Biblica® Open Lao Contemporary Version
ມັດທາຍ 3
ໂຢຮັນບັບຕິສະໂຕຈັດຕຽມຫົນທາງ
(ມຣກ 1:3-8; ລກ 3:2-17)
ໃນວັນເຫລົ່ານັ້ນ ໂຢຮັນບັບຕິສະໂຕໄດ້ມາເທດສະໜາໃນຖິ່ນແຫ້ງແລ້ງກັນດານທີ່ແຂວງຢູດາຍ ແລະ ກ່າວວ່າ, “ຈົ່ງຖິ້ມໃຈເກົ່າເອົາໃຈໃໝ່, ເພາະອານາຈັກສະຫວັນມາໃກ້ແລ້ວ”. ໂຢຮັນຜູ້ນີ້ທີ່ຖືກກ່າວເຖິງໂດຍຜ່ານຜູ້ທຳນວາຍເອຊາຢາວ່າ:
“ສຽງຂອງຜູ້ໜຶ່ງຮ້ອງໃນຖິ່ນແຫ້ງແລ້ງກັນດານວ່າ,
‘ຈົ່ງຈັດຕຽມຫົນທາງສຳລັບອົງພຣະຜູ້ເປັນເຈົ້າ
ຈົ່ງເຮັດຫົນທາງສຳລັບພຣະອົງໃຫ້ຊື່ໄປ’ ”.1
ເຄື່ອງນຸ່ງຂອງໂຢຮັນແມ່ນເຮັດຈາກຂົນອູດ ແລະ ເພິ່ນຮັດແອວຂອງເພິ່ນດ້ວຍສາຍແອວໜັງ, ອາຫານຂອງເພິ່ນແມ່ນຕັກແຕນ ແລະ ນ້ຳເຜິ້ງປ່າ. ປະຊາຊົນຈາກນະຄອນເຢຣູຊາເລັມ, ທົ່ວແຂວງຢູດາຍ ແລະ ທົ່ວຂົງເຂດແມ່ນ້ຳຈໍແດນໄດ້ພາກັນອອກໄປຫາເພິ່ນ. ເມື່ອພວກເຂົາສາລະພາບບາບທັງຫລາຍຂອງຕົນແລ້ວ, ໂຢຮັນກໍໃຫ້ພວກເຂົາຮັບບັບຕິສະມາໃນແມ່ນ້ຳຈໍແດນ.
ແຕ່ເມື່ອໂຢຮັນເຫັນພວກຟາຣີຊາຍ ແລະ ພວກຊາດູກາຍຫລາຍຄົນກຳລັງມາຍັງບ່ອນທີ່ເພິ່ນໃຫ້ບັບຕິສະມາຢູ່ນັ້ນ, ເພິ່ນກໍກ່າວແກ່ພວກເຂົາວ່າ: “ພວກຊາດງູຮ້າຍ! ຜູ້ໃດຕັກເຕືອນພວກເຈົ້າໃຫ້ໜີຈາກຄວາມໂກດຮ້າຍທີ່ຈະມາເຖິງນັ້ນ? ຈົ່ງເກີດຜົນໃຫ້ສົມກັບການຖິ້ມໃຈເກົ່າເອົາໃຈໃໝ່. ແລະ ຢ່າຄິດວ່າ, ‘ພວກເຮົາມີອັບຣາຮາມເປັນບັນພະບຸລຸດຂອງພວກເຮົາ’. ເພາະເຮົາບອກພວກເຈົ້າວ່າພຣະເຈົ້າສາມາດເຮັດໃຫ້ລູກຫລານຂອງອັບຣາຮາມເກີດຈາກກ້ອນຫີນເຫລົ່ານີ້ໄດ້. ຂວານນັ້ນກໍກຽມພ້ອມຢູ່ເຫງົ້າໄມ້ແລ້ວ ແລະ ຕົ້ນໄມ້ທຸກຕົ້ນທີ່ບໍ່ເກີດຜົນດີກໍຈະຖືກຕັດລົງ ແລະ ໂຍນຖິ້ມໃສ່ໄຟ.
“ເຮົາໃຫ້ພວກເຈົ້າບັບຕິສະມາດ້ວຍ2ນ້ຳເພື່ອການຖິ້ມໃຈເກົ່າເອົາໃຈໃໝ່. ແຕ່ຜູ້ທີ່ຈະມາພາຍຫລັງເຮົາກໍມີລິດອຳນາດຍິ່ງໃຫຍ່ກວ່າເຮົາອີກ, ເຊິ່ງເຮົາບໍ່ສົມຄວນແມ່ນແຕ່ຈະຈັບເກີບຂອງເພິ່ນ. ເພິ່ນຈະໃຫ້ພວກເຈົ້າທັງຫລາຍຮັບບັບຕິສະມາດ້ວຍ3ພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍໄຟ. ມືຂອງພຣະອົງຖືກະດົ້ງຝັດເຂົ້າ ແລະ ພຣະອົງຈະເຮັດລານເຂົ້າຂອງພຣະອົງໃຫ້ກ້ຽງດີ, ຈະຮວບຮວມເອົາເຂົ້າຫວີດຂອງພຣະອົງມາໃສ່ໄວ້ໃນເລົ້າ ແລະ ເຜົາແກບດ້ວຍໄຟທີ່ບໍ່ຮູ້ມອດ”.
ພຣະເຢຊູເຈົ້າຮັບບັບຕິສະມາ
(ມຣກ 1:9-11; ລກ 3:21,22; ຢຮ 1:31-34)
ແລ້ວພຣະເຢຊູເຈົ້າໄດ້ມາຈາກແຂວງຄາລີເລມາຍັງແມ່ນ້ຳຈໍແດນເພື່ອຮັບບັບຕິສະມາຈາກໂຢຮັນ. ແຕ່ໂຢຮັນພະຍາຍາມຂັດຂວາງພຣະອົງໂດຍກ່າວວ່າ, “ຂ້ານ້ອຍຄວນຈະຂໍຮັບບັບຕິສະມາຈາກພຣະອົງ ແລະ ເປັນການສົມຄວນບໍທີ່ພຣະອົງມາຫາຂ້ານ້ອຍ?”
ພຣະເຢຊູເຈົ້າໄດ້ຕອບວ່າ, “ເວລານີ້ໃຫ້ເປັນໄປຕາມນັ້ນສາ; ເພາະສົມຄວນແລ້ວທີ່ພວກເຮົາຈະເຮັດຢ່າງນີ້ເພື່ອໃຫ້ຄວາມຊອບທຳທຸກປະການສຳເລັດຄົບຖ້ວນ”. ແລ້ວໂຢຮັນຈຶ່ງຍອມເຮັດຕາມ.
ທັນທີທີ່ພຣະເຢຊູເຈົ້າໄດ້ຮັບບັບຕິສະມາແລ້ວ, ພຣະອົງກໍຂຶ້ນຈາກນ້ຳ. ໃນທັນໃດນັ້ນ ສະຫວັນກໍເປີດອອກ ແລະ ພຣະອົງໄດ້ເຫັນພຣະວິນຍານບໍລິສຸດເຈົ້າຂອງພຣະເຈົ້າເໝືອນດັ່ງນົກເຂົາລົງມາຢູ່ເທິງພຣະອົງ. ແລະ ມີສຽງໜຶ່ງດັງມາຈາກສະຫວັນວ່າ, “ທ່ານຜູ້ນີ້ເປັນບຸດຂອງເຮົາ, ຜູ້ທີ່ເຮົາຮັກ; ເຮົາພໍໃຈເພິ່ນຫລາຍ”.
Source notes (3)
- Footnote ອຊຢ 40:3
- Footnote ຫລື ໃນ
- Footnote ຫລື ໃນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.