Biblica® Open Lao Contemporary Version
ຈົດບັນຊີ 23
ຄຳທຳນວາຍຄັ້ງທຳອິດຂອງບາລາອາມ
ບາລາອາມກ່າວວ່າ, “ຈົ່ງສ້າງແທ່ນບູຊາຂຶ້ນທີ່ນີ້ເຈັດແທ່ນ ແລະ ຕຽມງົວຜູ້ກັບແກະຜູ້ຢ່າງລະເຈັດໂຕໃຫ້ຂ້າພະເຈົ້າ”. ບາຫລາກກໍເຮັດຕາມທີ່ບາລາອາມໄດ້ກ່າວ, ແລະ ພວກເຂົາທັງສອງກໍໄດ້ພາກັນຖວາຍບູຊາງົວຜູ້ ແລະ ແກະຜູ້ຢ່າງລະໂຕເທິງແທ່ນບູຊາແຕ່ລະແທ່ນ.
ແລ້ວບາລາອາມກໍກ່າວກັບບາຫລາກວ່າ, “ຈົ່ງຢືນຢູ່ຂ້າງເຄື່ອງຖວາຍຂອງທ່ານຢູ່ທີ່ນີ້ຂະນະທີ່ຂ້າພະເຈົ້າອອກໄປຂ້າງນອກ. ພຣະເຈົ້າຢາເວຈະມາພົບກັບຂ້າພະເຈົ້າ ຫລື ບໍ່. ສິ່ງໃດທີ່ພຣະອົງເປີດເຜີຍ, ຂ້າພະເຈົ້າຈະບອກທ່ານ”. ແລ້ວລາວກໍຂຶ້ນໄປເທິງຈອມພູທີ່ແຫ້ງແລ້ງ.
ພຣະເຈົ້າມາພົບກັບລາວ, ແລະ ບາລາອາມກ່າວວ່າ, “ຂ້ານ້ອຍໄດ້ຈັດຕຽມແທ່ນບູຊາເຈັດແທ່ນ, ແລະ ໄດ້ຖວາຍງົວຜູ້ກັບແກະຜູ້ຢ່າງລະໂຕເທິງແທ່ນບູຊາແຕ່ລະແທ່ນ”.
ພຣະເຈົ້າຢາເວເອົາຖ້ອຍຄຳໃສ່ໃນປາກຂອງບາລາອາມ ແລະ ກ່າວວ່າ, “ຈົ່ງກັບໄປຫາບາຫລາກ ແລະ ກ່າວຖ້ອຍຄຳນີ້ກັບລາວ”.
ບາລາອາມຈຶ່ງກັບລົງໄປຫາບາຫລາກ ແລະ ພົບວ່າເພິ່ນຢືນຢູ່ຂ້າງເຄື່ອງຖວາຍຂອງຕົນ, ພ້ອມດ້ວຍບັນດາຂ້າລາຊະການຊາວໂມອາບ. ແລ້ວບາລາອາມຈຶ່ງກ່າວຖ້ອຍຄຳຂອງພຣະອົງວ່າ:
“ບາຫລາກນຳຂ້າພະເຈົ້າມາຈາກອາຣາມ,
ກະສັດແຫ່ງໂມອາບພາຂ້າພະເຈົ້າມາຈາກພູເຂົາທາງທິດຕາເວັນອອກ.
ເພິ່ນກ່າວວ່າ, ‘ຈົ່ງມາ, ມາສາບແຊ່ງຢາໂຄບໃຫ້ຂ້ອຍແດ່;
ຈົ່ງມາ, ປະນາມອິດສະຣາເອນ’.
ຂ້າພະເຈົ້າຈະສາບແຊ່ງ
ຜູ້ທີ່ພຣະເຈົ້າຢາເວບໍ່ໄດ້ສາບແຊ່ງໄດ້ຢ່າງໃດ?
ຂ້າພະເຈົ້າຈະປະນາມ
ຜູ້ທີ່ພຣະເຈົ້າຢາເວບໍ່ໄດ້ປະນາມໄດ້ຢ່າງໃດ?
ຈາກຍອດຜາຫີນ ຂ້າພະເຈົ້າເຫັນພວກເຂົາ,
ຈາກເບື້ອງສູງ ຂ້າພະເຈົ້າແນມເຫັນພວກເຂົາ.
ຂ້າພະເຈົ້າເຫັນຊົນຊາດໜຶ່ງທີ່ຢູ່ຕາມລຳພັງ
ແລະ ບໍ່ໄດ້ຖືວ່າພວກຕົນເປັນໜຶ່ງໃນບັນດາປະຊາຊາດຕ່າງໆ.
ຜູ້ໃດສາມາດນັບເຊື້ອສາຂອງຢາໂຄບທີ່ມີຢ່າງຫລວງຫລາຍເໝືອນຂີ້ຝຸ່ນດິນ
ຫລື ແມ່ນແຕ່ເຊັ່ນທີສີ່ຂອງອິດສະຣາເອນໄດ້?
ຂໍໃຫ້ຂ້າພະເຈົ້າໄດ້ຕາຍຢ່າງຜູ້ຊອບທຳ,
ຂໍໃຫ້ບັ້ນປາຍຊີວິດຂອງຂ້າພະເຈົ້າຈົບລົງເໝືອນດັ່ງພວກເຂົາ!”
ບາຫລາກກ່າວກັບບາລາອາມວ່າ, “ເຈົ້າເຮັດຫຍັງກັບເຮົາຢ່າງນີ້? ເຮົານຳເອົາເຈົ້າມາເພື່ອສາບແຊ່ງສັດຕູຂອງເຮົາ, ແຕ່ເຈົ້າບໍ່ໄດ້ເຮັດສິ່ງໃດເລີຍແຕ່ມາອວຍພອນພວກເຂົາ!”
ບາລາອາມຕອບວ່າ, “ຂ້າພະເຈົ້າຕ້ອງເວົ້າສິ່ງທີ່ພຣະເຈົ້າຢາເວໃສ່ໄວ້ໃນປາກຂອງຂ້າພະເຈົ້າບໍ່ແມ່ນບໍ?”
ຄຳທຳນວາຍຄັ້ງທີສອງຂອງບາລາອາມ
ແລ້ວບາຫລາກຈຶ່ງເວົ້າກັບບາລາອາມວ່າ, “ຈົ່ງໄປກັບເຮົາອີກບ່ອນໜຶ່ງບ່ອນທີ່ເຈົ້າສາມາດເຫັນພວກເຂົາໄດ້; ແຕ່ເຈົ້າຈະບໍ່ເຫັນພວກເຂົາທັງໝົດ ແຕ່ເຫັນພຽງຄ້າຍພັກຂອງພວກເຂົາຢູ່ນອກເມືອງເທົ່ານັ້ນ. ແລະ ຈາກທີ່ນັ້ນ, ຈົ່ງສາບແຊ່ງພວກເຂົາໃຫ້ເຮົາດ້ວຍ”. ບາຫລາກຈຶ່ງພາບາລາອາມໄປຍັງທົ່ງໂຊພິມເທິງຈອມພູປີສະກາ, ແລະ ທີ່ນັ້ນລາວສ້າງແທ່ນບູຊາຂຶ້ນເຈັດແທ່ນ ແລະ ຖວາຍງົວຜູ້ກັບແກະຜູ້ຢ່າງລະໂຕເທິງແທ່ນບູຊາແຕ່ລະແທ່ນ.
ບາລາອາມກ່າວຕໍ່ບາຫລາກວ່າ, “ຈົ່ງຢືນຢູ່ຂ້າງເຄື່ອງຖວາຍຂອງທ່ານໃນຂະນະທີ່ຂ້າພະເຈົ້າຈະໄປພົບກັບພຣະອົງທີ່ນັ້ນ”.
ພຣະເຈົ້າຢາເວມາພົບບາລາອາມ ແລະ ເອົາຖ້ອຍຄຳໃສ່ໃນປາກຂອງລາວ ແລະ ກ່າວວ່າ, “ຈົ່ງກັບຄືນໄປຫາບາຫລາກ ແລະ ມອບຖ້ອຍຄຳນີ້ໃຫ້ລາວ”.
ດັ່ງນັ້ນບາລາອາມຈຶ່ງກັບໄປຫາບາຫລາກ ແລະ ພົບເພິ່ນຢືນຢູ່ຂ້າງເຄື່ອງຖວາຍຂອງຕົນ, ພ້ອມກັບບັນດາຂ້າລາຊະການຂອງໂມອາບ. ບາຫລາກຖາມລາວວ່າ, “ພຣະເຈົ້າຢາເວກ່າວຫຍັງແດ່?”
ແລ້ວບາລາອາມຈຶ່ງກ່າວຄຳທຳນວາຍວ່າ:
“ຈົ່ງລຸກຂຶ້ນເທີນ ບາຫລາກເອີຍ, ແລະ ຈົ່ງຟັງ;
ລູກຊາຍຂອງຊິບໂປເອີຍ, ຈົ່ງຟັງເຮົາເທີນ.
ພຣະເຈົ້າບໍ່ແມ່ນມະນຸດ, ທີ່ຈະກ່າວຄຳຕົວະ,
ພຣະອົງບໍ່ແມ່ນມະນຸດ, ທີ່ຈະປ່ຽນຄວາມຄິດຂອງພຣະອົງ.
ມີຫລືບໍທີ່ພຣະອົງກ່າວແລ້ວບໍ່ໄດ້ກະທຳ?
ມີຫລືບໍທີ່ພຣະອົງສັນຍາ ແລະ ບໍ່ໄດ້ກະທຳ?
ຂ້າພະເຈົ້າໄດ້ຮັບຄຳສັ່ງໃຫ້ອວຍພອນ;
ພຣະອົງກໍໄດ້ອວຍພອນແລ້ວ, ແລະ ຂ້າພະເຈົ້າບໍ່ສາມາດປ່ຽນແປງຄຳສັ່ງນັ້ນໄດ້.
“ບໍ່ເຫັນມີເຄາະກຳໃດໃນຢາໂຄບ,
ບໍ່ມີຄວາມທຸກຍາກໃດທີ່ສັງເກດໄດ້ໃນອິດສະຣາເອນ1
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາສະຖິດຢູ່ກັບພວກເຂົາ;
ສຽງໂຮຮ້ອງຂອງກະສັດຢູ່ທ່າມກາງພວກເຂົາ;
ພຣະເຈົ້າໄດ້ນຳເອົາພວກເຂົາອອກມາຈາກເອຢິບ;
ພວກເຂົາມີກຳລັງເໝືອນງົວປ່າ.
ບໍ່ມີເວດມົນຄາຖາໃດຕໍ່ສູ້2ຢາໂຄບ,
ບໍ່ມີວິຊາອາຄົມໃດຕໍ່ສູ້ອິດສະຣາເອນ.
ເຖິງເວລາແລ້ວທີ່ຈະກ່າວເຖິງຢາໂຄບ
ແລະ ອິດສະຣາເອນວ່າ, ‘ຈົ່ງເບິ່ງສິ່ງທີ່ພຣະເຈົ້າໄດ້ກະທຳ!’
ປະຊາຊົນລຸກຂຶ້ນເໝືອນດັ່ງນາງພະຍາສິງ;
ພວກເຂົາປຸກໃຈຕົນເອງເໝືອນດັ່ງຣາຊາສິງ
ຈະບໍ່ຢຸດພັກຈົນກວ່າຈະໄດ້ເຫຍື່ອມາເປັນອາຫານ.
ແລະ ໄດ້ດື່ມເລືອດຂອງເຫຍື່ອເສຍກ່ອນ”.
ຫລັງຈາກນັ້ນບາຫລາກຈຶ່ງກ່າວກັບບາລາອາມວ່າ, “ຖ້າບໍ່ສາບແຊ່ງພວກເຂົາ ແລະ ກໍບໍ່ອວຍພອນພວກເຂົາເລີຍ!”
ບາລາອາມຕອບວ່າ, “ຂ້າພະເຈົ້າບອກທ່ານແລ້ວບໍ່ແມ່ນບໍວ່າຂ້າພະເຈົ້າຈະຕ້ອງເຮັດຕາມທີ່ພຣະເຈົ້າກ່າວ?”
ຄຳທຳນວາຍຄັ້ງທີສາມຂອງບາລາອາມ
ແລ້ວບາຫລາກເວົ້າກັບບາລາອາມວ່າ, “ມາເທາະ, ເຮົາຈະພາທ່ານໄປບ່ອນໜຶ່ງອີກ. ບາງທີບ່ອນນີ້ພຣະເຈົ້າອາດພໍໃຈເພື່ອຈະໃຫ້ເຈົ້າສາບແຊ່ງພວກເຂົາຈາກທີ່ນັ້ນ”. ບາຫລາກຈຶ່ງພາບາລາອາມໄປຍັງຈອມພູເປອໍ, ເຊິ່ງຫລຽວລົງມາເຫັນດິນຫວ່າງເປົ່າ.
ບາລາອາມກ່າວວ່າ, “ຈົ່ງສ້າງແທ່ນບູຊາເຈັດແທ່ນໃຫ້ຂ້າພະເຈົ້າທີ່ນີ້, ແລະ ຕຽມງົວຜູ້ເຈັດໂຕກັບແກະຜູ້ເຈັດໂຕສຳລັບຂ້າພະເຈົ້າ”. ບາຫລາກກໍເຮັດຕາມທີ່ບາລາອາມໄດ້ກ່າວ, ແລະ ໄດ້ຖວາຍງົວຜູ້ ແລະ ແກະຜູ້ຢ່າງລະໜຶ່ງໂຕເທິງແທ່ນບູຊາແຕ່ລະແທ່ນ.
Source notes (2)
- Footnote ຫລື ພຣະອົງບໍ່ໄດ້ຫລຽວເຫັນການກະທຳຜິດຂອງຢາໂຄບ ຫລື ພົບຄວາມຜິດ
- Footnote ຫລື ໃນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.