Biblica® Open Lao Contemporary Version
ມັດທາຍ 1
ລຳດັບເຊື້ອສາຍຂອງພຣະເຢຊູເຈົ້າ
(ລກ 3:23-38; ນຣ 4:18-22; 1ຂຄ 3:10-17)
ນີ້ແມ່ນເຊື້ອສາຍ1ຂອງພຣະເຢຊູເຈົ້າຜູ້ເປັນພຣະເມຊີອາ2 ຜູ້ທີ່ເປັນເຊື້ອສາຍຂອງດາວິດ ຜູ້ທີ່ເປັນເຊື້ອສາຍຂອງອັບຣາຮາມ ເຊິ່ງມີດັ່ງນີ້:
ອັບຣາຮາມເປັນພໍ່ຂອງອີຊາກ,
ອີຊາກເປັນພໍ່ຂອງຢາໂຄບ,
ຢາໂຄບເປັນພໍ່ຂອງຢູດາ ແລະ ອ້າຍນ້ອງຂອງລາວ,
ຢູດາເປັນພໍ່ຂອງເປເຣັດ ແລະ ເຊຣາ ແມ່ຂອງພວກເຂົາຊື່ວ່າຕາມາ,
ເປເຣັດເປັນພໍ່ຂອງເຮຊະໂຣນ,
ເຮຊະໂຣນເປັນພໍ່ຂອງຣາມ,
ຣາມເປັນພໍ່ຂອງອໍາມີນາດາບ,
ອາມມີນາດາບເປັນພໍ່ຂອງນາໂຊນ,
ນາໂຊນເປັນພໍ່ຂອງຊັນໂມນ,
ຊັນໂມນເປັນພໍ່ຂອງໂບອາດ ແມ່ຂອງລາວຊື່ວ່າຣາຮາບ,
ໂບອາດເປັນພໍ່ຂອງໂອເບັດ ແມ່ຂອງລາວຊື່ວ່າຣຸດ,
ໂອເບັດເປັນພໍ່ຂອງເຢຊີ,
ແລະ ເຢຊີເປັນພໍ່ຂອງກະສັດດາວິດ.
ດາວິດເປັນພໍ່ຂອງໂຊໂລໂມນ, ແມ່ຂອງໂຊໂລໂມນເຄີຍເປັນເມຍຂອງອູຣີຢາມາກ່ອນ,
ໂຊໂລໂມນເປັນພໍ່ຂອງເຣໂຫໂບອາມ,
ເຣໂຫໂບອາມເປັນພໍ່ຂອງອາບີຢາ,
ອາບີຢາເປັນພໍ່ຂອງອາຊາ,
ອາຊາເປັນພໍ່ຂອງເຢໂຮຊາຟັດ,
ເຢໂຮຊາຟັດເປັນພໍ່ຂອງເຢໂຮຣາມ,
ເຢໂຮຣາມເປັນພໍ່ຂອງອຸດສີຢາ,
ອຸດສີຢາເປັນພໍ່ຂອງໂຢທາມ,
ໂຢທາມເປັນພໍ່ຂອງອາຮາດ,
ອາຮາດເປັນພໍ່ຂອງເຮເຊກີຢາ,
ເຮເຊກີຢາເປັນພໍ່ຂອງມານາເຊ,
ມານາເຊເປັນພໍ່ຂອງອາໂມນ,
ອາໂມນເປັນພໍ່ຂອງໂຢຊີຢາ,
ແລະ ໂຢຊີຢາເປັນພໍ່ຂອງເຢໂກນີຢາ3ກັບອ້າຍນ້ອງຂອງລາວເມື່ອເວລາທີ່ຕົກເປັນຊະເລີຍທີ່ບາບີໂລນ.
ຫລັງຈາກຕົກເປັນຊະເລີຍທີ່ບາບີໂລນມີລາຍຊື່ດັ່ງນີ້:
ເຢໂຮຍອາກິນເປັນພໍ່ຂອງເຊອານຕີເອນ,
ເຊອານຕີເອນເປັນພໍ່ຂອງເຊຣຸບບາເບນ,
ເຊຣຸບບາເບນເປັນພໍ່ຂອງອາບີອຸດ,
ອາບີອຸດເປັນພໍ່ຂອງເອລີອາກີມ,
ເອລີອາກີມເປັນພໍ່ຂອງອາເຊີ,
ອາເຊີເປັນພໍ່ຂອງຊາດົກ,
ຊາດົກເປັນພໍ່ຂອງອາກີມ,
ອາກີມເປັນພໍ່ຂອງເອລີອຸດ,
ເອລີອຸດເປັນພໍ່ຂອງເອເລອາຊາ,
ເອເລອາຊາເປັນພໍ່ຂອງມັດທານ,
ມັດທານເປັນພໍ່ຂອງຢາໂຄບ,
ແລະ ຢາໂຄບເປັນພໍ່ຂອງໂຢເຊັບຜົວຂອງມາຣີຜູ້ໃຫ້ກຳເນີດພຣະເຢຊູເຈົ້າຜູ້ທີ່ມີຊື່ວ່າ: ພຣະຄຣິດເຈົ້າ.4
ດັ່ງນັ້ນ ຕັ້ງແຕ່ອັບຣາຮາມລົງມາຈົນເຖິງດາວິດຈຶ່ງມີທັງໝົດສິບສີ່ຊົ່ວຄົນ, ຕັ້ງແຕ່ດາວິດມາຈົນເຖິງເມື່ອຄາວທີ່ຕົກເປັນຊະເລີຍຢູ່ທີ່ບາບີໂລນ ມີສິບສີ່ຊົ່ວຄົນ ແລະ ຕັ້ງແຕ່ຄາວຕົກເປັນຊະເລີຍຢູ່ທີ່ບາບີໂລນຈົນເຖິງພຣະຄຣິດເຈົ້າ ມີສິບສີ່ຊົ່ວຄົນ.
ການເກີດຂອງພຣະເຢຊູຄຣິດເຈົ້າ
ເລື່ອງລາວການເກີດຂອງພຣະເຢຊູເຈົ້າຜູ້ເປັນພຣະເມຊີອາມີດັ່ງນີ້:5 ມາຣີແມ່ຂອງພຣະອົງເປັນຄູ່ໝັ້ນຂອງໂຢເຊັບ, ແຕ່ກ່ອນທີ່ທັງສອງຈະຢູ່ກິນຮ່ວມກັນ, ກໍປາກົດວ່າມາຣີໄດ້ຖືພາແລ້ວໂດຍພຣະວິນຍານບໍລິສຸດເຈົ້າ. ເນື່ອງຈາກວ່າໂຢເຊັບຄູ່ໝັ້ນຂອງນາງເປັນຄົນສັດຊື່ຕໍ່ກົດບັນຍັດ ແລະ ເຖິງຢ່າງໃດກໍຕາມ6 ລາວບໍ່ຕ້ອງການຈະເປີດເຜີຍເລື່ອງນີ້ໃຫ້ນາງອັບອາຍຕໍ່ໜ້າມະຫາຊົນ, ລາວຈຶ່ງຄິດໃນໃຈວ່າຈະຖອນໝັ້ນນາງຢ່າງງຽບໆ.
ແຕ່ຫລັງຈາກທີ່ໂຢເຊັບໄດ້ພິຈາລະນາເລື່ອງນີ້ແລ້ວ, ກໍມີເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າໄດ້ມາປາກົດຕໍ່ລາວໃນຄວາມຝັນ ແລະ ກ່າວວ່າ, “ໂຢເຊັບບຸດດາວິດເອີຍ, ຢ່າຢ້ານເລີຍທີ່ຈະຮັບເອົາມາຣີມາເປັນເມຍຂອງເຈົ້າ, ເພາະວ່າຜູ້ທີ່ປະຕິສົນທິໃນທ້ອງຂອງນາງນັ້ນແມ່ນມາຈາກພຣະວິນຍານບໍລິສຸດເຈົ້າ. ນາງຈະເກີດລູກຊາຍຜູ້ໜຶ່ງ ແລະ ເຈົ້າຈົ່ງຕັ້ງຊື່ເດັກນີ້ວ່າ ເຢຊູ,7 ເພາະວ່າພຣະອົງຈະຊ່ວຍປະຊາຊົນຂອງພຣະອົງໃຫ້ພົ້ນຈາກຄວາມບາບທັງຫລາຍຂອງພວກເຂົາ”.
ເລື່ອງທັງໝົດທີ່ເກີດຂຶ້ນນີ້ ກໍເພື່ອຈະໃຫ້ສຳເລັດຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ກ່າວໄວ້ຜ່ານທາງຜູ້ທຳນວາຍວ່າ: “ສາວບໍລິສຸດຄົນໜຶ່ງຈະຖືພາແລ້ວເກີດລູກຊາຍຄົນໜຶ່ງ ແລະ ພວກເຂົາຈະເອີ້ນທ່ານວ່າເອມານູເອນ”8 (ເຊິ່ງມີຄວາມໝາຍວ່າ “ພຣະເຈົ້າຢູ່ກັບພວກເຮົາ”).
ເມື່ອໂຢເຊັບຕື່ນຂຶ້ນ, ລາວຈຶ່ງປະຕິບັດຕາມທີ່ເທວະດາຂອງອົງພຣະຜູ້ເປັນເຈົ້າໄດ້ສັ່ງລາວໄວ້, ຄືຮັບເອົາມາຣີມາເປັນເມຍຂອງຕົນ ແຕ່ລາວບໍ່ໄດ້ສົມສູ່ກັບນາງຈົນກວ່ານາງໄດ້ເກີດລູກຊາຍຄົນໜຶ່ງ ແລະ ໂຢເຊັບຈຶ່ງຕັ້ງຊື່ໃຫ້ເດັກນັ້ນວ່າ, ເຢຊູ.
Source notes (8)
- Footnote ຫລື ບັນຊີລາຍຊື່ຕາມຕົ້ນກຳເນີດ
- Footnote ຫລື ພຣະເຢຊູຄຣິດເຈົ້າ. ໃນພາສາເຮັບເຣີວ່າ ພຣະເມຊີອາ ແລະ ໃນພາສາກຣີກວ່າ ພຣະຄຣິດເຈົ້າ, ທັງສອງມີຄວາມໝາຍວ່າ: ຜູ້ທີ່ໄດ້ຮັບການເຈີມ; ໃນ ຂໍ້ ທີ 18 ກໍເໝືອນກັນ
- Footnote ຄື ເຢໂຮຍອາກິນ ເຊັ່ນດຽວກັບຂໍ້ 12
- Footnote ຫລື ພຣະເມຊີອາ ແລະ ຄຳວ່າ: ພຣະຄຣິດ (ເປັນຄຳກຣີກ) ແລະ ພຣະເມຊີອາ (ເປັນຄຳເຮັບເຣີ) ແປວ່າ: ຜູ້ທີ່ເຈີມຕັ້ງໄວ້.
- Footnote ຫລື ທີ່ມາຂອງພຣະເຢຊູເຈົ້າຜູ້ເປັນພຣະເມຊີອາມີດັ່ງນີ້
- Footnote ຫລື ເພາະລາວເປັນຄົນຊອບທຳ ແລະ
- Footnote ເຢຊູ ເປັນຮູບແບບຂອງພາສາກຣີກຂອງຄຳວ່າ ໂຢຊວຍ, ເຊິ່ງມີຄວາມໝາຍວ່າ ອົງພຣະຜູ້ເປັນເຈົ້າຜູ້ຊ່ວຍໃຫ້ພົ້ນ
- Footnote ອຊຢ 7:14
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.