Skip to content
BibleKenya

Biblica® Open Lao Contemporary Version

ຈົດບັນຊີ 31

ການແກ້ແຄ້ນ​ຊາວມີດີອານ

ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ແກ້ແຄ້ນ​ຊາວມີດີອານ​ເພື່ອ​ຄົນ​ອິດສະຣາເອນ. ຫລັງຈາກນັ້ນ, ເຈົ້າ​ຈະ​ຖືກ​ຮັບໄປ​ໄວ້​ກັບ​ເຊື້ອສາຍ​ຂອງ​ເຈົ້າ”.

ດັ່ງນັ້ນ​ໂມເຊ​ຈຶ່ງ​ກ່າວ​ແກ່​ປະຊາຊົນ​ວ່າ, “ພວກ​ຜູ້ຊາຍ​ບາງຄົນ​ໃນ​ພວກເຈົ້າ​ຈົ່ງ​ຕຽມ​ອາວຸດ​ເພື່ອ​ອອກ​ໄປ​ເຮັດ​ສົງຄາມ​ຕໍ່ສູ້​ກັບ​ຊາວມີດີອານ ເພື່ອ​ວ່າ​ພວກເຂົາ​ຈະ​ປະຕິບັດໜ້າທີ່​ການແກ້ແຄ້ນ​ຂອງ​ພຣະເຈົ້າ​ຢາເວ​ຕໍ່​ຊາວມີດີອານ. ຈົ່ງ​ສົ່ງ​ຜູ້ຊາຍ​ຈາກ​ແຕ່ລະ​ເຜົ່າ​ຂອງ​ອິດສະຣາເອນ 1.000 ຄົນ ອອກ​ສູ່​ສະໜາມຮົບ”. ດັ່ງນັ້ນ ພວກຜູ້ຊາຍ 12.000 ຄົນ ຈຶ່ງ​ໄດ້​ຕຽມ​ອາວຸດ​ເພື່ອ​ການສູ້ຮົບ, 1.000 ຄົນ ມາ​ຈາກ​ແຕ່ລະ​ເຜົ່າ, ເຊິ່ງ​ໄດ້​ຮັບ​ການສະໜອງ​ຈາກ​ຕະກຸນ​ຕ່າງໆ​ຂອງ​ອິດສະຣາເອນ. ໂມເຊ​ໄດ້​ສົ່ງ​ພວກເຂົາ​ເຂົ້າ​ສູ່​ສະໜາມຮົບ, 1.000 ຄົນ ຈາກ​ແຕ່ລະ​ເຜົ່າ, ໂດຍ​ມີ​ຟີເນຮາ​ລູກຊາຍ​ຂອງ​ປະໂລຫິດ​ເອເລອາຊາ, ພ້ອມດ້ວຍ​ເຄື່ອງໃຊ້​ຈາກ​ສະຖານທີ່​ນະມັດສະການ​ໄປ​ພ້ອມ ແລະ ແກ​ເພື່ອ​ເປົ່າ​ສັນຍານ.

ພວກເຂົາ​ສູ້ຮົບ​ກັບ​ມີດີອານ, ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໂມເຊ, ແລະ ໄດ້​ຂ້າ​ຜູ້ຊາຍ​ທຸກຄົນ. ລວມ​ທັງ​ກະສັດ​ທັງ​ຫ້າ​ຂອງ​ມີດີອານ​ຄື: ເອວີ, ເຣເກມ, ຊູເຣ, ຮູເຣ ແລະ ເຣບາ. ບາລາອາມ​ລູກຊາຍ​ຂອງ​ເບອໍ​ກໍ​ຖືກ​ຂ້າ​ຕາຍ​ດ້ວຍ​ດາບ​ເໝືອນກັນ. ຄົນ​ອິດສະຣາເອນ​ໄດ້​ຈັບເອົາ​ແມ່ຍິງ ແລະ ເດັກນ້ອຍ​ຊາວມີດີອານ​ໄປ​ເປັນ​ຊະເລີຍ ແລະ ກວດຕ້ອນ​ເອົາ​ຝູງສັດ, ຝູງແກະ ແລະ ຢຶດ​ເອົາ​ສິ່ງຂອງ​ຕ່າງໆ​ຂອງ​ຊາວມີດີອານ​ມາ​ດ້ວຍ. ພວກເຂົາ​ໄດ້​ເຜົາ​ເມືອງ​ບ່ອນ​ທີ່​ຊາວມີດີອານ​ໄດ້​ຕັ້ງ​ຖິ່ນຖານ​ຢູ່, ພ້ອມ​ທັງ​ຄ້າຍພັກ​ຂອງ​ພວກເຂົາ​ທັງໝົດ​ດ້ວຍ. ພວກເຂົາ​ໄດ້​ກວດຕ້ອນ​ຄົນ​ຝູງສັດ ແລະ ຢຶດ​ຊັບສິນ​ຂອງ​ພວກເຂົາ​ທັງໝົດ, ແລະ ໄດ້​ນຳເອົາ​ຊະເລີຍ, ມາ​ມອບ​ໃຫ້​ໂມເຊ ແລະ ປະໂລຫິດ​ເອເລອາຊາ ແລະ ຊຸມຊົນ​ຄົນ​ອິດສະຣາເອນ​ທີ່​ຕັ້ງ​ຄ້າຍພັກ​ທີ່​ທົ່ງພຽງ​ໂມອາບ, ແຄມ​ແມ່ນ້ຳ​ຈໍແດນ​ກົງກັນຂ້າມ​ກັບ​ເມືອງ​ເຢຣິໂກ.

ໂມເຊ, ປະໂລຫິດ​ເອເລອາຊາ ແລະ ບັນດາ​ຜູ້ນຳ​ຂອງ​ຊຸມຊົນ​ອອກ​ໄປ​ພົບ​ກັບ​ພວກເຂົາ​ຢູ່​ນອກ​ຄ້າຍພັກ. ໂມເຊ​ໃຈຮ້າຍ​ໃຫ້​ແກ່​ບັນດາ​ນາຍທະຫານ​ຂອງ​ກອງທັບ ບັນດາ​ຜູ້ບັນຊາການ​ກອງພັນ ແລະ ບັນດາ​ຜູ້ບັນຊາການ​ກອງຮ້ອຍ​ທີ່​ກັບມາ​ຈາກ​ການສູ້ຮົບ.

ໂມເຊ​ຖາມ​ພວກເຂົາ​ວ່າ, “ພວກເຈົ້າ​ໄດ້​ປ່ອຍ​ໃຫ້​ພວກແມ່ຍິງ​ທັງໝົດ​ມີຊີວິດ​ຢູ່​ເຮັດ​ຫຍັງ? ຄົນ​ເຫລົ່ານີ້​ແຫລະ​ທີ່​ເຮັດ​ຕາມ​ຄຳແນະນຳ​ຂອງ​ບາລາອາມ ແລະ ຊັກຊວນ​ຄົນ​ອິດສະຣາເອນ​ໃຫ້​ເປັນ​ຜູ້​ຫັນໜີ​ຈາກ​ພຣະເຈົ້າ​ຢາເວ​ໃນ​ເຫດການ​ທີ່​ເປອໍ, ເປັນ​ຕົນເຫດ​ນຳ​ໂລກລະບາດ​ມາ​ສູ່​ປະຊາຊົນ​ຂອງ​ພຣະເຈົ້າ​ຢາເວ. ບັດນີ້​ຈົ່ງ​ຂ້າ​ເດັກນ້ອຍ​ຜູ້ຊາຍ​ທັງໝົດ. ແລະ ຂ້າ​ແມ່ຍິງ​ທຸກຄົນ​ທີ່​ເຄີຍ​ຫລັບນອນ​ກັບ​ຜູ້ຊາຍ​ແລ້ວ, ແຕ່​ຈົ່ງ​ໄວ້​ຊີວິດ​ຍິງສາວ​ທຸກຄົນ​ທີ່​ຍັງ​ບໍ່​ເຄີຍ​ຫລັບນອນ​ກັບ​ຜູ້ຊາຍ​ມາກ່ອນ​ໄວ້​ສຳລັບ​ພວກເຈົ້າ​ເອງ.

“ຜູ້ໃດ​ກໍຕາມ​ທີ່​ໄດ້​ຂ້າ​ຄົນ ຫລື ສຳພັດ​ສົບຄົນຕາຍ​ຕ້ອງ​ຢູ່​ອອກ​ນອກ​ຄ້າຍພັກ​ເຈັດ​ວັນ. ໃນ​ມື້​ທີສາມ ແລະ ມື້​ທີເຈັດ ຈົ່ງ​ຊຳລະ​ຕົນ​ເອງ ແລະ ພວກຊະເລີຍ​ຂອງ​ຕົນ. ຈົ່ງ​ຊຳລະ​ເຄື່ອງນຸ່ງຫົ່ມ ແລະ ທຸກສິ່ງ​ທີ່​ເຮັດ​ຈາກ​ໜັງສັດ, ຂົນ​ແບ້ ຫລື ເຮັດ​ຈາກ​ໄມ້​ໃຫ້​ສະອາດ​ດ້ວຍ”.

ແລ້ວ​ປະໂລຫິດ​ເອເລອາຊາ​ຈຶ່ງ​ກ່າວ​ກັບ​ພວກທະຫານ​ທີ່​ກັບ​ຈາກ​ສະໜາມຮົບ​ວ່າ, “ນີ້​ຄື​ຂໍ້​ກຳນົດ​ໂດຍ​ກົດບັນຍັດ​ທີ່​ພຣະເຈົ້າ​ຢາເວ​ໄດ້​ມອບ​ໃຫ້​ແກ່​ໂມເຊ​ຄື: ຄຳ, ເງິນ, ທອງສຳລິດ, ເຫລັກ, ຂີ້ກົ່ວ, ຊືນ ແລະ ສິ່ງ​ໃດໆ​ທີ່​ທົນ​ຕໍ່​ຄວາມຮ້ອນ​ໄດ້​ຈະ​ຕ້ອງ​ເອົາ​ໄປ​ເຜົາ​ໄຟ ເພື່ອ​ຊຳລະ ຫລັງຈາກ​ນັ້ນ​ນຳ​ໄປ​ລ້າງ​ດ້ວຍ​ນ້ຳ​ເພື່ອ​ການຊຳລະ. ແລະ ສິ່ງໃດ​ທີ່​ບໍ່​ທົນ​ຕໍ່​ຄວາມຮ້ອນ​ຈະ​ຕ້ອງ​ຊຳລະລ້າງ​ດ້ວຍ​ນ້ຳ. ໃນ​ມື້​ທີເຈັດ​ຈົ່ງ​ຊັກ​ເສື້ອຜ້າ​ຂອງ​ພວກເຈົ້າ ແລະ ພວກເຈົ້າ​ກໍ​ຈະ​ບໍ່ເປັນມົນທິນ. ຫລັງຈາກນັ້ນ​ພວກເຈົ້າ​ຈຶ່ງ​ກັບ​ເຂົ້າ​ມາ​ໃນ​ຄ້າຍພັກ​ໄດ້”.

ການແບ່ງປັນ​ສິ່ງຂອງ​ທີ່​ຢຶດມາ​ໄດ້

ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, “ເຈົ້າ ແລະ ປະໂລຫິດ​ເອເລອາຊາ ແລະ ບັນດາ​ຫົວໜ້າ​ຄອບຄົວ​ຂອງ​ຊຸມຊົນ​ຈະ​ຕ້ອງ​ໄດ້​ນັບ​ຈຳນວນ​ຄົນ ແລະ ສັດ​ທັງໝົດ​ທີ່​ຍຶດມາ​ໄດ້. ຈົ່ງ​ແບ່ງ​ສິ່ງຂອງ​ທີ່​ຢຶດມາ​ໄດ້​ໃຫ້​ສະເໝີກັນ​ລະຫວ່າງ​ພວກທະຫານ​ທີ່​ມີ​ສ່ວນ​ໃນ​ການສູ້ຮົບ ແລະ ສ່ວນ​ໜຶ່ງ​ເປັນ​ຂອງ​ຊຸມຊົນ​ທີ່​ເຫລືອ. ຈົ່ງ​ແຍກ​ສ່ວນ​ໜຶ່ງ​ໃນ​ຫ້າຮ້ອຍ​ໄວ້​ທະຫານ​ທີ່​ມີ​ສ່ວນ​ໃນ​ການ​ສູ້ຮົບ​ບໍ່​ວ່າ​ຈະ​ເປັນ​ຄົນ, ງົວ, ລໍ ຫລື ແກະ​ເພື່ອ​ເປັນ​ເຄື່ອງຖວາຍ​ແກ່​ພຣະເຈົ້າ​ຢາເວ. ຈົ່ງ​ເອົາ​ສ່ວນ​ຖວາຍ​ທີ່​ເປັນ​ຂອງ​ພຣະເຈົ້າ​ຢາເວ​ມອບ​ໃຫ້​ແກ່​ປະໂລຫິດ​ເອເລອາຊາ. ຈົ່ງ​ເລືອກ​ໜຶ່ງ​ໃນ​ຫ້າ​ສິບ​ຈາກ​ສ່ວນ​ທີ່​ເປັນ​ຂອງ​ຄົນ​ອິດສະຣາເອນ, ບໍ່​ວ່າ​ຄົນ, ງົວ, ລໍ ແກະ ຫລື ສັດ​ອື່ນໆ. ຈົ່ງ​ມອບ​ສິ່ງ​ເຫລົ່ານັ້ນ​ໃຫ້​ແກ່​ຄົນ​ເລວີ, ຜູ້​ທີ່​ຮັບຜິດຊອບ​ເບິ່ງແຍງ​ຫໍເຕັນ​ຂອງ​ພຣະເຈົ້າ​ຢາເວ”. ດັ່ງນັ້ນ​ໂມເຊ ແລະ ປະໂລຫິດ​ເອເລອາຊາ​ຈຶ່ງ​ປະຕິບັດ​ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໂມເຊ.

ສິ່ງຂອງ​ທີ່​ຢຶດມາ​ໄດ້​ມີ​ຄື: ແກະ 675.000 ໂຕ, ງົວ 72.000 ໂຕ, ລໍ 61.000 ໂຕ ແລະ ແມ່ຍິງ​ທີ່​ຍັງ​ບໍ່​ເຄີຍ​ໄດ້​ຢູ່ກິນ​ກັບ​ຜູ້ຊາຍ​ມາກ່ອນ 32.000 ຄົນ.

ເຄິ່ງໜຶ່ງ​ທີ່​ເປັນ​ສ່ວນ​ຂອງ​ບັນດາ​ຜູ້​ທີ່​ອອກ​ສູ້ຮົບ​ມີ​ຄື:

ແກະ 337.500 ໂຕ, ໃນ​ຈຳນວນ​ນີ້​ຖວາຍ​ແກ່​ພຣະເຈົ້າ​ຢາເວ 675 ໂຕ;

ງົວ 36.000 ໂຕ, ໃນ​ຈຳນວນ​ນີ້​ຖວາຍ​ແກ່​ພຣະເຈົ້າ​ຢາເວ 72 ໂຕ;

ລໍ 30.500 ໂຕ, ໃນ​ຈຳນວນ​ນີ້​ຖວາຍ​ແກ່​ພຣະເຈົ້າ​ຢາເວ 61 ໂຕ;

ຄົນ 16.000 ຄົນ, ໃນ​ຈຳນວນ​ນີ​ຖວາຍ​ແກ່​ພຣະເຈົ້າ​ຢາເວ 32 ຄົນ.

ໂມເຊ​ມອບ​ສ່ວນ​ທີ່​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ນັ້ນ​ໃຫ້​ປະໂລຫິດ​ເອເລອາຊາ, ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໂມເຊ.

ຫລັງຈາກ​ທີ່​ໂມເຊ​ແບ່ງ​ສ່ວນ​ທີ່​ມອບ​ໃຫ້​ຜູ້​ມີ​ສ່ວນ​ອອກ​ໄປ​ສູ້ຮົບ, ອີກ​ເຄິ່ງໜຶ່ງ​ເປັນ​ຂອງ​ຄົນ​ອິດສະຣາເອນ. ໄດ້​ແກ່ ແກະ 337.500 ໂຕ, ງົວ 36.000 ໂຕ, ລໍ 30.500 ໂຕ ແລະ ຄົນ 16.000 ຄົນ. ໂມເຊ​ໄດ້​ຫັກ​ໜຶ່ງ​ໃນ​ຫ້າສິບ​ຂອງ​ຊະເລີຍ ແລະ ສັດ, ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ ແລະ ມອບ​ໃຫ້​ແກ່​ຄົນ​ເລວີ​ຜູ້​ຮັບຜິດຊອບ​ເບິ່ງແຍງ​ຫໍເຕັນ​ຂອງ​ພຣະເຈົ້າ​ຢາເວ.

ຈາກ​ນັ້ນ​ບັນດາ​ນາຍທະຫານ​ຜູ້​ບັນຊາການ​ເຫລົ່າທັບ​ເຊັ່ນ ຜູ້ບັນຊາການ​ກອງພັນ ແລະ ຜູ້ບັນຊາການ​ກອງຮ້ອຍ​ກໍ​ໄປ​ພົບ​ໂມເຊ ແລະ ລາຍງານ​ວ່າ, “ທ່ານເອີຍ​ພວກຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ທ່ານ​ໄດ້​ກວດນັບ​ພວກທະຫານ​ຢູ່​ພາຍໃຕ້​ບັນຊາ​ຂອງ​ພວກຂ້ານ້ອຍ, ແລະ ບໍ່​ມີ​ແມ່ນແຕ່​ຄົນ​ດຽວ​ຂາດຫາຍ​ໄປ. ດັ່ງນັ້ນ​ພວກຂ້ານ້ອຍ​ຈຶ່ງ​ໄດ້​ນຳເອົາ​ເຄື່ອເອ້​ທີ່​ເປັນ​ຄຳ​ທີ່​ພວກຂ້ານ້ອຍ​ຢຶດມາ​ໄດ້​ເປັນ​ເຄື່ອງຖວາຍ​ແກ່​ພຣະເຈົ້າ​ຢາເວ​ມີ​ຄື: ປອກແຂນ, ສາຍແຂນ ແຫວນ​ຕາປະທັບ, ຕຸ້ມຫູ ແລະ ສາຍຄໍ ເພື່ອ​ເປັນ​ການລຶບລ້າງ​ບາບ​ໃຫ້ແກ່​ພວກຂ້ານ້ອຍ​ຕໍ່ໜ້າ​ພຣະເຈົ້າ​ຢາເວ”.

ໂມເຊ​ກັບ​ປະໂລຫິດ​ເອເລອາຊາ​ກໍ​ຮັບເອົາ​ຄຳ ແລະ ເຄື່ອງເອ້​ເປັນ​ຄຳ​ທັງໝົດ​ນັ້ນ. ລວມ​ແລ້ວ​ຄຳ​ທີ່​ຜູ້ບັນຊາການ​ກອງພັນ ແລະ ຜູ້ບັນຊາການ​ກອງຮ້ອຍ​ນຳ​ມາ​ຖວາຍ​ຜ່ານ​ທາງ​ໂມເຊ ແລະ ເອເລອາຊາ​ເພື່ອ​ເປັນ​ຂອງຂັວນ​ແກ່​ພຣະເຈົ້າ​ຢາເວ​ນັ້ນ​ໜັກ 16.750 ເຊເຂວ.1 ທະຫານ​ແຕ່ລະຄົນ​ໄດ້​ຄອບຄອງ​ຊັບສິນ​ທີ່​ຢຶດມາ​ໄດ້​ໄວ້​ເປັນ​ຂອງ​ສ່ວນໂຕ. ໂມເຊ ແລະ ປະໂລຫິດ​ເອເລອາຊາ​ຮັບເອົາ​ເຄື່ອງຄຳ​ຈາກ​ຜູ້ບັນຊາການ​ກອງພັນ ແລະ ຜູ້ບັນຊາການ​ກອງຮ້ອຍ​ແລ້ວ​ນຳ​ໄປ​ເກັບ​ຮັກສາ​ໄວ້​ໃນ​ເຕັນນັດພົບ​ເພື່ອ​ເປັນ​ອະນຸສອນ​ສຳລັບ​ຄົນ​ອິດສະຣາເອນ​ຕໍ່ໜ້າ​ພຣະເຈົ້າ​ຢາເວ.

Source notes (1)
  1. Footnote ຄື ປະມານ 420 ພາວ ຫລື ປະມານ 190 ກິໂລກຣາມ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.