Biblica® Open Lao Contemporary Version
ມັດທາຍ 4
ພຣະເຢຊູເຈົ້າຖືກທົດລອງໃນຖິ່ນແຫ້ງແລ້ງກັນດານ
(ມຣກ 1:12,13; ລກ 4:1-13)
ຫລັງຈາກນັ້ນ ພຣະວິນຍານບໍລິສຸດເຈົ້າໄດ້ນຳພຣະເຢຊູເຈົ້າໄປຍັງຖິ່ນແຫ້ງແລ້ງກັນດານເພື່ອໃຫ້ມານຮ້າຍທົດລອງ. ຫລັງຈາກອົດອາຫານໄດ້ສີ່ສິບວັນສີ່ສິບຄືນແລ້ວ, ພຣະເຢຊູເຈົ້າກໍຢາກອາຫານ. ຜູ້ລໍ້ລວງກໍໄດ້ມາຫາພຣະອົງ ແລະ ກ່າວວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ, ຈົ່ງສັ່ງກ້ອນຫີນເຫລົ່ານີ້ໃຫ້ກາຍເປັນເຂົ້າຈີ່”.
ພຣະເຢຊູເຈົ້າຕອບວ່າ, “ມີຄຳຂຽນໄວ້ໃນພຣະຄຳພີວ່າ: ‘ມະນຸດຈະດຳລົງຊີວິດຢູ່ດ້ວຍອາຫານພຽງຢ່າງດຽວກໍບໍ່ໄດ້, ແຕ່ດ້ວຍທຸກຖ້ອຍຄຳທີ່ອອກມາຈາກປາກຂອງພຣະເຈົ້າ’1”.
ແລ້ວມານຮ້າຍຈຶ່ງໄດ້ນຳພຣະອົງໄປຍັງນະຄອນສັກສິດ ແລະ ໃຫ້ພຣະອົງຢືນຢູ່ເທິງຈຸດທີ່ສູງສຸດຂອງວິຫານ. ມານຮ້າຍໄດ້ເວົ້າວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ, ຈົ່ງໂດດລົງໄປ. ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ:
“ ‘ພຣະເຈົ້າຈະສັ່ງໃຫ້ພວກເທວະດາຂອງພຣະອົງກ່ຽວກັບເລື່ອງທ່ານ,
ແລະ ຝູງເທວະດາເຫລົ່ານັ້ນຈະໃຊ້ມືຂອງຕົນອູ້ມທ່ານ
ເພື່ອບໍ່ໃຫ້ຕີນຂອງທ່ານຕຳກ້ອນຫີນ’2”.
ພຣະເຢຊູເຈົ້າໄດ້ຕອບວ່າ, “ມີຄຳຂຽນໄວ້ໃນພຣະຄຳພີອີກວ່າ: ‘ຢ່າທົດລອງອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ’3”.
ອີກເທື່ອໜຶ່ງ, ມານຮ້າຍໄດ້ພາພຣະອົງໄປເທິງພູທີ່ສູງຫລາຍ ແລະ ໄດ້ສະແດງອານາຈັກທັງໝົດຂອງໂລກ ແລະ ຄວາມງົດງາມຂອງອານາຈັກເຫລົ່ານັ້ນໃຫ້ພຣະອົງເບິ່ງ. ແລ້ວກໍເວົ້າວ່າ, “ສິ່ງທັງໝົດເຫລົ່ານີ້ເຮົາຈະຍົກໃຫ້ທ່ານ ຖ້າທ່ານກົ້ມຂາບ ແລະ ນະມັດສະການເຮົາ”.
ພຣະເຢຊູເຈົ້າກ່າວວ່າ, “ມານຊາຕານ, ຈົ່ງໜີໄປຈາກເຮົາ! ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ຈົ່ງນະມັດສະການອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ ແລະ ຮັບໃຊ້ພຣະອົງແຕ່ຜູ້ດຽວເທົ່ານັ້ນ’4”.
ແລ້ວມານຮ້າຍກໍຈາກພຣະອົງໄປ ແລະ ບັນດາເທວະດາກໍໄດ້ມາຮັບໃຊ້ພຣະອົງ.
ພຣະເຢຊູເຈົ້າເລີ່ມຕົ້ນເທດສະໜາ
ເມື່ອພຣະເຢຊູເຈົ້າໄດ້ຍິນຂ່າວວ່າໂຢຮັນຖືກຂັງຄຸກແລ້ວ, ພຣະອົງຈຶ່ງກັບຄືນໄປຍັງແຂວງຄາລີເລ. ພຣະອົງໄດ້ຍ້າຍຈາກເມືອງນາຊາເຣັດມາອາໄສຢູ່ທີ່ເມືອງກາເປນາອູມ, ເຊິ່ງຕັ້ງຢູ່ແຄມທະເລສາບໃນຂົງເຂດເຊບູໂລນ ແລະ ເນັບທາລີ, ເພື່ອໃຫ້ສຳເລັດຕາມທີ່ໄດ້ກ່າວໄວ້ຜ່ານຜູ້ທຳນວາຍເອຊາຢາວ່າ:
“ດິນແດນເຊບູໂລນ ແລະ ດິນແດນເນັບທາລີ,
ເສັ້ນທາງສູ່ທະເລລຽບຕາມແມ່ນ້ຳຈໍແດນ,
ແຂວງຄາລີເລແຫ່ງບັນດາຄົນຕ່າງຊາດ
ປະຊາຊົນຜູ້ທີ່ໃຊ້ຊີວິດຢູ່ໃນຄວາມມືດ
ໄດ້ເຫັນແສງສະຫວ່າງອັນຍິ່ງໃຫຍ່;
ບັນດາຜູ້ອາໄສໃນດິນແດນຂອງເງົາແຫ່ງຄວາມຕາຍນັ້ນ
ແສງສະຫວ່າງເລີ່ມສ່ອງສະຫວ່າງຂຶ້ນແລ້ວ”.5
ຕັ້ງແຕ່ເວລານັ້ນມາ ພຣະເຢຊູເຈົ້າກໍເລີ່ມຕົ້ນເທດສະໜາວ່າ, “ຈົ່ງຖິ້ມໃຈເກົ່າເອົາໃຈໃໝ່ ເພາະອານາຈັກສະຫວັນມາໃກ້ແລ້ວ”.
ພຣະເຢຊູເຈົ້າໄດ້ເອີ້ນເອົາສາວົກກຸ່ມທຳອິດ
(ມຣກ 1:16-20; ລກ 5:2-11; ຢຮ 1:35-42)
ຂະນະທີ່ພຣະເຢຊູເຈົ້າກຳລັງຍ່າງໄປຕາມແຄມທະເລສາບຄາລີເລຢູ່ນັ້ນ, ພຣະອົງໄດ້ເຫັນສອງອ້າຍນ້ອງຄື: ຊີໂມນ ທີ່ມີຊື່ອີກວ່າເປໂຕ ແລະ ນ້ອງຊາຍຂອງເພິ່ນຊື່ວ່າອັນເດອາ. ພວກເພິ່ນກຳລັງຢ່ອນມອງຢູ່ໃນທະເລສາບ, ເພາະພວກເພິ່ນເປັນຄົນຫາປາ. ພຣະເຢຊູເຈົ້າກ່າວວ່າ, “ຈົ່ງຕາມເຮົາມາ ແລະ ເຮົາຈະໃຊ້ພວກເຈົ້າໃຫ້ເປັນຜູ້ຫາຄົນ”. ໃນທັນໃດນັ້ນ ພວກເພິ່ນກໍປະມອງຂອງຕົນ ແລະ ຕິດຕາມພຣະອົງໄປ.
ຈາກທີ່ນັ້ນໄປ ພຣະອົງໄດ້ເຫັນສອງອ້າຍນ້ອງຄື: ຢາໂກໂບລູກຊາຍຂອງເຊເບດາຍ ແລະ ໂຢຮັນນ້ອງຊາຍຂອງເພິ່ນ. ພວກເພິ່ນກຳລັງແປງມອງຂອງຕົນຮ່ວມກັບເຊເບດາຍພໍ່ຂອງພວກເພິ່ນຢູ່ໃນເຮືອ. ພຣະເຢຊູເຈົ້າຈຶ່ງໄດ້ເອີ້ນເອົາພວກເພິ່ນ, ແລະ ໃນທັນໃດນັ້ນ ພວກເພິ່ນທັງສອງກໍປະເຮືອ ແລະ ພໍ່ຂອງພວກເພິ່ນແລ້ວຕິດຕາມພຣະອົງໄປ.
ພຣະເຢຊູເຈົ້າຮັກສາຄົນເຈັບປ່ວຍ
ພຣະເຢຊູເຈົ້າໄດ້ເດີນທາງໄປທົ່ວແຂວງຄາລີເລ, ສັ່ງສອນຕາມທຳມະສາລາຂອງພວກເຂົາ, ໄດ້ປະກາດຂ່າວປະເສີດເລື່ອງອານາຈັກສະຫວັນ ແລະ ຮັກສາຄົນທີ່ມີພະຍາດໂລຄາ ແລະ ຄົນເຈັບໄຂ້ໄດ້ປ່ວຍທຸກຊະນິດໃນທ່າມກາງປະຊາຊົນ. ຂ່າວກ່ຽວກັບພຣະອົງໄດ້ແຜ່ກະຈາຍໄປທົ່ວປະເທດຊີເຣຍ ແລະ ປະຊາຊົນໄດ້ນຳຄົນເຈັບປ່ວຍດ້ວຍພະຍາດຕ່າງໆມາໃຫ້ພຣະເຢຊູເຈົ້າຮັກສາ, ມີທັງຄົນທີ່ເຈັບປວດທໍລະມານ, ຄົນຖືກຜີມານຮ້າຍເຂົ້າສິງ, ຄົນບ້າໝູ, ຄົນເປ້ຍ ແລະ ພຣະອົງໄດ້ຮັກສາພວກເຂົາໃຫ້ຫາຍດີ. ປະຊາຊົນເປັນຈຳນວນຫລວງຫລາຍຈາກແຂວງຄາລີເລ, ແຂວງເດກາໂປລີ,6 ເຢຣູຊາເລັມ, ແຂວງຢູດາຍ ແລະ ຈາກອີກຟາກໜຶ່ງຂອງແມ່ນ້ຳຈໍແດນກໍໄດ້ຕິດຕາມພຣະອົງໄປ.
Source notes (6)
- Footnote ພບຍ 8:3
- Footnote ພສສ 91:11,12
- Footnote ພບຍ 6:16
- Footnote ພບຍ 6:13
- Footnote ອຊຢ 9:1,2
- Footnote ຄື ສິບເມືອງ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.