Skip to content
BibleKenya

Biblica® Open Lao Contemporary Version

ຈົດບັນຊີ 32

ເຜົ່າ​ທີ່​ຢູ່​ທາງ​ດ້ານ​ຕາເວັນອອກ​ຂອງ​ແມ່ນ້ຳ​ຈໍແດນ

ຊາວ​ເຜົ່າ​ຣູເບັນ ແລະ ຊາວ​ເຜົ່າ​ກາດ, ຜູ້​ມີ​ຝູງສັດ ແລະ ຝູງແກະ​ຈຳນວນ​ຫລາຍ, ຈຶ່ງ​ເຫັນ​ວ່າ​ດິນແດນ​ຢາເຊ ແລະ ກີເລອາດ​ເໝາະ​ສຳລັບ​ສັດລ້ຽງ. ດັ່ງນັ້ນ​ພວກເຂົາ​ຈຶ່ງ​ພາກັນ​ມາ​ພົບ​ໂມເຊ ແລະ ປະໂລຫິດ​ເອເລອາຊາ ແລະ ບັນດາ​ຜູ້ນຳ​ຂອງ​ຊຸມຊົນ, ແລ້ວ​ກ່າວ​ວ່າ, “ອາຕາໂຣດ, ດີໂບນ, ຢາເຊ, ນິມຣາ, ເຮັດຊະໂບນ, ເອເລອາເລ, ສິບມາ, ເນໂບ ແລະ ເບໂອນ ດິນແດນ​ທີ່​ພຣະເຈົ້າ​ຢາເວ​ເອົາຊະນະ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ​ເປັນ​ບ່ອນ​ທີ່​ເໝາະ​ສຳລັບ​ສັດລ້ຽງ​ຂອງ​ພວກຂ້ານ້ອຍ​ທັງຫລາຍ. ຖ້າ​ພວກເຮົາ​ໄດ້​ຮັບ​ຄວາມກະລຸນາ​ໃນ​ສາຍຕາ​ຂອງ​ພວກທ່ານ​ແລ້ວ, ຂໍ​ຈົ່ງ​ມອບ​ດິນແດນ​ໃຫ້​ຢູ່​ໃນ​ການຄອບຄອງ​ຂອງ​ຜູ້ຮັບໃຊ້​ຂອງ​ທ່ານ​ແທນ​ດິນແດນ​ດ້ານ​ຝັງ​ແມ່ນ້ຳ​ຈໍແດນ​ນັ້ນ​ເທີນ”.

ໂມເຊ​ກ່າວ​ກັບ​ຊາວ​ເຜົ່າ​ກາດ ແລະ ຊາວ​ເຜົ່າ​ຣູເບັນ​ວ່າ, “ຈະ​ໃຫ້​ພີ່ນ້ອງ​ອິດສະຣາເອນ​ອອກ​ໄປ​ສູ່​ສົງຄາມ​ຂະນະ​ທີ່​ພວກເຈົ້າ​ນັ່ງ​ຢູ່​ທີ່​ນີ້​ບໍ? ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຮັດ​ໃຫ້​ຄົນ​ອິດສະຣາເອນ​ໝົດກຳລັງໃຈ​ຈາກ​ການຂ້າມ​ໄປ​ສູ່​ດິນແດນ​ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ? ບັນພະບຸລຸດ​ຂອງ​ພວກເຈົ້າ​ກໍ່​ໄດ້​ເຮັດ​ເຊັ່ນ​ນີ້​ເມື່ອ​ເຮົາ​ສົ່ງ​ພວກເຂົາ​ອອກ​ຈາກ​ກາເດັດບາກເນອາ​ໄປ​ສຳຫລວດ​ເບິ່ງ​ດິນແດນ​ນັ້ນ. ຫລັງຈາກ​ພວກເຂົາ​ກັບ​ຈາກ​ຮ່ອມພູ​ເອັດຊະໂຄນ ແລະ ເຫັນ​ດິນແດນ​ນັ້ນ​ແລ້ວ, ພວກເຂົາ​ກໍ​ເຮັດ​ໃຫ້​ຄົນ​ອິດສະຣາເອນ​ໝົດກຳລັງໃຈ​ທີ່​ຈະ​ເຂົ້າ​ໄປ​ສູ່​ດິນແດນ​ທີ່​ພຣະເຈົ້າ​ຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ. ໃນ​ວັນ​ນັ້ນ​ພຣະເຈົ້າ​ຢາເວ​ເກີດ​ຄວາມ​ໂກດຮ້າຍ​ຂຶ້ນ ແລະ ພຣະອົງ​ໄດ້​ສັນຍາ​ດັ່ງນີ້​ວ່າ: ‘ເພາະ​ວ່າ​ພວກເຂົາ​ບໍ່​ໄດ້​ຕິດຕາມ​ເຮົາ​ຢ່າງ​ສຸດໃຈ, ຈະ​ບໍ່​ມີ​ຈັກຄົນ​ໃນ​ພວກ​ທີ່​ມີ​ອາຍຸ 20 ປີ ຫລື ຫລາຍ​ກວ່າ​ນັ້ນ​ທີ່​ອອກ​ມາ​ຈາກ​ເອຢິບ​ຈະ​ໄດ້​ເຫັນ​ດິນແດນ​ທີ່​ເຮົາ​ສັນຍາໄວ້​ກັບ​ອັບຣາຮາມ, ອີຊາກ ແລະ ຢາໂຄບ ບໍ່​ມີ​ຈັກຄົນ​ເລີຍ ຍົກເວັ້ນ​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ​ຊາວ​ເກນີຊິດ ແລະ ໂຢຊວຍ​ລູກຊາຍ​ຂອງ​ນູນ, ເພາະ​ພວກເຂົາ​ໄດ້​ຕິດຕາມ​ພຣະເຈົ້າ​ຢາເວ​ຢ່າງ​ສຸດໃຈ’. ພຣະເຈົ້າ​ຢາເວ​ໂກດຮ້າຍ​ຄົນ​ອິດສະຣາເອນ ແລະ ເຮັດ​ໃຫ້​ພວກເຂົາ​ພະເນຈອນ​ຢູ່​ໃນ​ຖິ່ນແຫ້ງແລ້ງກັນດານ​ສີ່​ສິບ​ປີ, ຈົນກວ່າ​ຄົນ​ໃນ​ຊົ່ວ​ອາຍຸ​ນັ້ນ​ທີ່​ເຮັດ​ຊົ່ວ​ໃນ​ສາຍຕາ​ຂອງ​ພຣະອົງ​ໄດ້​ຕາຍ​ໄປ​ທັງໝົດ.

“ແລະ ພວກເຈົ້າ​ກໍ​ຢູ່​ທີ່​ນີ້​ກຸ່ມ​ຂອງ​ຄົນບາບ, ຜູ້​ທີ່​ເດີນ​ຕາມ​ຮອຍ​ບັນພະບຸລຸດ​ຂອງ​ພວກເຈົ້າ ແລະ ພວກເຈົ້າ​ຍິ່ງ​ເຮັດ​ໃຫ້​ພຣະເຈົ້າ​ຢາເວ​ໂກດຮ້າຍ​ຄົນ​ອິດສະຣາເອນ​ຫລາຍ​ຂຶ້ນ​ຕື່ມ. ຖ້າ​ພວກເຈົ້າ​ຫັນໜີ​ໄປ​ຈາກ​ການ​ຕິດຕາມ​ພຣະອົງ, ພຣະອົງ​ຈະ​ປ່ອຍ​ປະຊາຊົນ​ທັງໝົດ​ນີ້​ໄວ້​ໃນ​ຖິ່ນແຫ້ງແລ້ງກັນດານ​ອີກ ແລະ ພວກເຈົ້າ​ຈະ​ເປັນ​ຕົ້ນເຫດ​ຂອງ​ຄວາມ​ຈິບຫາຍ​ຂອງ​ພວກເຂົາ”.

ແລ້ວ​ພວກເຂົາ​ຈຶ່ງ​ມາ​ຊີ້ແຈງ ແລະ ກ່າວ​ວ່າ, “ພວກເຮົາ​ຢາກ​ສ້າງ​ພຽງ​ຄອກ​ສຳລັບ​ສັດລ້ຽງ​ຂອງ​ພວກເຮົາ ແລະ ສ້າງ​ບ້ານເຮືອນ​ສຳລັບ​ຜູ້ຍິງ ແລະ ເດັກນ້ອຍ​ຂອງ​ພວກເຮົາ. ແຕ່​ພວກເຮົາ​ຈະ​ປະກອບອາວຸດ​ເພື່ອ​ການສູ້ຮົບ1​ນຳໜ້າ​ຄົນ​ອິດສະຣາເອນ​ຈົນກວ່າ​ຈະ​ນຳ​ພວກເຂົາ​ໄປ​ຍັງ​ດິນແດນ​ຂອງ​ພວກເຂົາ. ໃນ​ຂະນະດຽວກັນ​ນັ້ນ​ພວກແມ່ຍິງ ແລະ ເດັກນ້ອຍ​ຈະ​ອາໄສ​ໃນ​ເມືອງ​ທີ່​ມີ​ປ້ອມປ້ອງກັນ, ເພື່ອ​ປົກປ້ອງ​ຈາກ​ຄົນ​ທ້ອງ​ຖິນ​ຂອງ​ດິນແດນ​ນັ້ນ. ພວກເຮົາ​ຈະ​ບໍ່​ກັບຄືນ​ສູ່​ບ້ານເຮືອນ​ຈົນກວ່າ​ຄົນ​ອິດສະຣາເອນ​ທຸກຄົນ​ໄດ້​ຮັບ​ມໍລະດົກ​ຂອງ​ພວກເຂົາ. ພວກເຮົາ​ຈະ​ບໍ່​ຮັບ​ດິນແດນ​ໃດໆ​ກັບ​ພວກເຂົາ​ຢູ່​ແມ່ນ້ຳ​ຈໍແດນ​ກ້ຳ​ນັ້ນ, ເພາະ​ມໍລະດົກ​ຂອງ​ພວກເຮົາ​ໄດ້​ມາ​ສູ່​ພວກເຮົາ​ທາງ​ດ້ານ​ຕາວັນອອກ​ຂອງ​ແມ່ນ້ຳ​ຈໍແດນ​ກ້ຳ​ນີ້”.

ແລ້ວ​ໂມເຊ​ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ຖ້າ​ພວກເຈົ້າ​ຈະ​ເຮັດ​ເຊັ່ນ​ນີ້​ຄື: ຈະ​ປະກອບອາວຸດ​ສູ້ຮົບ​ຝ່າຍ​ພຣະເຈົ້າ​ຢາເວ ແລະ ຖ້າ​ພວກເຈົ້າ​ທຸກຄົນ​ໄດ້​ປະກອບອາວຸດ​ແລ້ວ​ຂ້າມ​ແມ່ນ້ຳ​ຈໍແດນ​ໄປ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ຈົນກວ່າ​ພຣະອົງ​ໄດ້​ຂັບໄລ່​ສັດຕູ​ອອກໄປ​ພົ້ນໜ້າ​ພຣະອົງ ພວກເຈົ້າ​ຈະ​ກັບຄືນ​ມາ​ໄດ້​ກໍ​ຕໍ່​ເມື່ອ​ດິນແດນ​ແຫ່ງ​ນັ້ນ​ຖືກ​ປາບ​ລົງ​ຕໍ່ໜ້າ​ພຣະເຈົ້າ​ຢາເວ ແລະ ຕໍ່​ອິດສະຣາເອນ. ແລະ ດິນແດນ​ນີ້​ຈະ​ເປັນ​ກຳມະສິດ​ຂອງ​ພວກເຈົ້າ​ຕໍ່ໜ້າ​ພຣະເຈົ້າ​ຢາເວ.

“ແຕ່​ຖ້າ​ພວກເຈົ້າ​ບໍ່​ເຮັດ​ໃນ​ສິ່ງ​ນີ້​ໄດ້, ພວກເຈົ້າ​ກໍ​ຈະ​ເປັນ​ຜູ້​ທີ່​ກຳລັງ​ເຮັດບາບ​ຕໍ່​ພຣະເຈົ້າ​ຢາເວ; ແລະ ຂໍ​ໃຫ້​ພວກເຈົ້າ​ໝັ້ນໃຈ​ວ່າ​ຄວາມບາບ​ນັ້ນ​ຈະ​ຕາມ​ສະໜອງ​ພວກເຈົ້າ. ຈົ່ງ​ໄປ​ສ້າງ​ເມືອງ​ໃຫ້​ພວກຜູ້ຍິງ ແລະ ເດັກນ້ອຍ​ຂອງ​ພວກເຈົ້າ, ແລະ ສ້າງ​ຄອກ​ໃຫ້​ຝູງສັດ​ຂອງ​ພວກເຈົ້າ, ແຕ່​ຈົ່ງ​ເຮັດ​ຕາມ​ທີ່​ພວກເຈົ້າ​ໄດ້​ສັນຍາ​ໄວ້”.

ຊາວ​ເຜົ່າ​ກາດ ແລະ ຊາວ​ເຜົ່າ​ຣູເບັນ​ກ່າວ​ຕໍ່​ໂມເຊ​ວ່າ, “ພວກເຮົາ​ຜູ້ຮັບໃຊ້​ຂອງ​ທ່ານ​ຈະ​ເຮັດ​ຕາມ​ທີ່​ເຈົ້ານາຍ​ຂອງ​ພວກເຮົາ​ສັ່ງ. ພວກລູກຫລານ ເມຍ​ຂອງ​ພວກເຮົາ ແລະ ຝູງແບ້, ຝູງແກະ ແລະ ຝູງງົວ​ຂອງ​ພວກເຮົາ​ຈະ​ຍັງ​ຢູ່​ທີ່​ເມືອງ​ຕ່າງໆ​ຂອງ​ກີເລອາດ. ແຕ່​ພວກ​ຜູ້ຮັບໃຊ້​ຂອງ​ທ່ານ, ທີ່​ເປັນ​ຜູ້ຊາຍ​ທຸກຄົນ​ຈະ​ປະກອບອາວຸດ​ເພື່ອ​ການສູ້ຮົບ, ຈະ​ຂ້າມ​ໄປ​ສູ້ຮົບ​ຕໍ່ໜ້າ​ພຣະເຈົ້າ​ຢາເວ, ຕາມ​ທີ່​ເຈົ້ານາຍ​ຂອງ​ພວກເຮົາ​ບອກ”.

ແລ້ວ​ໂມເຊ​ຈຶ່ງ​ໄດ້​ມອບ​ຄຳສັ່ງ​ແກ່​ປະໂລຫິດ​ເອເລອາຊາ ແລະ ໂຢຊວຍ​ລູກຊາຍ​ຂອງ​ນູນ ແລະ ຫົວໜ້າ​ຄອບຄົວ​ຂອງ​ເຜົ່າ​ຕ່າງໆ​ຂອງ​ອິດສະຣາເອນ​ກ່ຽວກັບ​ຄົນ​ເຫລົ່ານີ້​ວ່າ, “ຖ້າ​ຜູ້ຊາຍ​ຂອງ​ຊາວ​ເຜົ່າ​ກາດ ແລະ ຊາວ​ເຜົ່າ​ຣູເບັນ​ທຸກຄົນ​ປະກອບອາວຸດ​ເພື່ອ​ການສູ້ຮົບ, ຂ້າມ​ແມ່ນ້ຳ​ຈໍແດນ​ໄປ​ພ້ອມ​ກັບ​ພວກເຈົ້າ​ຕໍ່ໜ້າ​ພຣະເຈົ້າ​ຢາເວ ແລະ ເມື່ອ​ດິນແດນ​ຖືກ​ປາບ​ລົງ​ຕໍ່ໜ້າ​ພວກເຈົ້າ​ແລ້ວ, ພວກເຈົ້າ​ຕ້ອງ​ມອບ​ດິນແດນ​ກີເລອາດ​ໃຫ້​ເປັນ​ກຳມະສິດ​ຂອງ​ພວກເຂົາ. ແຕ່​ຖ້າ​ພວກເຂົາ​ບໍ່​ໄດ້​ຂ້າມ​ໄປ​ກັບ​ພວກເຈົ້າ, ພວກເຂົາ​ຕ້ອງ​ຮັບ​ກຳມະສິດ​ຂອງ​ພວກເຂົາ​ຮ່ວມ​ກັບ​ເຜົ່າ​ອື່ນໆ​ໃນ​ການາອານ”.

ຊາວ​ເຜົ່າ​ກາດ ແລະ ຊາວ​ເຜົ່າ​ຣູເບັນ​ໄດ້​ຕອບ​ວ່າ, “ພວກ​ຜູ້ຮັບໃຊ້​ຂອງ​ທ່ານ​ຈະ​ປະຕິບັດ​ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ກ່າວ. ພວກເຮົາ​ຈະ​ຂ້າມ​ໄປ​ພ້ອມ​ກັບ​ອາວຸດ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ສູ່​ການາອານ, ແຕ່​ຊັບສິນ​ທີ່​ເປັນ​ມໍລະດົກ​ຂອງ​ພວກເຮົາ​ຈະ​ຢູ່​ກ້ຳ​ນີ້​ຂອງ​ແມ່ນ້ຳ​ຈໍແດນ”.

ໂມເຊ​ຈຶ່ງ​ກຳນົດ​ໃຫ້​ອານາຈັກ​ຂອງ​ກະສັດ​ສີໂຫນ​ຊາວອາໂມ ແລະ ອານາຈັກ​ຂອງ​ກະສັດ​ໂອກ​ແຫ່ງ​ບາຊານ​ພ້ອມດ້ວຍ​ດິນແດນ ແລະ ເມືອງ​ຕ່າງໆ​ທີ່ຢູ່​ໃນ​ບໍລິເວນ​ນັ້ນ ແກ່​ຊາວ​ເຜົ່າ​ກາດ, ຊາວເຜົ່າຣູເບັນ ແລະ ເຄິ່ງໜື່ງ​ຂອງ​ຊາວ​ເຜົ່າ​ມານາເຊ​ລູກຊາຍ​ຂອງ​ໂຢເຊັບ.

ຊາວເຜົ່າກາດ​ສ້າງ​ເມືອງ​ຄື: ດີໂບນ, ອາຕາໂຣດ, ອາໂຣເອ, ອັດໂຣດໂຊຟັນ, ຢາເຊ, ໂຢກເບຮາ, ເບັດນິມຣາ ແລະ ເບັດຮາຣານ​ທີ່​ເປັນ​ເມືອງ​ທີ່​ມີ​ປ້ອມປ້ອງກັນ, ແລະ​ສ້າງ​ຄອກ​ສຳລັບ​ຝູງແກະ​ຂອງ​ພວກເຂົາ. ແລະ ຊາວ​ເຜົ່າ​ຣູເບັນ​ສ້າງ​ເມືອງ​ເຮັດຊະໂບນ, ເອເລອາເລ ແລະ ກິຣິອາທາອິມ, ເນໂບ ແລະ ບາອານເມໂອນ (ຊື່​ເຫລົ່ານີ້​ໄດ້​ຖືກ​ປ່ຽນ) ແລະ ສິບມາ. ພວກເຂົາ​ຕັ້ງຊື່​ເມືອງ​ທີ່​ພວກເຂົາ​ໄດ້​ສ້າງ​ຂຶ້ນ​ໃໝ່.

ເຊື້ອສາຍ​ຂອງ​ມາກີ​ລູກຊາຍ​ຂອງ​ມານາເຊ​ໄປ​ຕີ​ເມືອງ​ກີເລອາດ, ແລະ ຂັບໄລ່​ຊາວອາໂມ​ທີ່​ຢູ່​ທີ່​ນັ້ນ​ອອກ​ໄປ. ດັ່ງນັ້ນ​ໂມເຊ​ຈຶ່ງ​ມອບ​ກີເລອາດ​ໃຫ້​ແກ່​ຊາວມາກີ, ເຊື້ອສາຍ​ຂອງ​ມານາເຊ, ແລະ ພວກເຂົາ​ໄດ້​ຕັ້ງຖິ່ນຖານ​ຢູ່​ທີ່​ນັ້ນ. ຢາອີ, ເຊື້ອສາຍ​ຂອງ​ມານາເຊ, ໄດ້​ຍຶດເອົາ​ຖິ່ນຖານ​ຂອງ​ພວກເຂົາ ແລະ ເອີ້ນ​ບ່ອນ​ນັ້ນ​ວ່າ ຮັບໂວດຢາອີ.2 ແລະ ໂນບາ​ໄດ້​ຍຶດເອົາ​ເກນາດ ແລະ ຕັ້ງຖິ່ນຖານ​ທີ່​ຢູ່​ອ້ອມຮອບ​ທີ່​ນັ້ນ ແລະ ເອີ້ນ​ທີ່​ນັ້ນ​ວ່າ​ໂນບາ​ຕາມ​ຊື່​ຂອງ​ຕົນ.

Source notes (2)
  1. Footnote ເຊັບຕູອາຈິນ; ພາສາ​ເຮັບເຣີ​ວ່າ: ຈະ​ປະກອບ​ອາວຸດ​ໂດຍ​ພວກເຮົາ​ເອງ
  2. Footnote ຫລື ຖິ່ນຖານ​ຂອງ​ຢາອີ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.