Biblica® Open Lao Contemporary Version
ຈົດບັນຊີ 25
ໂມອາບລໍ້ລວງອິດສະຣາເອນ
ຂະນະທີ່ອິດສະຣາເອນພັກຢູ່ທີ່ຊິດຕິມ, ພວກຜູ້ຊາຍເລີ່ມເຮັດຜິດທາງເພດກັບຍິງຊາວໂມອາບ, ຜູ້ທີ່ເຊີນພວກເຂົາໄປຮ່ວມບູຊາບັນດາພະຂອງພວກເຂົາ. ພວກເຂົາກໍ່ໄດ້ຮ່ວມງານລ້ຽງ ແລະ ຂາບໄຫວ້ຕໍ່ໜ້າພະເຫລົ່ານີ້. ດ້ວຍວ່າອິດສະຣາເອນຫັນຕົວເອງເຂົ້າຂາບໄຫວ້ພະບາອານແຫ່ງເປອໍ. ພຣະເຈົ້າຢາເວໂກດຮ້າຍຕໍ່ພວກເຂົາຫລາຍ.
ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, “ຈົ່ງນຳເອົາບັນດາຜູ້ນຳຂອງປະຊາຊົນເຫລົ່ານີ້, ມາປະຫານຊີວິດ ແລະ ແຂວນພວກເຂົາໄວ້ກາງແດດກ້າຕໍ່ໜ້າພຣະເຈົ້າຢາເວ, ເພື່ອວ່າຄວາມໂກດຮ້າຍອັນຮຸນແຮງຂອງພຣະເຈົ້າຢາເວຈະຫັນໜີໄປຈາກອິດສະຣາເອນ”.
ດັ່ງນັ້ນໂມເຊຈຶ່ງສັ່ງຜູ້ພິພາກສາຂອງອິດສະຣາເອນວ່າ, “ພວກເຈົ້າແຕ່ລະຄົນຈະຕ້ອງປະຫານຊີວິດຜູ້ທີ່ຮ່ວມກາບໄຫວ້ພະບາອານແຫ່ງເປອໍ”.
ແລ້ວຊາຍຄົນອິດສະຣາເອນຄົນໜຶ່ງໄດ້ນຳເອົາຍິງຊາວມີດີອານເຂົ້າມາໃນຄ້າຍພັກຕໍ່ໜ້າໂມເຊ ແລະ ຊຸມຊົນທັງໝົດຂອງອິດສະຣາເອນໃນຂະນະທີ່ພວກເຂົາຢືນຮ້ອງໄຫ້ຢູ່ທີ່ທາງເຂົ້າຂອງເຕັນນັດພົບ. ເມື່ອຟີເນຮາລູກຊາຍຂອງເອເລອາຊາ, ຜູ້ເປັນລູກຊາຍຂອງປະໂລຫິດອາໂຣນເຫັນເຊັ່ນນີ້, ລາວກໍອອກຈາກຊຸມຊົນໄປ, ໂດຍຈັບເອົາຫອກໃສ່ມືຂອງຕົນ ແລ້ວໄດ້ຕິດຕາມຊາຍຄົນອິດສະຣາເອນເຂົ້າໄປໃນເຕັນ. ລາວຊັດຫອກເຂົ້າໃສ່ພວກເຂົາ, ທະລຸຜ່ານຊາຍຄົນອິດສະຣາເອນ ແລະ ຊອດເຂົ້າໄປທ້ອງຂອງຍິງນັ້ນ. ແລ້ວໂລກລະບາດທີ່ເກີດຂື້ນກັບຄົນອິດສະຣາເອນກໍໄດ້ຢຸດຕິລົງ. ແຕ່ມີຜູ້ເສຍຊີວິດຍ້ອນໂລກລະບາດໄປແລ້ວຈຳນວນ 24.000 ຄົນ.
ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, “ຟີເນຮາລູກຊາຍຂອງເອເລອາຊາ, ຜູ້ເປັນລູກຊາຍຂອງປະໂລຫິດອາໂຣນ, ເປັນຜູ້ນຳເອົາຄວາມໂກດຮ້າຍຂອງເຮົາອອກໄປຈາກຄົນອິດສະຣາເອນ. ເນື່ອງຈາກວ່າລາວມີຄວາມກະຕືລືລົ້ນເພື່ອປົກປ້ອງກຽດຂອງເຮົາທີ່ມີຢູ່ນັ້ນ, ເຮົາຈຶ່ງຢຸດເຊົາການທຳລາຍຂອງເຮົາຕໍ່ພວກເຂົາ. ສະນັ້ນຈົ່ງບອກລາວວ່າເຮົາໄດ້ເຮັດພັນທະສັນຍາແຫ່ງສັນຕິສຸກຂອງເຮົາກັບລາວ. ລາວ ແລະ ເຊື້ອສາຍຂອງລາວຈະມີພັນທະສັນຍາຂອງການເປັນປະໂລຫິດຕະຫລອດໄປ, ເພາະລາວມີຄວາມກະຕືລືລົ້ນເພື່ອປົກປ້ອງກຽດຂອງພຣະເຈົ້າຂອງລາວ ແລະ ໄດ້ລຶບລ້າງບາບໃຫ້ຄົນອິດສະຣາເອນ”.
ຊື່ຂອງຊາຍຄົນອິດສະຣາເອນຜູ້ທີ່ຖືກຂ້າພ້ອມຍິງຊາວມີດີອານນັ້ນແມ່ນຊິມຣີລູກຊາຍຂອງສາລູ, ຜູ້ນຳຄົນໜຶ່ງຂອງຄອບຄົວຊາວຊີເມໂອນ. ແລະ ຊື່ຂອງຍິງຊາວມີດີອານຜູ້ທີ່ຖືກຂ້າຄົນນັ້ນແມ່ນໂກຊະບີລູກສາວຂອງຊູເຣ, ເຊິ່ງເປັນຫົວໜ້າຄອບຄົວຂອງເຜົ່າຊາວມີດີອານ.
ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, “ຈົ່ງປະຕິບັດຕໍ່ຊາວມີດີອານໃນຖານະສັດຕູ ແລະ ຂ້າພວກເຂົາເສຍ. ພວກເຂົາປະຕິບັດຕໍ່ເຈົ້າໃນຖານະສັດຕູເມື່ອພວກເຂົາຫລອກລວງເຈົ້າທີ່ເປອໍ ແລະ ເລື່ອງຂອງໂກຊະບີ, ລູກສາວຜູ້ນຳຂອງຊາວມີດີອານ, ແມ່ຍິງທີ່ຖືກຂ້າເມື່ອໂລກລະບາດເຂົ້າມາຈາກຜົນຂອງເຫດການນັ້ນ”.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.