Skip to content
BibleKenya

Biblica® Open Lao Contemporary Version

ຈົດບັນຊີ 24

ບັດນີ້​ເມື່ອ​ບາລາອາມ​ເຫັນ​ວ່າ​ພຣະເຈົ້າ​ຢາເວ​ພໍໃຈ​ທີ່​ຈະ​ອວຍພອນ​ອິດສະຣາເອນ​ແລ້ວ, ລາວ​ກໍ​ບໍ່​ໄດ້​ໄປ​ເບິ່ງ​ໂຊກ​ເບິ່ງ​ລາງ​ເໝືອນ​ຄັ້ງ​ກ່ອນໆ, ແຕ່​ຫັນ​ໜ້າ​ຂອງ​ລາວ​ໄປ​ສູ່​ຖິ່ນແຫ້ງແລ້ງກັນດານ. ເມື່ອ​ບາລາອາມ​ຫລຽວ​ອອກ​ໄປ​ກໍ​ເຫັນ​ອິດສະຣາເອນ​ແຍກ​ຕັ້ງ​ທີ່ພັກ​ອາໄສ​ຕາມ​ເຜົ່າ, ພຣະວິນຍານ​ຂອງ​ພຣະເຈົ້າ​ກໍ​ມາ​ຢູ່​ເທິງ​ບາລາອາມ ແລະ ລາວ​ຈຶ່ງ​ກ່າວ​ຄຳ​ທຳນວາຍ​ຂອງ​ພຣະອົງ​ວ່າ:

“ຄຳ​ທຳນວາຍ​ຂອງ​ບາລາອາມ​ລູກຊາຍ​ຂອງ​ເບອໍ,

ຄຳທຳນວາຍ​ຂອງ​ຜູ້​ມີ​ຕາ​ສະຫວ່າງ,

ຄຳ​ທຳນວາຍ​ຂອງ​ຜູ້​ໄດ້​ຍິນ​ຖ້ອຍຄຳ​ຂອງ​ພຣະເຈົ້າ,

ຜູ້​ເຫັນ​ນິມິດ​ຈາກ​ອົງ​ຜູ້​ມີ​ລິດອຳນາດ​ຍິ່ງ​ໃຫຍ່,1

ຜູ້​ລົ້ມ​ລົງ​ນອນ​ຂ້ວມ ແລະ ຕາ​ໄດ້​ເປີດ​ອອກ:

“ຢາໂຄບ! ບັນດາ​ເຕັນ​ຂອງ​ທ່ານ​ຊ່າງ​ງາມ​ແທ້,

ອິດສະຣາເອນ, ທີ່ຢູ່​ອາໄສ​ຂອງ​ທ່ານ​ງາມ​ຫລາຍ!

“ພວກເຂົາ​ແຜ່​ກະຈາຍ​ອອກ​ໄປ​ດັ່ງ​ຮ່ອມພູ,

ດັ່ງ​ສວນ​ທີ່​ຢູ່​ແຄມ​ແມ່ນ້ຳ,

ດັ່ງ​ຕົ້ນ​ເກດສະໜາ​ທີ່​ພຣະເຈົ້າ​ຢາເວ​ປູກ​ໄວ້,

ດັ່ງ​ຕົ້ນໄມ້​ສີດາ​ທີ່​ຢູ່​ແຄມ​ນ້ຳ.

ນ້ຳ​ຈະ​ໄຫລ​ລົ້ນ​ຈາກ​ຖັງ​ຂອງ​ພວກເຂົາ;

ເມັດພືດ​ຂອງ​ພວກເຂົາ​ຈະ​ມີ​ນ້ຳ​ຢ່າງ​ອຸດົມສົມບູນ.

“ກະສັດ​ຂອງ​ພວກເຂົາ​ຈະ​ຍິ່ງໃຫຍ່​ກວ່າ​ອາກັກ;

ອານາຈັກ​ຂອງ​ພວກເຂົາ​ໄດ້​ຮັບ​ການ​ຍົກ​ສູງ.

“ພຣະເຈົ້າ​ໄດ້​ນຳເອົາ​ພວກເຂົາ​ອອກ​ມາ​ຈາກ​ເອຢິບ;

ພວກເຂົາ​ມີ​ກຳລັງ​ເໝືອນ​ງົວປ່າ.

ພວກເຂົາ​ທຳລາຍ​ຊົນຊາດ​ຕ່າງໆ​ທີ່​ເປັນ​ສັດຕູ

ແລະ ຫັກ​ກະດູກ​ຂອງ​ພວກເຂົາ​ເປັນ​ຕ່ອນໆ;

ພວກເຂົາ​ສຽບແທງ​ຄົນ​ເຫລົ່ານັ້ນ​ດ້ວຍ​ລູກທະນູ.

ພວກເຂົາ​ລົ້ມຕົວ​ລົງ​ນອນ​ເໝືອນ​ດັ່ງ​ນາງ​ພະຍາ​ສິງ

ຄ້າຍ​ນາງ​ສິງ​ຜູ້ໃດ​ກ້າ​ກຸກກວນ​ພວກເຂົາ​ໄດ້?

“ຂໍ​ໃຫ້​ຜູ້​ທີ່​ອວຍພອນ​ທ່ານ​ໄດ້​ຮັບ​ພອນ

ແລະ ໃຫ້​ຜູ້​ທີ່​ສາບແຊ່ງ​ທ່ານ​ຖືກ​ສາບແຊ່ງ!”

ແລ້ວ​ບາຫລາກ​ກໍ່​ເກີດ​ຄວາມ​ໃຈຮ້າຍ​ຕໍ່​ບາລາອາມ. ເພິ່ນ​ທຸບ​ກຳປັ້ນ​ຕົນ​ເອງ ແລະ ເວົ້າ​ຕໍ່​ບາລາອາມ​ວ່າ, “ເຮົາ​ໄດ້​ເອີ້ນ​ເອົາ​ເຈົ້າ​ມາ​ເພື່ອ​ສາບແຊ່ງ​ສັດຕູ​ຂອງ​ເຮົາ, ແຕ່​ເຈົ້າ​ໄດ້​ອວຍພອນ​ພວກເຂົາ​ເຖິງ​ສາມ​ຄັ້ງ. ຈົ່ງ​ໜີ​ໄປ​ດຽວນີ້ ແລະ ກັບ​ບ້ານ​ໄປ! ເຮົາ​ເວົ້າ​ແລ້ວ​ວ່າ​ເຮົາ​ຈະ​ໃຫ້​ລາງວັນ​ເຈົ້າ​ຢ່າງ​ງົດງາມ, ແຕ່​ພຣະເຈົ້າ​ຢາເວ​ໄດ້​ຂັດຂວາງ​ບໍ່​ໃຫ້​ໄດ້​ຮັບ​ລາງວັນ”.

ບາລາອາມ​ຕອບ​ບາຫລາກ​ວ່າ, “ຂ້າພະເຈົ້າ​ບໍ່​ໄດ້​ບອກ​ຜູ້​ສົ່ງຂ່າວ​ທີ່​ທ່ານ​ສົ່ງ​ໄປ​ຫາ​ຂ້າພະເຈົ້າ​ບໍ​ວ່າ, ‘ເຖິງແມ່ນວ່າ​ບາຫລາກ​ຈະ​ມອບ​ເງິນ ແລະ ຄຳ​ທັງໝົດ​ໃນ​ລາຊະວັງ​ຂອງ​ເພິ່ນ​ໃຫ້​ຂ້າພະເຈົ້າ​ກໍ​ຕາມ, ຂ້າພະເຈົ້າ​ກໍ​ບໍ່​ສາມາດ​ເຮັດ​ສິ່ງ​ໃດ​ຕາມ​ໃຈ​ມັກ​ຂອງ​ຂ້າພະເຈົ້າ​ໄດ້, ບໍ່​ວ່າ​ດີ ຫລື ຮ້າຍ, ບໍ່​ສາມາດ​ທີ່​ຈະ​ໄປ​ໄກ​ເກີນ​ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ​ໄດ້ ແລະ ຂ້າພະເຈົ້າ​ຕ້ອງ​ເວົ້າ​ໃນ​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ກ່າວ​ເທົ່ານັ້ນ’? ບັດນີ້ ຂ້າພະ​ເຈົ້າ​ຈະ​ກັບ​ຄືນ​ໄປ​ຫາ​ປະຊາຊົນ​ຂອງ​ຂ້າພະເຈົ້າ, ແຕ່​ຂໍ​ເຕືອນ​ທ່ານ​ເຖິງ​ສິ່ງ​ທີ່​ປະຊາຊົນ​ເຫລົ່ານີ້​ຈະ​ເຮັດ​ແກ່​ປະຊາຊົນ​ຂອງ​ທ່ານ​ໃນ​ວັນ​ຂ້າງ​ໜ້າ”.

ຄຳ​ທຳນວາຍ​ຄັ້ງ​ທີສີ່​ຂອງ​ບາລາອາມ

ແລ້ວ​ເພິ່ນ​ຈຶ່ງ​ກ່າວ​ຄຳ​ທຳນວາຍ​ຂອງ​ເພິ່ນ​ວ່າ:

“ຄຳ​ທຳນວາຍ​ຂອງ​ບາລາອາມ​ລູກຊາຍ​ຂອງ​ເບອໍ,

ຄຳ​ທຳນວາຍ​ຂອງ​ຜູ້​ມີ​ຕາ​ສະຫວ່າງ,

ຄຳ​ທຳນວາຍ​ຂອງ​ຜູ້​ໄດ້​ຍິນ​ຖ້ອຍຄຳ​ຂອງ​ພຣະເຈົ້າ,

ຜູ້​ມີ​ຄວາມຮູ້​ຈາກ​ຜູ້ສູງສຸດ,

ຜູ້​ເຫັນ​ນິມິດ​ຈາກ​ອົງ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່,

ຜູ້​ລົ້ມ​ລົງ ແລ້ວ​ຕາ​ໄດ້​ເປີດອອກ​ແລ້ວ:

“ຂ້າພະເຈົ້າ​ເຫັນ​ເພິ່ນ, ແຕ່​ບໍ່​ແມ່ນ​ຂະນະ​ນີ້

ຂ້າພະເຈົ້າ​ເບິ່ງ​ເຫັນ, ແຕ່​ບໍ່​ແມ່ນ​ໄລຍະ​ໃກ້.

ດາວ​ດວງ​ໜຶ່ງ​ຈະ​ອອກ​ມາ​ຈາກ​ຢາໂຄບ;

ໄມ້ຄາທາ​ອັນ​ໜຶ່ງ​ຈະ​ຂຶ້ນ​ມາ​ຈາກ​ອິດສະຣາເອນ.

ຜູ້​ນັ້ນ​ຈະ​ຍ່ອງ​ໜ້າຜາກ​ຂອງ​ໂມອາບ,

ແລະ ທຸບ​ກະໂຫລກຫົວ2​ຂອງ3​ເຊື້ອສາຍ​ຂອງ​ເຊດ4.

ເອໂດມ​ຈະ​ຖືກ​ພ່າຍແພ້;

ເສອີ, ສັດຕູ​ຂອງ​ເຂົາ, ກໍ​ຈະ​ຖືກ​ພ່າຍແພ້,

ແຕ່​ອິດສະຣາເອນ​ຈະ​ເຂັ້ມແຂງ​ຂຶ້ນ

ຈະ​ມີ​ຜູ້ປົກຄອງ​ຜູ້​ໜຶ່ງ​ອອກ​ມາ​ຈາກ​ຢາໂຄບ

ແລະ ຈະ​ທຳລາຍ​ຜູ້​ທີ່​ລອດ​ຊີວິດ​ຂອງ​ເມືອງ​ນັ້ນ”.

ຄຳ​ທຳນວາຍ​ຄັ້ງ​ທີຫ້າ​ຂອງ​ບາລາອາມ

ຈາກ​ນັ້ນ​ບາລາອາມ​ແນມເບິ່ງ​ຊາວອາມາເຫລັກ ແລະ ກ່າວ​ຄຳທຳນວາຍ​ຂອງ​ເພິ່ນ​ວ່າ:

“ອາມາເຫລັກ​ເປັນ​ທີ​ໜຶ່ງ​ໃນ​ທ່າມກາງ​ປະຊາຊາດ​ຕ່າງໆ,

ແຕ່​ບັ້ນປາຍ​ພວກເຂົາ​ຈະ​ພັງ​ພິນາດ”.

ຄຳ​ທຳນວາຍ​ຄັ້ງ​ທີ​ຫົກ​ຂອງ​ບາລາອາມ

ແລ້ວ​ເຂົາ​ກໍ່​ແນມເບິ່ງ​ຊາວເກນິດ ແລະ ກ່າວ​ຄຳ​ທຳນວາຍ​ວ່າ:

“ບ່ອນ​ທີ່​ພວກເຈົ້າ​ອາໄສ​ຢູ່​ກໍ​ໝັ້ນຄົງ,

ຮັງ​ຂອງ​ພວກເຈົ້າ​ກໍ່​ຕັ້ງ​ຢູ່​ທີ່​ຫລືບ​ຫີນ;

ແຕ່​ພວກເຈົ້າ​ຊາວເກນິດ​ຈະ​ຖືກ​ທຳລາຍ

ເມື່ອ​ອັດຊູເຣ​ຈັບ​ພວກເຈົ້າ​ໄປ​ເປັນ​ຊະເລີຍ”.

ຄຳ​ທຳນວາຍ​ຄັ້ງ​ທີ​ເຈັດ​ຂອງ​ບາລາອາມ

ແລ້ວ​ບາລາອາມ​ກໍ​ກ່າວ​ຄຳ​ທຳນວາຍ​ຂອງ​ເພິ່ນ​ວ່າ:

“ອະນິຈັງ! ມີ​ຜູ້ໃດ​ຈະ​ມີ​ຊີວິດ​ຢູ່​ໄດ້​ເມື່ອ​ພຣະເຈົ້າ​ກະທຳ​ເຊັ່ນ​ນີ້?

ເຮືອ​ຈະ​ມາ​ຈາກ​ຝັ່ງທະເລ​ຂອງ​ໄຊປຣັດ;

ແລະ ພວກເຂົາ​ຈະ​ເອົາ​ຊະນະ​ທັງ​ອັດຊູເຣ ແລະ ເອເບ,

ແຕ່​ພວກເຂົາ​ກໍ​ຈະ​ຈິບຫາຍ​ໄປ​ເຊັ່ນ​ກັນ”.

ແລ້ວ​ບາລາອາມ​ກໍ​ລຸກ​ຂຶ້ນ ແລະ ກັບ​ເມືອ​ທີ່​ຢູ່​ຂອງ​ຕົນ, ແລະ ບາຫລາກ​ກໍ​ໄປ​ຕາມ​ທາງ​ຂອງ​ຕົນ.

Source notes (4)
  1. Footnote ພາສາ​ເຮັບເຣີ​ວ່າ: ຊາດາຍ ເໝືອນ​ກັນ​ກັບ​ໃນ​ຂໍ້ 16
  2. Footnote ສະບັບ​ຊາມາຣີຕັນ​ເພັນເຕຕຸຍ (ເບິ່ງ​ຄື​ກັນ ຢມຢ 48:45); ຄວາມໝາຍ​ຂອງ​ຄຳ​ໃນ​ພາສາ​ເຮັບເຣີ​ບໍ່​ຊັດເຈນ.
  3. Footnote ຫລື ເປັນ​ໄປ​ໄດ້​ວ່າ​ໂມອາບ ປະທະ
  4. Footnote ຫລື ຂອງ​ຜູ້​ໂອ້ອວດ​ສຽງ​ດັງ​ທັງຫລາຍ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.