Biblica® Open Lao Contemporary Version
ມັດທາຍ 5
ຄຳເທດສະໜາທີ່ໂນນພູ
(ລກ 6:20-23)
ເມື່ອພຣະເຢຊູເຈົ້າເຫັນປະຊາຊົນຈໍານວນຫລວງຫລາຍ, ພຣະອົງຂຶ້ນໄປຍັງໂນນພູແຫ່ງໜຶ່ງ ແລະ ນັ່ງລົງຢູ່ທີ່ນັ້ນ. ພວກສາວົກຂອງພຣະອົງກໍພາກັນມາຫາພຣະອົງ, ແລະ ພຣະອົງໄດ້ເລີ່ມຕົ້ນສັ່ງສອນພວກເຂົາ.
ຜູ້ເປັນສຸກ
ພຣະອົງກ່າວວ່າ:
“ຜູ້ໃດຍາກຈົນຝ່າຍວິນຍານກໍເປັນສຸກ,
ເພາະວ່າອານາຈັກສະຫວັນເປັນຂອງຜູ້ນັ້ນ.
ຜູ້ໃດໂສກເສົ້າກໍເປັນສຸກ,
ເພາະວ່າຜູ້ນັ້ນຈະໄດ້ຮັບການເລົ້າໂລມໃຈ.
ຜູ້ໃດມີໃຈອ່ອນສຸພາບກໍເປັນສຸກ,
ເພາະວ່າຜູ້ນັ້ນຈະໄດ້ຮັບແຜ່ນດິນໂລກເປັນມໍລະດົກ.
ຜູ້ໃດອຶດຫິວ ແລະ ກະຫາຍຫາຄວາມຊອບທຳກໍເປັນສຸກ,
ເພາະວ່າຜູ້ນັ້ນຈະໄດ້ອີ່ມບໍລິບູນ.
ຜູ້ໃດມີໃຈເມດຕາກໍເປັນສຸກ,
ເພາະວ່າຜູ້ນັ້ນຈະໄດ້ຮັບຄວາມເມດຕາຕອບແທນ.
ຜູ້ໃດມີໃຈບໍລິສຸດກໍເປັນສຸກ,
ເພາະວ່າຜູ້ນັ້ນຈະໄດ້ເຫັນພຣະເຈົ້າ.
ຜູ້ໃດສ້າງຄວາມສະຫງົບສຸກກໍເປັນສຸກ,
ເພາະວ່າຈະເອີ້ນຜູ້ນັ້ນວ່າເປັນລູກຂອງພຣະເຈົ້າ.
ຜູ້ໃດຖືກຂົ່ມເຫັງເພາະເຫັນແກ່ຄວາມຊອບທຳກໍເປັນສຸກ,
ເພາະວ່າອານາຈັກສະຫວັນເປັນຂອງຜູ້ນັ້ນ.
“ເມື່ອຄົນທັງຫລາຍດູຖູກ, ຂົ່ມເຫັງ ແລະ ກ່າວຮ້າຍພວກເຈົ້າທັງຫລາຍດ້ວຍຄວາມບໍ່ຈິງທຸກຢ່າງເພາະເຫັນແກ່ເຮົາພວກເຈົ້າກໍເປັນສຸກ. ຈົ່ງຊື່ນຊົມຍິນດີ ແລະ ຈົ່ງຍິນດີ, ເພາະບຳເໜັດອັນຍິ່ງໃຫຍ່ຂອງພວກເຈົ້າຢູ່ໃນສະຫວັນ, ເພາະບັນດາຜູ້ທຳນວາຍໃນສະໄໝກ່ອນກໍຖືກພວກເຂົາຂົ່ມເຫັງຢ່າງດຽວກັນນີ້.
ເກືອ ແລະ ຄວາມສະຫວ່າງ
“ພວກເຈົ້າທັງຫລາຍເປັນເກືອສຳລັບໂລກ. ແຕ່ຖ້າເກືອນັ້ນໝົດຄວາມເຄັມແລ້ວ, ຈະເຮັດໃຫ້ກັບຄືນມາເຄັມອີກໄດ້ຢ່າງໃດ? ມັນກໍບໍ່ມີປະໂຫຍດສຳລັບອັນໃດ, ນອກຈາກຈະຖືກຖິ້ມໄປ ແລະ ຖືກຢຽບຢູ່ໃຕ້ຕີນ.
“ພວກເຈົ້າທັງຫລາຍເປັນແສງສະຫວ່າງສຳລັບໂລກນີ້. ເມືອງທີ່ຕັ້ງຢູ່ເທິງພູຈະເຊື່ອງໄວ້ບໍ່ໄດ້. ບໍ່ມີຜູ້ໃດເມື່ອໄຕ້ຕະກຽງແລ້ວຈະເອົາເຂົ້າໄວ້ໃນກະບຸງ. ແຕ່ພວກເຂົາຈະຕັ້ງໄວ້ເທິງຫລັກຕະກຽງເພື່ອໃຫ້ສ່ອງສະຫວ່າງແກ່ທຸກຄົນທີ່ຢູ່ໃນເຮືອນ. ໃນທຳນອງດຽວກັນ, ຈົ່ງໃຫ້ຄວາມສະຫວ່າງທີ່ຢູ່ໃນພວກເຈົ້ານັ້ນສ່ອງແຈ້ງຕໍ່ໜ້າຄົນທັງຫລາຍ ເພື່ອວ່າພວກເຂົາຈະເຫັນຄວາມດີທີ່ພວກເຈົ້າໄດ້ເຮັດ ແລະ ສັນລະເສີນພຣະບິດາເຈົ້າຂອງພວກເຈົ້າຜູ້ທີ່ສະຖິດຢູ່ໃນສະຫວັນ.
ກົດບັນຍັດສຳເລັດຄົບຖ້ວນ
“ຢ່າຄິດວ່າເຮົາມາເພື່ອລຶບລ້າງກົດບັນຍັດ ຫລື ໜັງສືຜູ້ທຳນວາຍ; ເຮົາບໍ່ໄດ້ມາລຶບລ້າງກົດບັນຍັດແຕ່ມາເພື່ອເຮັດໃຫ້ກົດບັນຍັດນັ້ນສຳເລັດຄົບຖ້ວນ. ເພາະເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຕາບໃດທີ່ສະຫວັນ ແລະ ແຜ່ນດິນໂລກຍັງຕັ້ງຢູ່ ແມ່ນແຕ່ໂຕອັກສອນທີ່ນ້ອຍທີ່ສຸດພຽງໂຕໜຶ່ງ ຫລື ຈຸດດຽວກໍຈະບໍ່ສູນຫາຍໄປຈາກໜັງສືກົດບັນຍັດ ຈົນກວ່າທຸກສິ່ງຈະສຳເລັດຄົບຖ້ວນ. ເຫດສະນັ້ນ ຖ້າຜູ້ໃດບໍ່ເຊື່ອຟັງບັນດາຄຳສັ່ງຂໍ້ເລັກນ້ອຍທີ່ສຸດ ແລະ ສອນຄົນອື່ນໃຫ້ເຮັດຕາມ, ຜູ້ນັ້ນຈະຖືກເອີ້ນວ່າເປັນຜູ້ເລັກນ້ອຍທີ່ສຸດໃນອານາຈັກສະຫວັນ, ສ່ວນຜູ້ທີ່ປະຕິບັດຕາມກົດບັດຍັດ ແລະ ສັ່ງສອນຄົນອື່ນໃຫ້ປະຕິບັດຕາມຄຳສັ່ງເຫລົ່ານີ້ຈະຖືກເອີ້ນວ່າເປັນຜູ້ຍິ່ງໃຫຍ່ໃນອານາຈັກສະຫວັນ. ເພາະເຮົາບອກພວກເຈົ້າທັງຫລາຍວ່າຖ້າຄວາມຊອບທຳຂອງພວກເຈົ້າບໍ່ຫລາຍກວ່າຂອງພວກຟາຣີຊາຍ ແລະ ພວກຄູສອນກົດບັນຍັດແລ້ວ, ພວກເຈົ້າຈະເຂົ້າໄປໃນອານາຈັກສະຫວັນບໍ່ໄດ້ຢ່າງແນ່ນອນ.
ຜູ້ຂ້າຄົນ
(ລກ 12:58,59)
“ພວກເຈົ້າທັງຫລາຍເຄີຍໄດ້ຍິນຄຳທີ່ກ່າວໄວ້ແກ່ຄົນບູຮານວ່າ, ‘ຢ່າຂ້າຄົນ1 ແລະ ຖ້າຜູ້ໃດຂ້າຄົນຈະຕ້ອງຖືກຕັດສິນລົງໂທດ’. ແຕ່ເຮົາບອກພວກເຈົ້າວ່າ, ຖ້າຜູ້ໃດໃຈຮ້າຍໃຫ້ກັບອ້າຍ ຫລື ເອື້ອຍນ້ອງຂອງຕົນ2 ຜູ້ນັ້ນຈະຖືກຕັດສິນລົງໂທດ. ຖ້າຜູ້ໃດເວົ້າດູຖູກ3ອ້າຍເອື້ອຍນ້ອງຂອງຕົນ ຜູ້ນັ້ນຈະຕ້ອງຖືກນຳຂຶ້ນສານ ແລະ ຖ້າຜູ້ໃດເວົ້າວ່າ, ‘ຄົນໂງ່ຈ້າ!’ ຜູ້ນັ້ນຈະຕ້ອງໄດ້ຮັບອັນຕະລາຍຈາກບຶງໄຟນະລົກ.
“ດັ່ງນັ້ນ, ຖ້າເຈົ້າກຳລັງເອົາເຄື່ອງບູຊາມາຖວາຍທີ່ແທ່ນບູຊາ ແລະ ຄິດໄດ້ວ່າອ້າຍເອື້ອຍນ້ອງຂອງເຈົ້າມີຂໍ້ຂຸ້ນເຄືອງໃຈກັບເຈົ້າເພາະເລື່ອງໃດເລື່ອງໜຶ່ງ, ຈົ່ງປະເຄື່ອງຖວາຍຂອງເຈົ້າໄວ້ຕໍ່ໜ້າແທ່ນບູຊາແລ້ວກັບໄປຄືນດີກັນກັບອ້າຍເອື້ອຍນ້ອງຂອງຕົນກ່ອນ ແລ້ວຈຶ່ງກັບຄືນມາຖວາຍເຄື່ອງບູຊາຂອງເຈົ້າ.
“ຈົ່ງຮີບປອງດອງກັບໂຈດຂອງເຈົ້າຜູ້ທີ່ກຳລັງນຳເຈົ້າໄປຂຶ້ນສານ. ຈົ່ງເຮັດໃນຂະນະທີ່ຍັງຢູ່ກາງທາງນຳກັນ, ໂຈດຂອງເຈົ້າອາດຈະມອບເຈົ້າໃຫ້ແກ່ຜູ້ພິພາກສາ ແລະ ຜູ້ພິພາກສາຈະມອບເຈົ້າໃຫ້ແກ່ເຈົ້າໜ້າທີ່, ແລ້ວເຈົ້າກໍຈະຖືກຂັງໄວ້ໃນຄຸກ. ເຮົາບອກເຈົ້າຕາມຄວາມຈິງວ່າ, ເຈົ້າຈະອອກມາບໍ່ໄດ້ຈົນກວ່າເຈົ້າຈະໃຊ້ໜີ້ຄົບທຸກອັດ.4
ການຫລິ້ນຊູ້
“ພວກເຈົ້າທັງຫລາຍເຄີຍໄດ້ຍິນຄຳທີ່ກ່າວໄວ້ໃນພຣະຄຳພີວ່າ, ‘ຢ່າຫລິ້ນຊູ້’5 ແຕ່ເຮົາບອກພວກເຈົ້າວ່າ, ຜູ້ໃດແນມເບິ່ງຍິງດ້ວຍຕັນຫາ ຜູ້ນັ້ນກໍໄດ້ຫລິ້ນຊູ້ໃນໃຈກັບນາງແລ້ວ. ຖ້າຕາເບື້ອງຂວາຂອງເຈົ້າເປັນຕົ້ນເຫດພາໃຫ້ເຈົ້າເຮັດບາບ, ຈົ່ງຄວັດຕານັ້ນອອກຖິ້ມເສຍ. ເຖິງວ່າຈະຕ້ອງເສຍອະໄວຍະວະສ່ວນໜຶ່ງຂອງຮ່າງກາຍໄປ ກໍຍັງດີກວ່າຮ່າງກາຍທັງໝົດຕ້ອງຖືກໂຍນລົງໃນນະລົກ. ແລະ ຖ້າມືເບື້ອງຂວາຂອງເຈົ້າເປັນຕົ້ນເຫດພາໃຫ້ເຈົ້າເຮັດບາບກໍຈົ່ງຕັດອອກ ແລະ ໂຍນຖິ້ມເສຍ. ເຖິງວ່າຈະຕ້ອງເສຍອະໄວຍະວະສ່ວນໜຶ່ງໃນຮ່າງກາຍໄປ ກໍຍັງດີກວ່າຮ່າງກາຍທັງໝົດລົງໄປໃນນະລົກ.
ການຢ່າຮ້າງ
“ມີຄຳກ່າວໄວ້ວ່າ, ‘ຖ້າຜູ້ໃດທີ່ປະຮ້າງເມຍຂອງຕົນຈະຕ້ອງເຮັດໜັງສືຢັ້ງຢືນການຢ່າຮ້າງໃຫ້ນາງ’.6 ແຕ່ເຮົາບອກພວກເຈົ້າທັງຫລາຍວ່າ, ຖ້າຜູ້ໃດຢ່າຮ້າງເມຍຂອງຕົນໂດຍທີ່ນາງບໍ່ໄດ້ຫລິ້ນຊູ້ກັບຊາຍອື່ນ, ກໍເທົ່າກັບວ່າຜູ້ນັ້ນເຮັດໃຫ້ນາງກາຍເປັນຄົນຫລິ້ນຊູ້ ແລະ ຜູ້ໃດແຕ່ງງານກັບຍິງທີ່ຖືກຢ່າຮ້າງ ຜູ້ນັ້ນກໍຫລິ້ນຊູ້.
ການສາບານ
“ອັນໜຶ່ງອີກ, ພວກເຈົ້າທັງຫລາຍໄດ້ຍິນຄຳທີ່ກ່າວໄວ້ແກ່ຄົນໃນສະໄໝບູຮານວ່າ, ‘ຢ່າເຮັດຜິດຕໍ່ຄຳປະຕິຍານ ແຕ່ຈົ່ງເຮັດຕາມທີ່ຕົນໄດ້ປະຕິຍານຕໍ່ອົງພຣະຜູ້ເປັນເຈົ້າໄວ້ແລ້ວນັ້ນ’. ແຕ່ເຮົາບອກພວກເຈົ້າທັງຫລາຍວ່າ, ຢ່າສາບານ ບໍ່ວ່າຈະສາບານໂດຍອ້າງເຖິງສະຫວັນ ເພາະສະຫວັນເປັນບັນລັງຂອງພຣະເຈົ້າ, ຫລື ໂດຍອ້າງເຖິງແຜ່ນດິນໂລກ ເພາະແຜ່ນດິນໂລກເປັນບ່ອນຮອງຕີນຂອງພຣະອົງ, ຫລື ໂດຍອ້າງເຖິງເຢຣູຊາເລັມ ເພາະເຢຣູຊາເລັມເປັນເມືອງຂອງກະສັດຜູ້ຍິ່ງໃຫຍ່. ແລະ ຢ່າສາບານໂດຍອ້າງເຖິງຫົວຂອງຕົນ, ເພາະພວກເຈົ້າເອງບໍ່ສາມາດເຮັດໃຫ້ຜົມກາຍເປັນສີຂາວ ຫລື ດຳໄດ້ແມ່ນແຕ່ເສັ້ນດຽວ. ທັງໝົດທີ່ພວກເຈົ້າຄວນເວົ້າກໍຄື: ‘ແມ່ນ’ ຫລື ‘ບໍ່ແມ່ນ’ ເທົ່ານັ້ນ, ຄຳເວົ້າທີ່ເກີນກວ່ານີ້ກໍມາຈາກມານຮ້າຍ.
ຕາຕໍ່ຕາ
“ພວກເຈົ້າທັງຫລາຍກໍໄດ້ຍິນຄຳທີ່ກ່າວໄວ້ວ່າ, ‘ຕາແທນຕາ ແລະ ແຂ້ວແທນແຂ້ວ’.7 ແຕ່ເຮົາບອກພວກເຈົ້າທັງຫລາຍວ່າ, ຢ່າຕໍ່ສູ້ກັບຄົນຊົ່ວ. ຖ້າຜູ້ໃດຕົບແກ້ມເຈົ້າເບື້ອງຂວາ, ຈົ່ງປິ່ນແກ້ມອີກເບື້ອງໜຶ່ງໃຫ້ພວກເຂົາເຫມືອນກັນ. ແລະ ຖ້າມີຜູ້ໃດຕ້ອງການຟ້ອງເອົາເສື້ອຂອງເຈົ້າ, ຈົ່ງເອົາເສື້ອຄຸມຂອງເຈົ້າໃຫ້ແກ່ພວກເຂົາດ້ວຍ. ຖ້າມີຜູ້ໃດບັງຄັບໃຫ້ພວກເຈົ້າໄປໜຶ່ງກິໂລແມັດກໍຈົ່ງໄປກັບເຂົາສອງກິໂລແມັດ. ຈົ່ງໃຫ້ແກ່ຜູ້ທີ່ຂໍຈາກພວກເຈົ້າ ແລະ ຢ່າປິ່ນຫລັງໃສ່ຜູ້ທີ່ຕ້ອງການຈະຂໍຢືມຈາກພວກເຈົ້າ.
ຄວາມຮັກຕໍ່ສັດຕູ
“ພວກເຈົ້າທັງຫລາຍໄດ້ຍິນຄຳທີ່ກ່າວໄວ້ວ່າ, ‘ຈົ່ງຮັກເພື່ອນບ້ານ8 ແລະ ກຽດຊັງສັດຕູ’. ແຕ່ເຮົາບອກພວກເຈົ້າວ່າ, ຈົ່ງຮັກສັດຕູຂອງພວກເຈົ້າ9 ແລະ ອະທິຖານເພື່ອບັນດາຜູ້ທີ່ຂົ່ມເຫັງພວກເຈົ້າ, ເພື່ອວ່າພວກເຈົ້າຈະໄດ້ເປັນລູກຂອງພຣະບິດາເຈົ້າໃນສະຫວັນ. ພຣະອົງໃຫ້ດວງຕາເວັນຂອງພຣະອົງຂຶ້ນແກ່ທັງຄົນຊົ່ວ ແລະ ຄົນດີ, ໃຫ້ຝົນຕົກໃສ່ທັງຄົນຊອບທຳ ແລະ ຄົນອະທຳ. ຖ້າພວກເຈົ້າຮັກແຕ່ຜູ້ທີ່ຮັກພວກເຈົ້າເທົ່ານັ້ນ ພວກເຈົ້າຈະໄດ້ບຳເໜັດຫຍັງ? ແມ່ນແຕ່ບັນດາຄົນເກັບພາສີກໍຍັງເຮັດຢ່າງນັ້ນບໍ່ແມ່ນບໍ? ແລະ ຖ້າພວກເຈົ້າຕ້ອນຮັບສະເພາະແຕ່ພວກພີ່ນ້ອງຂອງຕົນເທົ່ານັ້ນ ພວກເຈົ້າເຮັດຫຍັງດີຫລາຍກວ່າຄົນອື່ນແດ່? ແມ່ນແຕ່ຄົນທີ່ບໍ່ເຊື່ອພຣະເຈົ້າກໍເຮັດຢ່າງນັ້ນບໍ່ແມ່ນບໍ? ເຫດສະນັ້ນ, ພວກເຈົ້າທັງຫລາຍຈົ່ງເປັນຄົນດີທີ່ສຸດ ເໝືອນດັ່ງພຣະບິດາເຈົ້າຂອງພວກເຈົ້າໃນສະຫວັນເປັນຜູ້ດີທີ່ສຸດ.
Source notes (9)
- Footnote ອພຍ 20:13
- Footnote ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບວ່າ ອ້າຍເອື້ອຍນ້ອງຂອງຕົນໂດຍບໍ່ມີເຫດຜົນ
- Footnote ແປຕາມໂຕວ່າ “ຣາກາ” ເຊິ່ງເປັນຄຳສະແດງການດູຖູກໃນພາສາອາຣາມິກ
- Footnote ພາສາກຣີກວ່າ ໂຄແດນເທັດ
- Footnote ອພຍ 20:14
- Footnote ພບຍ 24:1-4
- Footnote ອພຍ 21:24; ລລວ 24:20; ພບຍ 19:21
- Footnote ລລວ 19:18
- Footnote ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບວ່າ ສັດຕູຂອງເຈົ້າ ຈົ່ງອວຍພອນບັນດາຜູ້ທີ່ສາບແຊ່ງເຈົ້າ ຈົ່ງເຮັດດີຕໍ່ບັນດາຜູ້ທີ່ກຽດຊັງເຈົ້າ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.