Skip to content
BibleKenya

Biblica® Open Lao Contemporary Version

ຈົດບັນຊີ 28

ເຄື່ອງ​ບູຊາ​ປະຈຳວັນ

ພຣະເຈົ້າ​ຢາເວ​ເວົ້າ​ກັບ​ໂມເຊ​ວ່າ, “ຈົ່ງ​ມອບ​ຄຳສັ່ງ​ນີ້​ແກ່​ຄົນ​ອິດສະຣາເອນ ແລະ ກ່າວ​ກັບ​ພວກເຂົາ​ວ່າ: ‘ຈົ່ງ​ໃຫ້​ແນ່ໃຈ​ວ່າ​ພວກເຈົ້າ​ຈະ​ນຳ​ເອົາ​ອາຫານ​ບູຊາ​ມາ​ຖວາຍ​ແກ່​ເຮົາ​ຕາມ​ເວລາ​ທີ່​ໄດ້​ກຳນົດ​ໄວ້, ເພື່ອ​ເປັນ​ກິ່ນຫອມ​ທີ່​ເຮົາ​ພໍໃຈ’. ຈົ່ງ​ບອກ​ພວກເຂົາ​ວ່າ: ‘ນີ້​ແມ່ນ​ອາຫານ​ບູຊາ​ທີ່​ພວກເຈົ້າ​ຈະ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ຄື: ລູກແກະ​ອາຍຸ​ໜຶ່ງ​ປີ​ບໍ່​ມີຕຳໜິ​ສອງ​ໂຕ, ເປັນ​ເຄື່ອງເຜົາ​ບູຊາ​ທັງ​ໂຕ​ທີ່​ຖວາຍ​ເປັນ​ປະຈຳ. ລູກແກະ​ໂຕ​ໜຶ່ງ​ຖວາຍ​ໃນ​ຕອນ​ເຊົ້າ ແລະ ອີກ​ໂຕ​ໜຶ່ງ​ຖວາຍ​ຕອນ​ຫົວ​ຄ່ຳ, ພ້ອມ​ດ້ວຍ​ເຄື່ອງຖວາຍ​ພືດພັນ​ເປັນ​ເມັດ​ໜຶ່ງ​ສ່ວນ​ສິບ​ເອຟາ1​ຂອງ​ແປ້ງ​ລະອຽດ​ປະສົມ​ກັບ​ນ້ຳມັນ​ໝາກກອກ​ໜຶ່ງ​ສ່ວນ​ສີ່​ຂອງ​ຮິນ2. ນີ້​ເປັນ​ເຄື່ອງເຜົາ​ບູຊາ​ປະຈຳວັນ​ທີ່​ກຳນົດ​ໄວ້​ທີ່​ພູເຂົາ​ຊີນາຍ​ເພື່ອ​ເປັນ​ກິ່ນຫອມ​ທີ່​ພໍໃຈ, ເປັນ​ອາຫານ​ບູຊາ​ແກ່​ພຣະເຈົ້າ​ຢາເວ. ເຄື່ອງດື່ມ​ບູຊາ​ທີ່​ຖວາຍ​ຄູ່​ກັບ​ລູກແກະ​ແຕ່​ລະ​ໂຕ​ນັ້ນ​ຄື​ເຄື່ອງດື່ມ​ທີ່​ໝັກ​ແລ້ວ​ໜຶ່ງ​ສ່ວນ​ສີ່​ຂອງ​ຮິນ. ຈົ່ງ​ຖອກ​ເຄື່ອງດື່ມ​ບູຊາ​ນີ້​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ໃນ​ສະຖານ​ນະມັດສະການ. ຈົ່ງ​ຖວາຍ​ລູກແກະ​ໂຕ​ທີ​ສອງ​ໃນ​ຕອນ​ຫົວຄ່ຳ, ພ້ອມ​ກັບ​ເຄື່ອງຖວາຍ​ພືດພັນ​ເປັນ​ເມັດ ແລະ ເຄື່ອງດື່ມ​ບູຊາ​ຢ່າງ​ດຽວ​ກັບ​ທີ່​ພວກເຈົ້າ​ຖວາຍ​ໃນ​ຕອນເຊົ້າ. ນີ້​ເປັນ​ອາຫານ​ບູຊາ, ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ.

ເຄື່ອງບູຊາ​ສຳລັບ​ວັນ​ຊະບາໂຕ

“ ‘ໃນ​ວັນຊະບາໂຕ, ຈົ່ງ​ຖວາຍ​ລູກແກະ​ອາຍຸ​ໜຶ່ງ​ປີ​ບໍ່ມີຕຳໜິ​ສອງ​ໂຕ, ພ້ອມ​ກັບ​ເຄື່ອງດື່ມ​ບູຊາ ແລະ ເຄື່ອງຖວາຍ​ພືດພັນ​ເປັນເມັດ​ສອງສ່ວນສິບ​ຂອງ​ໜຶ່ງ​ເອຟາ3​ຂອງ​ແປ້ງ​ລະອຽດ​ປະສົມ​ກັບ​ນໍ້າມັນ​ໝາກກອກ. ນີ້​ແມ່ນ​ເຄື່ອງເຜົາ​ບູຊາ​ສຳລັບ​ທຸກໆ​ວັນຊະບາໂຕ, ນອກຈາກ​ເຄື່ອງເຜົາ​ບູຊາ​ທັງ​ໂຕ​ທີ່​ຖວາຍ​ເປັນ​ປະຈຳ ແລະ ເຄື່ອງດື່ມ​ບູຊາ.

ເຄື່ອງ​ບູຊາ​ປະຈຳ​ທຸກ​ເດືອນ

“ ‘ທຸກ​ວັນ​ທຳອິດ​ຂອງ​ເດືອນ, ຈົ່ງ​ຖວາຍ​ເຄື່ອງເຜົາ​ບູຊາ​ແກ່​ພຣະເຈົ້າ​ຢາເວ​ຄື: ງົວ​ເຖິກ​ສອງ​ໂຕ, ແກະຜູ້​ໜຶ່ງ​ໂຕ ແລະ ລູກແກະ​ຜູ້​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ, ທັງໝົດ​ບໍ່​ມີ​ຕຳໜິ. ງົວຜູ້​ແຕ່ລະໂຕ​ຕ້ອງ​ຖວາຍ​ພ້ອມ​ກັບ​ເຄື່ອງຖວາຍ​ພືດພັນ​ເປັນ​ເມັດ​ສາມ​ສ່ວນ​ສິບ​ເອຟາ4​ຂອງ​ແປ້ງ​ລະອຽດ​ປະສົມ​ກັບ​ນ້ຳມັນ; ພ້ອມ​ກັບ​ແກະຜູ້, ເຄື່ອງຖວາຍ​ພືດພັນ​ເປັນ​ເມັດ​ສອງ​ສ່ວນ​ສິບ​ເອຟາ​ຂອງ​ແປ້ງ​ລະອຽດ​ປະສົມ​ກັບ​ນ້ຳມັນ; ເຄື່ອງຖວາຍ​ພືດພັນ​ເປັນ​ເມັດ​ໜຶ່ງ​ສ່ວນ​ສິບ​ເອຟາ​ຂອງ​ແປ້ງ​ລະອຽດ​ປະສົມ​ກັບ​ນ້ຳມັນ ພ້ອມ​ກັບ​ແກະ​ແຕ່​ລະ​ໂຕ. ນີ້​ເປັນ​ເຄື່ອງເຜົາ​ບູຊາ​ທັງ​ໂຕ, ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ພໍໃຈ, ເປັນ​ອາຫານ​ບູຊາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ. ເຄື່ອງດື່ມ​ບູຊາ​ພ້ອມ​ກັບ​ງົວ​ຄື​ເຫລົ້າອະງຸ່ນ​ເຄິ່ງ​ຮິນ5; ແກະຜູ້​ພ້ອມ​ກັບ​ເຫລົ້າ​ອະງຸ່ນ​ໜຶ່ງ​ສ່ວນ​ສາມ​ຮິນ6; ແລະ ລູກ​ແກະຜູ້​ພ້ອມ​ກັບ​ເຫລົ້າອະງຸ່ນ​ໜຶ່ງ​ສ່ວນ​ສີ່​ຮິນ. ນີ້​ເປັນ​ເຄື່ອງເຜົາ​ບູຊາ​ທີ່​ຈະ​ຕ້ອງ​ຖວາຍ​ທຸກ​ເດືອນ​ໃນ​ວັນ​ອອກໃໝ່​ຕະຫລອດ​ທັງ​ປີ. ນອກຈາກ​ເຄື່ອງເຜົາ​ບູຊາ​ທັງ​ໂຕ​ທີ່​ຖວາຍ​ເປັນ​ປະຈຳ​ພ້ອມ​ກັບ​ເຄື່ອງດື່ມ​ບູຊາ​ແລ້ວ, ຈະ​ຕ້ອງ​ໄດ້​ເອົາ​ແບ້​ໂຕ​ໜຶ່ງ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ເພື່ອ​ເປັນ​ເຄື່ອງຖວາຍບູຊາໄຖ່ບາບ.7

ເທດສະການ​ປັດສະຄາ

(ອພຍ 12:14-20; ລລວ 23:4-8; ພບຍ 16:1-8)

“ ‘ໃນ​ມື້​ທີ​ສິບສີ່​ຂອງ​ເດືອນ​ທີ​ໜຶ່ງ ຈົ່ງ​ຈັດ​ເທດສະການ​ປັດສະຄາ​ຂອງ​ພຣະເຈົ້າ​ຢາເວ​ຂຶ້ນ. ໃນ​ວັນ​ທີສິບຫ້າ​ຂອງ​ເດືອນ​ດຽວ​ກັນ​ນີ້​ເປັນ​ການ​ສະຫລອງ​ເທດສະການ; ໂດຍ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອແປ້ງ​ເປັນ​ເວລາ​ເຈັດ​ວັນ. ໃນ​ມື້​ທຳອິດ​ຈົ່ງ​ເຕົ້າໂຮມ​ເພື່ອ​ນະມັດສະການ ແລະ ຢ່າ​ເຮັດວຽກ​ໃດໆ. ຈົ່ງ​ຖວາຍ​ເຄື່ອງຖວາຍ​ບູຊາ​ອາຫານ​ແກ່​ພຣະເຈົ້າ​ຢາເວ​ປະກອບ​ດ້ວຍ​ເຄື່ອງເຜົາ​ບູຊາ​ຄື: ງົວ​ເຖິກ​ສອງ​ໂຕ, ແກະຜູ້​ໜຶ່ງ​ໂຕ ແລະ ລູກແກະ​ຜູ້​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ, ທັງໝົດ​ລ້ວນ​ບໍ່ມີຕຳໜິ. ຈົ່ງ​ຖວາຍ​ພືດພັນ​ເປັນເມັດ​ຄື: ແປ້ງ​ລະອຽດ​ສາມ​ສ່ວນ​ສິບ​ເອຟາ​ປະສົມ​ກັບ​ນ້ຳມັນ​ພ້ອມກັບ​ງົວ​ແຕ່ລະ​ຕົວ; ແປ້ງ​ສອງ​ສ່ວນ​ສິບ​ເອຟາ​ຖວາຍ​ພ້ອມກັບ​ແກະຜູ້​ແຕ່​ລະ​ໂຕ; ແລະ ແປ້ງ​ລະອຽດ​ໜຶ່ງ​ສ່ວນ​ສິບ​ເອຟາ​ພ້ອມກັບ​ລູກແກະ​ແຕ່​ລະ​ໂຕ. ຈົ່ງ​ຖວາຍ​ແບ້​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງບູຊາ​ໄຖ່​ບາບ​ຂອງ​ເຈົ້າ​ດ້ວຍ. ຈົ່ງ​ຖວາຍ​ເຄື່ອງບູຊາ​ເຫລົ່ານີ້​ເພີ່ມເຕີມ​ໃສ່​ເຄື່ອງເຜົາ​ບູຊາ​ປົກກະຕິ​ໃນ​ຕອນເຊົ້າ. ໂດຍ​ວິທີ​ນີ້​ຈົ່ງ​ຖວາຍ​ເຄື່ອງຖວາຍ​ບູຊາ​ອາຫານ​ທຸກ​ວັນ​ເປັນ​ເວລາ​ເຈັດ​ວັນ​ເພື່ອ​ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ; ສິ່ງ​ນີ້​ຈະ​ຕ້ອງ​ໄດ້​ຖວາຍ​ເພີ່ມເຕີມ​ຈາກ​ເຄື່ອງເຜົາ​ບູຊາ ແລະ ເຄື່ອງດື່ມ​ບູຊາ​ປົກກະຕິ. ໃນ​ມື້​ທີ​ເຈັດ​ຈົ່ງ​ຈັດ​ການ​ໂຮມຊຸມນຸມ​ເພື່ອ​ນະມັດສະການ ແລະ ຢ່າ​ເຮັດວຽກ​ໃດໆ.

ເທດສະການ​ປະຈຳ​ອາທິດ

(ລລວ 23:15-22; ພບຍ 16:9-12)

“ ‘ໃນ​ວັນ​ຖວາຍ​ພືດຜົນ​ຫົວປີ​ນັ້ນ, ເມື່ອ​ເຈົ້າ​ນຳເອົາ​ພືດພັນ​ເປັນເມັດ​ໃໝ່​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ໃນ​ຊ່ວງ​ເທດສະການ​ແຫ່ງ​ອາທິດ​ນັ້ນ, ຈົ່ງ​ຈັດ​ໂຮມຊຸມນຸມ​ເພື່ອ​ນະມັດສະການ​ຂຶ້ນ ແລະ ຢ່າ​ອອກ​ແຮງງານ​ໃດໆ. ຈົ່ງ​ຖວາຍ​ງົວເຖິກ​ສອງ​ໂຕ, ແກະຜູ້​ໜຶ່ງ​ໂຕ ແລະ ລູກ​ແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ​ເປັນ​ເຄື່ອງເຜົາ​ບູຊາ​ເພື່ອ​ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ. ຄຽງຄູ່​ກັບ​ການຖວາຍ​ງົວ​ແຕ່ລະໂຕ​ນັ້ນ ຕ້ອງ​ມີ​ການ​ຖວາຍ​ພືດພັນ​ເປັນເມັດ​ຄື​ແປ້ງ​ລະອຽດ​ສາມສ່ວນສິບ​ເອຟາ​ປະສົມ​ນ້ຳມັນ; ແປ້ງ​ລະອຽດ​ສອງສ່ວນສິບ​ພ້ອມກັບ​ແກະຜູ້; ແລະ ຖວາຍ​ແປ້ງ​ໜຶ່ງສ່ວນສິບ​ເອຟາ​ໄປ​ພ້ອມ​ກັບ​ລູກແກະ​ແຕ່ລະໂຕ. ແລະ ຈົ່ງ​ຖວາຍ​ແບ້​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງຖວາຍ​ໄຖ່​ບາບ​ສຳລັບ​ເຈົ້າ. ນອກເໜືອ​ຈາກ​ເຄື່ອງເຜົາ​ບູຊາ​ປົກກະຕິ ແລະ ເຄື່ອງຖວາຍ​ພືດພັນ​ເປັນເມັດ​ແລ້ວ ຈົ່ງ​ຖວາຍ​ເຄື່ອງດື່ມ​ບູຊາ​ອີກ​ດ້ວຍ. ຈົ່ງ​ໃຫ້​ແນ່ໃຈ​ວ່າ​ບັນດາ​ສັດ​ທີ່​ນຳ​ມາ​ຖວາຍ​ນັ້ນ​ບໍ່ມີຕຳໜິ​ໃດໆ​ເລີຍ.

Source notes (7)
  1. Footnote ຄື ປະມານ 1,6 ກິໂລກຣາມ; ເໝືອນກັນ​ໃນ ຂໍ້ 13, 21 ແລະ 29
  2. Footnote ຄື ປະມານ 1 ລິດ; ເໝືອນກັນ ໃນ ຂໍ້ 7 ແລະ 14
  3. Footnote ຄື ປະມານ 3,2 ກິໂລກຣາມ; ເໝືອນກັນ​ໃນ​ຂໍ້ 12, 20 ແລະ 28
  4. Footnote ຄື ປະມານ 5 ກິໂລກຣາມ; ເໝືອນກັນ​ໃນ​ຂໍ້ 20 ແລະ 28
  5. Footnote ຄື ປະມານ 1,9 ລິດ
  6. Footnote ຄື ປະມານ 1,3 ລິດ
  7. Footnote ເຄື່ອງຖວາຍ​ເພື່ອ​ການຊຳລະລ້າງ; ເໝືອນກັນ​ໃນ​ຂໍ້ 22

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.