Skip to content
BibleKenya

Biblica® Open Lao Contemporary Version

ຈົດບັນຊີ 29

ເທດສະການ​ເປົ່າແກ

(ລລວ 23:23-25)

“ ‘ໃນ​ມື້​ທີ​ໜຶ່ງ​ຂອງ​ເດືອນ​ທີເຈັດ ຈົ່ງ​ຈັດ​ການໂຮມຊຸມນຸມ​ເພື່ອ​ນະມັດສະການ ແລະ ຢ່າ​ອອກແຮງງານ​ໃດໆ. ພວກເຈົ້າ​ຈະ​ຕ້ອງ​ເປົ່າ​ແກ​ໃນ​ວັນ​ນີ້. ເພື່ອ​ເປັນ​ກິ່ນຫອມ​ທີ​ພຣະເຈົ້າ​ພໍໃຈ, ຈົ່ງ​ຖວາຍ​ເຄື່ອງເຜົາ​ບູຊາ​ຄື: ງົວເຖິກ​ໜຶ່ງ​ໂຕ, ແກະ​ຜູ້​ໜຶ່ງ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ, ທັງໝົດ​ບໍ່ມີຕຳໜິ. ຈົ່ງ​ຖວາຍ​ພືດພັນ​ເປັນເມັດ​ຄື ແປ້ງ​ລະອຽດ​ສາມສ່ວນສິບ​ເອຟາ1​ປະສົມ​ນ້ຳມັນ​ໝາກກອກ​ພ້ອມ​ງົວເຖິກ; ຖວາຍ​ແປ້ງ​ລະອຽດ​ສອງສ່ວນສິບ​ເອຟາ​ພ້ອມ​ກັບ​ແກະຜູ້;2 ແລະ ຈົ່ງ​ຖວາຍ​ແປ້ງ​ລະອຽດ​ໜຶ່ງສ່ວນສິບ​ເອຟາກະ​ແຕ່ລະ.3 ລວມ​ທັງ​ຖວາຍ​ແບ້​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງຖວາຍ​ໄຖ່​ບາບ4​ເພື່ອ​ເຮັດພິທີລຶບລ້າງບາບ​ສຳລັບ​ເຈົ້າ. ນອກເໜືອ​ຈາກ​ເຄື່ອງເຜົາ​ບູຊາ​ປະຈຳ​ເດືອນ ແລະ ເຄື່ອງຖວາຍ​ພືດພັນ​ເປັນເມັດ​ທີ່​ຖວາຍ​ເປັນ​ປະຈຳ​ວັນ ແລະ ປະຈຳເດືອນ​ຕາມ​ທີ່​ໄດ້​ລະບຸ​ໄວ້​ແລ້ວ. ສິ່ງ​ເຫລົ່ານີ້​ເປັນ​ເຄື່ອງຖວາຍ​ບູຊາ​ອາຫານ​ແກ່​ພຣະເຈົ້າ​ຢາເວ, ເປັນ​ກິ່ນຫອມ​ທີ່​ພໍໃຈ.

ວັນ​ລຶບລ້າງບາບ

(ລລວ 16:2-34; 23:26-32)

“ ‘ໃນ​ມື້​ທີສິບ​ຂອງ​ເດືອນ​ທີເຈັດ​ນີ້ ຈົ່ງ​ຈັດ​ການໂຮມຊຸມນຸມ​ສັກສິດ. ພວກເຈົ້າ​ຕ້ອງ​ປະຕິເສດ​ຕົນ​ເອງ5 ແລະ ຢ່າ​ເຮັດ​ວຽກງານ​ໃດໆ. ຈົ່ງ​ຖວາຍ​ງົວຜູ້​ໜຸ່ມ​ໜຶ່ງ​ໂຕ, ແກະຜູ້​ໜຶ່ງ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ, ທັງໝົດ​ບໍ່ມີຕຳໜິ, ເປັນ​ເຄື່ອງເຜົາ​ບູຊາ​ທັງ​ໂຕ ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ. ຈົ່ງ​ຖວາຍ​ເມັດພືດບູຊາ​ຄື​ແປ້ງ​ໂມ້​ລະອຽດ​ປະມານ​ສາມ​ສ່ວນ​ສິບ​ເອຟາ​ປະສົມ​ກັບ​ນໍ້າມັນ; ຖວາຍ​ແປ້ງ​ປະມານ​ສອງ​ສ່ວນ​ສິບ​ເອຟາ​ພ້ອມ​ກັບ​ແກະ​ຜູ້; ແລະ ຈົ່ງ​ຖວາຍ​ແປ້ງ​ລະອຽດ​ໜຶ່ງ​ສ່ວນ​ສິບ​ເອຟາ​ພ້ອມ​ກັບ​ລູກແກະ​ແຕ່​ລະ​ໂຕ​ຂອງ​ແກະ​ເຈັດ​ໂຕ​ນັ້ນ. ນອກ​ເໜືອ​ຈາກ​ເຄື່ອງ​ບູຊາ​ໄຖ່​ບາບ​ເພື່ອ​ລຶບລ້າງ​ບາບ ແລະ ເຄື່ອງເຜົາ​ບູຊາ​ທັງ​ໂຕ​ທີ່​ຖວາຍ​ເປັນ​ປະຈຳ​ພ້ອມ​ກັບ​ພ້ອມ​ກັບ​ເມັດພືດບູຊາ ແລະ ເຄື່ອງດື່ມບູຊາ, ຈົ່ງ​ຖວາຍ​ແກະ​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ດ້ວຍ.

ເທດສະການ​ປຸກຕູບ​ຢູ່

(ລລວ 23:33-43; ພບຍ 16:13-17)

“ ‘ໃນ​ມື້​ທີ​ສິບຫ້າ​ຂອງ​ເດືອນ​ທີ​ເຈັດ, ຈົ່ງ​ຈັດ​ການ​ປະຊຸມ​ອັນ​ສັກສິດ ແລະ ຢ່າ​ທຳງານ​ປະຈຳ. ຈົ່ງ​ສະຫລອງ​ເທດສະການ​ແກ່​ພຣະເຈົ້າ​ຢາເວ​ເປັນ​ເວລາ​ເຈັດ​ວັນ. ຈົ່ງ​ຖວາຍ​ເຄື່ອງເຜົາ​ບູຊາ​ທັງ​ໂຕ​ໄດ້​ແກ່: ງົວເຖິກ​ສິບສາມ​ໂຕ, ແກະຜູ້​ສອງ​ໂຕ ແລະ ລູກແກະ​ຜູ້​ອາຍຸ​ໜຶ່ງ​ປີ​ສິບສີ່​ໂຕ, ທັງໝົດ​ບໍ່ມີຕຳໜິ ເປັນ​ອາຫານ​ບູຊາ ເປັນ​ກິ່ນ​ຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ. ຈົ່ງ​ຖວາຍ​ພືດພັນ​ເປັນເມັດ​ຄື​ແປ້ງ​ລະອຽດ​ປະມານ​ສາມ​ສ່ວນ​ສິບ​ເອຟາ​ປະສົມ​ກັບ​ນ້ຳມັນ​ພ້ອມ​ກັບ​ງົວເຖິກ​ແຕ່​ລະ​ໂຕ ຖວາຍ​ແປ້ງ​ປະມານ​ສອງ​ສ່ວນ​ສິບ​ເອຟາ​ພ້ອມ​ກັບ​ແກະຜູ້​ແຕ່​ລະ​ໂຕ; ຈົ່ງ​ຖວາຍ​ແປ້ງ​ປະມານ​ໜຶ່ງ​ສ່ວນ​ສິບ​ເອຟາ​ພ້ອມ​ກັບ​ລູກແກະ​ແຕ່​ລະ​ຕົວ. ນອກ​ເໜືອ​ຈາກ​ເຄື່ອງເຜົາ​ບູຊາ​ທັງ​ໂຕ​ທີ່​ຖວາຍ​ເປັນ​ປະຈຳ​ພ້ອມ​ກັບ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ ຈົ່ງ​ຖວາຍ​ແບ້​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ດ້ວຍ.

“ ‘ໃນ​ມື້​ທີ​ສອງ ຈົ່ງ​ຖວາຍ​ງົວເຖິກ​ສິບສອງ​ໂຕ, ແກະຜູ້​ສອງ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ສິບສີ່​ໂຕ, ທັງໝົດ​ບໍ່ມີຕຳໜິ. ຈົ່ງ​ຖວາຍ​ພ້ອມ​ກັບ​ງົວຜູ້, ແກະຜູ້ ແລະ ລູກແກະ​ນັ້ນ​ຄື: ເຄື່ອງຖວາຍ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ​ຕາມ​ຈຳນວນ​ທີ່​ກຳນົດ​ໄວ້. ນອກ​ເໜືອ​ຈາກ​ເຄື່ອງເຜົາ​ບູຊາ​ທັງ​ໂຕ​ທີ່​ຖວາຍ​ເປັນ​ປະຈຳ​ພ້ອມ​ກັບ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ ຈົ່ງ​ຖວາຍ​ແບ້​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ດ້ວຍ.

“ ‘ໃນ​ມື້​ທີ​ສາມ ຈົ່ງ​ຖວາຍ​ງົວຜູ້​ສິບເອັດ​ໂຕ, ແກະຜູ້​ສອງ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ສິບສີ່​ໂຕ, ທັງໝົດ​ບໍ່ມີຕຳໜິ. ພ້ອມ​ກັບ​ການຖວາຍ​ງົວຜູ້, ແກະຜູ້ ແລະ ລູກແກະ​ນັ້ນ​ຕ້ອງ​ຖວາຍ​ເຄື່ອງຖວາຍ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ​ຕາມ​ຈຳນວນ​ທີ່​ໄດ້​ກຳນົດ​ໄວ້. ນອກເໜືອ​ຈາກ​ເຄື່ອງ​ບູຊາ​ຊື່ງ​ຖວາຍ​ເປັນ​ປົກກະຕິ​ພ້ອມດ້ວຍ​ເຄື່ອງຖວາຍ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ ຈົ່ງ​ຖວາຍ​ແບ້ຜູ້​ໂຕ​ໜຶ່ງ​ເປັນ​ເຄື່ອງຖວາຍ​ໄຖ່ບາບ.

“ ‘ໃນ​ມື້​ທີ​ສີ່ ຈົ່ງ​ຖວາຍ​ງົວຜູ້​ສິບ​ໂຕ, ແກະຜູ້​ສອງ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ສິບສີ່​ໂຕ, ທັງໝົດ​ບໍ່ມີຕຳໜິ. ພ້ອມ​ກັບ​ການ​ຖວາຍ​ງົວຜູ້, ແກະຜູ້ ແລະ ລູກແກະ​ນັ້ນ ຈົ່ງ​ຖວາຍ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ​ຕາມ​ຈຳນວນ​ທີ່​ໄດ້​ກຳນົດ​ໄວ້. ນອກ​ເໜືອ​ຈາກ​ເຄື່ອງເຜົາ​ບູຊາ​ທັງ​ໂຕ​ທີ່​ຖວາຍ​ເປັນ​ປະຈຳ​ພ້ອມ​ກັບ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ ຈົ່ງ​ຖວາຍ​ແບ້​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ດ້ວຍ.

“ ‘ໃນ​ມື້​ທີ​ຫ້າ ຈົ່ງ​ຖວາຍ​ງົວຜູ້​ເກົ້າ​ໂຕ, ແກະຜູ້​ສອງ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ສິບສີ່​ໂຕ, ທັງໝົດ​ບໍ່ມີຕຳໜິ. ພ້ອມ​ກັບ​ການ​ຖວາຍ​ງົວຜູ້, ແກະຜູ້ ແລະ ລູກແກະ​ນັ້ນ ຈົ່ງ​ຖວາຍ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ​ຕາມ​ຈຳນວນ​ທີ່​ໄດ້​ກຳນົດ​ໄວ້. ນອກ​ເໜືອ​ຈາກ​ເຄື່ອງເຜົາ​ບູຊາ​ທັງ​ໂຕ​ທີ່​ຖວາຍ​ເປັນ​ປະຈຳ​ພ້ອມ​ກັບ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ ຈົ່ງ​ຖວາຍ​ແບ້​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ດ້ວຍ.

“ ‘ໃນ​ມື້​ທີ​ຫົກ ຈົ່ງ​ຖວາຍ​ງົວຜູ້​ແປດ​ໂຕ, ແກະຜູ້​ສອງ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ສິບສີ່​ໂຕ, ທັງໝົດ​ບໍ່ມີຕຳໜິ. ພ້ອມ​ກັບ​ການ​ຖວາຍ​ງົວຜູ້, ແກະຜູ້ ແລະ ລູກແກະ​ນັ້ນ ຈົ່ງ​ຖວາຍ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ​ຕາມ​ຈຳນວນ​ທີ່​ໄດ້​ກຳນົດ​ໄວ້. ນອກ​ເໜືອ​ຈາກ​ເຄື່ອງເຜົາ​ບູຊາ​ທັງ​ໂຕ​ທີ່​ຖວາຍ​ເປັນ​ປະຈຳ​ພ້ອມ​ກັບ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ ຈົ່ງ​ຖວາຍ​ແບ້​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ດ້ວຍ.

“ ‘ໃນ​ມື້​ທີ​ເຈັດ ຈົ່ງ​ຖວາຍ​ງົວຜູ້​ເຈັດ​ໂຕ, ແກະຜູ້​ສອງ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ສິບສີ່​ໂຕ, ທັງໝົດ​ບໍ່ມີຕຳໜິ. ພ້ອມ​ກັບ​ການຖວາຍ​ງົວຜູ້, ແກະຜູ້ ແລະ ລູກແກະ​ນັ້ນ ຈົ່ງ​ຖວາຍ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ​ຕາມ​ຈຳນວນ​ທີ່​ໄດ້​ກຳນົດ​ໄວ້. ນອກ​ເໜືອ​ຈາກ​ເຄື່ອງເຜົາ​ບູຊາ​ທັງ​ໂຕ​ທີ່​ຖວາຍ​ເປັນ​ປະຈຳ​ພ້ອມ​ກັບ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ ຈົ່ງ​ຖວາຍ​ແບ້​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ດ້ວຍ.

“ ‘ໃນ​ມື້​ທີ​ແປດ ຈົ່ງ​ຈັດ​ການ​ປະຊຸມ​ພິເສດ​ຄື​ພິທີ​ປິດ ແລະ ຢ່າ​ເຮັດວຽກ​ປະຈຳ. ຈົ່ງ​ຖວາຍ​ເຄື່ອງເຜົາ​ບູຊາ​ປະກອບດ້ວຍ​ງົວຜູ້​ໜຶ່ງ​ໂຕ, ແກະຜູ້​ໜຶ່ງ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ​ທັງໝົດ​ບໍ່ມີຕຳໜິ​ເປັນ​ເຄື່ອງຖວາຍ​ບູຊາ​ອາຫານ​ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ. ຈົ່ງ​ຖວາຍ​ງົວຜູ້, ແກະຜູ້ ແລະ ລູກແກະ​ໂຕ​ຜູ້, ພ້ອມ​ກັບ​ເຄື່ອງຖວາຍ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ​ຕາມ​ຈຳນວນ​ທີ່​ໄດ້​ກຳນົດ​ໄວ້. ນອກ​ເໜືອ​ຈາກ​ເຄື່ອງເຜົາ​ບູຊາ​ທັງ​ໂຕ​ທີ່​ຖວາຍ​ເປັນ​ປະຈຳ​ພ້ອມ​ກັບ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ ຈົ່ງ​ຖວາຍ​ແບ້​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ດ້ວຍ.

“ ‘ນອກ​ຈາກ​ເຄື່ອງຖວາຍ​ຕາມ​ທີ່​ພວກເຈົ້າ​ບະບົນ ແລະ ເຄື່ອງຖວາຍ​ຕາມ​ຄວາມສະໝັກໃຈ​ຂອງ​ພວກເຈົ້າ​ແລ້ວ, ຈົ່ງ​ຖວາຍ​ສິ່ງ​ເຫລົ່ານີ້​ແກ່​ພຣະເຈົ້າ​ຢາເວ​ໃນ​ເທດສະການ​ຕ່າງໆ​ຕາມ​ທີ່​ໄດ້​ກຳນົດ​ໄວ້​ຄື: ເຄື່ອງເຜົາ​ບູຊາ, ເຄື່ອງຖວາຍ​ພືດພັນ​ເປັນເມັດ, ເຄື່ອງດື່ມ​ບູຊາ ແລະ ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ’ ”.

ໂມເຊ​ຈຶ່ງ​ບອກ​ຄົນ​ອິດສະຣາເອນ​ທຸກສິ່ງ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ເພິ່ນ​ໄວ້.

Source notes (5)
  1. Footnote ຄື ປະມານ 5 ກິໂລກຣາມ; ເໝືອນກັນ​ໃນ​ຂໍ້ 9 ແລະ 14
  2. Footnote ຄື ປະມານ 3,2 ກິໂລກຣາມ; ເຊັ່ນ​ດຽວ​ກັບ​ຂໍ້ 9 ແລະ 14
  3. Footnote ຄື ປະມານ 1,6 ກິໂລກຣາມ; ເໝືອນກັນ​ໃນ​ຂໍ້ 10 ແລະ 15
  4. Footnote ຫລື ເພື່ອ​ເປັນ​ການຖວາຍບູຊາ​ເພື່ອ​ການຊຳລະລ້າງ ; ເໝືອນກັນ​ໃນ​ບ່ອນ​ອື່ນ​ອີກ​ໃນ​ບົດ​ນີ້
  5. Footnote ຫລື ຕ້ອງ​ອົດອາຫານ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.