຍັງພຣະເຈົ້າຢາເວ, ແລະ ພຣະເຈົ້າຢາເວກ່າວຕໍ່ເພິ່ນວ່າ, “ສິ່ງທີ່ບັນດາລູກສາວຂອງເຊໂລເຟຮັດເວົ້ານັ້ນຖືກຕ້ອງແລ້ວ. ເຈົ້າຕ້ອງມອບຊັບສົມບັດໃຫ້ພວກນາງເປັນມໍລະດົກຮ່ວມກັບພີ່ນ້ອງທາງພໍ່ ແລະ ຈົ່ງມອບສ່ວນແບ່ງຂອງພໍ່ນັ້ນໃຫ້ແກ່ພວກນາງ.
“ຈົ່ງບອກຄົນອິດສະຣາເອນວ່າ, ‘ຖ້າຊາຍໃດຕາຍໄປ ແລະ ບໍ່ມີລູກຊາຍ, ຈົ່ງມອບມໍລະດົກຂອງລາວໃຫ້ຜູ້ເປັນລູກສາວ. ຖ້າບໍ່ມີລູກສາວ, ຈົ່ງມອບມໍລະດົກນັ້ນໃຫ້ແກ່ອ້າຍນ້ອງຊາຍຂອງລາວ. ຖ້າລາວບໍ່ມີອ້າຍ ຫລື ນ້ອງຊາຍ, ຈົ່ງມອບມໍລະດົກໃຫ້ແກ່ອ້າຍ ຫລື ນ້ອງຊາຍຂອງພໍ່ຂອງລາວ. ຖ້າພໍ່ຂອງລາວບໍ່ມີອ້າຍ ຫລື ນ້ອງຊາຍ, ຈົ່ງມອບມໍລະດົກຂອງລາວໃຫ້ແກ່ພີ່ນ້ອງໃກ້ຊິດທີ່ສຸດໃນຕະກຸນຂອງລາວ, ເພື່ອລາວຈະໄດ້ຄອບຄອງມໍລະດົກນັ້ນ. ນີ້ເປັນຂໍ້ບັງຄັບຂອງກົດບັນຍັດສຳລັບຄົນອິດສະຣາເອນຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ’ ”.
ໂຢຊວຍຮັບໜ້າທີ່ສືບຕໍ່ຈາກໂມເຊ
ແລ້ວພຣະເຈົ້າຢາເວກ່າວແກ່ໂມເຊວ່າ, “ຈົ່ງຂຶ້ນໄປເທິງພູເຂົາອາບາຣິມນີ້ ແລະ ເບິ່ງດິນແດນທີ່ເຮົາມອບໃຫ້ຄົນອິດສະຣາເອນ. ຫລັງຈາກເຈົ້າໄດ້ເຫັນດິນແດນນັ້ນແລ້ວ, ເຈົ້າກໍຈະຕາຍໄປຢູ່ກັບບັນພະບຸລຸດຂອງເຈົ້າ, ເໝືອນດັ່ງອາໂຣນອ້າຍຂອງເຈົ້າ, ພວກເຈົ້າທັງສອງບໍ່ເຊື່ອຟັງຄຳສັ່ງຂອງເຮົາ ບໍ່ໃຫ້ກຽດເຮົາໃນຖານະອົງບໍລິສຸດຕໍ່ໜ້າປະຊາຊົນອິດສະຣາເອນ ເມື່ອເວລາຊຸມຊົນໄດ້ກະບົດໃນເລື່ອງນ້ຳໃນຖິ່ນແຫ້ງແລ້ງກັນດານຊິນ”. (ສິ່ງເຫລົ່ານີ້ເປັນເລື່ອງນ້ຳທີ່ເມຣີບາກາເດັດໃນຖິ່ນແຫ້ງແລ້ງກັນດານຊິນ.)
ໂມເຊກ່າວຕໍ່ພຣະເຈົ້າຢາເວວ່າ, “ຂໍພຣະເຈົ້າຢາເວ, ພຣະເຈົ້າຜູ້ໃຫ້ລົມຫາຍໃຈແກ່ສິ່ງມີຊີວິດທັງໝົດ, ຂໍໂຜດແຕ່ງຕັ້ງບາງຄົນໃຫ້ປົກຄອງເໜືອຊຸມຊົນນີ້ ຄົນທີ່ຈະເຂົ້າອອກຕໍ່ໜ້າພວກເຂົາ ນຳພວກເຂົາອອກໄປ ແລະ ນຳກັບເຂົ້າມາ ເພື່ອປະຊາຊົນຂອງພຣະເຈົ້າຢາເວຈະບໍ່ເປັນເໝືອນແກະທີ່ປາດສະຈາກຄົນລ້ຽງດູ”.
ພຣະເຈົ້າຢາເວເວົ້າກັບໂມເຊວ່າ, “ຈົ່ງນຳເອົາໂຢຊວຍລູກຊາຍຂອງນູນ, ຊາຍຜູ້ມີຈິດວິນຍານແຫ່ງການເປັນຜູ້ນຳ1ຢູ່ພາຍໃນເຂົ້າມາ, ແລ້ວວາງມືຂອງເຈົ້າໃສ່ລາວ. ຈົ່ງໃຫ້ລາວຢືນຢູ່ຕໍ່ໜ້າປະໂລຫິດເອເລອາຊາ ແລະ ຊຸມຊົນທັງໝົດແລ້ວແຕ່ງຕັ້ງລາວຕໍ່ໜ້າຄົນເຫລົ່ານັ້ນ. ຈົ່ງມອບສິດອຳນາດຂອງເຈົ້າບາງສ່ວນໃຫ້ລາວ ເພື່ອຊຸມຊົນອິດສະຣາເອນທັງໝົດຈະເຊື່ອຟັງລາວ. ລາວຈະຢືນຢູ່ຕໍ່ໜ້າປະໂລຫິດເອເລອາຊາ, ຜູ້ທີ່ຈະຂໍຄຳຕັດສິນໃຫ້ລາວຕໍ່ໜ້າພຣະເຈົ້າຢາເວໂດຍສະຫລາກສັກສິດ2 ເມື່ອປະໂລຫິດເອເລອາຊາສັ່ງໃຫ້ອອກໄປ ໂຢຊວຍ ແລະ ຊຸມຊົນຊາວອິດສະຣາເອນທັງໝົດກໍຈະອອກໄປ ແລະ ເມື່ອປະໂລຫິດເອເລອາຊາສັ່ງໃຫ້ເຂົ້າມາ ພວກເຂົາກໍຈະເຂົ້າມາ”.
ໂມເຊກໍປະຕິບັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງ. ເພິ່ນໄດ້ນຳເອົາໂຢຊວຍມາຢືນຢູ່ຕໍ່ໜ້າປະໂລຫິດເອເລອາຊາ ແລະ ຊຸມຊົນທັງໝົດ. ແລ້ວເພິ່ນຈຶ່ງວາງມືໃສ່ໂຢຊວຍ ແລະ ແຕ່ງຕັ້ງ, ຕາມທີ່ພຣະເຈົ້າຢາເວໄດ້ແນະນຳ.
Source notes (2)
- Footnote ຫລື ພຣະວິນຍານ
- Footnote ພາສາເຮັບເຣີວ່າ ອູຣິມ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.