Biblica® Open Lao Contemporary Version
ລະບຽບພວກເລວີ 19
ກົດບັນຍັດຕ່າງໆ
ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, “ຈົ່ງແຈ້ງຊຸມຊົນອິດສະຣາເອນ ແລະ ບອກພວກເຂົາວ່າ: ‘ພວກເຈົ້າທັງຫລາຍຈົ່ງບໍລິສຸດ, ເພາະເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າເປັນອົງບໍລິສຸດ.
“ ‘ພວກເຈົ້າທຸກຄົນຕ້ອງເຄົາລົບນັບຖືພໍ່ແມ່ຂອງຕົນ ແລະ ພວກເຈົ້າຈະຕ້ອງຖືຮັກສາວັນຊະບາໂຕຂອງເຮົາ. ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
“ ‘ຢ່າຫັນໄປຫາຮູບເຄົາລົບ ຫລື ນຳໂລຫະມາຫລໍ່ເປັນພະເພື່ອຕົນເອງ. ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
“ ‘ເມື່ອພວກເຈົ້າຖວາຍເຄື່ອງບູຊາເພື່ອຄວາມສາມັກຄີທຳແກ່ພຣະເຈົ້າຢາເວ, ຈົ່ງຖວາຍຕາມວິທີເປັນທີ່ຍອມຮັບແທນພວກເຈົ້າໄດ້. ຕ້ອງໄດ້ກິນເຄື່ອງຖວາຍໃນວັນທີ່ນຳມາຖວາຍນັ້ນ ຫລື ໃນວັນຕໍ່ມາ, ສ່ວນໃດທີ່ເຫລືອຄ້າງເຖິງວັນທີສາມຕ້ອງເຜົາຖິ້ມໃຫ້ໝົດ. ຖ້ານຳສິ່ງນັ້ນມາກິນໃນວັນທີສາມກໍເປັນສິ່ງທີ່ບໍ່ບໍລິສຸດ ແລະ ຈະບໍ່ເປັນທີ່ຍອມຮັບໄດ້. ຜູ້ໃດກໍຕາມທີ່ກິນສິ່ງນັ້ນຈະຕ້ອງຮັບຜິດຊອບ ເພາະຜູ້ນັ້ນໄດ້ທຳລາຍສິ່ງທີ່ບໍລິສຸດແກ່ພຣະເຈົ້າຢາເວ; ບຸກຄົນນັ້ນຈະຕ້ອງຖືກຕັດອອກຈາກປະຊາຊົນຂອງຕົນ.
“ ‘ເມື່ອເຈົ້າເກັບກ່ຽວຜົນລະປູກໃນທົ່ງນາຂອງພວກເຈົ້າ, ຢ່າເກັບກ່ຽວຈົນເຖິງຂອບນາ ແລະ ຢ່າເກັບສ່ວນທີ່ຕົກເຮ່ຍຈາກການເກັບກ່ຽວຂອງພວກເຈົ້າ. ຢ່າກັບໄປເກັບໝາກອະງຸ່ນຊ້ຳອີກເປັນຮອບທີສອງ ຫລື ເກັບໝາກອະງຸ່ນທີ່ຕົກຫລົ່ນ. ຈົ່ງປ່ອຍໄວ້ໃຫ້ເປັນສ່ວນຂອງຄົນທຸກຍາກ ແລະ ຄົນຕ່າງດ້າວ. ເພາະເຮົາຄືອົງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
“ ‘ຢ່າລັກ.
“ ‘ຢ່າຕົວະ.
“ ‘ຢ່າຫລອກລວງກັນ ແລະ ກັນ.
“ ‘ຢ່າສາບານບໍ່ຈິງໂດຍອ້າງນາມຂອງເຮົາ ແລະ ນັ້ນເປັນການໝິ່ນປະໝາດນາມພຣະເຈົ້າຂອງພວກເຈົ້າ. ເຮົາຄືພຣະເຈົ້າຢາເວ.
“ ‘ຢ່າສໍ້ໂກງ ຫລື ປຸ້ນຈີ້ເພື່ອນບ້ານຂອງພວກເຈົ້າ.
“ ‘ຢ່າກົດໜ່ວງຄ່າແຮງງານລູກຈ້າງໄວ້ຈົນຂ້າມຄືນ.
“ ‘ຢ່າປ້ອຍດ່າຄົນຫູໜວກ ຫລື ຢ່າເອົາສິ່ງກີດຂວາງມາວາງຕັນຄົນຕາບອດ, ແຕ່ຈົ່ງຢຳເກງພຣະເຈົ້າຂອງພວກເຈົ້າ. ເຮົາຄືພຣະເຈົ້າຢາເວ.
“ ‘ຢ່າບິດເບືອນຄວາມຍຸຕິທຳ, ຢ່າສະແດງຄວາມບໍ່ຍຸຕິທຳແກ່ຄົນທຸກຈົນ ຫລື ເຂົ້າຂ້າງຄົນສຳຄັນ ແຕ່ຈົ່ງຕັດສິນເພື່ອນບ້ານຢ່າງຍຸຕິທຳ.
“ ‘ຢ່າທຽວໄປມາໃສ່ຮ້າຍປ້າຍສີທ່າມກາງປະຊາຊົນຂອງພວກເຈົ້າ.
“ ‘ຢ່າເຮັດສິ່ງໃດໆທີ່ຈະເກີດອັນຕະລາຍແກ່ເພື່ອນບ້ານຂອງພວກເຈົ້າ. ເຮົາຄືພຣະເຈົ້າຢາເວ.
“ ‘ຢ່າມີໃຈກຽດຊັງພີ່ນ້ອງອິດສະຣາເອນຢູ່ໃນໃຈຂອງພວກເຈົ້າ. ຈົ່ງຕັກເຕືອນເພື່ອນບ້ານຂອງພວກເຈົ້າຢ່າງກົງໄປກົງມາ ເພື່ອວ່າພວກເຈົ້າຈະບໍ່ຕ້ອງມີສ່ວນຮ່ວມໃນຄວາມຜິດຂອງພວກເຂົາ.
“ ‘ຢ່າຫາທາງແກ້ແຄ້ນ ຫລື ອາຄາດຈອງເວນຄົນໃດຄົນໜຶ່ງໃນທ່າມກາງປະຊາຊົນຂອງພວກເຈົ້າ, ແຕ່ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ. ເຮົາຄືພຣະເຈົ້າຢາເວ.
“ ‘ຈົ່ງຮັກສາຂໍ້ຄຳສັ່ງຂອງເຮົາ.
“ ‘ຢ່ານຳສັດຕ່າງຊະນິດມາປະສົມພັນກັນ.
“ ‘ຢ່າຫວ່ານເມັດພືດສອງຊະນິດປົນກັນໃສ່ນາຂອງພວກເຈົ້າ.
“ ‘ຢ່ານຸ່ງເສື້ອຜ້າທີ່ເຮັດດ້ວຍວັດສະດຸຊະນິດຕ່າງກັນ.
“ ‘ຊາຍໃດຮ່ວມຫລັບນອນກັບຂ້າທາດຍິງທີ່ໄດ້ໝັ້ນກັບຊາຍອີກຄົນໜຶ່ງ, ແຕ່ຂ້າທາດຍິງຄົນນັ້ນຍັງບໍ່ໄດ້ຖືກໄຖ່ ຫລື ຍັງບໍ່ໄດ້ຮັບອິດສະຫລະ, ສົມຄວນຈະຕ້ອງມີການລົງໂທດ.1 ແຕ່ທັງຄູ່ຍັງບໍ່ເຖິງຂັ້ນຕ້ອງຕາຍ, ເພາະຂ້າທາດຍິງນັ້ນຍັງບໍ່ທັນໄດ້ເປັນອິດສະຫລະ. ເຖິງຢ່າງໃດກໍຕາມ, ຊາຍຄົນນັ້ນຕ້ອງນຳເອົາແກະຜູ້ມາຖວາຍທີ່ທາງເຂົ້າເຕັນນັດພົບເພື່ອເປັນເຄື່ອງບູຊາລຶບລ້າງຄວາມຜິດແກ່ພຣະເຈົ້າຢາເວ. ແກະຜູ້ທີ່ເປັນເຄື່ອງບູຊາລຶບລ້າງຄວາມຜິດນັ້ນປະໂລຫິດຈະນຳມາເຮັດພິທີລຶບລ້າງບາບໃຫ້ແກ່ຊາຍນັ້ນຕໍ່ໜ້າພຣະເຈົ້າຢາເວສຳລັບຄວາມບາບທີ່ລາວໄດ້ກະທຳ ແລະ ບາບຂອງລາວຈະໄດ້ຮັບການອະໄພ.
“ ‘ເມື່ອເຈົ້າເຂົ້າໄປຍັງດິນແດນນັ້ນ ແລະ ໄດ້ປູກຕົ້ນໄມ້ກິນໝາກຊະນິດໃດກໍຕາມ, ຈົ່ງຖືວ່າໝາກຂອງມັນເປັນສິ່ງຕ້ອງຫ້າມ.2 ໃນຊ່ວງສາມປີໃຫ້ເຈົ້າຖືວ່າເປັນຂອງຕ້ອງຫ້າມ; ມັນບໍ່ສາມາດກິນໄດ້. ໃນປີທີສີ່ໝາກໄມ້ທັງໝົດນັ້ນຈະບໍລິສຸດ, ເປັນເຄື່ອງຖວາຍແຫ່ງການສັນລະເສີນແກ່ພຣະເຈົ້າຢາເວ. ແຕ່ເຈົ້າຈະກິນໝາກໄມ້ນັ້ນໄດ້ໃນປີທີຫ້າ. ດ້ວຍວິທີນີ້ພືດຜົນຂອງພວກເຈົ້າຈະເພີ່ມພູນຂຶ້ນ. ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
“ ‘ຢ່າກິນຊີ້ນໃດໆທີ່ຍັງມີເລືອດຄ້າງຢູ່ໃນນັ້ນ.
“ ‘ຢ່າທຳນວາຍໂຊກຊະຕາ ຫລື ຊອກຫາລາງບອກເຫດ.
“ ‘ຢ່າຖອນເຫງົ້າຜົມ ຫລື ຕັດເລັມໜວດຂອງພວກເຈົ້າ.
“ ‘ຢ່າປາດຮ່າງກາຍຕົນເອງເພື່ອໄວ້ອາໄລຄົນຕາຍ ຫລື ສັກເຄື່ອງໝາຍໃດໆໃສ່ຮ່າງກາຍຂອງພວກເຈົ້າ. ເຮົາຄືພຣະເຈົ້າຢາເວ.
“ ‘ຢ່າເຮັດໃຫ້ລູກສາວຂອງພວກເຈົ້າເສື່ອມເສຍໂດຍໃຫ້ນາງເປັນໂສເພນີ, ບໍ່ດັ່ງນັ້ນແຜ່ນດິນຈະກາຍເປັນແຫລ່ງໂສເພນີ ແລະ ຈະເຕັມໄປດ້ວຍຄວາມຊົ່ວຮ້າຍ.
“ ‘ຈົ່ງຖືຮັກສາວັນຊະບາໂຕຂອງເຮົາ ແລະ ເຄົາລົບບ່ອນນະມັດສະການຂອງເຮົາ. ເຮົາຄືພຣະເຈົ້າຢາເວ.
“ ‘ຢ່າຫັນໄປຫາໝໍຜີ ຫລື ຄົນທີ່ປຸກເສກວິນຍານຄົນຕາຍຂຶ້ນມາ, ເພາະພວກເຂົາຈະເຮັດໃຫ້ພວກເຈົ້າເປັນມົນທິນ. ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
“ ‘ເຈົ້າຈົ່ງໃຫ້ກຽດຜູ້ມີອາຍຸ, ສະແດງຄວາມເຄົາລົບນັບຖືຕໍ່ຜູ້ອາວຸໂສ ແລະ ຈົ່ງຢຳເກງພຣະເຈົ້າຂອງພວກເຈົ້າ. ເຮົາຄືພຣະເຈົ້າຢາເວ.
“ ‘ເມື່ອຄົນຕ່າງດ້າວທີ່ອາໄສຢູ່ໃນດິນແດນຂອງພວກເຈົ້າ, ຢ່າໄປຂົ່ມເຫັງພວກເຂົາ. ເຈົ້າຕ້ອງປະຕິບັດຕໍ່ເຂົາເຊັ່ນດຽວກັບຄົນທ້ອງຖິ່ນ. ຈົ່ງຮັກພວກເຂົາເໝືອນຮັກຕົນເອງ, ເພາະພວກເຈົ້າເອງເຄີຍເປັນຄົນຕ່າງດ້າວໃນປະເທດເອຢິບ. ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
“ ‘ຢ່າໃຊ້ມາດຕາຖານອັນບໍ່ທ່ຽງທຳໃນການວັດແທກຄວາມຍາວ, ການຊັ່ງນ້ຳໜັກ, ການນັບຈຳນວນ. ຈົ່ງໃຊ້ມາດຕາສ່ວນ, ເຄື່ອງຊັ່ງນ້ຳໜັກ, ເຄື່ອງວັດແທກ, ທັງເອຟາ3 ແລະ ຮິນ4ຢ່າງທ່ຽງທຳ. ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຜູ້ນຳພວກເຈົ້າອອກມາຈາກເອຢິບ.
“ ‘ຈົ່ງຖືຮັກສາຂໍ້ຄຳສັ່ງຂອງເຮົາທຸກຢ່າງ ແລະ ປະຕິບັດຕາມກົດບັນຍັດຂອງເຮົາທັງໝົດ. ເຮົາຄືພຣະເຈົ້າຢາເວ’ ”.
Source notes (4)
- Footnote ຫລືວ່າ ຕ້ອງໄດ້ຖືກສືບສວນ
- Footnote ພາສາເຮັບເຣີວ່າ ບໍ່ໄດ້ເຮັດພິທີຕັດ
- Footnote ເອຟາ ໃຊ້ຊັ່ງຂອງແຫ້ງ ສ່ວນຮິນແມ່ນໃຊ້ຊັ່ງຂອງແຫລວ
- Footnote ຮິນ ໃຊ້ຊັ່ງຂອງແຫລວ ໜຶ່ງຮິນເທົ່າກັບໜຶ່ງກາລອນ ຫລື ປະມານ 3,8 ລິດ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.