Biblica® Open Lao Contemporary Version
ມັດທາຍ 2
ໂຫລາຈານມາພົບພຣະເຢຊູເຈົ້າ
ຫລັງຈາກທີ່ພຣະເຢຊູເຈົ້າໄດ້ເກີດທີ່ເບັດເລເຮັມໃນແຂວງຢູດາຍ, ໃນສະໄໝຂອງກະສັດເຮໂຣດ, ມີພວກໂຫລາຈານ1ຈາກທິດຕາເວັນອອກໄດ້ມາທີ່ນະຄອນເຢຣູຊາເລັມ ແລະ ໄດ້ຖາມວ່າ, “ຜູ້ທີ່ມາເກີດເປັນກະສັດຂອງຊາວຢິວນັ້ນຢູ່ໃສ? ພວກເຮົາໄດ້ເຫັນດາວຂອງເພິ່ນປາກົດຂຶ້ນທາງທິດຕາເວັນອອກ ແລະ ພວກເຮົາຈຶ່ງມາເພື່ອຈະນະມັດສະການເພິ່ນ”.
ເມື່ອກະສັດເຮໂຣດໄດ້ຍິນດັ່ງນັ້ນແລ້ວກໍກັງວົນໃຈຫລາຍ ແລະ ຊາວເຢຣູຊາເລັມທຸກຄົນກໍພາກັນກັງວົນໃຈນໍາດ້ວຍ. ເມື່ອເຮໂຣດໄດ້ເອີ້ນພວກຫົວໜ້າປະໂລຫິດ ແລະ ພວກຄູສອນກົດບັນຍັດຂອງປະຊາຊົນທັງໝົດມາເຕົ້າໂຮມກັນແລ້ວ, ເພິ່ນກໍໄດ້ຖາມພວກເຂົາວ່າພຣະຄຣິດເຈົ້າ2ຈະມາບັງເກີດຢູ່ທີ່ໃດ. ພວກເຂົາຕອບວ່າ, “ຢູ່ໃນເມືອງເບັດເລເຮັມແຂວງຢູດາຍ, ເພາະຜູ້ທຳນວາຍໄດ້ຂຽນໄວ້ດັ່ງນີ້ວ່າ:
“ ‘ສ່ວນເຈົ້າ ເບັດເລເຮັມໃນດິນແດນຢູດາຍ,
ເຈົ້າບໍ່ແມ່ນຜູ້ເລັກນ້ອຍທີ່ສຸດໃນທ່າມກາງບັນດາຜູ້ປົກຄອງຂອງຢູດາຍ,
ເພາະຈະມີຜູ້ປົກຄອງຜູ້ໜຶ່ງອອກມາຈາກເຈົ້າ
ຜູ້ທີ່ຈະເປັນຜູ້ລ້ຽງປະຊາຊົນຊາວອິດສະຣາເອນຂອງເຮົາ’3”.
ດັ່ງນັ້ນ ເຮໂຣດຈຶ່ງເອີ້ນພວກໂຫລາຈານເຂົ້າມາພົບຢ່າງລັບໆ ແລະ ສືບຖາມພວກເຂົາເຖິງເວລາທີ່ແນ່ນອນທີ່ດາວນັ້ນໄດ້ປາກົດຂຶ້ນ. ແລ້ວເພິ່ນກໍໃຊ້ພວກໂຫລາຈານໄປຍັງເບັດເລເຮັມ ແລະ ສັ່ງພວກເຂົາວ່າ, “ຈົ່ງໄປຊອກຫາກຸມມານນັ້ນຢ່າງຄັກແນ່. ເມື່ອພວກເຈົ້າພົບເພິ່ນແລ້ວຈົ່ງບອກໃຫ້ເຮົາຮູ້ທັນທີ, ເພື່ອເຮົາຈະໄດ້ໄປນະມັດສະການເພິ່ນເໝືອນກັນ”.
ຫລັງຈາກພວກໂຫລາຈານໄດ້ຍິນຄຳສັ່ງຂອງກະສັດແລ້ວ, ພວກເຂົາກໍພາກັນເດີນທາງອອກໄປ ແລະ ດາວທີ່ພວກເຂົາໄດ້ເຫັນເມື່ອເວລາທີ່ດາວປາກົດຂຶ້ນນັ້ນ ກໍໄດ້ນຳໜ້າພວກເຂົາໄປຈົນໄດ້ມາຢຸດຢູ່ຊື່ບ່ອນທີ່ກຸມມານຢູ່. ເມື່ອພວກເຂົາໄດ້ເຫັນດາວນັ້ນແລ້ວ, ພວກເຂົາກໍຊື່ນຊົມຍິນດີຫລາຍ. ເມື່ອເຂົ້າໄປໃນເຮືອນ, ພວກເຂົາກໍໄດ້ເຫັນພຣະກຸມມານພ້ອມກັບມາຣີແມ່ຂອງເພິ່ນ, ແລ້ວພວກເຂົາຈຶ່ງກົ້ມລົງຂາບ ແລະ ນະມັດສະການເພິ່ນ. ແລ້ວພວກເຂົາກໍໄຂຫີບສົມບັດຂອງພວກເຂົາອອກມາ ແລະ ມອບຂອງຖວາຍແກ່ພຣະອົງຄື: ຄຳ, ກຳຍານ ແລະ ຢາງໄມ້ຫອມ. ແລະ ພວກເຂົາໄດ້ຮັບຄຳເຕືອນທາງຄວາມຝັນວ່າບໍ່ໃຫ້ກັບໄປຫາເຮໂຣດ, ດັ່ງນັ້ນ ພວກເຂົາຈຶ່ງກັບຄືນໄປປະເທດຂອງຕົນໂດຍໃຊ້ທາງເສັ້ນອື່ນ.
ການໜີໄປເອຢິບ
ເມື່ອພວກໂຫລາຈານໄດ້ຈາກໄປແລ້ວ, ເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າໄດ້ມາປາກົດແກ່ໂຢເຊັບໃນຄວາມຝັນ ແລະ ກ່າວວ່າ, “ຈົ່ງລຸກຂຶ້ນ ພາກຸມມານ ແລະ ແມ່ຂອງເດັກໜີໄປຍັງປະເທດເອຢິບ. ຈົ່ງຢູ່ທີ່ນັ້ນຈົນກວ່າເຮົາຈະບອກເຈົ້າ, ເພາະເຮໂຣດກຳລັງຊອກຫາກຸມມານເພື່ອຈະຂ້າເພິ່ນ”.
ໂຢເຊັບຈຶ່ງລຸກຂຶ້ນ ພາກຸມມານ ແລະ ແມ່ຂອງເພິ່ນເດີນທາງໄປຍັງປະເທດເອຢິບໃນເວລາກາງຄືນ ແລະ ໄດ້ຢູ່ທີ່ນັ້ນຈົນເຮໂຣດຕາຍ. ເຫດການທີ່ເກີດຂຶ້ນທັງໝົດນີ້ກໍເພື່ອໃຫ້ສຳເລັດຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ກ່າວໄວ້ຜ່ານທາງຜູ້ທຳນວາຍວ່າ, “ເຮົາໄດ້ເອີ້ນລູກຂອງເຮົາອອກມາຈາກເອຢິບ”.4
ເມື່ອເຮໂຣດໄດ້ຮູ້ວ່າພວກໂຫລາຈານຫລອກລວງຕົນ, ເພິ່ນກໍໃຈຮ້າຍຫລາຍ ແລະ ເພິ່ນຈຶ່ງສັ່ງໃຫ້ຂ້າເດັກນ້ອຍຜູ້ຊາຍທັງໝົດໃນເບັດເລເຮັມ ແລະ ບໍລິເວນໃກ້ຄຽງທີ່ມີອາຍຸສອງປີລົງມາ, ເຊິ່ງສອດຄ່ອງກັບເວລາທີ່ເພິ່ນໄດ້ຮູ້ຈາກພວກໂຫລາຈານ. ເຫດການທີ່ໄດ້ເກີດຂຶ້ນນີ້ກໍໄດ້ສຳເລັດຕາມທີ່ຜູ້ທຳນວາຍເຢເຣມີຢາໄດ້ກ່າວໄວ້ວ່າ:
“ໄດ້ຍິນສຽງໜຶ່ງໃນບ້ານຣາມາ,
ເປັນສຽງຮ້ອງໄຫ້ ແລະ ສຽງຄ່ຳຄວນ,
ນາງຣາເຊັນກຳລັງຮ້ອງໄຫ້ນໍາບັນດາລູກຂອງຕົນ
ແລະ ບໍ່ຍອມຮັບຄຳປອບໃຈໃດໆ,
ເພາະລູກທັງຫລາຍນັ້ນຕາຍແລ້ວ”.5
ການກັບມາຍັງນາຊາເຣັດ
ຫລັງຈາກເຮໂຣດໄດ້ຕາຍແລ້ວ, ເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າໄດ້ມາປາກົດແກ່ໂຢເຊັບທາງຄວາມຝັນໃນປະເທດເອຢິບ ແລະ ໄດ້ກ່າວວ່າ, “ຈົ່ງລຸກຂຶ້ນ, ພາກຸມມານ ແລະ ແມ່ຂອງເພິ່ນກັບຄືນໄປຍັງດິນແດນອິດສະຣາເອນ, ເພາະບັນດາຜູ້ທີ່ພະຍາຍາມເອົາຊີວິດກຸມມານນັ້ນໄດ້ຕາຍແລ້ວ”.
ດັ່ງນັ້ນ, ໂຢເຊັບຈຶ່ງລຸກຂຶ້ນ, ພາກຸມມານ ແລະ ແມ່ຂອງເພິ່ນມາຍັງດິນແດນອິດສະຣາເອນ ແຕ່ເມື່ອລາວໄດ້ຍິນວ່າອາກເຄລາວໄດ້ຂຶ້ນປົກຄອງແຂວງຢູດາຍແທນເຮໂຣດຜູ້ເປັນພໍ່, ໂຢເຊັບກໍຢ້ານທີ່ຈະໄປທີ່ນັ້ນ. ຫລັງຈາກໄດ້ຮັບຄຳເຕືອນໃນຄວາມຝັນ, ໂຢເຊັບຈຶ່ງໄປຍັງແຂວງຄາລີເລ, ແລະ ໄປອາໄສຢູ່ທີ່ເມືອງໜຶ່ງຊື່ວ່ານາຊາເຣັດ. ດັ່ງນັ້ນ ຈຶ່ງສຳເລັດຕາມທີ່ໄດ້ກ່າວໄວ້ຜ່ານທາງບັນດາຜູ້ທຳນວາຍວ່າ, “ທ່ານຈະຖືກເອີ້ນວ່າ: ໄທນາຊາເຣັດ”.
Source notes (5)
- Footnote ໂດຍປົກກະຕິແປວ່າ ນັກປາດ
- Footnote ຫລື ພຣະເມຊີອາ
- Footnote ມກ 5:2,4
- Footnote ຮສອ 11:1
- Footnote ຢມຢ 31:15
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.