Biblica® Open Lao Contemporary Version
ຈົດບັນຊີ 26
ການຂຶ້ນສຳມະໂນຄົວຄັ້ງທີສອງ
ຫລັງຈາກໄພພິບັດຢຸດຕິລົງແລ້ວ ພຣະເຈົ້າຢາເວໄດ້ເວົ້າກັບໂມເຊ ແລະ ເອເລອາຊາລູກຊາຍຂອງປະໂລຫິດອາໂຣນວ່າ, “ຈົ່ງເຮັດສຳມະໂນຄົວຜູ້ຊາຍທຸກຄົນໃນອິດສະຣາເອນທີ່ມີອາຍຸ 20 ປີ ຂຶ້ນໄປ ເພື່ອສຳຫລວດວ່າໃນແຕ່ລະຄອບຄົວມີຄົນໃດແດ່ທີ່ສາມາດຮັບໃຊ້ໃນກອງທັບຂອງອິດສະຣາເອນໄດ້”. ດັ່ງນັ້ນ ໂມເຊ ແລະ ປະໂລຫິດເອເລອາຊາຈຶ່ງໄດ້ແຈ້ງພວກເຂົາຂະນະທີ່ຕັ້ງຄ້າຍພັກຢູ່ໃນທົ່ງພຽງໂມອາບ ແຄມແມ່ນ້ຳຈໍແດນທີ່ກົງກັນຂ້າມເມືອງເຢຣິໂກ ແລະ ກ່າວວ່າ, “ຈົ່ງຂຶ້ນສຳມະໂນຄົວຜູ້ຊາຍທີ່ມີອາຍຸ 20 ປີ ຂຶ້ນໄປ, ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ”.
ຄົນອິດສະຣາເອນທີ່ອອກມາຈາກເອຢິບມີດັ່ງນີ້:
ເຊື້ອສາຍຂອງຣູເບັນ, ລູກຊາຍກົກຂອງອິດສະຣາເອນມີຄື:
ໂດຍທາງຮານົກ ເປັນຕະກຸນຮານົກ.
ໂດຍທາງປານລູ ເປັນຕະກຸນປານລູ.
ໂດຍທາງເຮຊະໂຣນ ເປັນຕະກຸນເຮຊະໂຣນ,
ໂດຍທາງການໝີ ເປັນຕະກຸນການໝີ.
ທັງໝົດນີ້ຄືຕະກຸນຕ່າງໆຂອງຣູເບັນ ນັບໄດ້ຈຳນວນ 43.730 ຄົນ.
ລູກຊາຍຂອງປານລູຄືເອລີອາບ, ແລະ ລູກຊາຍຂອງເອລີອາບຄືເນມູເອນ, ດາທານ ແລະ ອາບີຣາມ. ດາທານ ແລະ ອາບີຣາມຄົນດຽວກັນນີ້ທີ່ເປັນເຈົ້າໜ້າທີ່ຂອງຊຸມຊົນທີ່ໄດ້ກະບົດຕໍ່ໂມເຊ ແລະ ອາໂຣນ ແລະ ຢູ່ທ່າມກາງຂອງພວກທີ່ຕິດຕາມໂກຣາເມື່ອພວກເຂົາກະບົດຕໍ່ສູ້ພຣະເຈົ້າຢາເວ. ແຜ່ນດິນໂລກໄດ້ອ້າປາກອອກ ແລະ ກືນເອົາພວກເຂົາລົງໄປພ້ອມກັບໂກຣາ, ເຊິ່ງເປັນພັກພວກຂອງລາວຈຳນວນ 250 ຄົນ ຖືກໄຟໄໝ້ຕາຍ ແລະ ນັ້ນເປັນເຄື່ອງເຕືອນໃຈບັນດາປະຊາຊົນ. ເຖິງຢ່າງໃດກໍຕາມ, ເຊື້ອສາຍໂກຣາບໍ່ໄດ້ສູນສິ້ນໄປ.
ເຊື້ອສາຍຂອງຊີເມໂອນແຍກຕາມຕະກຸນຂອງພວກເຂົາມີດັ່ງນີ້:
ໂດຍທາງເນມູເອນ, ເປັນຕະກຸນເນມູເອນ;
ໂດຍທາງຢາມິນ, ເປັນຕະກຸນຢາມິນ;
ໂດຍທາງຢາກິນ, ຕະກຸນຢາກິນ;
ໂດຍທາງເຊຣາ, ເປັນຕະກຸນເຊຣາ;
ໂດຍທາງໂຊນ, ເປັນຕະກຸນໂຊນ.
ທັງໝົດນີ້ຄືຕະກຸນຕ່າງໆຂອງຊີເມໂອນ; ນັບໄດ້ຈຳນວນ 22.200 ຄົນ.
ເຊື້ອສາຍຂອງກາດແຍກຕາມຕະກຸນຂອງພວກເຂົາມີດັ່ງນີ້:
ໂດຍທາງເຊໂຟນ, ເປັນຕະກຸນເຊໂຟນ;
ໂດຍທາງຮັກກີ, ເປັນຕະກຸນຮັກກີ;
ໂດຍທາງຊູນີ, ເປັນຕະກຸນຊູນີ;
ໂດຍທາງໂອຊະນີ, ເປັນຕະກຸນໂອຊະນີ;
ໂດຍທາງເອຣີ, ເປັນຕະກຸນເອຣີ;
ໂດຍທາງອາໂຣດີ,1 ເປັນຕະກຸນອາໂຣດີ;
ໂດຍທາງອາເຣລີ, ເປັນຕະກຸນອາເຣລີ;
ທັງໝົດນີ້ຄືຕະກຸນຕ່າງໆຂອງກາດ; ນັບໄດ້ຈຳນວນ 40.500 ຄົນ.
ເອຣະ ແລະ ໂອນານແມ່ນລູກຊາຍຂອງຢູດາ, ແຕ່ພວກເຂົາໄດ້ຕາຍຢູ່ທີ່ການາອານ.
ເຊື້ອສາຍຂອງຢູດາແຍກຕາມຕະກຸນຂອງພວກເຂົາມີດັ່ງນີ້:
ໂດຍທາງເຊລາ, ເປັນຕະກຸນເຊລາ;
ໂດຍທາງເປເຣັດ, ເປັນຕະກຸນເປເຣັດ;
ໂດຍທາງເຊຣາ, ເປັນຕະກຸນເຊຣາ;
ເຊື້ອສາຍຂອງເປເຣັດມີດັ່ງນີ້:
ໂດຍທາງເຮຊະໂຣນ, ເປັນຕະກຸນເຮຊະໂຣນ;
ໂດຍທາງຮາມູນ, ເປັນຕະກຸນຮາມູນ;
ທັງໝົດນີ້ຄືຕະກຸນຕ່າງໆຂອງຢູດາ; ນັບໄດ້ຈຳນວນ 76.500 ຄົນ.
ເຊື້ອສາຍຂອງອິດຊາຄາຕາມຕະກຸນຂອງພວກເຂົາມີດັ່ງນີ້:
ໂດຍທາງໂຕລາ, ເປັນຕະກຸນໂຕລາ;
ໂດຍທາງປູອາ, ເປັນຕະກຸນປູອາ;
ໂດຍທາງຢາຊຸບ, ເປັນຕະກຸນຢາຊຸບ;
ໂດຍທາງຊິມໂຣນ, ເປັນຕະກຸນຊິມໂຣນ.
ທັງໝົດນີ້ຄືຕະກຸນຕ່າງໆຂອງອິດຊາຄາ; ນັບໄດ້ຈຳນວນ 64.300 ຄົນ.
ເຊື້ອສາຍຂອງເຊບູໂລນແຍກຕາມຕະກຸນຂອງພວກເຂົາມີດັ່ງນີ້:
ໂດຍທາງເຊເຣັດ, ເປັນຕະກຸນເຊເຣັດ;
ໂດຍທາງເອໂລນ, ເປັນຕະກຸນເອໂລນ;
ໂດຍທາງຢາເລເອນ, ເປັນຕະກຸນຢາເລເອນ.
ທັງໝົດນີ້ຄືຕະກຸນຕ່າງໆຂອງເຊບູໂລນ; ນັບໄດ້ຈຳນວນ 60.500 ຄົນ.
ເຊື້ອສາຍຂອງໂຢເຊັບແຍກຕາມຕະກຸນຂອງພວກເຂົາຜ່ານທາງມານາເຊ ແລະ ເອຟຣາອິມມີຄື:
ເຊື້ອສາຍຂອງມານາເຊມີດັ່ງນີ້:
ໂດຍທາງມາກີ, ເປັນຕະກຸນມາກີ (ມາກີເປັນພໍ່ຂອງກີເລອາດ);
ໂດຍທາງກີເລອາດ, ເປັນຕະກຸນຂອງກີເລອາດ.
ເຊື້ອສາຍຂອງກີເລອາດມີດັ່ງນີ້:
ໂດຍທາງອີເອເຊ, ເປັນຕະກຸນອີເອເຊ;
ໂດຍທາງເຮເຫລັກ, ເປັນຕະກຸນເຮເຫລັກ;
ໂດຍທາງອາຊະຣີເອນ, ເປັນຕະກຸນອາຊະຣີເອນ;
ໂດຍທາງເຊເຄມ, ເປັນຕະກຸນເຊເຄມ;
ໂດຍທາງເຊມີດາ, ເປັນຕະກຸນເຊມີດາ;
ໂດຍທາງເຮເຟ, ເປັນຕະກຸນເຮເຟ;
(ເຊໂລເຟຮັດລູກຊາຍຂອງເຮເຟບໍ່ມີລູກຊາຍ; ລາວມີແຕ່ລູກສາວ, ເຊິ່ງມີຊື່ວ່າ: ມາຮະລາ, ໂນອາ, ໂຮກະລາ, ມີລະກາ ແລະ ຕີຣະຊາ.)
ທັງໝົດນີ້ຄືຕະກຸນຕ່າງໆຂອງມານາເຊ; ນັບໄດ້ຈຳນວນ 52.700 ຄົນ.
ເຊື້ອສາຍຂອງເອຟຣາອິມແຍກຕາມຕະກຸນມີດັ່ງນີ້:
ໂດຍທາງຊູເທລາ, ເປັນຕະກຸນຊູເທລາ
ໂດຍທາງເບເກ, ເປັນຕະກຸນເບເກ;
ໂດຍທາງຕາຮານ, ເປັນຕະກຸນຕາຮານ;
ຄົນເຫລົ່ານີ້ແມ່ນເຊື້ອສາຍຂອງຊູເທລາຄື:
ໂດຍທາງເອຣານ, ເປັນຕະກຸນເອຣານ;
ທັງໝົດນີ້ຄືຕະກຸນຕ່າງໆຂອງເອຟຣາອິມ; ນັບໄດ້ຈຳນວນ 32.500 ຄົນ.
ທັງໝົດນີ້ຄືເຊື້ອສາຍຂອງໂຢເຊັບແຍກຕາມຕະກຸນ.
ເຊື້ອສາຍຂອງເບັນຢາມິນແຍກຕາມຕະກຸນມີດັ່ງນີ້:
ໂດຍທາງເບລາ, ເປັນຕະກຸນຂອງເບລາ;
ໂດຍທາງອັດຊະເບັນ, ເປັນຕະກຸນອັດຊະເບັນ;
ໂດຍທາງອາຮີຣາມ, ເປັນຕະກຸນອາຮີຣາມ;
ໂດຍທາງຊູຟາມ, ເປັນຕະກຸນຊູຟາມ.2
ໂດຍທາງຮູຟາມ, ເປັນຕະກຸນຮູຟາມ;
ເຊື້ອສາຍຂອງເບລາໂດບທາງອາກດາ ແລະ ນາອາມານມີດັ່ງນີ້:
ໂດຍທາງອາກເດ, ເປັນຕະກຸນຂອງອາກເດ;3
ຜ່ານທາງນາອາມານ, ຕະກຸນຊາວນາອາມານ;
ທັງໝົດນີ້ຄືຕະກຸນຕ່າງໆຂອງເບັນຢາມິນ; ນັບໄດ້ຈຳນວນ 45.600 ຄົນ.
ເຊື້ອສາຍຂອງດານແຍກຕາມຕະກຸນມີດັ່ງນີ້:
ໂດຍທາງຊູຮາມ, ເປັນຕະກຸນຊູຮາມ;
ຄົນເຫລົ່ານີ້ແມ່ນຕະກຸນຂອງດານ.
ພວກເຂົາທັງໝົດແມ່ນຢູ່ໃນຕະກຸນຊູຮາມ; ແລະ ນັບໄດ້ຈຳນວນ 64.400 ຄົນ.
ເຊື້ອສາຍຂອງອາເຊແຍກຕາມຕະກຸນມີດັ່ງນີ້:
ໂດຍທາງອິມນາ, ເປັນຕະກຸນອິມນາ;
ໂດຍທາງອີຊະວີ, ເປັນຕະກຸນອີຊະວີ;
ໂດຍທາງເບຣີຢາ, ເປັນຕະກຸນເບຣີຢາ;
ແລະ ໂດຍທາງເຊື້ອສາຍຂອງເບຣີຢາ:
ໂດຍທາງເຮເບ, ເປັນຕະກຸນເຮເບ;
ໂດຍທາງມັນກີເອນ, ເປັນຕະກຸນມັນກີເອນ;
ອາເຊມີລູກສາວຄົນໜຶ່ງຊື່ເສຣາ.
ທັງໝົດນີ້ແມ່ນຕະກຸນຕ່າງໆຂອງອາເຊ; ນັບໄດ້ຈຳນວນ 53.400 ຄົນ.
ເຊື້ອສາຍຂອງເນັບທາລີແຍກຕາມຕະກຸນຂອງພວກເຂົາມີດັ່ງນີ້:
ໂດຍທາງຢາເຊເອນ, ເປັນຕະກຸນຢາເຊເອນ;
ໂດຍທາງກູນີ, ເປັນຕະກຸນກູນີ;
ໂດຍທາງເຢເຊ, ເປັນຕະກຸນເຢເຊ;
ໂດຍທາງຊິນເລັມ, ເປັນຕະກຸນຊິນເລັມ;
ທັງໝົດນີ້ຄືຕະກຸນຕ່າງໆຂອງເນັບທາລີ; ນັບໄດ້ຈຳນວນ 45.400 ຄົນ.
ລວມພົນອິດສະຣາເອນທັງໝົດໄດ້ 601.730 ຄົນ.
ພຣະເຈົ້າຢາເວສັ່ງໂມເຊວ່າ, “ຈົ່ງແບ່ງດິນແດນໃຫ້ແກ່ເຜົ່າຕ່າງໆເພື່ອເປັນມໍລະດົກຕາມຈຳນວນຄົນທີ່ນັບໄດ້. ເຜົ່າໃດໃຫຍ່ກໍໄດ້ຮັບທີ່ດິນຫລາຍ ແລະ ເຜົ່າໃດທີ່ນ້ອຍກວ່າກໍໄດຮັບທີ່ດິນນ້ອຍລົງຕາມສ່ວນ ແຕ່ລະກຸ່ມຈະໄດ້ຮັບມໍລະດົກຕາມຈຳນວນລາຍຊື່ທີ່ຂຶ້ນທະບຽນໄວ້. ຈົ່ງໃຫ້ແນ່ໃຈວ່າດິນແດນນັ້ນໄດ້ຖືກແບ່ງໂດຍການຈັບສະຫລາກ. ແຕ່ລະກຸ່ມໄດ້ຮັບມໍລະດົກຕາມຈຳນວນລາຍຊື່ບັນພະບຸລຸດຂອງເຜົ່າ. ມໍລະດົກທຸກຢ່າງຈະຕ້ອງໄດ້ແບ່ງປັນໂດຍການຈັບສະຫລາກຕາມເຜົ່າໃຫຍ່ ແລະ ເຜົ່ານ້ອຍ”.
ຕໍ່ໄປນີ້ຄືເຜົ່າເລວີນັບຕາມຕະກຸນຂອງພວກເຂົາມີດັ່ງນີ້:
ໂດຍທາງເກໂຊນ, ເປັນຕະກຸນເກໂຊນ;
ໂດຍທາງໂກຮາດ, ເປັນຕະກຸນໂກຮາດ;
ໂດຍທາງເມຣາຣີ, ເປັນຕະກຸນເມຣາຣິ;
ຕໍ່ໄປນີ້ຄືຕະກຸນເລວີມີດັ່ງນີ້:
ຕະກຸນລີບນີ,
ຕະກຸນເຮັບໂຣນ,
ຕະກຸນມາຮະລີ,
ຕະກຸນມູຊີ,
ຕະກຸນໂກຮາດ.
(ໂກຮາດເປັນບັນພະບຸລຸດຂອງອຳຣາມ; ເມຍຂອງອຳຣາມຊື່ວ່າໂຢເກເບັດ, ຜູ້ເປັນເຊື້ອສາຍຂອງເລວີ, ຜູ້ເປັນລູກສາວຂອງຄົນເລວີ4ໃນເອຢິບ. ເພື່ອອຳຣາມນາງໄດ້ເກີດອາໂຣນ, ໂມເຊ ແລະ ມີຣີອາມເອື້ອຍຂອງພວກເຂົາ. ອາໂຣນເປັນພໍ່ຂອງນາດາບ ແລະ ອາບີຮູ, ເອເລອາຊາ ແລະ ອີທາມາ. ແຕ່ນາດາບ ແລະ ອາບີຮູໄດ້ຕາຍໄປເມື່ອພວກເຂົາຈຸດໄຟຖວາຍເຄື່ອງບູຊາທີ່ບໍ່ໄດ້ຮັບອະນຸຍາດຕໍ່ໜ້າພຣະເຈົ້າຢາເວ).
ຈຳນວນຜູ້ຊາຍທັງໝົດໃນຕະກຸນເລວີອາຍຸໜຶ່ງເດືອນຂຶ້ນໄປນັບໄດ້ຈຳນວນ 23.000 ຄົນ. ແຕ່ພວກເຂົາບໍ່ໄດ້ນັບລວມເຂົ້າໃນສຳມະໂນຄົວຂອງຊາວອິດສະຣາເອນ ເພາະຊາວເລວີບໍ່ໄດ້ຮັບສ່ວນແບ່ງທີ່ດິນເໝືອນຕະກຸນອື່ນໆ.
ທັງໝົດນີ້ຄືສຳມະໂນຄົວຊາວອິດສະຣາເອນທີ່ໂມເຊ ແລະ ປະໂລຫິດເອເລອາຊາຈັດຂຶ້ນໃນທົ່ງພຽງໂມອາບ ແຄມແມ່ນ້ຳຈໍແດນກົງກັນຂ້າມກັບເມືອງເຢຣິໂກ. ບໍ່ມີແມ່ນແຕ່ຄົນດຽວໃນສຳມະໂນຄົວນີ້ທີ່ມີຊື່ຢູ່ໃນສຳມະໂນຄົວຄັ້ງກ່ອນທີ່ໂມເຊ ແລະ ປະໂລຫິດອາໂຣນນັບຈຳນວນຊາວອິດສະຣາເອນໃນຖິ່ນແຫ້ງແລ້ງກັນດານຊີນາຍ. ເພາະພຣະເຈົ້າຢາເວໄດ້ກ່າວແກ່ຊາວອິດສະຣາເອນເຫລົ່ານັ້ນວ່າພວກເຂົາຈະຕາຍໃນຖິ່ນແຫ້ງແລ້ງກັນດານແນ່ນອນ ແລະ ບໍ່ມີຄົນໃດເຫລືອຢູ່ ຍົກເວັ້ນກາເລັບລູກຊາຍຂອງເຢຟຸນເນ ແລະ ໂຢຊວຍລູກຊາຍຂອງນູນ.
Source notes (4)
- Footnote ສະບັບພາສາເຮັບເຣີວ່າ ອາໂຣດ
- Footnote ສຳເນົາຕົ້ນສະບັບເດີມພາສາເຮັບເຣີສ່ວນຫລາຍວ່າ: ເຊຟູຟາມ
- Footnote ສະບັບພາສາເຮັບເຣີບໍ່ມີຄຳວ່າ: ຜ່ານທາງອາກເດ
- Footnote ໂຢເກເບັດ, ລູກສາວຂອງເລວີ, ຜູ້ເກີດມາເພື່ອເລວີ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.