Skip to content
BibleKenya

Biblica® Open Lao Contemporary Version

ຈົດບັນຊີ 30

ຄຳສາບານ

ໂມເຊ​ເວົ້າ​ກັບ​ບັນດາ​ຫົວໜ້າ​ເຜົ່າ​ຕ່າງໆ​ຂອງ​ອິດສະຣາເອນ​ວ່າ: “ພຣະເຈົ້າຢາເວ​ສັ່ງ​ດັ່ງນີ້​ຄື: ຜູ້ໃດ​ປະຕິຍານ​ຕໍ່​ພຣະເຈົ້າ​ຢາເວ ຫລື ອອກ​ປາກ​ສາບານ​ວ່າ​ຈະ​ເຮັດ​ສິ່ງ​ໃດ ກໍ​ຢ່າ​ຜິດ​ຄຳ​ປະຕິຍານ ແລະ ຕ້ອງ​ໃຫ້​ລາວ​ເຮັດ​ຕາມ​ທີ່​ເວົ້າ​ໄວ້​ທຸກ​ປະການ.

“ຍິງ​ສາວ​ຄົນ​ໃດ​ທີ່​ຍັງ​ຢູ່​ໃນ​ປົກຄອງ​ຂອງ​ພໍ່ ແລະ ກ່າວ​ປະຕິຍານ​ຕໍ່​ພຣະເຈົ້າ​ຢາເວ ຫລື ກ່າວ​ຄຳສາບານ ແລະ ພໍ່​ຂອງ​ນາງ​ກໍ​ໄດ້​ຍິນ​ແຕ່​ບໍ່​ໄດ້​ກ່າວ​ສິ່ງໃດ​ຕໍ່​ນາງ, ແລ້ວ​ຄຳສາບານ​ທັງໝົດ ແລະ ທຸກ​ຄຳປະຕິຍານ​ຂອງ​ນາງ​ກໍ​ຍັງ​ຈະ​ມີ​ຜົນ​ຢູ່. ແຕ່​ຖ້າ​ພໍ່​ຂອງ​ນາງ​ໄດ້​ຍິນ ແລະ ຫ້າມ​ຖື​ວ່າ​ຄຳສາບານ ຫລື ຄຳປະຕິຍານ​ບໍ່​ມີ​ຜົນ​ຫຍັງ; ພຣະເຈົ້າ​ຢາເວ​ອະໄພ​ໃຫ້​ແກ່ນາງ​ເພາະ​ພໍ່​ໄດ້​ຫ້າມ​ນາງ​ແລ້ວ.

“ຖ້າ​ນາງ​ແຕ່ງງານ​ຫລັງ​ຈາກ​ທີ່​ໄດ້​ປະຕິຍານ ຫລື ກ່າວ​ຄຳສັນຍາ​ອອກ​ມາ​ໂດຍ​ບໍ່​ໄດ້​ຄິດ​ຖີ່ຖ້ວນ ແລະ ພາຍຫລັງ​ຜົວ​ຂອງ​ນາງ​ຮູ້​ເຖິງ​ຄຳປະຕິຍານ​ນັ້ນ ແຕ່​ບໍ່​ໄດ້​ທັກທ້ວງ​ຫຍັງ, ຄຳ​ປະຕິຍານ ຫລື ຄຳສາບານ​ນັ້ນ​ກໍ​ຍັງ​ຄົງ​ມີ​ຜົນ​ຢູ່. ເມື່ອ​ຜົວ​ຂອງ​ນາງ​ຫ້າມ​ເມື່ອ​ໄດ້​ຍິນ​ເລື່ອງ​ນັ້ນ, ຖືວ່າ​ລາວ​ລົບລ້າງ​ຄຳປະຕິຍານ ຫລື ຄຳສັນຍາ​ທີ່​ບໍ່​ໄດ້​ຄິດ​ຖີ່ຖ້ວນ​ຂອງ​ນາງ​ແລ້ວ ແລະ ພຣະເຈົ້າ​ຢາເວ​ກໍ​ຈະ​ປ່ອຍ​ນາງ​ໃຫ້​ເປັນ​ອິດສະຫລະ.

“ແຕ່​ຄຳ​ປະຕິຍານ ຫລື ຄຳສາບານ​ຂອງ​ແມ່ໝ້າຍ​ທີ່​ຖືກ​ຢ່າຮ້າງ​ຈະ​ຍັງ​ມີ​ຜົນ​ບັງຄັບ.

“ຖ້າ​ຍິງ​ໃດ​ຍັງ​ຢູ່ກິນ​ກັບ​ຜົວ​ຂອງ​ຕົນ​ໄດ້​ປະຕິຍານ ຫລື ບັງຄັບ​ຕົນ​ເອງ​ໃນ​ການ​ລະເວັ້ນ​ຈາກ​ສິ່ງໃດ​ສິ່ງໜຶ່ງ ແລະ ຜົວ​ຂອງ​ນາງ​ໄດ້​ຍິນ​ຄຳສາບານ​ນັ້ນ ແຕ່​ບໍ່​ໄດ້​ກ່າວ ແລະ ທັກທ້ວງ​ສິ່ງໃດ​ແກ່​ນາງ, ຫລັງຈາກນັ້ນ​ຄຳປະຕິຍານ ຫລື ຄຳສາບານ​ທັງໝົດ​ຂອງ​ນາງ ທີ່​ຈະ​ລະເວັ້ນ​ຈາກ​ສິ່ງໃດ​ສິ່ງໜຶ່ງ​ຍັງ​ຄົງ​ມີ​ຜົນ​ຢູ່. ແຕ່​ຖ້າ​ຜົວ​ຂອງ​ນາງ​ຫ້າມ​ເມື່ອ​ໄດ້​ຍິນ, ແລ້ວ​ຄຳປະຕິຍານ ຫລື ຄຳສາບານ​ທີ່​ອອກ​ຈາກ​ປາກ​ຂອງ​ນາງ​ກໍ​ຈະ​ບໍ່​ເປັນ​ຜົນ​ຫຍັງ. ຜົວ​ຂອງ​ນາງ​ໄດ້​ລົບລ້າງ​ສິ່ງ​ເຫລົ່ານັ້ນ​ແລ້ວ, ແລະ ພຣະເຈົ້າ​ຢາເວ​ຈະ​ຍົກໂທດ​ໃຫ້ແກ່​ນາງ. ຜົວ​ຂອງ​ນາງ​ອາດ​ຈະ​ຮັບຮອງ ຫລື ລົບລ້າງ​ທຸກ​ຄຳປະຕິຍານ​ທີ່​ນາງ​ໄດ້​ເຮັດ ຫລື ປະຕິເສດ​ທຸກ​ຄຳສາບານ1​ກໍ​ໄດ້. ແຕ່​ຖ້າ​ຜົວ​ຂອງ​ນາງ​ບໍ່​ໄດ້​ເວົ້າ​ສິ່ງໃດ​ນັບ​ຕັ້ງ​ແຕ່​ວັນ​ທີ່​ລາວ​ໄດ້​ຍິນ ໃຫ້​ຖືວ່າ​ລາວ​ກໍ​ຮັບຮອງ​ຄຳປະຕິຍານ ຫລື ຄຳສາບານ​ທັງໝົດ​ທີ່​ກ່ຽວຂ້ອງ​ນາງ. ລາວ​ຮັບຮອງ​ເອົາ​ຄຳ​ເຫລົ່ານັ້ນ​ໂດຍ​ທີ່​ລາວ​ບໍ່​ໄດ້​ກ່າວ​ສິ່ງໃດ​ແກ່​ນາງ​ເມື່ອ​ລາວ​ໄດ້​ຍິນ​ກ່ຽວກັບ​ສິ່ງ​ເຫລົ່ານັ້ນ. ເຖິງຢ່າງໃດກໍຕາມ, ຖ້າ​ລາວ​ກ່າວ​ທັກທ້ວງ​ສິ່ງ​ເຫລົ່ານັ້ນ​ຕາມ​ພາຍຫລັງ, ແລ້ວ​ລາວ​ຈະ​ຕ້ອງ​ຮັບຜິດຊອບ​ຜົນຕາມມາ​ຂອງ​ການ​ກະທຳຜິດ​ຂອງ​ນາງ”.

ທັງໝົດ​ນີ້​ຄື​ລະບຽບການ​ທີ່​ພຣະເຈົ້າ​ຢາເວ​ມອບ​ໃຫ້​ໂມເຊ​ກ່ຽວກັບ​ຄວາມສຳພັນ​ລະຫວ່າງ​ຜົວ​ກັບ​ເມຍ ແລະ ລະຫວ່າງ​ພໍ່​ກັບ​ລູກສາວ​ທີ່​ຍັງ​ອາໄສ​ຢູ່​ນຳ​ຕົນ.

Source notes (1)
  1. Footnote ຫລື ເພື່ອ​ຖືສິນ​ອົດອາຫານ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.