Biblica® Open Lao Contemporary Version
ມາລາກີ 4
ການພິພາກສາ ແລະ ການຟື້ນຟູຄຳໝັ້ນສັນຍາ
ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວວ່າ, “ວັນນັ້ນຈະມາເຖິງຢ່າງແນ່ນອນ ວັນທີ່ເຜົາໄໝ້ເໝືອນດັ່ງເຕົາໄຟ. ທຸກຄົນທີ່ຈອງຫອງ ແລະ ທຸກຄົນທີ່ເຮັດຊົ່ວຈະເປັນຕໍຕົ້ນເຂົ້າ ແລະ ວັນທີ່ຈະມາເຖິງນັ້ນຈະຈູດໄຟເຜົາໄໝ້ພວກເຂົາທັງໝົດ, ບໍ່ໃຫ້ເຫລືອແມ່ນແຕ່ຮາກ ຫລື ງ່າຈັກງ່າດຽວ. ແຕ່ສຳລັບພວກເຈົ້າທີ່ຢຳເກງນາມຂອງເຮົາ, ຕາເວັນແຫ່ງຄວາມຊອບທຳຈະຂຶ້ນມາພ້ອມດ້ວຍປີກແຫ່ງການບຳບັດຮັກສາ ແລະ ພວກເຈົ້າຈະອອກໄປ ແລະ ສະໜຸກສະໜານເໝືອນລູກງົວທີ່ຖືກປ່ອຍອອກຈາກຄອກ. ແລ້ວພວກເຈົ້າຈະຢຽບຢ່ຳຄົນຊົ່ວ; ພວກເຂົາຈະເປັນເໝືອນຂີ້ເຖົ່າທີ່ຢູ່ກ້ອງຝ່າຕີນຂອງພວກເຈົ້າໃນວັນທີ່ເຮົາລົງມືກະທຳສິ່ງເຫລົ່ານີ້”, ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນ.
“ຈົ່ງລະນຶກເຖິງກົດບັນຍັດຂອງໂມເຊຜູ້ຮັບໃຊ້ຂອງເຮົາ, ດຳລັດ ແລະ ກົດບັນຍັດທັງຫລາຍ ເຊິ່ງເຮົາໄດ້ມອບໃຫ້ໂມເຊຢູ່ເທິງພູເຂົາໂຮເຣັບ ສຳລັບຊົນຊາດອິດສະຣາເອນທັງໝົດ.
“ເບິ່ງແມ, ເຮົາຈະສົ່ງຜູ້ທຳນວາຍເອລີຢາມາຫາພວກເຈົ້າກ່ອນວັນອັນຍິ່ງໃຫຍ່ ແລະ ໜ້າຢ້ານຂອງພຣະເຈົ້າຢາເວຈະມາເຖິງ. ລາວຈະນຳຫົວໃຈຂອງພໍ່ມາຫາລູກ ແລະ ນຳຫົວໃຈຂອງລູກມາຫາພໍ່; ບໍ່ດັ່ງນັ້ນເຮົາຈະມາ ແລະ ຟາດດິນແດນນີ້ດ້ວຍການທຳລາຍໃຫ້ໝົດໄປ”.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.